
ຂປລ. ເມື່ອອາທິດຜ່ານມາ, ຢູ່ໂຮງຮຽນປະຖົມສົມບູນ ບ້ານຫ້ວຍເພາະ ໄດ້ຈັດພິທີມອບ-ຮັບງົວໃຫ້ຄອບ ຄົວຜູ້ທີ່ມີຄວາມສ່ຽງ ຕໍ່ຜົນກະທົບໄພທໍາມະຊາດ, ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ສອນສະຫວັນ ຈັນທະວົງ ຮອງເຈົ້າເມືອງໄຊຍະບູລີ, ຜູ້ຊີ້ນຳວຽກງານ ເສດຖະກິດຂັ້ນເມືອງ ມີຕາງໝ້າພະແນກ ກະສິກຳແຂວງ, ຫົວໜ້າຫ້ອງການ, ພະນັກງານວິຊາການ, ນາຍບ້ານ ແລະ ຄອບຄົວທີ່ໄດ້ຮັບງົວ ເຂົ້າຮວ່ມ.
ໃນພິທີ ທ່ານ ຄຳພອນ ສິງງາມ ກຳມະການພັກເມືອງ ຫົວໝ້າຫ້ອງກະສິກຳປ່າໄມ້ ເມືອງໄຊຍະບູລີ ໄດ້ຂຶ້ນຜ່ານບົດສະຫລຸບຫຍໍ້ ໃນການປະຕິບັດໂຄງການ ຈັດສັນຄອບຄົວ ທີ່ມີຄວາມສ່ຽງ ບ້ານຫ້ວຍເພາະ,ໂດຍກ່າວວ່າ: ບ້ານຫ້ວຍເພາະ ເປັນບ້ານໜຶ່ງ ທີ່ມີຄວາມສ່ຽງຕໍ່ໄພ ພິບັດທໍາມະຊາດ ທົ່ວບ້ານມີ 137 ຄອບຄົວ 11 ໝ່ວຍຜະລິດ, ມີພົນລະເມືອງ 725 ຄົນ, ຍິງ 375 ຄົນ, ຖືກໂຄງການຍົກຍ້າຍຈຳນວນ 29 ຄອບຄົວ. ໂຄງການດັ່ງກ່າວ, ໄດ້ຮັບທືນອານຸມັດ ການລົງທືນຂອງລັດ ສົກປີ 2018 ໂດຍແມ່ນທືນຂອງລັດຖະບານ 100% ຈຳນວນທັງໝົດ 4 ຕື້ກວ່າກີບ. ໃນນີ້, ໄດ້ປະຕິບັດກິດຈະກຳ ເຊັ່ນ: ກິດຈະກຳ ຕັດຜັງປ້າຍເສັ້ນ ທາງມູນຄ່າ 1,4 ຕື້ກີບ, ກິດຈະກຳຍົກຍ້າຍບ່ອນຢູ່ເກົ່າ ມາຢູ່ບ່ອນໃໜ່ ແລະ ປຸກເຮືອນຈຳນວນ 29 ຫລັງ, ມີມູນຄ່າ 2 ຕື້ກວ່າກີບ, ກິດຈະກຳປຸກໂຮງຮຽນ 1 ຫລັງມູນຄ່າ 600 ລ້ານກີບ, ກິດຈະກໍາ ຕິດຕັ້ງຕາຄ່າຍໄຟຟ້າ ແລະ ເຂົ້າຄົວເຮືອນມູນຄ່າ 184 ລ້ານກວ່າກີບ, ກິດຈະກຳນໍ້າລິນ ມູນຄ່າ 370 ລ້ານກີບ, ກິດຈະກຳ ລ້ຽງສັດໃຫຍ່ງົວ ຕິດພັນກັບການປູກຫຍ້າ ອາຫານສັດມູນຄ່າ 923 ລ້ານກີບ, ເຊິ່ງແຕ່ລະກິດຈະກໍາ ແມ່ນສໍາເລັດ 100% ມາຮອດປີນີ້ ແມ່ນໄດ້ມອບກິດຈະກຳ ການສົ່ງເສີມການ ລ້ຽງສັດໃຫຍ່ ງົວຕິດພັນກັບການປູກຫຍ້າອາຫານສັດ ແລະ ໄດ້ມອບສັດໃຫ້ 10 ຄອບຄົວ, ມີ 30 ໂຕ, ລວມມູນຄ່າ 100 ລ້ານກວ່າກີບ.
ໂອກາດດັ່ງກ່າວ, ທ່ານ ສອນສະຫວັນ ຈັນທະວົງ ໄດ້ກຽດໂອ້ລົມ ຕໍ່ພໍ່ແມ່ປະຊາຊົນ ຜູ້ໄດ້ຮັບງົວໃນຄັ້ງນີ້, ເຊິ່ງທ່ານໄດ້ເນັ້ນໜັກ ໃຫ້ຄອບຄົວທີ່ໄດ້ຮັບ ແນວພັນງົວໄປລ້ຽງ ຕ້ອງປະຕິບັດຕາມ ກົດລະບຽບຂອງກອງ ທືນງົວໃຫ້ເຂັ້ມງວດ, ຮອດກໍານົດເວລາຕ້ອງໝູນວຽນໃຫ້ຜູ້ອື່ນ, ຄອບຄົວອື່ນໄປລ້ຽງຕໍ່ ແລະ ເອົາໃຈໃສ່ໃນການລ້ຽງ, ການຮັກສາໃຫ້ດີ ໃຫ້ສັດອອກແມ່ແຜ່ລູກ ເພື່ອສ້າງລາຍຮັບ ໃຫ້ຄອບຄົວຮັ່ງມີເຂັ້ມແຂງ.
ຂ່າວ-ພາບ: ວັນທອງ
ເນື້ອໃນ: ຂປລ