
ຂປລ. ໃນວັນທີ 23 ມັງກອນ 2021 ທີ່ສູນກິລາວ ບູໂດລາວ-ຍີ່ປຸ່ນ ນະຄອນຫລວງວຽງຈັນ, ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດການສາ ທິດການສະແດງ ສິລະປະປ້ອງກັນໂຕຍີ່ປຸ່ນ (ບູໂດ) ຄັ້ງທີ 19 ຈາກບັນດາຜູ້ຫລີ້ນ ທີ່ມີຄວາມຫລາກ ຫລາຍອາຍຸ ແລະ ລະດັບປະສົບການ ທີ່ກ່ຽວພັນກັບ ສະຫະພັນກິລາຢູໂດລາວ, ສະຫະພັນກິລາຄາຣາເຕໂດ ແຫ່ງຊາດລາວ, ສະໂມສອນ ກິລາໄອກິໂດ ແຫ່ງຊາດລາວ ແລະ ສະໂມສອນກິລາເຄນໂດລາວ ໄດ້ທໍາການສະແດງຂອງພວກເຂົາ ທີ່ເຮັດໃຫ້ສໍາຜັດໄດ້ວ່າ ເປັນການສາທິດ ທີ່ໄດ້ຮັບການຝຶກຊ້ອມມາເປັນຢ່າງດີ ໃນບັນດາທັກສະ ແລະ ວິທິການຕ່າງໆຂອງບູໂດ ໃຫ້ກັບມວນຊົນໄດ້ຮັບຊົມ.
ເຂົ້າຮ່ວມງານໃນຄັ້ງນີ້, ໂດຍທ່ານ ປອນເມກ ດາລາລອຍ ອະດີດປະທານ ສະມາຄົມມິດຕະ ພາບລາວ-ຍີ່ປຸ່ນ, ທ່ານ ພົງສະຫວັດ ບຸບຜາ ປະທານກິດຕິມະສັກ ສະຫະພັນຄາຣາເຕໂດແຫ່ງຊາດລາວ ແລະ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.
ທ່ານ ທາເກວະກະ ເຄໂຊ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ງານຄັ້ງນີ້, ແມ່ນໜຶ່ງໃນງານສຸດທ້າຍ ໃນການ ຈັດເປັນຊຸດ ເພື່ອສະເຫລີມສະຫລອງ ສາຍພົວພັນທາງການທູດ ລະຫວ່າງຍີ່ປຸ່ນ ແລະ ລາວ ຄົບຮອບ 65 ປີ. ປີນີ້ໄດ້ນໍາສະເໜີ ການທົດລອງ ຫລີ້ນກິລາຢູໂດ, ຄາຣາເຕໂດ, ໄອກິໂດ ແລະ ເຄນໂດ ກັບບັນດາຄູຝຶກ ໃຫ້ກັບຜູ້ຊົມໄດ້ຮຽນຮູ້. ການນໍາສະເໜີດັ່ງກ່າວຄາດວ່າ ຈະຊຸກຍູ້ໃຫ້ຄົນລາວ ຫລາຍຄົນມາຝຶກຊ້ອມບູໂດ ໃນປີຕໍ່ໆໄປຫລາຍຂຶ້ນກວ່າເກົ່າ ເພາະວ່າບູໂດເປັນກິລາ ແລະ ທັງເປັນສິລະປ້ອງກັນໂຕ ປະເພດໜຶ່ງຂອງຄົນຍີ່ປຸ່ນ. ປັດຈຸບັນ, ໃນທົ່ວປະເທດລາວ ມີນັກກິລາ ແລະ ຜູ້ມາຝຶກຊ້ອມບູໂດ ປະມານ 600 ຄົນ.
ທ່ານ ທາເກວະກະ ເຄໂຊ ກ່າວຕື່ມວ່າ: ການລະບາດຂອງພະຍາດ ໂຄວິດ-19 ໃນທົ່ວໂລກ, ຂ້າພະເຈົ້າ ຮູ້ສຶກກັງວົນວ່າ ການຈັດ ການສອບເສັງ ເອົາຂັ້ນຂອງບູໂດ ແລະ ການຝຶກຊ້ອມກັບ ບັນດາຄູຝຶກ ອາດຈະມີຄວາມຫຍຸ້ງຍາກ. ດັ່ງນັ້ນ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ມາຍັງບັນດາລັດຖະ ກອນລາວຂັ້ນສູງ ທີ່ໄດ້ໃຫ້ການສະໜັບສະໜູນບູໂດ ແລະ ບັນດາຄູຝຶກຄົນລາວນໍາອີກ ແລະ ຄາດວ່າ ບັນດາຄູຝຶກເຫລົ່ານີ້ ຈະສືບຕໍ່ ເປັນກຸ່ມຄົນທີ່ສໍາຄັນ ໃນການສົ່ງເສີມ ສາຍພົວພັນຍີ່ປຸ່ນ ແລະ ລາວ ເພື່ອໃຫ້ປະສົບຜົນສໍາເລັດໃນຕໍ່ໜ້າ.
ເນື້ອໃນ: ຂປລ