ຂປລ. ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ໄດ້ໃຫ້ຮູ້ໃນວັນທີ 22 ມັງກອນ 2021 ນີ້ວ່າ: ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດ ໂຄວິດ-19 ເພີ່ມອີກ 2 ກໍລະນີ ທີ່ເດີນທາງມາແຕ່ປະເທດໄທ, ຕົວເລກສະສົມທັງໝົດ 43 ຄົນ, ປິ່ນປົວຫາຍດີແລ້ວ 41 ຄົນ.
ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ໄດ້ແຈ້ງໃຫ້ຮູ້ວ່າ: ວັນທີ 21 ມັງກອນ ຄະນະສະເພາະກິດໄດ້ ກວດພົບຜູ້ຕິດຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 2 ກໍລະນີ ຄື: ກໍລະນີທີ 42 ເປັນເພດຍິງ ອາຍຸ 33 ປີ, ສັນຊາດລາວ, ອາຊີບ ກໍາມະກອນ; ປະຫວັດການເດີນທາງ: ເດືອນກໍລະກົດ 2020 ໄປເຮັດວຽກຢູ່ ນະຄອນຫລວງບາງກອກ ປະເທດໄທ, ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ບ່ອນເຮັດວຽກ ໄດ້ປິດກິດຈະການລົງ, ວັນທີ 18 ມັງກອນ ເດີນທາງກັບຄືນປະເທດ ຈາກນະ ຄອນຫລວງບາງກອກ ຜ່ານຈັງຫວັດ ສີສະເກດ, ຮອດຈັງຫວັດອຸບົນ ວັນທີ 19 ມັງ ກອນ. ຈາກນັ້ນ, ເຊົ່າເໝົາລົດຕູ້ຜ່ານດ່ານຊ່ອງເມັກ ແຂວງຈໍາປາສັກ ຮ່ວມເດີນທາງມານໍາກັນ 8 ຄົນ ແລະ ຖືກຈໍາກັດບໍລິເວນຢູ່ສູນຫລັກ 21 ເມືອງ ປະທຸມພອນ ແຂວງຈໍາສັກ ແລະ ໄດ້ເກັບຕົວຢ່າງມາກວດ ເຖິງວັນທີ 20 ມັງກອນ ໄດ້ຮັບຜົນກວດ ຈາກຫ້ອງວິເຄາະແຂວງຈໍາປາສັກ ວ່າເປັນຜົນບວກ, ແຕ່ເພື່ອຄວາມແນ່ນອນ ໄດ້ສົ່ງຕົວຢ່າງມາກວດ ຢູ່ນະຄອນ ຫລວງວຽງຈັນອີກ ແລະ ພົບວ່າມີຜົນບວກເປັນກໍລະນີທີ 42. ປັດຈຸບັນໄດ້ແຍກປ່ຽວປິ່ນປົວຢູ່ໂຮງໝໍ ແລະ ບໍ່ມີອາການຜິດປົກກະຕິ ຫລື ເປັນໄຂ້ແຕ່ຢ່າງໃດ. ຂະນະດຽວກັນ ຄະນະສະເພາະກິດ ຂອງແຂວງຈໍາປາສັກ ໄດ້ຕິດຕາມຫາຜູ້ໃກ້ຊິດ ທັງໝົດ 40 ຄົນ ມາກວດຫາເຊື້ອພະຍາດ ແຕ່ບໍ່ພົບຜູ້ຕິດເຊື້ອແຕ່ຢ່າງໃດ.
ສຳລັບກໍລະນີທີ 43 ເປັນເພດຊາຍ ອາຍຸ 29 ປີ ເປັນສັນຊາດຈີນ, ປະຫວັດການເດີນທາງແມ່ນ ວັນທີ 18 ມັງກອນ 2021 ເດີນທາງມາຈາກ ເມືອງແມ່ສາຍ, ຈັງຫວັດຊຽງລາຍ ປະເທດໄທ, ຂີ່ເຮືອເຂົ້າເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ໂດຍບໍ່ຜ່ານດ່ານ ຈາກນັ້ນເຂົ້າພັກ ຢູ່ໂຮງແຮມສີສວນ 1 ຄືນ ແລ້ວເໝົາລົດຈາກ ແຂວງບໍ່ແກ້ວ ເດີນທາງໄປແຂວງຫລວງນໍ້າທາ ເຂົ້າພັກຢູ່ເຮືອນພັກກົງເອີ ເມືອງ ຫລວງນໍ້າທາ ແຂວງຫລວງນໍ້າທາ, ວັນທີ 19 ມັງກອນ ໄດ້ເກັບຕົວຢ່າງ ມາກວດຢູ່ໂຮງໝໍແຂວງ ຫລວງນໍ້າທາ ແຕ່ຜົນກວດບໍ່ຊັດເຈນ ຈຶ່ງສົ່ງຜົນກວດມາກວດຢູ່ສູນວິເຄາະ ແລະ ລະບາດວິ ທະຍາ ນະຄອນຫລວງວຽງຈັນ, ວັນທີ 21 ມັງກອນ ຈຶ່ງຢັ້ງຢືນຜົນກວດເປັນບວກ. ປັດຈຸບັນໄດ້ເອົາຜູ້ກ່ຽວໄປແຍກປ່ຽວ ແລະ ຕິດຕາມປິ່ນປົວຢູ່ໂຮງໝໍແລ້ວ. ນັບແຕ່ເດີນທາງເຂົ້າມາ ສປປ ລາວ ມີຜູ້ໃກ້ຊິດທັງໝົດ 37 ຄົນ, ແຕ່ລະຄົນໄດ້ເກັບຕົວຢ່າງມາກວດ ແຕ່ບໍ່ພົບເຊື້ອ ແລະ ຖືກຈໍາກັດບໍລິເວນ ຢູ່ສູນໝົດທຸກຄົນແລ້ວ.
ເນື້ອໃນ: ຂປລ