
ຂປລ. ລັດຖະມົນຕີທ່ອງທ່ຽວ ຂອງບັນດາປະເທດສະມາຊິກແຫ່ງ ສະມາຄົມບັນດາປະຊາຊາດ ອາຊີ ຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຮັບຮອງເອົາ ຖະແຫລງການ ຮ່ວມວ່າດ້ວຍ ການເພີ່ມທະວີການຮ່ວມມື ເພື່ອຟື້ນຟູການທ່ອງທ່ຽວອາຊຽນ ໃນກອງປະຊຸມສະໄໝ ພິເສດລັດຖະມົນຕີ ທ່ອງທ່ຽວອາຊຽນ ວ່າດ້ວຍເຊື້ອ ພະຍາດ ໂຄວິດ-19 ໃນວັນທີ 29 ເມສາ 2020. ທັງນີ້ກໍເພື່ອເປັນການຮ່ວມກັນ ໂຕ້ຕອບ ແລະ ຫລຸດຜ່ອນຜົນກກະທົບຈາກ ການແຜ່ລະບາດຂອງ ເຊື້ອພະຍາດດັ່ງດ່າວ ໂດຍແນໃສ່ໃຫ້ແຕ່ລະ ປະເທດສະມາຊິກອາຊຽນ ສາມາດຈັດຕັ້ງປະຕິບັດ ແຜນການຟື້ນຟູຫລັງວິກິດ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ແລະ ເພື່ອເປັນການ ສ້າງລາຍ ການທ່ອງທ່ຽວຮ່ວມກັນ, ໂຄສະນາ ແລະ ສົ່ງເສີ່ມແພັກເກັດ ການທ່ອງທ່ຽວອາຊຽນ ແລະ ການລົງທຶນໃສ່ຕົ້ນທຶນມະນຸດ ໃນຂະແໜງການ ທ່ອງທ່ຽວອາຊຽນ ໃຫ້ຫລາຍຂຶ້ນ.
ໃນຖະແຫລງການດັ່ງກ່າວ ໄດ້ຕົກລົງ: ສົ່ງເສີມການປະສານງານອາຊຽນ ເພື່ອເພີ່ມທະວີການແລກປ່ຽນ ຂໍ້ມູນ-ຂ່າວສານກ່ຽວກັບ ມາດຕະການໃນການຮັກສາ ສຸຂະພາບໃນການເດີນທາງ ແລະ ມາດຕະການອື່ນໆ ທີ່ຈໍາເປັນທີ່ຈັດຕັ້ງປະຕິບັດ ໂດຍບັນດາປະເທດສະມາຊິກອາຊຽນ ທັ້ງນີ້ກໍເພື່ອ ຄວບຄຸມການແຜ່ລະບາດ ເຊື້ອພະຍາດ ໂຄວິດ-19 ໂດຍຜ່ານການປະຕິບັດງານ ຂອງທີມງານການສື່ສານ ວິກິດການການທ່ອງທ່ຽວອາຊຽນ (ATCCT) ທີ່ສະໜອງຂໍ້ມູນໄດ້ທັນເວລາ ແລະ ເຊື່ອຖືໄດ້ ໃຫ້ແກ່ຜູ້ເດີນທາງຂາ ເຂົ້າ-ຂາອອກ ແລະ ບັນດາບໍລິສັດທ່ອງທ່ຽວທົ່ວພາກພື້ນ; ເພີ່ມທະວີການຮ່ວມມື ຂອງບັນດາອົງການທ່ອງ ທ່ຽວແຫ່ງຊາດອາຊຽນ (NTOs) ກັບພາກສ່ວນອື່ນໆທີ່ກ່ຽວຂ້ອງ ໂດຍສະເພາະ ຂະແໜງສາທາລະນະສຸກ, ຂໍ້ມູນ-ຂ່າວສານ, ຂະແໜງຂົນສົ່ງ, ຕໍາຫລວດກວດຄົນ ເຂົ້າ-ອອກເມືອງ, ບັນດາຄູ່ຮ່ວມມື ພາຍນອກອາຊຽນ, ບັນດາອົງການຈັດຕັ້ງສາກົນ ແລະ ປະຊາຄົມໂລກທີ່ກ່ຽວຂ້ອງ ເພື່ອຮ່ວມກັນຈັດຕັ້ງປະຕິບັດ ບັນດາມາດຕະການຕ່າງໆ ທີ່ກໍານົດໄວ້ ແລະ ການຕອບໂຕ້ໂດຍໄວ ເພື່ອຫລຸດຜ່ອນ ແລະ ກໍາຈັດຜົນກະທົບຈາກເຊື້ອພະຍາດ ໂຄວິດ-19 ແລະ ວິກິດການທີ່ອາດເກີດຂຶ້ນໃນຕໍ່ໜ້າ; ເພີ່ມທະວີ ແລະ ສົ່ງເສີມການປະສານງານ ຢ່າງໃກ້ຊິດໃນການແລກ ປ່ຽນຂໍ້ມູນ-ຂ່າວສານ ແລະ ວິທີຈັດຕັ້ງປະຕິບັດ ທີ່ດີລະຫວ່າງ ປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມ ເຈລະຈາອາຊຽນ ກ່ຽວກັບການຮັບມືກັບ ວິກິດການ, ຄວາມພ້ອມໃນການສື່ສານ, ການປະສານງານການເຊື່ອມຕໍ່, ຄວາມພະຍາຍາມ ແລະ ມາດຕະການໃນການ ບັນເທົາທຸກລະດັບຊາດ ເພື່ອສົ່ງເສີມຂະແໜງການທ່ອງທ່ຽວ ແລະ ຖອດຖອນບົດຮຽນຫລັງວິກິດການດັ່ງກ່າວ ເພື່ອໃຫ້ບັນດາປະເທດ ສະມາຊິກອາຊຽນໄດ້ນໍາໄປ ເປັນຂໍ້ມູນອ້າງອີງ ແລະ ວິທີຮັບມືກັບການແຜ່ ລະບາດຂອງເຊື້ອພະຍາດ ຫລື ວິກິດການທີ່ມີລັກສະນະຄ້າຍຄື; ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການຕ່າງໆ ທີ່ສາມາດຊ່ວຍສ້າງຄວາມເຊື່ອໝັ້ນ ໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ທີ່ເດີນທາງເຂົ້າມາອາຊີ ຕາເວັນອອກສ່ຽງໃຕ້ ລວມທັງການ ສ້າງມາດຕະຖານ ແລະ ຄໍາແນະນໍາທີ່ຊັດເຈນ ເພື່ອເຮັດໃຫ້ສະພາບແວດລ້ອມ ການເຮັດວຽກມີຄວາມປອດໄພ ແລະ ມີສຸຂະອະນາໄມທີ່ດີ ເພື່ອຮັບປະກັນ ໃຫ້ບຸກຄະລາກອນ ແລະ ຊຸມຊົນຢູ່ໃນອຸດສາຫະກໍາ ທີ່ຕິດພັນກັບການໂຮງແຮມ ແລະ ການທ່ອງທ່ຽວ, ຈຸດໝາຍປາຍທາງການທ່ອງທ່ຽວ ແລະ ສະຖານປະກອບ ການອື່ນໆ ໃນບັນດາປະເທດສະມາຊິກ ອາຊຽນມີຄວາມປອດໄພດີ.
ນອກຈາກນີ້ ຍັງໄດ້ຕົກລົງກັນສົ່ງເສີມການສ້າງ ແລະ ການຈັດຕັ້ງປະຕິບັດ ແຜນການຟື້ນຟູ ຫລັງວິກິດການ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໂດຍບໍ່ກະທົບຕໍ່ຄວາມປອດໄພ ຂອງຂະແໜງ ສາທາລະນະສຸກ, ສ້າງຂີດຄວາມສາມາດ ໃຫ້ແກ່ຂະແໜງການ ທ່ອງທ່ຽວອາຊຽນ ໂດຍການມີສ່ວນຮ່ວມຈາກ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສ້າງຄວາມເຊື່ອໝັ້ນ ໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ຜູ້ບໍລິໂພກຕ່າງໆ, ຊອກຫາວິທີ ທາງແກ້ໄຂທີ່ດີ ເພື່ອກະຕຸກຊຸກຍູ້ຂະແໜງການທ່ອງທ່ຽວ ໂດຍສະເພາະ ຜ່ານລະບົບເຕັກໂນໂລຊີ, ສຸມໃສ່ການຕະຫລາດ ແລະ ການໂຄສະນາການທ່ອງທ່ຽວຮ່ວມກັນ ເພື່ອສ້າງຄວາມໝັ້ນໃຈ ໃຫ້ພາກພື້ນບັນລຸຕາມເປົ້າໝາຍ ຄື: ການສ້າງອາຊຽນໃຫ້ກາຍເປັນ ຈຸດໝາຍປາຍທາງ ການທ່ອງທ່ຽວໜຶ່ງດຽວ; ເລັ່ງປັບປຸງນະໂຍບາຍ ສົ່ງເສີມເສດຖະກິດຈຸລະພາກ ແລະ ມະຫາພາກ, ສະໜັບສະໜູນ ດ້ານວິຊາການ ແລະ ງົບປະມານ, ການຫລຸດຜ່ອນອາກອນ, ການສ້າງຂີດຄວາມສາມາດ ໂດຍສະເພາະ ທັກສະດ້ານດິຈິຕອນ ໃຫ້ແກ່ຫົວໜ່ວຍທຸລະກິດ ການເດີນທາງ ແລະ ການທ່ອງທ່ຽວ ໂດຍເນັ້ນໃສ່ ຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs), ກຸ່ມອາສາສະໝັກ ແລະ ຊຸມຊົນຕ່າງໆ ທີ່ໄດ້ຮັບຜົນກະທົບ; ສືບຕໍ່ການຮ່ວມມືກັບ ບັນດາຄູ່ຮ່ວມເຈລະຈາອາຊຽນ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງເພື່ອເຮັດໃຫ້ ອາຊີຕາເວັນອອກສ່ຽງໃຕ້ ກັບຄືນສູ່ສະພາບປົກກະຕິ ແລະ ມີຄວາມພ້ອມໃນການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງການທ່ອງທ່ຽວ ໃຫ້ມີຄວາມຍືນຍົງ ແລະ ມີສ່ວນຮ່ວມ ຫລັງວິກິດການໃນຄັ້ງນີ້.
ຂ່າວ: ມະນີທອນ, ພາບ: ອ່າຍຄຳ
ເນື້ອໃນ: ຂປລ