
ຂປລ.ຕາມຂ່າວຈາກ ຊີອາໄອ, ມາເລເຊຍ ສັງປິດໂຮງຮຽນ 13 ແຫ່ງຊົ່ວຄາວ ນັບແຕ່ ກາງເດືອນນີ້ ເປັນຕົ້ນໄປ ເນື່ອງຈາກ ປະຊາຊົນ ໃນເຂດ ປາເຊຍກູດັງ ລັດໂຈໂຮ ພາກໃຕ້ ຂອງປະເທດ ໄດ້ເຈັບປ່ວຍ 200 ກວ່າຄົນ ອາດເນື່ອງມາຈາ ສາເຫດມົນ ລະພິດ ໃນສິ່ງເສດເຫຼືອ ທາງເຄມີ. ຂະນະນີ້ ຄະນະ ກຳມການ ຄຸ້ມຄອງໄພພິບັດ ລັດໂຈໂຮ ພວມເອົາໃຈໃສ່ ຕິດຕາມກວດກາ ແລະແກ້ໄຂ ບັນຫາມົນ ລະພິດ ຢ່າງຮີບດ່ວນ. ດັ່ງກ່າວ ໄດ້ຮຽກຮ້ອງ ໃຫ້ປະຊາຊົນ ຫຼີກລ້ຽງເຂົ້າໄປໃນ ບໍລິເວນ ທີ່ມີຜົນກະທົບ, ຖ້າຮູ້ສຶກແສບຕາ, ເຈັບໜ້າເອິກ ຫຼື ຫາຍໃຈຍາກ ຮີບຟ້າວ ໄປຫາໝໍທັນທີ.
ເນື້ອໃນ: ຂປລ