
* ຜັກກະເດົາເປັນເປັນຜັກຊະ ນິດໜຶ່ງທີ່ມີລົດຊາດຂົມ ແຕ່ມີປະ ໂຫຍດຫລາຍຕໍ່ກັບຮ່າງກາຍຂອງ ຄົນເຮົາ ຊ່ວຍຕ້ານມະເຮັງ ແລະ ເບົາຫວານໄດ້ດີ ແລະ ມີປະໂຫຍດຫລາຍຢ່າງດັ່ງນີ້: ຊ່ວຍລ້າງສານພິດໃນເລືອດ: ໂດຍການເອົາຜັກກະ ເດົາມາຕົ້ມແລ້ວດື່ມນ້ຳ ເພື່ອລ້າງສານພິດໃນເລືອດ, ກະຕຸ້ນການເຮັດວຽກຂອງຕັບ, ກະຕຸ້ນພູມຄຸ້ມກັນຊ່ວຍຮັກສາລະດັບຂອງນໍ້າຕານໃນເລືອດ, ເຮັດໃຫ້ເລືອດໄຫລວຽນສະ ດວກ. ຊ່ວຍປິ່ນປົວພະຍາດທາງຜິວໜັງ: ໃນຜັກກະເດົາ ມີສັບພະຄຸນຕ້ານ ເຊື້ອພະຍາດຕ່າງໆ ແລະ ຕ້ານການ ອັກເສບ. ຊ່ວຍປິ່ນປົວໄຂ້ມາເລເລຍ: ໃນໃບກະເດົາ ແລະ ແກ່ນກະເດົາ ຊ່ວຍຂ້າເຊື້ອໄຂ້ມາເລເລຍຢ່າງມີປະສິດທິພາບ. ຊ່ວຍປິ່ນປົວພະຍາດຂໍ້ອັກເສບ: ກະເດົາຊ່ວຍຫລຸດຜ່ອນອາການປວດ, ບວມໃນຂໍ້. ຊ່ວຍ ຍ່ອຍອາຫານ: ໃບກະເດົາຊ່ວຍກະ ຕຸ້ນໃຫ້ຮ່າງກາຍຜະລິດນໍ້າບີ ເຮັດ ໃຫ້ກະເພາະຍ່ອຍອາຫານໄດ້ດີຂຶ້ນ. ຊ່ວຍປ້ອງກັນພະຍາດເບົາຫວານ: ໃນຜັກກະເດົາມີ ສານທີ່ຊ່ວຍປ້ອງກັນ ການຜະລິດອິນຊູລິນ ຫລາຍເກີນໄປ ເຊິ່ງເປັນສາເຫດຂອງພະຍາດເບົາຫວານ. ຊ່ວຍຕ້ານມະເຮັງ: ກະເດົາ ມີສານຊ່ວຍຟື້ນຟູຈຸລັງຕ່າງໆໃນຮ່າງກາຍ ໃຫ້ຢູ່ໃນສະພາບປົກ ກະຕິ ຈຶ່ງສາມາດຫລຸດຜ່ອນຄວາມສ່ຽງຂອງການເປັນມະເຮັງ.
ເນື້ອໃນ: ຂປລ