
ຂປລ.ຕາມສຳນັກຂ່າວໄທ, ເມື່ອບໍ່ດົນມານີ້, ສານສູງສຸດ ອິນເດຍ ໄດ້ມີຄຳສັ່ງໃຫ້ຢຸດຕິ ການຕັດຕົ້ນໄມ້ ໃນນະຄອນ ມຸມໄບ ເຊິ່ງເປັນສູນກາງທາງການເງິນຂອງ ອິນເດຍ ເພື່ອເຮັດໂຄງການ ລົດໄຟໃຕ້ດິນ ເນື່ອງຈາກ ເກີດກະແສການປະທ້ວງ ຈາກບັນດາ ນັກເຄື່ອນໄຫວທີ່ຄັດຄ້ານ ການຕັດຕົ້ນໄມ້ເພື່ອສ້າງສະຖານີຈອດລົດໄຟຟ້າໃຕ້ດິນ. ຫົວໜ້າຄະນະ ຜູ້ພິພາກສາກ່າວວ່າ: ສານສູງສຸດມີຄຳສັ່ງ ໃຫ້ທາງການ ລັດມະຫາຣາຊກິດຣະ ຢຸດຕິການຕັດຕົ້ນໄມ້ ຈົນກວ່າ ຈະມີການພິຈາລະນາ ຄັ້ງໃໝ່ ໃນວັນທີ 21 ຕຸລານີ້ ຫລັງຈາກ ບັນດາ ນັກເຄື່ອນໄຫວ, ນັກສະແດງບອນລິວູດ ແລະ ນັກການເມືອງ ບາງຄົນອອກມາ ຄັດຄ້ານ ການຕັດຕົ້ນໄມ້ ຈຳນວນ 2.700 ຕົ້ນ ໃນພື້ນທີ່ສີຂຽວ ຂອງນະຄອນ ມຸນໄບ ໂດຍລະບຸວ່າ ອາດເຮັດໃຫ້ເກີດບັນຫາ ມົນລະພິດເພີ່ມຂື້ນ. ໂຄງການລົດໄຟຟ້າ ມຸນໄບ ເມໂທຣ 3 ມີໄລຍະທາງ 35 ກິໂລແມັດ ເພື່ອຮອງຮັບ ຜູ້ໂດຍສານ 170.000 ຄົນຕໍ່ວັນ.
ເນື້ອໃນ: ຂປລ