
ຂປລ.ສຳນັກຂ່າວ ຊິນຮວາ: ກອງປະຊຸມເຈົ້າໜ້າທີ່ ເສດຖະກິດ ລະດັບສູງ ອາຊຽນ ທ່ີຈັດຂຶ້ນ ຢູ່ບາງກອກ ປະເທດໄທ ໄດ້ອັດລົງ ເມື່ອທ້າຍອາທິດ ຜ່ານມາ. ກອງປະຊຸມຄັ້ງນີ້ ໄດ້ຢືນຢັນວ່າ: ກອງປະຊຸມ ລະດັບ ລັດຖະມົນຕີ ເສດຖະກິດ ອາຊຽນ ຈະຈັດຂື້ນ ໃນເດືອນກັນຍາ ປີນີ້ ແລະ ຄາດວ່າ ຈະມີການລົງນາມ ຂໍ້ຕົກລົງ 2 ສະບັບຄື: ຂໍ້ຕົກລົງກົນໄກ ການຍອມຮັບ ແລະ ອະນຸມັດຮ່ວມກັນ ກ່ຽວກັບ ການສົ່ງອອກ ລົດໃຫຍ່ ລວມໄປເຖິງ ອຸປະກອນ ແລະ ຂໍ້ຕົກລົງກ່ຽວກັບ ການປັບປຸງກົນໄກ ແກ້ໄຂຄວາມຂັດແຍ້ງ ເພື່ອສົ່ງເສີມ ແລະ ກະຕຸ້ນການຄ້າ ເສລີລະຫວ່າງ ປະເທດ ອາຊຽນ./.
ເນື້ອໃນ: ຂປລ