ຂປລ.
ສປປ ລາວ ສືບຕໍ່ຄຸມເຂັ້ມກວດຄົນເຂົ້າເມືອງ ຢູ່ບັນດາດ່ານຊາຍແດນຕ່າງໆ ໂດຍສະເພາະ
ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ຈະຕ້ອງປະຕິບັດຕາມຄຳແນະນຳ ແລະ
ແຈ້ງການ ທີ່ຄະນະສະເພາະກິດ ວາງອອກຢ່າງເຄັ່ງຄັດ ເຊັ່ນ:
ຕ້ອງແທກອຸນຫະພູມຮ່າງກາຍ, ເກັບຕົວຢ່າງ ຊອກຫາເຊື້ອໂຄວິດ-19 ແລະ
ຈຳກັດບໍລິເວນທີ່ກຳນົດໄວ້ ຄະນະສະເພາະກິດ ກຳນົດໄວ້ຈົນກວ່າ ຈະຄົບກຳນົດ 14 ວັນ
ທັງນີ້ ແນໃສ່ບໍ່ໃຫ້ເກີດການລະບາດຮອບສອງ.
ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່,
ກະຊວງສາທາ ລະນະສຸກ ໄດ້ລາຍງານໃນພິທີຖະແຫລງຂ່າວ ໃນວັນທີ 1 ກໍລະກົດ 2020
ນີ້ວ່າ: ປັດຈຸບັນ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຕິດຕໍ່ກັນ 80 ມື້
ເຖິງຢ່າງໃດກໍຕາມ ພໍ່-ແມ່ປະຊາຊົນລາວ ໃນຂອບເຂດທົ່ວປະເທດ
ຈົ່ງພ້ອມກັນປະຕິບັດວິຖີຊີວິດແບບໃໝ່ໃຫ້ຊີນເຄີຍ ເປັນຕົ້ນແມ່ນ
ການລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫລື ໃຊ້ເຈວລ້າງມື,
ການປະຕິບັດໄລຍະຫ່າງທາງສັງຄົມ, ບໍ່ໃຫ້ມີການແອອັດ, ການໃສ່ຜ້າປິດປາກ-ດັງ
ເວລາອອກຈາກບ້ານ ຫລື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ. ທັງນີ້,
ກໍແນໃສ່ປ້ອງກັນຕົນເອງ, ຄອບຄົວ ແລະ ຄົນທີ່ທ່ານຮັກ.
ທ່ານ ດຣ. ພອນປະເສີດ
ໄຊຍະມຸງຄຸນ ຍັງລາຍງານໃຫ້ຮູ້ອີກວ່າ: ໃນວັນທີ 30 ມິຖຸນາ 2020
ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 305 ຄົນ, ໃນນັ້ນມີແຮງງານລາວກັບມາແຕ່ໄທ
291 ຄົນ ແລະ ແຮງງານຫວຽດນາມ 14 ຄົນ. ຜົນກວດທັງໝົດແມ່ນ ບໍ່ພົບເຊື້ອ
ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 30 ມິຖຸນາ 2020
ໄດ້ເກັບຕົວຢ່າງມາກວດ ທັງໝົດ 15.669 ຕົວຢ່າງ ໃນນັ້ນ ກວດພົບເຊື້ອສະສົມ19 ຄົນ.
ຂ່າວ: ກິດຕາ
ເນື້ອໃນ: ຂປລ