ຂປລ. ໃນວັນທີ 22 ມັງກອນ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ.ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ ວ່າ: ໃນວັນທີ 21 ມັງກອນ 2021 ມີຜູ້ຕິດເຊື້ອໄຂ້ຍຸງທັງໝົດ 02 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ; ນັບແຕ່ວັນທີ 26/12/2020 - 21/01/2021 ມີຜູ້ຕິດເຊື້ອກໍລະນີ ສະສົມທັງໝົດ 60 ຄົນ (ມີລາຍງານກໍລະນີໃນ 11 ແຂວງ, ແຂວງທີ່ມີການລາຍງານ ຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ ມີເຖິງ 22 ຄົນ, ຖັດລົງມາແມ່ນ ອັດຕະປຶ 08 ຄົນ, ເຊກອງ 06 ຄົນ, ຫລວງພະບາງ 06 ຄົນ, ວຽງຈັນ 06 ຄົນ, ສະຫວັນນະເຂດ 02 ຄົນ, ຄຳມ່ວນ 02 ຄົນ, ອຸດົມໄຊ 02 ຄົນ, ສາລະວັນ 02 ຄົນ, ບໍລິຄຳໄຊ 02 ຄົນ ແລະ ຫລວງນໍ້າທາ 01 ຄົນ).
ທ່ານ ດຣ.ສີສະຫວາດ ສຸດທານີລະໄຊ ກ່າວຕື່ມວ່າ: ສຳລັບການປ້ອງກັນໄຂ້ຍຸງລາຍ ຈຶ່ງຮຽກຮ້ອງການຮ່ວມມື ນຳພໍ່ແມ່ປະຊາຊົນ ແລະ ອຳນາດ ການປົກຄອງທຸກຂັ້ນ ຈົ່ງສືບຕໍ່ເອົາໃຈໃສ່ ຈຳ ກັດແຫລ່ງເພາະພັນ ຂອງໜອນນໍ້າຍຸງລາຍ ທີ່ເປັນພາຫະນຳເຊື້ອພະຍາດ, ໂດຍການປະຕິບັດ 05 ປໍ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງທີ່ນຳເຊື້ອ ພະຍາດໄຂ້ຍຸງລາຍ ແລະ ສະພາບອາກາດໃນໄລຍະນີ້ ແມ່ນມີການປ່ຽນແປງ ເຮັດໃຫ້ສາມາດ ເປັນໄຂ້ຫວັດໄດ້ງ່າຍ ຂໍໃຫ້ຮັກສາສຸຂະພາບ, ຮັກສາຮ່າງກາຍໃຫ້ອົບອຸ່ນ, ອອກກຳລັງກາຍເປັນປະຈຳ, ກິນອາຫານໃຫ້ຄົບ 5 ໝູ່, ຖ້າຫາກບໍ່ສະ ບາຍ ໃຫ້ຮີບຮ້ອນ ໄປພົບແພດທັນທີ ເພື່ອທຳການຮັກສາຢ່າງທັນການ. ສຳລັບລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານສາມາດຕິດຕາມ ໄດ້ຈາກເວັບໄຊ www.covid19.gov.la ແລະ ເຟດບຸກຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.
ຂ່າວ: ສຸກສະຫວັດ
ເນື້ອໃນ: ຂປລ