
ຂປລ. ໃນວັນທີ 12 ຕຸລາ 2018 ທີ່ນະຄອນຫລວງວຽງຈັນ, ໄດ້ເປີດກອງປະຊຸມ ລັດຖະມົນ ຕີ ກົດໝາຍອາຊຽນຂຶ້ນ ເພື່ອພິຈາລະນາ ແລະ ຄົ້ນຄວ້າຫົວຂໍ້ຕ່າງໆ ທີ່ໄດ້ຮັບຮອງ ຈາກກອງປະຊຸມ ເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 18 ຜ່ານມາ ເພື່ອແນ່ໃສ່ຊຸກຍູ້ສົ່ງເສີມ ການຮ່ວມມືກັນ ເພື່ອຕ້ານ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດ ໃນປະເທດອາຊຽນ, ການສົ່ງຜູ້ຮ້າຍຂ້າມແດນ, ການຮັກສາສັນຕິພາບ, ການແກ້ໄຂຂໍ້ຂັດແຍ້ງດ້ວຍສັນຕິວິທີ ແລະ ອື່ນໆ ເພື່ອສ້າງຄວາມເຂັ້ມແຂງ ໃນການເຄົາລົບ ແລະ ພັດທະນາການຄຸ້ມຄອງ ດ້ວຍກົດໝາຍ ຢ່າງເປັນຮູບປະທຳໃນຕໍ່ໜ້າ.
ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ມີຄວາມສຳຄັນຫລາຍ ເຊິ່ງໄດ້ພິຈາລະນາຮ່ວມກັນ ກ່ຽວກັບຂະແໜງກົດໝາຍ ເປັນຕົ້ນການສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດ ໃນພາກພື້ນ ແລະ ສາກົນ, ການຕ້ານການຄ້າມະນຸດ, ສິ່ງເສບຕິດ ແລະ ອື່ນໆ.
ທ່ານ ບຸນທອງ ຈິດມະນີ ກ່າວຕື່ມວ່າ: ຫົວຂໍ້ທີ່ນຳມາຄົ້ນຄວ້າ ແລະ ພິຈາລະນາໃນຄັ້ງນີ້, ໂດຍສະເພາະແມ່ນ ການຍົກລະດັບສົນທິສັນຍາພະຫຸພາຄີ ວ່າດ້ວຍການຊ່ວຍເຫລືອເຊິ່ງກັນ ແລະ ກັນ ທາງດ້ານກົດໝາຍໃນເລື່ອງອາຍາ ເປັນສົນທິສັນຍາອາຊຽນ; ການຮ່າງສົນທິສັນຍາຕົວແບບ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນຂອງອາຊຽນ; ການສ້າງຄວາມເຂັ້ມແຂງ ໃຫ້ແກ່ການ ຮ່ວມມື ທາງດ້ານກົດໝາຍແພ່ງ ແລະ ການຄ້າໃນບັນດາ ປະເທດສະມາຊິກອາຊຽນ; ການພັດທະນາການສ້າງຄວາມກົມກຽວ ແລະ ຄວາມເປັນເອກະພາບ ໃຫ້ແກ່ກົດໝາຍການຄ້າ ຂອງອາຊຽນ; ການໂອນຕົວນັກໂທດ; ການເປີດເສລີການບໍລິການ ທາງດ້ານກົດໝາຍ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຕາໜ່າງຂໍ້ມູນຂ່າວສານ ຂອງບັນດາປະເທດ ສະມາຊິກອາຊຽນ ແລະ ອອກຖະແຫລງການຮ່ວມ ລະຫວ່າງລັດຖະ ມົນຕີ ກົດໝາຍອາຊຽນ ຂອງແຕ່ລະປະເທດສະມາຊິກອາຊຽນ ພາຍຫລັງຮັບຮອງການແກ້ໄຂບັນຫາ ແລະ ຂໍ້ສະເໜີຕ່າງໆ.
ຂ່າວ-ພາບ: ມະນີທອນ
ເນື້ອໃນ: ຂປລ