
ຂປລ.ຕາມຂ່າວແຊກບີ, ວັນທີ 19 ສິງຫາ, ເສັ້ນທາງຫລວງສາຍອີ-763 ໃນ ແຊກບີ ໄດ້ເລີ່ມເປີດນຳໃຊ້ຢ່າງເປັນທາງການໂດຍແມ່ນ ຈີນເປັນຜູ້ກໍ່ສ້າງ ພາຍໃຕ້ຂອບ ການຮ່ວມມື ລະຫວ່າງ ຈີນ ກັບກຸ່ມ ປະເທດ ໃນເອີຣົບກາງ ແລະ ເອີຣົບ ຕາເວັນອອກ, ເປັນເສັ້ນທາງຫລວງ ສາຍທຳອິດໃນ ເອີຣົບ ເພື່ອເຊື່ອມຕໍ່ ລະຫວ່າງ ນະຄອນຫລວງ ເບນເກດຂອງ ແຊກບີ ກັບ ຊາຍແດນຂອງ ມົງເຕເນໂກຣ ໃນການຂົນສົ່ງ ລະຫວ່າງ ປະເທດ ຢູ່ເທິງແຫລມ ບອນຂ່ານ ກັບ ປະເທດເພື່ອນບ້ານ. ນອກຈາກນັ້ນ ແຊກບີ ຍັງມີແຜນ ຈະຮ່ວມມື ກັບ ຈີນ ເພື່ອກໍ່ສ້າງ ລະບົບສາທາລະນະ ນູປະໂພກອີກ ຫລາຍໂຄງການ ໃນອະນາຄົດ./.
ເນື້ອໃນ: ຂປລ