ຂປລ. ເພື່ອເປັນການຕ້ານ, ປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ຂອງພະຍາດໂຄວິດ-19 ທີ່ເປັນໄພອັນຕະລາຍ ຂົ່ມຂູ່ປະຊາຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນປະຊາຊົນຊາວແຂວງ ໄຊຍະບູລີ, ໃນວັນທີ 25 ມັງກອນ 2021 ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ໃຫ້ກໍາລັງໃຈແກ່ແຮງງານລາວ ທີ່ກັບຈາກການໄປ ອອກແຮງງານ ທີ່ປະເທດເພື່ອນບ້ານ ທີ່ສູນກັກກັນ ເມືອງແກ່ນທ້າວ ແຂວງ ໄຊຍະບູລີ, ນໍາພາໂດຍ ທ່ານ ອໍາຄາ ລັດສະໝີ ເຈົ້າເມືອງແກ່ນທ້າວ.
ໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງ ແມ່ນໄດ້ມອບເຄື່ອງໃຊ້ປະຈໍາວັນ ໃຫ້ກັບແຮງງານແຕ່ລະຄົນ, ຖາມຂ່າວຄາວ, ຄວາມສຸກ-ທຸກຂອງ ແຮງງານລາວທີ່ສູນກັກກັນ, ພ້ອມທັງໄດ້ຮຽກຮ້ອງ ໃຫ້ແຮງງານດັ່ງກ່າວຈົ່ງອົດທົນ, ພ້ອມກັນຜ່ານຜ່າ ວິກິດນີ້ໄປພ້ອມກັນ, ຈົ່ງສາມັກຄີກັນ ໃຫ້ເປັນນໍ້າໜຶ່ງ ໃຈດຽວກັນຢູ່ພາຍໃນສູນ, ສ້າງກິດຈະກໍາເປັນຕົ້ນ ແມ່ນຫລີ້ນກິລາ, ອອກກໍາລັງກາຍ. ທັງນີ້, ກໍ່ເພື່ອບໍ່ໃຫ້ມີພະຍາດໂຄວິດ-19 ເຂົ້າມາໃນດິນແດນຂອງແຂວງ ໄຊຍະບູລີຂອງພວກເຮົາ, ແຮງງານລາວ ທີ່ສູນກັກກັນເມືອງແກ່ນທ້າວ, ໂດຍຜ່ານດ່ານສາກົນ ຂົວມິດຕະພາບລາວ-ໄທ, ປັດຈຸບັນມີແຮງງານ ທັງໝົດ 37 ຄົນ, ຍິງ 18 ຄົນ, ທັງໝົດແມ່ນ ໄດ້ເກັບຕົວຢ່າງ ສົ່ງໄປສູນວິໄຈ ທີ່ວຽງຈັນ ແລະ ໄດ້ຮັບການເບິ່ງແຍງ ຈາກອໍານາດການປົກຄອງເມືອງ, ເຈົ້າໜ້າທີ່ທຸກພາກສ່ວນຂອງເມືອງ, ຈາກນັ້ນ ທີມງານຂອງ ທ່ານ ພົງສະຫວັນ ສິດທະວົງ ກໍ່ໄດ້ຢ້ຽມຢາມ ໂຄງການກໍ່ສ້າງ ຕ້ານເຈື່ອນແຄບຝັ່ງນໍ້າເຫືອງ ເຂດ ບ້ານເມືອງໝໍ ເມືອງແກ່ນທ້າວ, ໂຄງການດັ່ງກ່າວ ໂດຍແມ່ນ ບໍລິສັດ ຈັນທະວົງ ກໍ່ສ້າງຂົວ - ທາງ ແລະ ຊົນລະປະທານ ຈຳກັດ ແລະ ບໍລິສັດ ແກ້ວຈະເລີນ ກໍ່ສ້າງ ສ້ອມແປງຂົວທາງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າທັງໝົດ 8 ຕື້ກວ່າກີບ, ໂຄງການດັ່ງກ່າວມີຄວາມຍາວ 800 ແມັດ, ປັດຈຸບັນການກໍ່ສ້າງແມ່ນສໍາເລັດແລ້ວ 93,63%, ການກໍ່ສ້າງຈະໃຫ້ສໍາເລັດ ໃນຕົ້ນປີ 2022 ນີ້.
ໂອກາດດັ່ງກ່າວ ທ່ານເຈົ້າແຂວງ ພ້ອມທີມງານຍັງໄດ້ຢ້ຽມຢາມ ອ້າຍນ້ອງທະຫານ ກອງພັນ 413 ທີ່ຂຶ້ນກັບກອງບັນຊາການ ທະຫານແຂວງ ທີ່ປະຈໍາຢູ່ເມືອງບໍ່ແຕນ, ພ້ອມທັງໄດ້ມອບເຄື່ອງ ອຸປະ ໂພກ-ບໍລິໂພກ ແລະ ໄດ້ເນັ້ນໜັກໃຫ້ອ້າຍນ້ອງທະຫານ ຈົ່ງເອົາໃຈໃສ່ເຮັດໜ້າ ທີ່ວິຊາສະເພາະ ໃຫ້ດີເປັນພິເສດ ໃນຊ່ວງໄລຍະການລະບາດ ຂອງພະຍາດໂຄວິດ-19 ແລະ ການເລືອກຕັ້ງ ສສຊ ແລະ ສສຂ ທີ່ຈະມີຂຶ້ນໃນມໍ່ໆ ນີ້ໃຫ້ມີຄວາມ ສະຫງົບປອດໄພຮອບດ້ານ, ສືບຕໍ່ສ້າງພະລາທິ ການກັບທີ່ ດ້ວຍການປູກ, ການລ້ຽງໃຫ້ຫລາຍຂຶ້ນຕື່ມ.
ເນື້ອໃນ: ຂປລ