
ຂປລ. ໃນວັນທີ 20 ສິງຫາ 2019 ທີ່ນະຄອນຫລວງວຽງຈັນ, ກະຊວງສາທາລະນະສຸກ ຮ່ວມກັບອົງການຮ່ວມມືສາກົນ ແຫ່ງ ສາທາລະນະລັດ ເກົາຫລີ (ກອຍກາ) ໄດ້ເຊັນບົດບັນທຶກການປຶກສາຫາລື ສຳລັບໂຄງການປັບປຸງຄຸນນະພາບ ແລະ ການເຂົ້າເຖິງການບໍລິການ ສຸຂະພາບຈະເລີນພັນຂອງແມ່ ແລະ ເດັກ ລວມທັງເດັກເກີດໃໝ່ ແບບຊຸມຊົນມີສ່ວນຮ່ວມ ຢູ່ແຂວງ ຫລວງນ້ຳທາ, ອຸດົມໄຊ ແລະ ຫລວງພະບາງ ມີມູນຄ່າ 7,5 ລ້ານໂດລາສະຫະລັດ ເຊິ່ງມີໄລຍະເວລາຈັດຕັ້ງປະຕິ ບັດ 4 ປີ (2019-2023).
ຈຸດປະສົ່ງເພື່ອປັບປຸງສະຖານະພາບ ສຸຂະພາບໄວຈະເລີນພັນ ແລະ ຫລຸດອັດຕາການຕາຍ ແລະ ເຈັບ ລວມທັງການຂາດສານອາຫານ ຂອງແມ່-ເດັກ ແລະ ເດັກເກີດໃໝ່ ຢູ່ບັນດາແຂວງເປົ້າໝາຍດັ່ງກ່າວ ຂອງ ສປປ ລາວ. ຕາງໜ້າເຊັນບົດບັນທຶກຄັ້ງນີ້ ໂດຍທ່ານ ດຣ. ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ແລະ ທ່ານ ຊັງ ຊູ ໂອ ຜູ້ຕາງໜ້າອົງການກອຍກາ ປະຈຳ ສປປ ລາວ, ມີທ່ານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ພະນັກງານສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ກິດຈະກຳຂອງໂຄງການດັ່ງກ່າວປະກອບມີ ຍົກລະດັບພະນັກງານວະຊາສະເພາະ (ແພດຜະດຸງ ຄັນ, ການປິ່ນປົວສຸກເສີນ, ເດັກເຈັບ, ວິທີການໃຫ້ຄວາມຮູ້ແກ່ຜູ້ປົກຄອງ ແລະອື່ນໆ), ເສີມສ້າງຄວາມເຂັ້ມແຂງ ດ້ານຂໍ້ມູນ-ຂ່າວສານ ສາທາລະນະສຸກ(ເຝົ້າລະວັງ ແລະ ຕອບໂຕ້ກໍລະນີແມ່ຕາຍ), ໜ່ວຍແພດເຄື່ອນທີ່(ກວດທ້ອງກ່ອນ ແລະ ຫລັງເກີດ, ຊັກຢາວັກແຊງ, ວາງແຜນຄອບຄົວ, ຕິດຕາມການຈະເລີນເຕີບໂຕ), ການຄຸ້ມຄອງບໍລິຫານດ້ານສາທາລະນະສຸກ ລົງຕິດຕາມ ແລະ ຊຸກຍູ້ ຈັດສົ່ງພະນັກ ງານລະດັບບໍລິຫານ ແລະ ແພດໝໍໄປທັດສະນະສຶກສາຢູ່ ສ ເກົາຫລີ, ວຽກງານບົດ ບາດ ຍິງ-ຊາຍ ທັງຈະມີການກໍ່ ສ້າງສູນໃຫ້ຄຳປຶກສາ ດ້ານໂພສະນາການ ຢູ່ແຂວງຫລວງນ້ຳທາ ເພື່ອສະໜອງອຸປະ ກອນການແພດພື້ນຖານຈຳນວນໜຶ່ງ.
ຕາມຂໍ້ມູນຈາກປຶ້ມສະຖິຕິ ປີ 2018 ຂອງກອງເລຂາອາຊຽນ ໃຫ້ຮູ້ວ່າ: ອັດຕາການເສຍຊີວິດຂອງເດັກເກີດໃໝ່, ເດັກນ້ອຍລຸ່ມ 5 ປີ ແລະ ແມ່ຍິງໃນ ສປປ ລາວ ແມ່ນສູງກວ່າບັນດາປະເທດອື່ນ ໆຢູ່ໃນພາກພື້ນອາຊຽນ. ໃນໄລຍະຜ່ານມາ ອົງການກອຍກາ ໄດ້ຊ່ວຍເຫລືອ ສປປ ລາວ ໂດຍສະເພາະປັບປຸງຄຸນນະພາບ ແລະ ການບໍລິການສຸຂະພາບ ຈະເລີນພັນຂອງແມ່ ແລະ ເດັກ, ການຈັດສົ່ງຊ່ຽວຊານການແພດມາປະຈຳຢູ່ ສປປ ລາວ ແລະ ຈັດສົ່ງພະນັກງານວິຊາການ ສະເພາະດ້ານການແພດຂອງ ສປປ ລາວ ໄປຝຶກອົບຮົມຢູ່ ສ ເກົາຫລີ ເພື່ອແກ້ໄຂຕົວຊີ້ວັດ ດ້ານສຸຂະພາບຈະເລີນພັນ ແລະ ຫລຸດຜ່ອນອັດຕາ ການເສຍຊີວິດຂອງແມ່ ແລະ ເດັກໃນ ສປປ ລາວ.
ຂ່າວ: ມະນີທອນ, ພາບ:ເພັດໂພໄຊ
ເນື້ອໃນ: ຂປລ