ຂປລ. ວັນທີ 8 ມິຖຸນາ 2018 ຜ່ານມາ, ແຂວງບໍລິຄຳໄຊ ໄດ້ຈັດພິທີຖະແຫລງຂ່າວ ກ່ຽວກັບ ການກະກຽມສະເຫລີມສະຫລອງ ວັນໂອແລມປີກສາກົນ ຄົບຮອບ 124 ປີ ໂດຍມີທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄຳໄຊ, ມີບັນດາຄະນະຮັບຜິດຊອບຈາກກະຊວງສຶກສາທິການ ແລະ ກີລາ, ຫົວໜ້າ, ຮອງຫົວໜ້າພະແນກການ ພ້ອມດ້ວຍພະນັກ ງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພື່ອເປັນການກະກຽມຄວາມພ້ອມ ໃຫ້ແກ່ການສະເຫລີມສະຫລອງ ວັນໂອແລມປີກສາ ນ ຄົບຮອບ 124 ປີ ທີ່ຈະຂຶ້ນຢູ່ແຂວງບໍລິຄຳໄຊ ໃນມໍ່ໆນີ້ ພາກສ່ວນກ່ຽວຂ້ອງ ຈິ່ງໄດ້ຕົກລົງ ແຕ່ງຕັ້ງຄະນະກະກຽມ, ຄະນະຮັບຜິດຊອບ ແລະ ວິຊາການຂັ້ນສູນກາງລົງມາເຮັດວຽກຊ່ວຍແຂວງ ຕາມໜ້າວຽກຕົວຈິງ, ງົບປະມານຮັບໃຊ້, ອຸປະກອນຮັບໃຊ້ໃນພິທີການຕ່າງໆຮ່ວມກັບແຂວງ, ຜະລິດຫລຽນທີ່ລະນຶກ ແລະ ຂອງຂວັນລາງວັນ, ສົມທົບກັ ບແຂວງສຳຫລວດສະຖານທີ່ ແລະ ຄວາມພ້ອມ ເພື່ອເປັນເອກະພາບຮ່ວມກັບແຂວງ, ເຊີນຊວນພາກສ່ວນສູນກາງ ແລະ ແຂວງຕ່າງໆເຂົ້າຮ່ວມ, ແຈ້ງການປຸກລະ ດົມມວນຊົນທາງພາກລັດ ແລະ ເອກະຊົນ, ຕະຫລອດຮອດປະ ຊາຊົນລາວບັນດາເຜົ່າ ເຂົ້າຮ່ວມ ໃຫ້ໄດ້ 1.000 ກ່ວາຄົນ.
ສຳລັບ ສະຖານທີ່ເປີດງານ ໄດ້ກຳນົດເອົາສະໜາມກິລາດອກປີກໄກ່ ແລະ ເດີ່່ນກິລາເປຕັງໃນຮົ່ມ ຂອງແຂວງບໍລິຄຳໄຊ ໃນນັ້ນໃຫ້ມີການອະນາໄມ, ປະດັບປະດາ, ກຳນົດສະຖານທີ່ເຕັ້ນອອກກຳລັງກາຍ ລໍຖ້າພິທີເປີດ ແລະ ຖືເອົາສະຖານທີ່ດັ່ງກ່າວ ເປັນຈຸດປ່ອຍຍ່າງອອກກຳລັງກາຍ ຂອງການນຳ-ອາວຸໂສ. ສຳລັບ ກິດຈະກຳ ທີ່ຈະແຂ່ງຂັນ ມີກິລາດຶງເຊືອກ ຈາກພາກສ່ວນຕ່າງໆ, ຍ່າງມາລະທອນ ຂອງການນຳອາວຸໂສ ຊາຍ-ຍິງ ໄລຍະທາງ 2 ກິໂລແມັດ, ກິລາແລ່ນປະເພດທົ່ວໄປ ຊາຍ-ຍິງ ໄລຍະທາງ 4 ກິໂລແມັດ ພ້ອມທັງມີການມອບຫລຽນລາງວັນ ໃຫ້ແກ່ຜູ້ຊະນະ ແລະ ອື່ນໆ.
ເນື້ອໃນ: ຂປລ