
ຂປລ. ໃນວັນທີ 25 ມັງກອນ 2021 ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: ໃນວັນທີ 24 ມັງກອນ 2021 ພົບຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມ 1 ກໍລະນີ ແລະ ນັບແຕ່ວັນທີ 26 ທັນວາ 2020-24 ມັງກອນ 2021 ມີຜູ້ຕິດເຊື້ອກໍລະນີ ສະສົມ ທັງໝົດ 65 ຄົນ, ມີລາຍງານກໍລະນີໃນ 11 ແຂວງ, ແຂວງ ທີ່ມີການລາຍງານ ຫລາຍກວ່າໝູ່ແມ່ນ ນະ ຄອນຫລວງວຽງຈັນ ມີເຖິງ 23 ຄົນ, ຖັດລົງມາແມ່ນ ແຂວງອັດຕະປຶ 14 ຄົນ, ວຽງຈັນ 7 ຄົນ, ຫລວງພະບາງ 6 ຄົນ, ເຊກອງ 4 ຄົນ, ສາລະວັນ 3 ຄົນ, ສະຫວັນນະເຂດ 2 ຄົນ, ຄຳມ່ວນ 2 ຄົນ, ບໍລິຄຳໄຊ 2 ຄົນ, ອຸດົມໄຊ 1 ຄົນ, ຫລວງນ້ຳທາ 1 ຄົນ ແລະ ຈຳນວນຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍ ແມ່ນຍັງບໍ່ມີ.
ທ່ານ ດຣ. ພູທອນ ເມືອງປາກ ຍັງໄດ້ຮຽກຮ້ອງມາຍັງ ພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງທຸກຂັ້ນ ໃຫ້ສືບຕໍ່ເອົາໃຈໃສ່ ໃນການຈຳກັດ ແຫລ່ງເພາະພັນ ຂອງໜອນນໍ້າຍຸງລາຍ ທີ່ເປັນພາ ຫະນຳເຊື້ອພະຍາດ ໂດຍການປະຕິບັດ 5ປໍ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອ ຫລຸດຜ່ອນໂຕຍຸງ ທີ່ນຳເຊື້ອ ພະຍາດໄຂ້ຍຸງລາຍ ຖ້າຫາກບໍ່ມີໂຕຍຸງ ທີ່ເປັນພາຫະນຳເຊື້ອພະຍາດ ປະຊາຊົນກໍ່ຈະບໍ່ມີ ຄວາມສ່ຽງຕໍ່ການ ຕິດເຊື້ອ ແລະ ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍ.
ເນື້ອໃນ: ຂປລ