
ຂປລ.ຕາມຂ່າວ ຕ່າງປະເທດ,ເມື່ອບໍ່ດົນມານີ້, ທ່ານ ສະກ໋ອດ ມໍຣີສັນ, ນາຍົກລັດຖະມົນຕີ ອົດສະຕຣາລີ ປະກາດ ຈະໃຫ້ເງິນກູ້ຢືມ ແບບບໍ່ມີດອກເບ້ຍ ແລະ ເງິນກູ້ຢືມ ດອກເບ້ຍຕ່ຳ ລວມສູງສຸດ 3 ຕື້ໂດລາ ອົດສະຕຣາລີ ສຳລັບ ໂຄງການພັດທະນາ ລະບົບພື້ນຖານ ໂຄງລ່າງ ໃນພາກພື້ນ. ສຳລັບ ກອງທຶນ ພື້ນຖານໂຄງລ່າງ ມູນຄ່າ 2 ຕື້ໂດລາ ອົດສະຕຣາລີ ລົງທຶນໃນ ດ້ານໂທລະຄົມ ມະນາຄົມ, ພະລັງງານ, ຄົມມະນາຄົມ ແລະ ນ້ຳ. ນອກນີ້ ຍັງຈະຈັດສັນ ເງິນກູ້ 1 ຕື້ໂດລາ ອົດສະຕຣາລີ ໃຫ້ແກ່ ບໍລິສັດ ເອກະຊົນ ທີ່ບໍ່ສາມາດ ຫາເງິນກູ້ ຈາກສະຖາບັນ ການເງິນທົ່ວໄປ ໃນປາຊີຟິກ. ຂະນະດຽວກັນ ຈະຂະຫຍາຍບົດບາດ ທາງການທູດ ໃນພາກພື້ນນີ້ ດ້ວຍການສົ່ງ ເຈົ້າໜ້າທີ່ ໄປປະຈຳ ປະເທດ ປາລາອູ, ໝູ່ເກາະມາແຊລ, ໝູ່ເກາະຄຸກ ລວມທັງ ຂະຫຍາຍຄວາມສຳພັນ ທາງຄວາມໝັ້ນຄົງ ກັບປະເທດອື່ນໆ ຢ່າຮອບດ້ານ.