
ຂປລ. ໃນໂອກາດເຂົ້າຮ່ວມ
ກອງປະຊຸມຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄັ້ງທີ 8 ທີ່ແຂວງຫລວງພະບາງ
ໃນວັນທີ 23 ມິຖຸນາ ນີ້, ທ່ານ ບຸນທອງ ຈິດມະນີ
ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ,
ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ
ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ທັງເປັນຫົວໜ້າຄະນະ
ຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ພ້ອມຄະນະ ໄດ້ໄປຢ້ຽມຢາມ, ຕິດຕາມ, ກວດກາ,
ແລະ ການລາຍງານຄວາມຄືບໜ້າ ຂອງການກໍ່ສ້າງ ຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ
ຢູ່ຈຸດຂົວຂ້າມແມ່ນໍ້າຂອງ ນະຄອນຫລວງພະບາງ,
ເຊິ່ງເປັນຂົວຂ້າມແມ່ນໍ້າທີ່ຍາວທີ່ສຸດໃນໂຄງການມີຄວາມຍາວ 1.485 ແມັດ
ໄດ້ສ້າງສໍາເລັດເມື່ອເດືອນຕຸລາ 2019 ຜ່ານມານີ້ ເປັນຈຸດເຊື່ອມຕໍ່
ລະຫວ່າງອຸໂມງສະນົກ ພູຫວດ ເມືອງຈອມເພັດ ແລະ ອຸໂມງຜ່າບ່ອງ ນະຄອນຫລວງພະບາງ.
ໂຄງການກໍ່ສ້າງທາງລົດໄຟ ແຕ່ຊາຍແດນ ລາວ-ຈີນ ຫານະຄອນຫລວງວຽງຈັນ
ມີຄວາມຍາວເສັ້ນທາງຜ່ານແຂວງຫລວງພະບາງ 80 ກິໂລແມັດ ໂດຍຜ່ານ 2 ເມືອງ, 1 ນະຄອນ
ແລະ 28 ບ້ານ, ມີສະຖານີທັງໝົດ 6 ແຫ່ງ, ໃນນີ້ສະຖານີໃຫຍ່ 1 ແຫ່ງ
ຢູ່ນະຄອນຫລວງພະບາງ; ມີຂົວທັງໝົດ 33 ແຫ່ງ ໃນນີ້ຂົວຂ້າມນໍ້າຂອງ 1 ແຫ່ງ ແລະ
ຂົວຂ້າມນໍ້າຄານ 3 ແຫ່ງ, ມີອຸໂມງ 23 ແຫ່ງ, ອັດຕາສ່ວນ ຂົວ ແລະ ອຸໂມງກວມເອົາ
83,69% ຂອງໄລຍະທາງທັງໝົດ. ມາຮອດປັດຈຸບັນ ໄດ້ລົງມືກໍ່ສ້າງສະຖານນີ 5 ແຫ່ງ,
ຍັງ 1 ແຫ່ງ; ຂົວນ້ອຍໃຫຍ່ 33 ແຫ່ງ ສໍາເລັດການກໍ່ສ້າງແລ້ວຈໍານວນໜຶ່ງ
ບາງຕໍານວນກໍາລັງກ່າຍຂາງຂົວ; ອຸໂມງ 23 ແຫ່ງ ເຈາະຊອດແລ້ວ 17 ແຫ່ງ.
ສໍາລັບວຽກງານໄກ່ເກ່ຍ, ເວນຄືນ ແລະ ຊົດເຊີຍປະຊົນທີ່ໄດ້ຮັບຜົນກະທົບ
ແມ່ນໄດ້ສໍາເລັດການເກັບກໍາຂໍ້ມູນຜົນກະທົບຕາມແລວທາງ ແລະ ສະຖານີທັງໝົດ
ພ້ອມທັງໄກ່ເກ່ຍທີ່ດິນກັບປະຊາຊົນ ແລະ
ມອບທີ່ດິນໃຫ້ແກ່ບໍລິສັດຮັບຜິດຊອບກໍ່ສ້າງ ດໍາເນີນການກໍ່ສ້າງສໍຳເລັດ 100%.
ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຍ້ອງຍໍຊົມ
ເຊີຍຕໍ່ຄະນະຮັບຜິດຊອບທີ່ໄດ້ເອົາໃຈໃສ່ໃນການກໍ່ສ້າງ,
ເຮັດໃຫ້ການກໍ່ສ້າງດໍາເນີນໄປຢ່າງຄ່ອງແຄ້ວ ແລະ ສໍາເລັດຕາມຄາດໝາຍ.