ຂປລ. ໃນວັນທີ 21 ມັງກອນ 2021, ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກ ໄດ້ລາຍງານກ່ຽວກັບສະພາບ ຂອງພະຍາດໄຂ້ຍຸງລາຍ ຢູ່ໃນ ສປປ ລາວ ວ່າ: ໃນວັນທີ 20 ມັງກອນ 2021 ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 01 ກໍ ລະນີ ແລະ ບໍ່ມີຜູ້ເສຍຊີວິດ.
ນັບແຕ່ວັນທີ 26/12/2020 - 20/01/2021 ມີຜູ້ຕິດເຊື້ອກໍລະນີ ສະສົມທັງໝົດ 58 ຄົນ (ມີລາຍງານກໍລະນີ ໃນ 11 ແຂວງ, ແຂວງທີ່ມີ ການລາຍງານ ຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ, ມີເຖິງ 22 ຄົນ, ຖັດລົງມາແມ່ນ ແຂວງອັດຕະປຶ 07 ຄົນ, ເຊກອງ 06 ຄົນ, ຫລວງພະບາງ 06 ຄົນ, ວຽງຈັນ 06 ຄົນ, ສະຫວັນນະເຂດ 02 ຄົນ, ຄຳມ່ວນ 02 ຄົນ, ອຸດົມໄຊ 02 ຄົນ, ຫລວງນ້ຳທາ 01 ຄົນ, ສາລະວັນ 02 ຄົນ ແລະ ແຂວງ ບໍລິຄໍາໄຊ 02 ຄົນ). ສຳລັບໄຂ້ຍຸງລາຍ ກໍຂໍການຮ່ວມມືນຳພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງທຸກຂັ້ນ ສືບຕໍ່ເອົາໃຈໃສ່ໃນການ ຈຳກັດ ແຫລ່ງເພາະພັນ ຂອງໜອນນໍ້າຍຸງລາຍ ທີ່ເປັນພາຫະ ນຳເຊື້ອພະຍາດ ໂດຍການປະຕິບັດ 05ປ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງ ທີ່ນຳເຊື້ອພະຍາດ ໄຂ້ຍຸງລາຍ ຖ້າຫາກບໍ່ມີໂຕຍຸງທີ່ເປັນພາຫະນຳເຊື້ອພະຍາດ ປະຊາຊົນກໍຈະບໍ່ມີ ຄວາມສ່ຽງຕໍ່ການຕິດເຊື້ອ ແລະ ເສຍຊີວິດຍ້ອນພະ ຍາດໄຂ້ຍຸງລາຍ.
ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຍັງໃຫ້ຮູ້ຕື່ມວ່າ: ສະພາບອາກາດໃນໄລຍະນີ້ ແມ່ນມີການປ່ຽນແປງ ເຮັດໃຫ້ສາມາດ ເປັນໄຂ້ຫວັດໄດ້ງ່າຍ ຂໍໃຫ້ບັນດາທ່ານຮັກສາ ສຸຂະພາບຂອງທ່ານ, ຮັກ ສາຮ່າງກາຍໃຫ້ອົບອຸ່ນ, ອອກກຳລັງກາຍເປັນປະຈຳ, ກິນອາຫານໃຫ້ຄົບ 5 ໝູ່, ຖ້າຫາກບໍ່ສະບາຍໃຫ້ຮີບຮ້ອນ ໄປພົບແພດທັນທີ ເພື່ອຈະໄດ້ຮັບການກວດສຸຂະພາບ ແລະ ປິ່ນປົວໂດຍທັນທີ. ສຳລັບລາຍລະອຽດ ຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານສາມາດຕິດຕາມໄດ້ຈາກ ເວັບໄຊ www. covid19.gov.la ເຟດບຸກຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາສອບຖາມ ສາຍດ່ວນ 165, 166.
ຂ່າວ: ສົມຫວັງ
ເນື້ອໃນ: ຂປລ