----------------
ເພີ່ມທະວີມະຫາສາມັກຄີທ່ົວປວງຊົນລາວທັງຊາດ
* ພັກເຮົາໄດ້ກໍານົດເອົາໄວ້ວ່າ ການເພີ່ມທະວີຄວາມສາມັກຄີ ທົ່ວປວງຊົນລາວທັງຊາດ ເປັນໜ້າທີ່ຍຸດທະສາດ ຍາວນານຂອງພັກເຮົາ ເຊິ່ງໃນໄລຍະຜ່ານມາ, ກໍ່ຄືປັດຈຸບັນ ແລະ ອະນາຄົດ, ຄວາມສາມັກຄີທົ່ວ ປວງຊົນໄດ້ເປັນ, ພວມເປັນ ແລະ ຈະເປັນກໍາລັງແຮງສັງລວມ ແລະ ເປັນປັດ ໄຈຕັດສິນການຄົງຕົວ ແລະ ຂະຫຍາຍຕົວ ຂອງຊາດລາວເຮົາ.
ເພື່ອໃຫ້ຄວາມສາມັກຄີທົ່ວປວງ ຊົນພາຍໃນຊາດ ມີຄວາມເປັນປຶກ ແຜ່ນແໜ້ນໜານັ້ນ, ພວກເຮົາຕ້ອງ ເອົາໃຈໃສ່ບາງບັນຫາຄື:
ເພີ່ມທະວີພັນທະພາບ ກໍາມະກອນຊາວນາ. ຊາວກະສິກອນ, ນັກຮຽນຮູ້ປັນຍາຊົນ ປະຕິວັດໃຫ້ມີຄວາມແໜ້ນແກ່ນ; ຕັ້ງໜ້າປະຕິບັດສິດສະເໝີພາບ ແລະ ເສີມສ້າງຄວາມປອງດອງ ລະຫວ່າງເຜົ່າ ແລະ ຊັ້ນຄົນຕ່າງໆ, ກໍາຈັດແກ້ໄຂທຸກປະກົດການ ແລະ ການກະທໍາທີ່ ຈະກໍ່ໃຫ້ເກີດຄວາມ ຂັດແຍ້ງ, ຄວາມອາຄາດບາດໝາງ ກັນລະຫວ່າງເຜົ່າ ຫລື ລະຫວ່າງຊັ້ນຄົນ ຕ່າງໆ; ເພີ່ມທະວີການສຶກສາອົບຮົມ ທົ່ວປວງຊົນໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ ມູນເຊື້ອແຫ່ງຄວາມ ສາມັກຄີຮັກແພງ, ເອື້ອເຟື້ອເພື່ອແຜ່ ຊ່ວຍເຫລືອກັນ, ຢູ່ຮ່ວມກັນດ້ວຍຄວາມປອງ ແລະ ພ້ອມພຽງກັນ ສ້າງສາພັດທະນາບ້ານຊ່ອງ ແລະ ປະເທດຊາດ; ເພີ່ມທະວີສະຕິລະວັງຕົວ ຕໍ່ການເຄື່ອນໄຫວ ຂອງອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີທີ່ຫວັງ ມ້າງເພທໍາລາຍຄວາມສາມັກ ຄີລະຫວ່າງເຜົ່າ ແລະ ຊັ້ນຄົນຕ່າງໆ; ສະກັດກັ້ນກົນ ອຸບາຍສວຍໃຊ້ບັນດາເຜົ່າ ແລະ ສາສະໜາເພື່ອແບ່ງແຍກ ຄວາມ ສາມັກຄີ, ກໍ່ຄວາມຫຍຸ້ງຍາກໃນສັງຄົມ; ຕັ້ງໜ້າເອົາໃຈໃສ່ການ ປູກຈິດສໍານຶກກ່ຽວກັບ ຄວາມສາມັກຄີປອງດອງ ລະຫວ່າງເຜົ່າໃຫ້ຄົນຮຸ້ນສືບທອດ; ສ້າງໂອກາດ ແລະ ເງື່ອນໄຂໃຫ້ລູກຫລານ ຂອງຊົນເຜົ່າຕ່າງໆ ໄດ້ຮັບການສຶກສາ ແລະ ມີວິຊາສະເພາະ; ສືບຕໍ່ປະຕິບັດ ນະໂຍບາຍຊຸກຍູ້ສົ່ງເສີມ ພະ ນັກງານຊົນເຜົ່າ; ສືບຕໍ່ປະຕິບັດ ນະໂຍບາຍສົ່ງເສີມເພດຍິງ, ຄວາມສະເໝີພາບລະ ຫວ່າງຍິງ-ຊາຍ; ເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນບັນດາເຜົ່າ, ຍົກສູງຄວາມຕື່ນຕົວການເມືອງ ໄປຄຽງຄູ່ກັບການປັບປຸງ ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ດີ ຂຶ້ນ; ສືບຕໍ່ປະຕິບັດ ນະໂຍບາຍອັນສະເໝີຕົ້ນ ສະເໝີປາຍຕໍ່ພີ່ນ້ອງ ເຊື້ອຊາດລາວຢູ່ຕ່າງ ປະເທດທີ່ມີຈິດໃຈ ຮັກເຊື້ອແພງຊາດ ໃຫ້ເຂົາເຈົ້າມີເງື່ອນໄຂ ປະກອບສ່ວນທາງດ້ານສະຕິປັນຍາ, ຄວາມຮູ້ຄວາມສາມາດ ແລະ ທຶນຮອນເຂົ້າໃນການ ສ້າງສາພັດທະນາປະເທດຊາດ ສູ່ຄວາມວັດທະນະ ຖາວອນ.
ການປະຕິບັດແນວທາງຂອງ ພັກໃນການເພີ່ມທະວີມະຫາສາມັກຄີ ທົ່ວປວງຊົນທັງຊາດຕະຫລອດ ໄລຍະຜ່ານມາໄດ້ມີໝາກຜົນສໍາຄັນ, ອົງການແນວລາວສ້າງຊາດ ແຕ່ລະຂັ້ນໄດ້ມີຄວາມພະຍາຍາມ ຈັດຕັ້ງປະຕິບັດວຽກງານ ແນວໂຮມຂອງພັກ ໃນໄລຍະໃໝ່ຢ່າງເປັນເຈົ້າການ, ປະກອບສ່ວນ ສໍາຄັນໃນການ ເຕົ້າໂຮມຄວາມສາມັກຄີ, ເປັນໃຈກາງເຕົ້າໂຮມ ຄໍາຄິດຄໍາເຫັນຂອງສັງຄົມ ທີ່ມີຕໍ່ແນວທາງນະໂຍບາຍ, ກໍ່ຄືວຽກງານຕ່າງໆຂອງ ພັກ-ລັດ. ພ້ອມກັນນັ້ນ ກໍ່ໄດ້ເປັນເຈົ້າການປຸກ ລະດົມບັນດາຊັ້ນຄົນໃນສັງຄົມ ລວມທັງພີ່ນ້ອງເຊື້ອຊາດລາວຢູ່ ຕ່າງປະເທດເຂົ້າຮ່ວມ ຈັດຕັ້ງປະຕິບັດ ແນວທາງນະໂຍບາຍ ຂອງພັກ ແລະ ລັດ, ປະກອບສ່ວນສະຕິປັນຍາ ແລະ ທຶນຮອນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຢ່າງເປັນຂະບວນການກວ້າງຂວາງ, ເຮັດໃຫ້ຄວາມສາມັກຄີ ປອງດອງພາຍໃນຊາດລາວ ເຮົາມີຄວາມເປັນປຶກແຜ່ນ, ໝັ້ນໜຽວ ເປັນໜຶ່ງດຽວໃນ ວົງຄະນາຍາດ ແຫ່ງຊາດລາວ.
ປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນ
* ນອນຢູ່ໃນທິດຈຸດສຸມການພັດ ທະນາຂົງເຂດວັດທະນະທຳ-ສັງ ຄົມ, ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ເວົ້າແຈ້ງພັກເຮົາສືບຕໍ່ ຍຶດໝັ້ນການປະຕິບັດ ນະໂຍບາຍ ສາທາລະນະສຸກທົ່ວປວງຊົນ ຕາມທິດຖືເອົາການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ ເປັນຕົ້ນຕໍ.
ພ້ອມດຽວກັນນັ້ນ ກໍ່ຖືເອົາການປິ່ນປົວ ແລະ ສະໜອງການບໍລິການ ສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທຳ ແລະ ສະເໝີພາບເປັນສຳຄັນ. ປະຕິຮູບສາທາລະນະສຸກ ຢ່າງຮອບດ້ານ, ສ້າງລະບົບບໍລິການ ສຸຂະພາບທີ່ດີ ທີ່ຖືເອົາຄົນເປັນໃຈກາງ ໂດຍໃຫ້ບໍລິການ ທີ່ມີຄຸນນະພາບ, ມີຈັນຍາທຳ, ເອົາໃຈໃສ່ດູແລ ນັບທັງຮ່າງກາຍ, ຈິດໃຈ ແລະ ສິ່ງແວດລ້ອມ; ສ້າງລະບົບການປົກ ປ້ອງສັງຄົມດ້ານສຸຂະພາບ ທີ່ທົ່ວເຖິງເພື່ອເຮັດໃຫ້ ສັງຄົມເຂັ້ມແຂງ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ດ້ວຍຫລັກປະກັນສຸຂະພາບ ທົ່ວປວງຊົນທີ່ປົກປ້ອງ ທຸກຄົນທັງໃນດ້ານ ກັນພະຍາດ, ສົ່ງເສີມ ສຸຂະພາບ ທົ່ວປວງຊົນ, ເຮັດໃຫ້ປະຊາຊົນ ມີສຸຂະພາບດີ ນັບແຕ່ເດັກຢູ່ໃນທ້ອງຈົນ ເຖິງຜູ້ອາຍຸສູງ ໂດຍເນັ້ນໃສ່ການສ້າງ ຮາກຖານທີ່ເຂັ້ມແຂງ ຈາກແບບແຜນການດຳລົງຊີວິດ ທີ່ປາສະຈາກປັດໄຈສ່ຽງຕໍ່ສຸຂະພາບ ແລະ ສ້າງຈິດສຳນຶກເປັນເຈົ້າການ ໃນການຮັກສາສຸຂະພາບ ຂອງຕົນເອງ, ຂອງຄອບຄົວ ແລະ ຊຸມຊົນ.
ໃນຊຸມປີຜ່ານມາການ ປະຕິບັດນະໂຍບາຍ ສາທາລະນະສຸກ ກໍ່ມີໄດ້ມີຜົນສຳເລັດທີ່ສຳຄັນ ເປັນຕົ້ນແມ່ນໄດ້ປັບປຸງຍົກລະດັບ ບັນດໂຮງໝໍສູນກາງ ແລະ ໂຮງໝໍພາກ, ໄປຄຽງຄູ່ກັບການ ຂະຫຍາຍພື້ນ ຖານການບໍລິການ ແລະ ຕາໜ່າງ ສາທາລະນະສຸກ ອອກໄປເຂດຂົນນະບົດ, ເຂດຈຸດສຸມ ພັດທະນາຫ່າງ ໄກສອກຫລີກ, ຊຸກຍູ້ຢ່າງແຂງແຮງ ວຽກງານໂຄສະນາສຸຂະສຶກສາ ແລະ ການຮັກສາສຸຂະພາບຂອງແມ່ ແລະ ເດັກ ຕິດພັນກັບຂະບວນການ ສ້າງບ້ານແບບຢ່າງ ດ້ານສາທາລະນະສຸກ ແລະ ການກັນພະຍາດ; ຍ້ອນແນວນັ້ນ ຈຶ່ງສາມາດກັນ ແລະ ຄວບຄຸມພະຍາດ ຕິດຕໍ່ຮ້າຍແຮງ ໄດ້ຢ່າງທັນການ, ເຮັດໃຫ້ອັດຕາການ ເສຍຊີວິດຂອງແມ່ ແລະ ເດັກ ຫລຸດລົງ ແລະ ອາຍຸຍືນສະເລ່ຍ ຂອງປະຊາຊົນໄດ້ເພີ່ມຂຶ້ນ.