
ຂປລ. ທ່ານ ອຸເດດ ສຸວັນນະວົງ, ປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ (LNCCI) ແລະ ທ່ານ ວິຣະຈິດ ພິລາພັນເດດ, ຜູ້ອໍານວຍການໃຫ່ຍມູນນິທິສົ່ງເສີມການສຶກສາ, ໄດ້ຮັບໃບຍ້ອງຍໍຈາກລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ.
ພິທີມອບໃບຍ້ອງຍໍດັ່ງກ່າວຈັດຂື້ນໃນວັນທີ 7 ມັງກອນ 2021 ທີ່ບ້ານພັກເອກອັກຄະຣາຊະທູດຍີ່ປຸ່ນ ທີ່ນະຄອນຫລວງວຽງຈັນ ແລະ ໃຫ້ກຽດມອບໂດຍ ພະນະທ່ານ ທາເກວະກະ ເຄໂຊ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ.
ໃນພິທີ ທ່ານ ທູດ ທາເກວະກະ ເຄໂຊ ໄດ້ກ່າວ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງທັງສອງທ່ານ ທີ່ໄດ້ອຸທິດ ທຸ້ມເທເຫື່ອແຮງ ສະຕິປັນຍາ ປະກອບສ່ວນສົ່ງເສີມສາຍພົວພັນອັນດີງາມລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ.
ໃຫ້ກຽດເຂົ້າຮວ່ມພິທີມອບໃບຍ້ອງຍໍດັ່ງກ່າວ ປະກອບມີ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສະຫະກໍາ ແລະ ການຄ້າ, ພະນະທ່ານ ດຣ. ປອນເມກ ດາລາລອຍ, ອະດີດປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ພະນະທ່ານ ເຄນທອງ ນວນທະສິງ, ຮອງປະທານຄະນະກໍາມະທິການຕ່າງປະເທດ ປະຈໍາສະພາແຫ່ງຊາດ, ແລະ ທັງເປັນປະທານຄະນະມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ ພ້ອມດ້ວຍບັນດາແຂກຜູ້ມີກຽດຈາກກະຊວງທີ່ກ່ຽວຂ້ອງ, ຄອບຄົວ ແລະ ໝູ່ເພື່ອນຂອງທັງສອງທ່ານ ລວມທັງຜູ້ຕາງໜ້າຈາກອົງການຈັດຕັ້ງຕ່າງໆ ຂອງປະເທດຍີ່ປຸ່ນໃນ ສປປ ລາວ.

ທ່ານ ອຸເດດ ສຸວັນນະວົງ, ປະທານ LNCCI ໄດ້ປະກອບສ່ວນຢ່າງໃຫ່ຍຫລວງເຂົ້າໃນການສົ່ງເສີມ, ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ ສປປ ລາວ-ຍີ່ປຸ່ນ ໂດຍສະເພາະໃນຂົງເຂດເສດຖະກິດມາເປັນເວລາຫລາຍປີແລ້ວ. ໃນໄລຍະທີ່ທ່ານປະຕິບັດໜ້າທີ່ຢູ່ກະຊວງກະສີກໍາ ແລະ ປ່າໄມ້, ທ່ານໄດ້ປະກອບສ່ວນຢ່າງຫ້າວຫັນໃນການຈັດຕັ້ງປະຕິບັດຫລາຍໂຄງການທີ່ໄດ້ຮັບການຮ່ວມມື, ຊ່ວຍເຫືລອຈາກລັດຖະບານຍີ່ປຸ່ນ ໂດຍຜ່ານອົງການ JICA.
ໃນປີ 2009, ທ່ານ ໄດ້ຮ່ວມມືກັບນັກທຸຸລະກິດຍີ່ປຸ່ນ ແລະ ໄດ້ຮ່ວມກັນເປີດຮ້ານອາຫານຍີ່ປຸ່ນ FUJI ທີ່ນະຄອນຫລວງວຽງຈັນ. ປີ 2016 ທ່ານໄດ້ຮັບການແຕ່ງຕັ້ງເປັນປະທານ LNCCI. ພ້ອມກັນນັ້ນທ່ານ ຍັງໄດ້ສຶບຕໍ່ປະກອບສ່ວນເຂົ້າໃນການປັບປຸງສະພາບແວດລ້ອມການລົງທຶນໃນ ສປປ ລາວ ເພື່ອເອື້ອອໍານວຍຄວາມສະດວກໃຫ້ນັກທຸລະກິດຕ່າງປະເທດກໍ່ຄື ນັກທຸລະກິດຍີ່ປຸ່ນທີ່ຕ້ອງການລົງທືນຢູ່ ສປປ ລາວ ໂດຍຜ່ານການຈັດເວທີປືກສາຫາລືພາກທຸລະກິດ.
ນອກຈາກນັ້ນ, ທ່ານຍັງໄດ້ປະຕິບັດໜ້າທີ່ຢ່າງຕັ້ງໜ້າໃນການຊຸກຍູ້ສົ່ງເສີມສາຍພົວພັນ ການຮ່ວມມື ລະຫວ່າງ ສະພາການຄ້າ ແລະ ອຸດສະຫະກໍາ Kawasaki ແລະ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ນໍາອີກ.

ທ່ານ ວິຣະຈິດ ພິລາພັນເດດ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສົ່ງເສີມສາຍພົວພັນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນຂະແໜງການສຶກສາ ແລະ ເສດຖະກິດ ໃນຖານະທີ່ທ່ານເປັນຜູ້ອໍານວຍການໃຫຍ່ມູນນິທິສົ່ງເສີມການສຶກສາ ແລະ ໃນຖານະເປັນສະມາຊິກສະມາຄົມມິດຕະພາບລາວ-ຍີ່ປຸ່ນ. ເພື່ອພັດທະນາ, ສົ່ງເສີມວຽກງານການສຶກສາ, ທ່ານໄດ້ສ້າງຕັ້ງມູນນິທິສົ່ງເສີມການສຶກສາຂື້ນໃນປີ 1997 ແລະ ໄດ້ປະກອບສ່ວນໃນການກໍ່ສ້າງໂຮງຮຽນປະຖົມຫລາຍແຫ່ງ ພ້ອມທັງໄດ້ສະໜັບສະໜູນອຸປະກອນການຮຽນໃຫ້ບັນດາໂຮງຮຽນຕ່າງໆໃນຂອບເຂດທົ່ວປະເທດ ໂດຍຜ່ານການຮ່ວມມືກັບຄະນະນັກທຸລະກິດຍີ່ປຸ່ນ ແລະ ອົງການຈັດຕັ້ງພາກເອກະຊົນຕ່າງໆ. ສໍາລັບຂົງເຂດເສດຖະກິດ ໃນຖານະເປັນປະທານບໍລິສັດລາວໂຕໂຢຕ້າ ຈໍາກັດ, ທ່ານໄດ້ສ້າງຕັ້ງໜ່ວຍງານທີ່ເຂັ້ມແຂງໃນການໃຫ້ບໍລິການ-ຈໍາໜ່າຍລົດຍີ່ປຸ່ນຢ່າງມີຄຸນນະພາບ.
ເນື້ອໃນ: ຂປລ