ຂປລ. ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດ ທີ່ເກີດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19 ໄດ້ລາຍງານ ໃນວັນທີ 18 ມັງກອນ 2021 ວ່າ: ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ -19 ເພີ່ມ, ຂະນະທີ່ຜູ້ຕິດເຊື້ອ ໃນທົ່ວໂລກສູງ ເຖິງ 95 ລ້ານກວ່າຄົນ, ເສຍຊີວິດ 2 ລ້ານກວ່າຄົນ. ນອກນີ້, ມີຫລາຍປະເທດ ລວມທັງປະເທດໃກ້ຄຽງ ຍັງໜ້າເປັນຫ່ວງ ເນື່ອງຈາກວ່າ ຍັງພົບຜູ້ຕິດເຊື້ອສູງຂຶ້ນຢ່າງຕໍ່ເນື່ອງ. ຕໍ່ກັບສະພາບດັ່ງກ່າວ, ປະຊາຊົນລາວ ບໍ່ຄວນປະໝາດ ຈົ່ງສືບຕໍ່ປະຕິບັດ ຕາມຄຳແນະນຳ ຕ່າງໆ ທີ່ຄະນະສະເພາະກິດວາງອອກ ດ້ວຍຄວາມຮັບ ຜິດຊອບສູງ, ທັງນີ້ເພື່ອປ້ອງກັນ ແລະ ຄວບຄຸມສະພາບການ ແຜ່ລະບາດໃນປະເທດເຮົາ ບໍ່ໃຫ້ເກີດມີການຕິດເຊື້ອ ໃນປະເທດຮອບໃໝ່ ຄືກັບຫລາຍປະເທດໃນທົ່ວໂລກ ແລະ ປະເທດໃກ້ຄຽງ.
ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ ກ່ຽວກັບການເຝົ້າລະວັງ ພະຍາດໂຄວິດ-19 ຢູ່ຈຸດຜ່ານແດນຕ່າງໆ ມາຮອດໃນວັນທີ 17 ມັງກອນ 2021 ທົ່ວປະເທດ ມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ 2.263 ຄົນ, ໃນນັ້ນຜ່ານດ່ານລາວ-ໄທ 808 ຄົນ (ແຮງງານລາວ ກັບມາແຕ່ໄທ 138 ຄົນ); ດ່ານລາວ-ຈີນ 27 ຄົນ, ດ່ານລາວ-ຫວຽດນາມ 1.101 ຄົນ, ດ່ານລາວ-ກຳປູເຈຍ 3 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ 324 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງ ມາກວດຫາເຊື້ອພະຍາດໂຄວິດ-19 ຈາກນັ້ນນຳໄປສະຖານທີ່ຈຳກັດບໍລິເວນ 14 ວັນ.
ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ສະເພາະວັນທີ 17 ມັງກອນ 2021 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 643 ຄົນ, ໃນນັ້ນມີ 386 ຕົວຢ່າງ ຈາກ ບຸກຄົນທົ່ວໄປທີ່ບໍ່ມີອາການ, ແຮງງານລາວມາແຕ່ໄທ ບໍ່ມີອາການ 72 ຕົວຢ່າງ ແລະ ແຮງງານຈີນ ທີ່ບໍ່ມີອາການ 185 ຕົວຢ່າງ ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ 2020 ຫາ 17 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 98.951 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.
ຂ່າວ: ກິດຕາ
ເນື້ອໃນ: ຂປລ