
ຂປລ. ເມື່ອອາທິດຜ່ານມາ ຢູ່ຫ້ອງປະຊຸມ ບ້ານໜອງຜັກບົ້ງ ເມືອງບໍ່ແຕນ ໄດ້ເປີດການບຳລຸງ ກົດໝາຍ ຂັ້ນພື້ນຖານລະບົບ 45 ວັນ ຊຸດທີ lll ປີ 2021 ໂດຍການເປັນປະທານຮ່ວມ ຂອງ ທ່ານ ກາວີ ເກດດົມລິ ກໍາມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາ ແຂວງໄຊຍະບູລີ ແລະ ທ່ານ ສົມສະນຸກ ໄຊອຸດົມ ເລຂາພັກເມືອງ ວ່າການເຈົ້າເມືອງບໍ່ແຕນ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສຳມະນາກອນຮົມເຂົ້າຮ່ວມ. ໃນພິທີ ທ່ານ ສຸລີນ ທໍາມະວົງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງບໍ່ແຕນ ໄດ້ໃຫ້ກຽດກ່າວເປີດພິທີ ຢ່າງເປັນທາງການ.
ໃນໂອກາດດັ່ງກ່າວ, ທ່ານ ສົມສະນຸກ ໄຊອຸດົມ ກ່າວວ່າ: ການບຳລຸງກົດໝາຍ ຂັ້ນພື້ນຖານລະບົບ 45 ວັນໃນຄັ້ງນີ້, ເປັນການຍົກລະດັບ ຄວາມຮູ້ທາງດ້ານກົດໝາຍ ໃຫ້ພະນັກງານ ຫລັກແຫລ່ງຂອງເມືອງ ແລະ ຕໍາແໜ່ງງານຂອງບ້ານ ຢູ່ເມືອງບໍ່ແຕນ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນວຽກ ທີ່ຕົ້ນຮັບຜິດຊອບໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ ແລະ ລະບຽບການ ແນ່ໃສການສ້າງລັດ ໃຫ້ເປັນລັດທີ່ປົກຄອງ ດ້ວຍກົດໝາຍເທື່ອລະກ້າວ, ພ້ອມໄດ້ຍັງຮຽກຮ້ອງໃຫ້ ຄູ-ອາຈານ ທີ່ຖືກແຕ່ງຕັ້ງ ຈົ່ງພ້ອມກັນຖ່າຍທອດຄວາມຮູ້, ຄວາມສາມາດ ໃຫ້ບັນດາສໍາມະນາກອນ ດ້ວຍຮູບແບບ ການບັນຍາຍເອກະສານ ທັງເປັນການປຶກສາຫາລື ແລກປຽ່ນສົນທະນາ, ການຍົກພຶດຕິກໍາຕົວຈິງ ໃຫ້ຫລາຍ ເພື່ອໃຫ້ສໍາມະນາກອນ ໄດ້ນໍາໃຊ້ບົດຮຽນຕົວຈິງ ເຂົ້າໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານ ໃຫ້ມີປະສິດ ທິພາບຫລາຍຂຶ້ນກວ່າເກົ່າ ແລະ ສໍາມະນາກອນ ໃຫ້ເອົາໃຈໃສ່ ຄົ້ນຄວ້າຮ່ຳຮຽນ, ຝືກຝົນຫລໍ່ຫລອມຕົນເອງ ທາງດ້ານແນວຄິດ, ການຈັດຕັ້ງ ແລະ ວິຊາສະເພາະ ທີ່ຂັ້ນເທິງມອບໝາຍ ໃຫ້ມີຜົນສໍາເລັດ ຕາມລະດັບຄາດໝາຍ.
ການບຳລຸງກົດໝາຍ ຂັ້ນພື້ນຖານລະບົບ 45 ວັນ ໃນຄັ້ງນີ້, ປະກອບມີ 34 ວິຊາ 22,5 ໜ່ວຍກິດ, ມີ 360 ຊົ່ວໂມງ. ນອກຈາກຮຽນ ພາກທິດສະດີແລ້ວ ຍັງຈະໄດ້ມີການສອບເສັງ ແລະ ຂຽນບົດເກັບກ່ຽວຕື່ມອີກ.
ເນື້ອໃນ: ຂປລ