

ຂປລ.ໃນວັນທີ 2 ສິງຫາ 2018 ນີ້ ທີ່ສູນວັດທະນະທຳຈີນ ປະຈຳ ສປປ ລາວ ໄດ້ຈັດງານປາຖະກາຖາ ການຝັງເຂັມແບບຈີນຂຶ້ນ ເຊິ່ງຮັບກຽດບັນຍາຍໂດຍ ທ່ານ ຈີ້ ຈື ຢົງ ໝໍຜູ້ຊ່ຽວຊານຝັງເຂັມ ແລະ ນວດສາດ ຮອງສາດສະດາຈານ ຄະນະຝັງເຂັມ ແລະ ນວດ ຈາກມະຫາວິທະຍາໄລແພດ ການຢາຈີນຊຽງໄຮ້ ສປ ຈີນ ໄດ້ມາໃຫ້ຄວາມຮູ້ກ່ຽວກັບການຝັງເຂັມ ແລະ ການນວດ ແບບແພດແຜນຈີນ, ທັງຖ່າຍທອດດ້ານການດູແລສຸຂະພາບ. ເຂົ້າຮ່ວມງານຄັ້ງນີ້ ມີ ທ່ານ ມໍ້ ສຽວຫລິງ ຕາງໜ້າສະຖານທູດຈີນ ປະ ຈຳ ສປປ ລາວ ແລະ ຕົວແທນຈາກພາກ ສ່ວນກ່ຽວຂ້ອງ ຕ່າງເຂົ້າຮ່ວມ 90 ກວ່າຄົນ.
ທ່ານ ຈີ້ ຈື ຢົງ ຍັງບັນຍາຍລົງເລິກ ການສອນການຝັງເຂັມ, ພະຍາດທີ່ເໝະສົມ ກັບການຝັງເຂັມ, ທັງແນະນຳການປັກເຂັມ, ການທົດລອງຝັງເຂັມ ແລະ ການຮົມຄວາມຮ້ອນ ໃນການປັກເຂັມຕ່າງໆ. ພ້ອມນັ້ນ ບັນຍາຍປະກອບຮູບພາບ ເພື່ອອະທິບາຍພື້ນຖານໃນການປັກເຂັມ, ການຮົມຄວາມຮ້ອນໃນຈຸດຕ່າງໆ, ຝັງເຂັມສ້າງຄວາມມຶນຊາ, ການຄອບແກ້ວຮ້ອນ ພ້ອມທັງຕອບບັນຫາສົນໃຈ ຂອງຜູ້ເຂົ້າຮ່ວມເພື່ອໃຫ້ໄດ້ສຳຜັດ ກັບການຝັງເຂັມຂອງແພດແຜນຈີນຢ່າງໃກ້ຊິດ. ການຝັງເຂັມແບບແພດແຜນຈີນບູຮານ ມີອົງປະກອບຫລັກທີ່ສຳຄັນສອງຢ່າງຄື: ເຂັມ ແລະ ການຮົມຈຸດ, ສິ່ງສຳຄັນແມ່ນໃຊ້ເຂັມກະຕຸ້ນ, ຮົມຄວາມຮ້ອນໃສ່ຈຸດຕ່າງໆ ການຄອບແກ້ວຮ້ອນ ແລະ ອື່ນໆ ເຊິ່ງເປັນວິທະຍາສາດໜຶ່ງ ໃນການແກ້ໄຂ ແລະ ປິ່ນປົວພະຍາດ.
ການຝັງເຂັມແບບແພດແຜນຈີນ ມີປະຫວັດຍາວນານຫລາຍພັນປີ ແມ່ນໝຶ່ງໃນຊັບສົມບັດແຫ່ງ ສະຕິປັນຍາທີ່ບັນພະບູລຸດຈີນ ໄດ້ສືບທອດໄວ້ໃຫ້ມວນມະນຸດ, ຕັ້ງແຕ່ສັດຕາວັດທີ 6 ການຝັງເຂັມແບບແພດແຜນຈີນ ໄດ້ເຜີຍແຜ່ເຂົ້າປະເທດຍີ່ປຸ່ນ, ເກົາຫລີ ແລະ ອື່ນໆ. ໃນປີ 2010 ການຝັງເຂັມແບບແພດແຜນຈີນ ໄດ້ຖຶກຮອງຮັບເປັນ ມໍລະດົກວັດທະນະທຳ-ນາມມະທຳຂອງໂລກ ໂດຍອົງການອຸຍເນັສໂກ, ມາຮອດປັດຈຸບັນ ນັບມື້ມີຫລາຍໆ ປະເທດຍອມຮັບການຝັງເຂັມ ພ້ອມທັງກາຍເປັນສ່ວນໜຶ່ງ ຂອງການຮັກສາສຸຂະພາບ ແລະ ການປິ່ນປົວ ທີ່ໄດ້ຮັບການຕອບຮັບທີ່ດີຈາກມະຫາຊົນ ໃນບັນດາປະເທດຕ່າງໆ.
ນີ້ແມ່ນຄັ້ງທຳອິດທີ່ສູນວັດທະນະທຳຈີນ ປະຈຳ ສປປ ລາວ ໄດ້ຮ່ວມມືກັບ ບໍລິສັດ ດາວທຽມ ລາວອາຊີ-ປາຊີພິກ ລາວອາຊຽນເຕັກໂນໂລຊີ ໄດ້ມາຖ່າຍທອດສົດງານກິດຈະກຳຜ່ານ ອິນເຕີເນັດ ເຊິ່ງເປັນຄັ້ງທຳອິດທີ່ສູນເຮົາ ເຜີຍແຜ່ກິດຈະກຳທາງອອນລາຍ.
ຂ່າວ-ພາບ:ວຽງພອນ
ເນື້ອໃນ: ຂປລ