ຂປລ. ປັດຈຸບັນ ຍັງປະເຊີນໜ້າ ກັບການແຜ່ລະບາດ ຂອງພະຍາດໄຂ້ຍຸງລາຍ, ເຊິ່ງໄດ້ສ້າງຄວາມເສຍຫາຍ ແກ່ຊີວິດຈຳນວນບໍ່ໜ້ອຍ ເຖິງຢ່າງໃດກໍຕາມ ຖ້າຫາກ ພໍ່-ແມ່ປະຊາຊົນ ພ້ອມກັນເປັນເຈົ້າການ ໃນການທຳລາຍແຫລ່ງເພາະພັນຍຸງລາຍ ເຊັ່ນ ປິດຝາພາຊະນະ ທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່; ປ່ຽນນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ; ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ; ປັບປຸງການອະນາໄມ ສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ ແລະ ອື່ນໆ ຈະຊ່ວຍຢຸດການແຜ່ລະບາດ ຂອງພະຍາດໄຂ້ຍຸງລາຍ ໃນບ້ານເຮົາໄດ້.
ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ ໃນວັນທີ 18 ມັງກອນ 2021 ນີ້ວ່າ: ນັບແຕ່ວັນທີ 26 ທັນວາ 2020 ຫາ 17 ມັງກອນ 2021 ມີຜູ້ຕິດເຊື້ອກໍລະນີ ສະສົມທັງໝົດ 53 ຄົນ. ໃນນັ້ນ, ນະຄອນຫລວງວຽງຈັນ 20 ຄົນ, ອັດຕະປື 6 ຄົນ, ເຊກອງ 6, ຫລວງພະບາງ 6 ຄົນ, ວຽງຈັນ 6 ຄົນ, ສະຫວັນນະເຂດ 2 ຄົນ, ຄຳມ່ວນ 2 ຄົນ, ອຸດົມໄຊ 2 ຄົນ, ຫລວງນໍ້າທາ 1 ຄົນ, ສາລະວັນ 1 ຄົນ ແລະ ບໍລິຄຳໄຊ 1 ຄົນ.
ຂ່າວ: ກິດຕາ
ເນື້ອໃນ: ຂປລ