
ຂປລ. ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມສະພາທີ່ປຶກສາ ທຸລະກິດອາ ຊຽນລາວ ໄດ້ຮ່ວມກັບໂຄງການ RELATED ຂອງ GIZ ປະຈຳລາວ ຈະຈັດງານຊິງລາງວັນ ທຸລະກິດອາ ຊຽນດີເດັ່ນ ແຫ່ງ ສປປ ລາວ 2020 ຫລື (ASEAN Business Award Laos 2020 – ABA Laos) ຂຶ້ນ ໂດຍແນໃສ່ຊົມເຊີຍ ນັກທຸລະກິດລາວ ທີ່ມີຜົນງານດີເດັ່ນ ແລະ ໃຫ້ພວກເຂົາເປັນແບບຢ່າງເພື່ອເຜີຍແຜ່ຄວາມຮູ້ ໃນການເຮັດທຸລະກິດ ໃຫ້ປະຊາຄົມເສດຖະກິດອາຊຽນ.
ພິທີຖະແຫລງຂ່າວ, ໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນວັນທີ 16 ມິຖຸນາ 2020 ໂດຍການເຂົ້າຮ່ວມຂອງ ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ຢັນ ເຊິນ ທີ່ປຶກສາແຜນງານເຊື່ອມໂຍງ ເສດຖະກິດອາຊຽນຂອງ ສປປ ລາວ ເພື່ອການພັດທະນາດ້ານທຸລະກິດ ແລະ ການຄ້າ (RELATED) ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໂອກາດດັ່ງກ່າວ, ທ່ານ ທະນົງສິນ ກັນລະຍາ ກ່່າວວ່າ: ງານຊິງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2020 ເປັນງານມອບລາງວັນທີ່ເປີດກ້ວາງ ຕໍ່ສະມາຊິກສະພາການຄ້າ ແລະ ອຸດ ສາຫະກຳແຫ່ງຊາດລາວ ແລະ ທຸກໆຫົວໜ່ວຍທຸລະກິດ ໃນຂອບເຂດທົ່ວປະເທດຂອງລາວ ທີ່ດຳເນີນທຸ ລະກິດຖືກຕ້ອງຕາມກົດໝາຍ, ບໍ່ວ່ານ້ອຍ ຫລື ໃຫຍ່ ກໍສາມາດສົ່ງເຂົ້າສະໝັກ ແຂ່ງຂັນເອົາລາງວັນໄດ້.
ທຸລະກິດທີ່ຊະນະເລີດ ໄດ້ຮັບລາງວັນຈາກ ABA Lao 2020 ຈະຖືກສົ່ງສະໝັກເຂົ້າ ແຂ່ງຂັນຕໍ່ໃນລະດັບອາຊຽນ ເຊິ່ງຈະໄດ້ພົບກັບບັນດາຫົວໜ່ວຍ ທຸລະກິດທີ່ມີຊື່ສຽງ ໃນລະດັບພາກພື້ນ, ເຊິ່ງການປະກາດຜົນຜູ້ທີ່ໄດ້ຮັບ ລາງວັນລະດັບພາກພື້ນ ແມ່ນຈະໄດ້ຈັດຂຶ້ນໃນໄລຍະ ການຈັດກອງກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ປີ 2020 ທີ່ ປະເທດຫວຽດນາມ.
ປະເພດລາງວັນສຳລັບປີ 2020 ປະກອບມີ 3 ປະເພດ ເຊັ່ນ: ຂະແໜງບູລິມະສິດດີເດັ່ນ ປະກອບມີ 12 ຂະແໜງການ ເຊັ່ນ: ຂະແໜງກະສິກຳ, ຂະແໜງພະລັງງານ, ຂະແໜງປະມົງ, ຂະແໜງປຸງແຕ່ງອາຫານ ແລະ ເຄື່ອງດື່ມ, ຂະແໜງຫັດຖະກຳ, ຂະແໜງ ICT, ຂະແໜງພື້ນຖານໂຄງລ່າງ, ຂະ ແໜງຕັດຫຍິບ, ຂະແໜງທ່ອງທ່ຽວ, ຂະແໜງຂົນສົ່ງ ແລະ ໂລຈິດຕິກ, ຂະແໜງຂາຍຍົກ/ຂາຍຍ່ອຍ ແລະ ຂະແໜງຜະລິດຕະພັນໄມ້.
ສຳລັບລາງວັນຂະແໜງທຸລະກິດ SME ດີເດັ່ນ ປະກອບມີ 5 ຂະແໜງການ ເຊັ່ນ: ລາງວັນການຂະຫຍາຍໂຕທຸລະກິດດີເດັ່ນ, ການຈ້າງງານດີເດັ່ນ, ນະວັດຕະກຳດີເດັ່ນ, ການປະກອບສ່ວນຕໍ່ສັງຄົມ ແລະ ລາງວັນການນຳໃຊ້ ດີຈີຕອນດີເດັ່ນ (ລາງວັນເພີ່ມໃໝ່) ແລະ ສຸດທ້າຍແມ່ນລາງວັນພິເສດ ປະກອບມີ 7 ປະເພດລາງວັນ ເຊັ່ນ: ລາງວັນເພື່ອນມິດ ສປປ ລາວ ດີເດັ່ນ, ລາງວັນທຸລະກິດຄອບຄົວດີເດັ່ນ, ລາງວັນທຸລະກິດ ເພື່ອສັງຄົມແບບຍືນຍົງ, ລາງວັນທຸລະກິດສີຂຽວ, ລາງວັນທຸລະກິດລິເລີ່ມ, ລາງວັນນັກ ທຸລະກິດໜຸ່ມດີເດັ່ນ ແລະ ລາງວັນຜູ້ປະກອບການແມ່ຍິງດີເດັ່ນ.
ສຳລັບພິທີມອບລາງວັນ ທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2020 ຈະໄດ້ຈັດຂຶ້ນທີ່ນະ ຄອນຫລວງວຽງຈັນ ໃນວັນທີ 18 ກັນຍາ 2020 ເຊິ່ງການມອບລາງວັນ ສໍາລັບປີ 2020 ນີ້ ເປັນການສ້າງແຮງບັນດານໃຈ ໃຫ້ແກ່ຫົວໜ່ວຍທຸລະກິດລາວ ທີ່ທຸ້ມເທເຫື່ອແຮງສະຕິປັນຍາ ແລະ ອື່ນໆ ຕະ ຫລອດ ປີ 2020 ແລະ ຫລາຍປີຜ່ານມາ. ນອກນັ້ນ, ຍັງເປັນການເຕົ້າໂຮມ ຫົວໜ່ວຍທຸລະກິດໃນ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນ ຂະບວນສ້າງສາພັດທະນາ ການເຊື່ອມໂຍງເສດຖະກິດ ກັບອາຊຽນ ແລະ ເປັນບາດກ້າວສໍາຄັນ ໃນການເຂົ້າສູ່ຕະຫລາດເພື່ອນບ້ານ, ຕະຫລາດອາຊຽນ ແລະ ຕະຫລາດໂລກອີກດ້ວຍ.
ຜູ້ທີ່ສົນໃຈສາມາດຕິດຕໍ່ພົວພັນທີ່ (+85620 5256 2729 ແລະ +85620 5528 9996), ຫລື www.lncci.la/aba2020 ແລະ ຍື່ນແບບຟອມສະໝັກ ຜ່ານທາງອີເມວ abalaos@lncci.la ຈົນຮອດວັນທີ 14 ສິງຫາ 2020.
ຂ່າວ: ສິງຄຳ, ພາບ: ອ່າຍຄຳ
ເນື້ອໃນ: ຂປລ