
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ແມ່ນເຫດການການເມືອງສຳຄັນປະຫວັດສາດ ແລະ ດຳເນີນແຕ່ວັນທີ 13-15 ມັງກອນ 2021 ເພື່ອໃຫ້ຜູ້ແທນໄດ້ພ້ອມກັນສັງເກດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ; ຖອດຖອນບົດຮຽນອັນເປັນປະໂຫຍດ ແລະ ຕົກລົງແນວທາງ, ທິດທາງ, ໜ້າທີ່ລວມ, ແຜນນະໂຍບາຍໃຫຍ່ ແລະ ວາງທິດຊີ້ນໍາການພັດທະນາເສດຖະກິດ-ສັງຄົມຂອງຊາດໃນຕໍ່ໜ້າເພື່ອສືບຕໍ່ບູລະນະລະບອບ ປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວສູ່ຈຸດໝາຍສັງຄົມນິຍົມ.

ຍ້ອນເປັນເຫດການທີ່ສຳຄັນຍິ່ງ ປະຊາຊົນລາວທຸກສາຂາອາຊີບ, ພາກສ່ວນລັດ-ເອກະຊົນ ຈຶ່ງໄດ້ພ້ອມພາກັນສ້າງຂະບວນການຕ່າງໆ ເພື່ອຂ່ຳນັບຊົມເຊີຍກອງປະຊຸມດັ່ງກ່າວ ແລະ ມີຫລາຍພາກສ່ວນທີ່ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເພື່ອຮັບໃຊ້ກອງປະຊຸມຄັ້ງນີ້ດ້ວຍຄວາມຮັບຜິດຊອບສູງ ແລະ ພາກພູມໃຈ.

ທ່ານ ພົນຈັດຕະວາ ປອ. ທອງສະຫວັນ ວົງສະຫວັດ ຫົວໜ້າອານຸກຳມະການປ້ອງກັນຫໍປະຊຸມແຫ່ງຊາດ ອະທິບາຍວ່າ: “ຮັບໃຊ້ກອງປະຊຸມຄັ້ງນີ້, ກະຊວງປ້ອງກັນຄວາມສະຫງົບໄດ້ປະກອບສ່ວນກຳລັງ 400 ກວ່າສະຫາຍ, ກຳລັງປ້ອງກັນປະເທດ 200 ກວ່າສະຫາຍ ໂດຍໄດ້ຈັດວາງກຳລັງເປັນ 3 ຊັ້ນ, ຊັ້ນທີ1 ແມ່ນຫ້ອງປະຊຸມໃຫຍ່ ໂດຍມີກຳລັງຂອງປ້ອງກັນສູນກາງ ແລະ ກຳລັງຂອງສັນຕິບານ ເຮັດໜ້າທີ່ ຮັບປະກັນຄວາມປອດໄພໃນກອງປະຊຸມ, ຊັ້ນທີ2 ແມ່ນປະກອບດ້ວຍກອງກຳລັງສັນຕິບານ ຮັກສາຄວາມປອດໄພ ມີໜ່ວຍເອັກສະເລຂອງກອງກຳລັງປ້ອງກັນສູນກາງ, ຊັ້ນທີ3 ມີກຳລັງຂອງໜ່ວຍປ້ອງກັນທີ່ຕັ້ງ ຢູ່ນອກກຳແພງທີ່ເຮັດໜ້າເອັກສະເລພື້ນລົດທີ່ເຂົ້າມາໃນຫໍປະຊຸມແຫ່ງຊາດໂດຍສົມທົບກັບກອງກຳລັງປ້ອງກັນປະເທດ ນອກຈາກນັ້ນກໍມີກອງກຳລັງອື່ນໆເປັນຕົ້ນ ກຳລັງກົມໝາວິຊາສະເພາະ ສົມທົບກັບກອງທັບເພື່ອກວດກາຫາທາດລະເບີດ ຢູ່ໃນອ້ອມຂ້າງຫໍປະຊຸມ ແລະ ອ້ອມນອກຫໍປະຊຸມ, ພ້ອມທັງມີກຳລັງຕ້ານອັກຄີໄພ ພ້ອມກັບກຳລັງສຳຮອງຈຳນວນໜຶ່ງ”.

ທ່ານນາງ ຮສ ດຣ. ບົວເທບ ພູມິນ ຊ່ຽວຊານດ້ານການແພດຟື້ນຟູໜ້າທີ່ການ ໃຫ້ສຳພາດວ່າ: “ຮັບໃຊ້ກອງປະຊຸມຄັ້ງນີ້ ມາຈາກສອງພາກສ່ວນຄື: ກະຊວງສາທາລະນະສຸກ ປະກອບດ້ວຍໂຮງໝໍມະໂຫສົດ, ເສດຖາທິລາດ, ໂຮງໝໍມິດຕະພາບ (150 ຕຽງ) ພ້ອມດ້ວຍທີມຊ່ຽວຊານ; ກຸ່ມທີສອງແມ່ນ ກົມສຸຂະພາບການນຳ ສຳລັບຮັບໃຊ້ພະນັກງານທົ່ວໄປ ແລະ ຫ້ອງ ວີວີໄອພີ ເຊິ່ງທີມງານໄດ້ມີການກຽມພ້ອມມາເປັນເວລາຫລາຍເດືອນ ພ້ອມທັງກຽມອຸປະກອນ. ນອກຈາກນີ້ ຍັງມີຫ້ອງຜ່ອນຄາຍ ທີ່ມີນັກກາຍະບຳບັດ ມາຊ່ວຍພ້ອມດ້ວຍເຄື່ອງມືອຸປະກອນຄົບຊຸດ, ມີຊ່ຽວຊານອຸບັດເຫດເສັ້ນເລືອດ ຮັບປະກັນ 100% ໃນການບໍລິການຮັບໃຊ້ຜູ້ແທນ ແລະ ພະນັກງານຮັບໃຊ້ປິ່ນອ້ອມໃນກອງປະຊຸມຄັ້ງນີ້ ລົດກໍມີການກຽມພ້ອມ ທຸກຢ່າງຄົບຖ້ວນບໍ່ມີຫຍັງໃຫ້ກັງວົນ”.

ໃນໄລຍະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວຄັ້ງນີ້, ບັນດາໂຮງຮຽນ, ສະຖາບັນການສຶກສາທີ່ຂຶ້ນກັບເມືອງຈັນທະບູລີ, ສີໂຄດຕະບອງ, ສີສັດຕະນາກ ແລະ ເມືອງໄຊທານີ ໄດ້ພ້ອມກັນປ່ຽນເວລາຮຽນຊົ່ວຄາວ ຄືເລີ່ມແຕ່ 9 ໂມງຫາ 3 ໂມງແລງຈາກເວລາປົກກະຕິ 8 ໂມງເຊົ້າ-4 ໂມງແລງ, ບາງແຫ່ງໂຈະການຮຽນ-ການສອນຊົ່ວຄາວ ໂດຍສະເພາະໂຮງຮຽນຢູ່ໃນຂອບເຂດລຽບເສັ້ນທາງໄກສອນພົມວິຫານ ແຕ່ວົງວຽນດອນໜູນຫາຫໍຄຳ ໂດຍໃຫ້ຄູ-ອາຈານເອົາບົດຝຶກຫັດໃຫ້ນັກຮຽນໄປຄົ້ນຄວ້າຢູ່ເຮືອນເພື່ອອຳນວຍຄວາມສະດວກໃຫ້ແກ່ກອງປະຊຸມດັ່ງກ່າວ ດຳເນີນຢ່າງມີຜົນສຳເລັດຈົບງາມ.
ບົດໂດຍ: ສ. ສີວັນໄຊ
ເນື້ອໃນ: ຂປລ