ຂປລ. ໃນວັນທີ 8 ກຸມພາ 2019, ຢູ່ສໍານັກງານ ວາລະສານໂຄສະນາຂອງຄະນະໂຄສະ ນາອົບຮົມສູນກາງພັກ (ໜອງບອນ), ທ່ານ ໄມອອນ ທໍາມະວົງ ຫົວໜ້າຄະນະອໍານວຍການໂຮງ ພິມແຫ່ງລັດ ໄດ້ນໍາເອົາຄອມພິວເຕີ ຕັ້ງໂຕະ ຈໍານວນ 1 ຊຸດ, ມູນຄ່າ 8 ລ້ານກວ່າກີບ, ມາມອບໃຫ້ຄະນະບັນນາທິການ ວາລະສານໂຄສະນາ, ໂດຍ ທ່ານ ໂພເມກ ວິໄລສັກ ຫົວໜ້າຄະນະບັນ ນາທິການວາລະສານດັ່ງກ່າວ ຕາງໜ້າ ພະນັກງານກ່າວຮັບ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ໄມອອນ ທໍາມະວົງ ກ່າວວ່າ: ຈຸດປະສົງການມອບຄອມພິວເຕີໃນຄັ້ງນີ້, ກໍເພື່ອເປັນ ການປະກອບສ່ວຍຊ່ວຍເຫລືອ ໃນການປະຕິບັດໜ້າທີ່ ວຽກງານວິຊາສະເພາະ ຂອງວາລະສານ ໃຫ້ມີຄວາມມີທັນສະໄໝ, ຄວາມສະດວກ, ວ່ອງໄວ ແລະ ທ່ວງທັນກັບສະພາບການຕົວຈິງ.
ໂອກາດນີ້, ທ່ານ ນາງ ສົມພອຍ ພົມມະຈັກ ຄະນະພັກ, ຫົວໜ້າຫ້ອງການຄະນະໂຄສະນາ ອົບຮົມສູນກາງພັກ ກໍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍມາຍັງທ່ານຜູ້ອໍານວຍການໂຮງພິມແຫ່ງລັດ ທີ່ໄດ້ປະກອບສ່ວນ ຊ່ວຍເຫລືອໃນຄັ້ງນີ້, ພ້ອມທັງອວຍພອນ ໃຫ້ໂຮງພິມດັ່ງກ່າວ ດຳເນີນທຸລະກິດປະສົບຜົນສຳເລັດ ແລະ ຫວັງຢ່າງຍິ່ງວ່າໂອກາດໜ້າ ຈະໄດ້ຮັບການຊ່ວຍເຫລືອຕື່ມອີກ.
ພາບ-ຂ່າວໂດຍ: ມີໄຊ ພູນວິໄຊ
ເນື້ອໃນ: ຂປລ