ຂປລ.ເມື່ຶອບໍ່ດົນມານີ້, ຢູ່ເວທີສົນທະນາ ການຮ່ວມມື ລາວ-ຈີນ “ພາຍໃຕ້ ໜຶ່ງແລວ ໜຶ່ງເສັ້ນ ທາງ” ທ່ານ ຢູ ຊຽງຢົງ Yu Xiangrong ຮອງ ຜູ້ອຳນວຍການໃຫຍ່ ບໍລິສັດ ຊີໂນ ຮາຍໂດຣ ຣີສຊິສ ຈຳກັດ ທີ່ຂຶ້ນກັບ ກຸ່ມບໍລິສັດ China Power ໄດ້ ໃຫ້ສຳພາດ ຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໂດຍຊີ້ ໃຫ້ເຫັນວ່າ: ສປປ ລາວ ມີທ່າແຮງບົມຊ້ອນ ທີ່ດຶງດູດໃຫ້ບໍລິສັດ ຕົນ ກໍຄື ຫລາຍບໍລິສັດ ຈາກ ສປ ຈີນ ເຂົ້າມາລົງທຶນ ດ້ານພະລັງງານໄຟຟ້າຢູ່ລາວ ຢ່າງຫລວງຫລາຍ.
ທ່ານ ຢູ ຊຽງຢົງ ໃຫ້ຮູ້ວ່າ: ທ່າແຮງບົມຊ້ອນ ທີ່ເຮັດໃຫ້ບໍລິສັດ ສົນໃຈ ເຂົ້າມາລົງທຶນໃນ ສ ປປ ລາວ ແມ່ນ ມີສອງປະເດັນຄື: ສອງປະເທດ ລະຫວ່າງ ຈີນ-ລາວ ເປັນປະເທດ ບ້ານໃກ້ ເຮືອນຄຽງ ມີສາຍພົວພັນ ມິດຕະພາບອັນດີງາມ ທີ່ເປັນ ມູນເຊື້ອຍາວນານ ໂດຍສະເພາະ ແມ່ນ ໃນຕົ້ນ ເດືອນ ພະຈິກ 2017 ປີທີ່ຜ່ານມາ ທ່ານ ສີຈິນ ຜິງ ເລຂາທິການໃຫຍ່ ປະທານປະເທດຈີນ ໄດ້ມາ ຢ້ຽມຢາມ ລາວ ຢ່າງເປັນທາງການ ເຊິ່ງເປັນການຊຸກຍູ້ ການພົວພັນ ຮ່ວມມື ດ້ານຍຸດທະສາດ ລະຫ່ວາງ ລາວ-ຈີນ. ນອກນັ້ນ, ປະຊາຊົນລາວ ທີ່ຢູ່ໃນທຸກຂົງເຂດພື້ນທີ່ ກໍອຳນວຍຄວາມ ສະດວກ ແກ່ໂຄງການ ສປ ຈີນ ທີ່ມາ ລົງທຶນໃນ ສປປ ລາວ ມັນສະແດງອອກ ຢູ່ບ່ອນວ່າ ນັບແຕ່ທາງບໍລິສັດ ໄດ້ເລີ່ມຕົ້ນ ລົງມືກໍ່ສ້າງ ເຂື່ອນໄຟຟ້ານ້ຳງື່ມ 5 ທາງປະຊາຊົນ ໃນເຂດນັ້ນ ແລະ ບັນດາອຳນາດການ ປົກຄອງ ທ້ອງຖິ່ນ ລວມທັງ ລັດຖະບານ ສປປ ລາວ ກໍ່ໃຫ້ການ ສະໜັບສະໜູນຊຸກຍູ້ຢ່າງເຕັມທີ່ ແກ່ໂຄງການ ຂອງຈີນ.
ສຳລັບ ປະເດັນທີສອງຄື, ລັດຖະບານ ສປປ ລາວ ໄດ້ຕັ້ງແຜນຍຸດທະສາດ ໃນການສ້າງໃຫ້ ສປປ ລາວ ເປັນໝໍ້ໄຟ ຂອງອາຊຽນ ເຊິ່ງ ມັນເປັນໂອກາດ ແລະ ທ່າແຮງ ທີ່ດີໃຫ້ແກ່ໂຄງການ ສປ ຈີນ ທີ່ຈະເຂົ້າມາລົງທຶນ ກ່ຽວກັບພະລັງງານໄຟຟ້າ, ເນື່ອງຈາກວ່າ ແຜນຍຸດທະສາດ ຂອງ ສປປ ລາວ ກັບແຜນພັດທະນາ ວິສາຫະກິດ ສປ ຈີນ ແມ່ນ ມີຄວາມສອດຄ່ອງກັນ ກັບບັນດາວິສາຫະກິດ ຈີນທີ່ດຳ ເນີນທຸລະກິດ ພະລັງງານໄຟຟ້າ ຢາກເຂົ້າມາລົງທຶນຢູ່ ສປປ ລາວ ເພື່ອຊຸກຍູ້ການພັດທະນາເສດ ຖະກິດ-ສັງຄົມ ປະກອບສ່ວນ ເຂົ້າໃນການພັດທະນາຊີວິດການ ເປັນຢູ່ຂອງປະຊາຊົນເພື່ອ ໃຫ້ຫລຸດພົ້ນອອກຈາກ ຄວາມທຸກຍາກອີກດ້ວຍ.
ທ່ານ ຢູ ຊຽງຢົງ ໃຫ້ຮູ້ຕື່ມອີກວ່າ: ທາງບໍລິສັດ ຊີໂນຮາຍໂດຣ ໄດ້ລົງທຶນ ໃສ່ຂະແໜງການພະລັງງານໄຟຟ້າ ໃນ ສປປ ລາວ ນັບແຕ່ປີ 2018 ເປັນຕົ້ນມາ ໄດ້ມີການກໍ່ສ້າງ ເຂື່ອນໄຟຟ້ານໍ້າງື່ມ 5 ເຊິ່ງສຳເລັດ ໃນປີ 2012 ພ້ອມດຳເນີນການ ຜະລິດໄຟຟ້າທີ່ມີຄຸນນະພາບ ສະໜອງໃຫ້ແກ່ປະຊາຊົນ ເຂດນັ້ນໄດ້ເປັນຢ່າງດີ. ຈາກນັ້ນ, ທາງບໍລິສັດ ກໍໄດ້ສືບຕໍ່ລົງທຶນໃສ່ການ ສ້າງເຂື່ອນໄຟຟ້ານ້ຳອູ ໄລຍະທີ 1 ແມ່ນ ເລີ່ມແຕ່ທ້າຍປີ 2012 ແລະ ເຂື່ອນໄຟຟ້ານ້ຳອູ 2, 5, 6 ໄປພ້ອມໆ ກັນ ໂດຍໃຊ້ໄລຍະເວລາ ໃນການສ້າງແມ່ນ 3 ປີີກ່ວາ ກໍສຳເລັດ, ມີກຳລັງແຮງຕິດຕັ້ງ 540 ເມັກກາວັດ ແລະ ຖືກນຳໃຊ້ ຢ່າງເປັນທາງການ. ຫລັງຈາກນັ້ນ, ໃນເດືອນ ເມສາ 2016 ເຊິ່ງເປັນໄລຍະທີສອງ ກໍໄດ້ເລີ່ມການກໍ່ສ້າງ ເຂື່ອນໄຟຟ້າ ນ້ຳອູ 1, 3, 4, 7 ຈົນເຖິງປັດຈຸບັນ ເຊິ່ງຈະໃຊ້ເວລາ ໃນການກໍ່ສ້າງ 21 ເດືອນ, ໃນຂະນະນີ້ ທັງ 4 ເຂື່ອນແມ່ນ ສຳເລັດການສ້າງກັງຫັນນ້ຳ ແລະ ຄາດວ່າ ຈະໃຫ້ສຳເລັດທັນເວລາ ຕາມທີ່ສັນຍາກຳນົດໄວ້ ໃນທ້າຍປີ 2019 ແລະ ອາດຈະເປີດນຳໃຊ້ ຢ່າງເປັນທາງການ ໃນປີ 2020 ເຊິ່ງຈະສາມາດນຳໃຊ້ ຜະລິດພະລັງງານໄຟຟ້າໄດ້ເຖິງ 2 ຕື້ກິໂລວັດໂມງ/ປີ.
ຂ່າວ: ພູທອງ ສີວົງສາ
ເນື້ອໃນ: ຂປລ