ແນວທາງປ່ຽນແປງໃໝ່ຂອງພັກເຮົາ ແມ່ນການສືບຕໍ່ຜັນຂະຫຍາຍ ອັນທີ່ດີທີ່ຖືກຕ້ອງ, ດັດແປງແກ້ໄຂອັນ ທີ່ບໍ່ສອດຄ່ອງ ແລະ ເພີ່ມເຕີມອັນທີ່ ບໍ່ຄົບຖ້ວນສົມບູນ ໃຫ້ເປັນແນວທາງ ທີ່ນັບມື້ຄົບຖ້ວນ ເລິກເຊິ່ງ ຮອບດ້ານ ມີຫລັກການ ແລະ ແທດເໝາະກັບຈຸດພິເສດ ຂອງການປະຕິວັດ ໃນໄລຍະໃໝ່ ຢູ່ປະເທດ ກໍຄືທ່າອ່ຽງລວມຂອງຍຸກສະໄໝ.
ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 65 ປີ ຖືວ່າປະສົບຜົນສຳເລັດ ທີ່ເປັນພື້ນຖານໃຫຍ່ ຫລວງຫລາຍດ້ານ ເປັນຕົ້ນ ດ້ານເສດຖະກິດ ທີ່ສາມາດບຸກທະລຸ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ເຮັດໃຫ້ລາຍຮັບຕົວຈິງ ຂອງປະຊາຊົນເພີ່ມຂຶ້ນ, ໂຄງປະກອບເສດ ຖະກິດໄດ້ຫັນປ່ຽນ ຢ່າງຕັ້ງໜ້າໄປຕາມ ທິດພັດທະນາການ ຜະລິດກະສິກຳ ເປັນສິນຄ້າຕິດພັນກັບ ອຸດສາຫະກຳປຸງແຕ່ງ ແລະ ການບໍລິການ.
ສ່ວນວັດທະນະທຳ-ສັງຄົມ ພັກໄດ້ຖືເອົາການພັດທະນາ ຊັບພະຍາກອນມະນຸດ ເປັນໃຈກາງທັງເປັນບຸລິມະສິດ ໂດຍໄດ້ສືບຕໍ່ປະຕິຮູບ ລະບົບການສຶກສາ ໃຫ້ເຂົ້າສູ່ລວງເລິກ ເຮັດໃຫ້ການສຶກສາ ຫັນປ່ຽນຢ່າງຕັ້ງໜ້າ ມີຄຸນນະພາບ, ສາທາລະນະສຸກ ກໍໄດ້ຍົກລະດັບບັນດາ ໂຮງໝໍສູນກາງ ແລະ ໂຮງໝໍພາກ ຄຽງຄູ່ກັບການຂະຫຍາຍ ພື້ນຖານບໍລິການ ແລະ ຕາໜ່າງສາທາລະນະສຸກ ໄປສູ່ເຂດຊົນນະບົດ, ເຂດຈຸດສຸມຫ່າງໄກສອກຫລີກ. ການທ່ອງທ່ຽວ ກໍໄດ້ຮັບການປັບປຸງ ແລະ ພັດທະນາຢ່າງຕັ້ງໜ້າ ພື້ນຖານໂຄງລ່າງ ຖະໜົນຫົນທາງໄດ້ຮັບການປັບປຸງ ແລະ ຂະຫຍາຍໄປສູ່ເຂດທ້ອງຖິ່ນ.
ສຳລັບ 5 ປີແຫ່ງການຈັດຕັ້ງຜັນ ຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດຂອງພັກ ຄັ້ງທີ X ປະເທດເຮົາປະສົບຜົນ ສຳເລັດແນວໃດແດ່? ຂໍລວມລວມເອົາ ຄໍາຄິດເຫັນ ຄວາມພາກພູມໃຈ ຄວາມກະຕືລືລົ້ນ ຂອງປວງຊົນລາວທຸກຊັ້ນ ຄົນຕໍ່ຜົນສຳເລັດພາຍໃຕ້ ການຊີ້ນໍານໍາພາຂອງພັກ.

ທ່ານ ຢົງ ບຼົງຫັງ ເຈົ້າຂອງຮ້ານຂາຍເຄື່ອງຊົນເຜົ່າ: “ຄອບຄົວເຮົາຖືວ່າ ດີກວ່າເກົ່າຫລາຍ ຍ້ອນພັກ-ລັດ ເບິ່ງແຍງ ແລະ ຄຸ້ມຄອງເຮົາ, ບ້ານເມືອງບໍ່ມີ ເສິກສົງຄາມ ພວກເຮົາຍຸທ່າງທຳມາຫາກິນ ມີແຕ່ຕັ້ງໜ້າເຮັດໃຫ້ ເສດຖະກິດຄອບຄົວແຂງແຮງ”.

ທ່ານ ຈຳນົງ ລາຊະຈັກ ປະຊາຊົນ: “ມາຮອດດຽວນີ້ ຄວາມຈະເລີນມີຂຶ້ນຫລາຍ ແຕ່ກີ້ຖະໜົນຫົນທາງ ກໍບໍ່ດີເທົ່ານີ້, ໄຟຟ້າ ນ້ຳປະປາ ກໍບໍ່ສະດວກຄືດຽວນີ້ ເປັນໜ້າຕາໃໝ່ ຂໍຍ້ອງຍໍພັກ-ລັດຂັ້ນເທິງ ເຫັນໃຈພວກເພິ່ນທີ່ສຸດ ທີ່ອົດທົນບຸກບືນສູ້ຊົນ ເພື່ອໃຫ້ປະຊາຊົນໄດ້ຢູ່ດີກິນດີ”.

ທ່ານ ອາດ ອິນທະວົງ ປະຊາຊົນ: “ແຕ່ກີ້ປະຊາຊົນ ບໍ່ມີລົດຂີ່ ແລ້ວຄ່ອຍໆພັດທະນາມີລົດຂີ່, ຖະໜົນຫົນທາງກໍເລີ່ມງາມ ພັດທະນາຂຶ້ນຫລາຍ ກໍຍ້ອນມີພັກ-ລັດ ຊີ້ນຳນຳພາ ເຮັດໃຫ້ເສດຖະກິດ ບ້ານເຮົາດີຂຶ້ນ”.

ທ່ານ ສາຍສະໝຸດ ຈຳປາອຸທຸມ ພະນັກງານ: “ລັດຖະບານ ໄດ້ເອົາໃຈໃສ່ພັດທະນາຊົນນະບົດ ແກ້ໄຂຊີວິດການເປັນຢູ່ ເຂດຫ່າງໄກສອກຫລີກ ບໍ່ວ່າຈະເປັນ ຖະໜົນຫົນ ທາງພື້ນຖານໂຄງລ່າງຕ່າງໆ ສາທາລະນະສຸກ ກໍຖືວ່າໄດ້ດີ ຖືຜົນງານຈາກ ການພັດທະນາ ຂອງພັກ-ລັດ. ເຫັນໄດ້ຈະແຈ້ງກໍແມ່ນ ຄຳສັ່ງເລກທີ 15/ນຍ ເວົ້າເລື່ອງການຄຸ້ມຄອງປ່າໄມ້ ກໍຖືເປັນຜົນງານເດັ່ນ ຂອງລັດຖະບານຕະຫລອດ ໄລຍະ 5 ປີຜ່ານມາ”.
ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນວັນທີ 13-15 ມັງກອນ 2021 ເພື່ອລາຍງານ ຜົນສຳເລັດແຫ່ງ ການນຳພາລວມທັງບັນ ຫາຄົງຄ້າງໃນການ ຊີ້ນຳ-ນຳພາຂອງພັກ ຊຶ່ງອາດຈະເປັນສາເຫດຕົ້ນຕໍ ໜຶ່ງພາໃຫ້ການຈັດຕັ້ງ ປະຕິບັດຢູ່ບາງຂະແໜງ ການບໍ່ບັນລຸຜົນ ແລະ ເລັ່ງທວງ ໃຫ້ມີມາດຕະການ ເໝາະສົມເພື່ອແກ້ໄຂຢ່າງຈິງຈັງ, ສ້າງການຫັນປ່ຽນ ຈັດຕັ້ງປະຕິບັດ ແນວທາງນະໂຍບາຍ ຂອງພັກໃນຕໍ່ໜ້າ. ທັງນີ້ຍ້ອນພາລະກຳ ປະຫວັດສາດ ຂອງພັກເຮົາໃນໄລຍະໃໝ່ ແມ່ນສືບຕໍ່ພາປະເທດຊາດ ຫລຸດພົ້ນຈາກ ສະພາວະດ້ອຍພັດທະນາ ກ້າວສູ່ສັງຄົມນິຍົມ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາ ມັກຄີປອງດອງ ປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ ນັ້ນເອງ.
ເນື້ອໃນ: ຂປລ