

ຂປລ. ໃນວັນທີ 12 ກຸມພາ 2019 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດ ປີ 2019, ໂດຍການເປັນປະທານຂອງ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ຖວທ ນະຄອນຫລວງ ແລະ ບັນດາແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ, ເພື່ອສະຫລຸບຕີລາຄາຜົນສຳເລັດຂອງວຽກງານ ຖວທ ໃນໄລຍະ 1 ປີຜ່ານມາ ທີ່ລວມມີຈຸດດີທີ່ພົ້ນເດັ່ນ ແລະ ຈຸດອ່ອນຂໍ້ຄົງຄ້າງ ຂອງແຕ່ລະວຽກງານ, ສາຍເຫດທີ່ພາໃຫ້ມີຈຸດອ່ອນ ແລະ ວິທີການແກ້ໄຂ, ພ້ອມທັງກຳນົດທິດທາງແຜນການໃນຕໍ່ໜ້າຂອງ ປີ 2019. ພ້ອມນີ້, ຜູ້ແທນເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄຳຄິດເຫັນ ແລະ ປຶກສາຫາລືກັນໃນແຕ່ລະດ້ານ ເຊັ່ນ: ວຽກງານດ້ານຖະແຫລງຂ່າວ, ວັດທະນະທຳ, ທ່ອງທ່ຽວ ແລະ ວຽກງານເສນາທິການ.
ໃນໂອກາດດັ່ງກ່າວ, ທ່ານ ບໍ່ແສງຄຳ ວົງດາລາ ກ່າວວ່າ: ໃນປີນີ້ຂະແໜງ ຖວທ ໄດ້ສຳເລັດວຽກງານທີ່ສຳຄັນຂອງຂະແໜງການຈຳນວນໜຶ່ງ ເຊັ່ນ: ໄດ້ສຳເລັດການເປີດປີທ່ອງທ່ຽວລາວ-ຈີນ 2019 ຂຶ້ນຢ່າງເປັນທາງການ ຕາມການຕົກລົງເຫັນດີຂອງສອງລັດຖະບານ ລາວ-ຈີນ ທີ່ນະຄອນຫລວງວຽງຈັນຢ່າງສົມກຽດ ແລະ ຈົບງາມ ໃນວັນທີ 25 ມັງກອນ 2019 ຜ່ານມາ. ພ້ອມນີ້, ວຽກງານທົ່ວຂະແໜງການ ຖວທ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຂະບວນການຟົດຟື້ນດີສົມຄວນ, ເຊິ່ງຄະນະພັກ-ຄະນະນຳແຕ່ລະຂັ້ນ ນັບທັງສູນກາງ ແລະ ທ້ອງຖິ່ນ ໄດ້ມີຄວາມຮັບຜິດຊອບສູງ ປະກອບສ່ວນເຂົ້າໃນການຊີ້ນຳ-ນຳພາ ວຽກງານ ຖວທ ຢ່າງໃກ້ຊິດຕິດແທດຫລາຍຂຶ້ນ, ພະນັກງານ-ລັດຖະກອນ ທົ່ວຂະແໜງການ ຖວທ ມີຄວາມຫ້າວຫັນ ໃນການປະຕິບັດໜ້າທີ່ຂອງຕົນ ເຮັດໃຫ້ວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສືບຕໍ່ຂະຫຍາຍຕົວ ແລະ ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ ທາງດ້ານປະລິມານ ແລະ ຄຸນນະພາບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດເຮົາໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ.
ຂ່າວ: ສົມຫວັງ ພາບ: ເກດສະໜາ
ເນື້ອໃນ: ຂປລ