ຂປລ. ກະຊວງການເງິນ ໄດ້ວາງມາດຕະການເພື່ອຄຸ້ມຄອງ ພາຫະນະທີ່ຂຶ້ນທະບຽນຢູ່ ສປປ ລາວ ແຕ່ກ່ອນຈະເດີນທາງອອກໄປຕ່າງປະເທດ ຕ້ອງປະກອບເອກະສານຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບການເຊັ່ນ: ທະບຽນລົດ, ໃບຢັ້ງຢືນການກວດກາເຕັກນິກ, ປຶ້ມອະນຸຍາດລົດຂົນສົ່ງ ລະຫວ່າງປະເທດ ຫລື ໃບອະນຸຍາດນຳອອກ-ນຳເຂົ້າ ພາຫະນະຊົ່ວຄາວ, ສັນຍາປະກັນໄພພາຫະນະ ແລະ ເອກະ ສານອື່ນໆ ຕາມກົດໝາຍປະເທດສົ່ງອອກ ແລະ ປະເທດນຳເຂົ້າກຳນົດໄວ້ ຊຶ່ງມີອາຍຸການນຳໃຊ້ຕາມກົດໝາຍ ແລະ ລະບຽບການ. ພ້ອມນັ້ນ, ຈະຕ້ອງມີ ໃບເສຍຄ່າທຳນຽມທາງປະຈຳປີ ໃຫ້ຄົບຖ້ວນ ຕາມລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ, ລົງວັນທີ 20 ກັນຍາ 2017 ວ່າດ້ວຍຄ່າທຳນຽມທາງ. ຖ້າບໍ່ດັ່ງນັ້ນ ຈະບໍ່ໄດ້ຮັບອະນຸຍາດໃຫ້ນຳເອົາພາຫະນະ ເດີນທາງອອກໄປຕ່າງປະເທດ.
ກະຊວງການເງິນ ໄດ້ອອກແຈ້ງການໂດຍມອບໃຫ້ ເຈົ້າໜ້າທີ່ພາສີປະຈຳດ່ານຊາຍແດນ ເອົາໃຈໃສ່ແນະນຳໃຫ້ເຈົ້າຂອງພາຫະນະ ປະກອບເອກະສານ ແລະ ເສຍຄ່າທຳນຽມທາງໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມລະບຽບການກຳນົດ; ມອບໃຫ້ກົມສ່ວຍສາອາກອນ, ສ່ວຍສາອາກອນປະຈຳແຂວງ ສົມທົບກັບດ່ານພາສີສາກົນຊາຍແດນ, ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ຫລື ທະນາຄານອື່ນໆ ທີ່ມີເງື່ອນໄຂ ຄົ້ນຄວ້າການສ້າງຕັ້ງໜ່ວຍງານ ໃຫ້ບໍລິການຜ່ານລະບົບທະນາຄານ. ສຳລັບການຈັດເກັບຄ່າທຳນຽມທາງ ຢູ່ຕາມດ່ານພາສີສາກົນທີ່ມີເງື່ອນໄຂພຽງພໍ ໃຫ້ອຳນວຍຄວາມສະດວກ ແກ່ເຈົ້າຂອງພາຫະນະ, ສ່ວນດ່ານພາສີສາກົນ ທີ່ຍັງບໍ່ມີເງື່ອນໄຂພຽງພໍ ໃນການບໍລິການເກັບຄ່າທຳນຽມ ທາງແບບທັນສະໄໝ ແມ່ນມອບໃຫ້ເຈົ້າໜ້າ ທີ່ພາສີປະຈຳດ່ານ ດຳເນີນການຈັດເກັບຄ່າທຳນຽມທາງ ເພື່ອມອບເຂົ້າງົບປະມານຕາມລະບຽບການ.
ສ່ວນໃນການປະຕິບັດຕົວຈິງ ມອບໃຫ້ບັນດາກອງຄຸ້ມຄອງພາສີ, ດ່ານພາສີສາກົນ, ສ່ວຍສາອາກອນປະຈຳແຂວງ ແລະ ຂະແໜງການກ່ຽວຂ້ອງ ປະສານສົມທົບກັນຈັດຕັ້ງເຜີຍແຜ່ ຄຳແນະນຳສະບັບນີ້ ໃຫ້ສັງຄົມໄດ້ຮັບຊາບ ເພື່ອພ້ອມກັນຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນຕາມຄາດໝາຍ.
ເນື້ອໃນ: ຂປລ