1.ສອນລູກໃຫ້ຮູ້ເຮັດວຽກເຮືອນ:ການສອນໃຫ້ລູກເຮັດວຽກເຮືອນເປັນການຝຶກໃຫ້ເດັກນ້ອຍມີຄວາມຮັບ ຜິດຊອບ,ຮູ້ຈັກໜ້າທີ່ຕັ້ງແຕ່ນ້ອຍ ເຊິ່ງຈະເຮັດໃຫ້ໃຫຍ່ຢ່າງມີຄຸນນະພາບ ແລະ ສາມາດເຮັດວຽກຮ່ວມກັບຄົນອື່ນໄດ້ ພ້ອມທັງເຮັດວຽກທີ່ໄດ້ຮັບມອບໝາຍໄດ້ໂດຍໂຕເອງ.
2.ໃຊ້ເວລາຢູ່ຮ່ວມກັນໃນຄອບຄົວ:ບາງຄອບຄົວ ພໍ່ແມ່ມັກຜິດກັນ,ປະກັນ ຫລື ເຮັດວຽກຫລາຍ ຈົນບໍ່ມີເວລາໃຫ້ລູກ ຈະສົ່ງຜົນຕໍ່ສະພາບຈິດໃຈ ແລະ ພັດທະນາການຂອງລູກ.ດັ່ງນັ້ນ ພໍ່ແມ່ຄວນຫາເວລາເຮັດກິດຈະກໍາກັບລູກໃຫ້ຫລາຍໆເພື່ອຝຶກທັກສະການຮຽນຮູ້ ແຕ່ນ້ອຍຈົນໃຫຍ່.
3.ສອນເລກແຕ່ຍັງນ້ອຍ:ສໍາລັບຄອບຄົວໃດທີ່ສອນເລກໃຫ້ລູກແຕ່ຍັງນ້ອຍຈະເຮັດໃຫ້ເດັກນ້ອຍຮັບຮູ້ເລື່ອງອື່ນໆໄດ້ໄວຂຶ້ນ ແລະ ສົ່ງຜົນດີຕໍ່ລູກໃນການສຶກສາຮໍ່າຮຽນອີກດ້ວຍ.
4.ບໍ່ສະແດງພຶດຕິກໍາບໍ່ດີຕໍ່ໜ້າລູກ:ແນ່ນອນວ່າໃນຊີວິດປະຈໍາວັນຂອງທ່ານອາດມີເລື່ອງຫຍຸ້ງເຫຍີງບໍ່ວ່າຈະເປັນວຽກງານ,ການເງິນ ຫລື ອື່ນໆກໍຕາມບໍ່ຄວນມາສະແດງອາລົມທີ່ບໍ່ດີຕໍ່ໜ້າລູກໂດຍສະເພາະເດັກນ້ອຍແຕ່ເກີດໃໝ່ຈົນຮອດ 11 ເດືອນ ເພາະໄລຍະນີ້ມີຄວາມສໍາຄັນຕໍ່ການຮຽນຮູ້ຂອງເດັກນ້ອຍ.
5.ທ້ອນເງິນເພື່ອລູກແຕ່ຍັງນ້ອຍ:ຕົ້ນທຶນຂອງລູກບໍ່ເທົ່າທຽມກັນ ສະນັ້ນຕ້ອງທ້ອນໃຫ້ລູກແຕ່ຍັງນ້ອຍ ເພື່ອເປັນທຶນການສຶກສາໃຫ້ໄດ້ຮຽນດີໆກໍເທົ່າກັບວ່າຊ່ວຍລູກໃຫ້ປະສົບຜົນສໍາເລັດລະດັບໜຶ່ງແລ້ວ.
ເນື້ອໃນ: ຂປລ