ຂປລ. ພະຍາດໄຂ້ຍຸງລາຍ ເປັນອີກພະຍາດໜຶ່ງ ທີ່ພວກເຮົາບໍ່ຄວນເບິ່ງຂ້າມ ແລະ ຕ້ອງໄດ້ເອົາໃຈໃສ່ ເຝົ້າລະວັງຢ່າງເຂັ້ມງວດ, ເຊິ່ງແຕ່ລະປີເຊື້ອພະຍາດດັ່ງກ່າວ ໄດ້ພາກຊີວິດຂອງມະນຸດ ໄປຫລາຍຮ້ອຍຄົນ, ປັດຈຸບັນ, ຢູ່ ສປປ ລາວ ພະຍາດໄຂ້ຍຸງລາຍ ໄດ້ແຜ່ລະບາດໜັກໃນທົ່ວປະເທດ (ຍົກເວັ້ນແຂວງຊຽງຂວາງ) ແລະ ຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ມີຜູ້ຕິດເຊື້ອ ທັງໝົດເຖິງ 2.004 ຄົນ, ໃນນັ້ນ ແຂວງທີ່ມີການລາຍງານ ຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ ເຊິ່ງມີເຖິງ 434 ຄົນ. ຈຳນວນຜູ້ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍມີ ທັງໝົດ 5 ຄົນ, ໃນນັ້ນນະຄອນຫລວງ 2 ຄົນ, ບໍລິຄຳໄຊ 1 ຄົນ, ຄຳມ່ວນ 1 ຄົນ ແລະ ໄຊຍະບູລີ 1 ຄົນ.
ຕໍ່ກັບບັນຫາດັ່ງກ່າວ, ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກໍໄດ້ແນະນຳ ແລະ ຮຽກຮ້ອງໃຫ້ທຸກຄົນ, ທຸກພາກສ່ວນເອົາໃຈໃສ່ ໃນການອະນາໄມ ແລະ ປະ ຕິບັດມາຕະການ 5ປ ຢ່າງເຄັ່ງຄັດ ເປັນປະຈຳ ເພື່ອທຳລາຍແຫລ່ງ ເພາະພັນຂອງຍຸງລາຍໄດ້ ຄື: ປິດ ຝາພາຊະນະ ທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່; ປ່ຽນ ນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ; ປ່ອຍ ປາຫາງນົກຍຸງເພື່ອກິນໜອນນ້ຳ; ປັບປຸງ ການອະນາໄມ ສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໋ອງ, ຢາງຕີນລົດເກົ່າທີ່ມີນ້ຳຂັງ; ແລະ ປະຕິບັດ ໃຫ້ເປັນນິໄສ ປະຈຳທຸກໆອາທິດ, ຖ້າເປັນໄຂ້ໃຫ້ໄປພົບແພດໝໍດ່ວນ, ຫາກທຸກຄົນປະຕິບັດໄດ້ຕາມ 5ປ ຢ່າງເຂັ້ມງວດ ກໍຈະສາມາດຫລຸດຜ່ອນ, ປ້ອງກັນການເຈັບເປັນ ແລະ ສະກັດກັ້ນການແຜ່ລະບາດ ຂອງເຊື້ອພະຍາດ ໄຂ້ຍຸງລາຍ ໃຫ້ຫລຸດລົງເທື່ອລະກ້າວ, ພ້ອມນີ້ ຍັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ທຸກພາກສ່ວນໃນສັງຄົມ ຈົ່ງສືບຕໍ່ປະຕິບັດຕາມແຈ້ງການ, ຄຳແນະນຳ ແລະ ມາດຕະການຂອງຂະແໜງການ ສາທາລະນະສຸກວາງອອກຢ່າງເຂັ້ມງວດ ແລະ ດ້ວຍຄວາມຮັບຜິດຊອບສູງ.
ຂ່າວ: ມະນີທອນ
ເນື້ອໃນ: ຂປລ