

ຂປລ. ໃນວັນທີ 23 ສິງຫາ 2019, ຫ້ອງວ່າການປະທານປະເທດ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 28 ປີ(15/08/1991-15/08 /2019) ແລະ ວັນຢຶດອໍານາດທົ່ວປະເທດ ຄົບຮອບ 74 ປີ(23/08/1945-23/08/2019) ແລະ ຄົບ ຮອບ 44 ປີ (23/08/1975-20/08/2019) ໂດຍມີບັນດາສະມາຊິກພັກ, ພ້ອມດ້ວຍພະນັກງານ-ລັດ ຖະກອນ ທົ່ວຫ້ອງວ່າການປະທານປະເທດເຂົ້າຮ່ວມ.
ທ່ານ ເພັດສະໝອນ ພັນທະວົງ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ປະທານປະເທດໄດ້ຍົກໃຫ້ເຫັນ ຄວາມໝາຍສຳຄັນຂອງວັນ ລັດຖະທຳມະນູນ, ສະພາບການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ໃນໄລຍະຜ່ານມາ. ລັດຖະທຳມະນູນ ເປັນກົດໝາຍພື້ນຖານຂອງຊາດ, ທັງເປັນການຫັນແນວທາງ ປ່ຽນແປງໃໝ່ຢ່າງຮອບດ້ານ ທີ່ມີຫລັກການຂອງພັກ ປະຊາຊົນປະຕິວັດລາວ ມາເປັນກົດໝາຍພື້ນຖານ ຂອງລະບອບປະຊາທິປະໄຕ ປະຊາຊົນລາວ ເພື່ອສຶກສາອົບຮົມ ປະຊາຊົນລາວ ບັນດາເຜົ່າໃຫ້ຍົກສູງນ້ຳໃຈຮັກຊາດ, ຮັກລະບອບໃໝ່ ເພີ່ມທະວີຄວາມສາມັກຄີປວງຊົນລາວທັງຊາດ ເຊີດຊູບົດບາດເປັນເຈົ້າການ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍທີ່ພັກໄດ້ກຳນົດໄວ້. ແນໃສ່ເຮັດໃຫ້ ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີ ປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ໃນຂະນະດຽວກັນ, ທ່ານ ເພັດສະໝອນ ພັນທະວົງ ກໍໄດ້ເລົ່າຄືນເຖິງປະຫວັດ ຄວາມເປັນມາຂອງການຢຶດອຳນາດ ເຊິ່ງໃນປີ 1930 ພັກກອມມູນິດອິນດູຈີນ ໄດ້ກຳເນີດເກີດຂຶ້ນ, ພາຍໃຕ້ການນໍາພາ ຂອງພັກປະຕິວັດດັ່ງກ່າວ ການຕໍ່ສູ້ປະຕິວັດຂອງປະຊາຊົນລາວ ຈຶ່ງໄດ້ກ້າວເຂົ້າສູ່ໄລຍະໃໝ່ ດ້ວຍຄຸນນະພາບໃໝ່, ພັກໄດ້ນຳພາ ປະຊາຊົນລາວ ລຸກຂຶ້ນຢຶດອຳນາດ ການປົກຄອງໃນທົ່ວປະເທດ ໃນວັນທີ 23 ສິງຫາ ປີ 1945. ພ້ອມນັ້ນ, ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນ ວັນຢຶດອຳນາດ 23 ສິງຫາ ປີ 1975 ເພາະວ່າເປັນໄຊຊະນະ ແລະ ໝາກຜົນແຫ່ງການຕໍ່ສູ້ ປະຕິວັດອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ.
ໄຊຊະນະ ຄັ້ງນີ້ ແມ່ນຜົນທີ່ເກີດຈາກຄວາມກ້າຫານ ປະດິດສ້າງແຫ່ງການນຳໃຊ້ 3 ບາດຄ້ອນຍຸດທະສາດ ເພືອຢຶດອຳນາດການປົກຄອງ ໃນທົ່ວປະເທດແບບ “ບົວບໍ່ຊ້ຳ ນ້ຳບໍ່ຂຸ່ນ”, ທັງແມ່ນໄຊຊະ ນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນຳພາອັນ ສະຫລາດສ່ອງໃສຂອງພັກ, ແມ່ນໄຊຊະ ນະຂອງກຳລັງແຮງແຫ່ງ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນ ຂອງປວງຊົນລາງທັງຊາດ ທີ່ຮ່ວມສຳ ພັນສູ້ຮົບລະຫວ່າງປະຊາຊົນລາວ, ຫວຽດນາມ ແລະ ກຳປູເຈຍ ທີ່ຄຽງບ່າຄຽງໄຫລ່ ຕ້ານສັດຕູໂຕດຽວກັນ ຕະຫລອດໄລຍະການປະຕິວັດ ປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.
ຂ່າວ: ຊາຍຄົນເດີມ, ພາບ: ເກດສະໜາ
ເນື້ອໃນ: ຂປລ