Lao News Agency
ພາສາລາວ
English
Français
ກ່ຽວກັບຂ່າວສານ
ປະຫວັດຄວາມເປັນມາ
ໂຄງຮ່າງການຈັດຕັ້ງ
ຂ່າວ
ການເມືອງ
ເສດຖະກິດ
ວັດທະນະທຳ-ສັງຄົມ
ສຶກສາ-ກິລາ
ສາທາລະນະສຸກ
ທ່ອງທ່ຽວ
ຂ່າວຕ່າງປະເທດ
ອາຊຽນ ASEAN
ປີສາມັກຄີມິດຕະພາບລາວ-ຫວຽດນາມ2022
ວາລະສານ-ຂ່າວພາບ
ບົດ-ສາລະຄະດີ
ຮູບພາບ
ວີດີໂອ
ໜັງສືພິມ
ຂ່າວລາຍວັນ
ຂ່າວຄືນຫລັງ
ນິຕິກຳຕ້ານການຟອກເງິນ
ດຳລັດເລກທີ350/ນຍ
ຂໍ້ຕົກລົງເລກທີ 02/ຄຕຟງ
ລັດຖະດຳລັດເລກທີ 012/ປປທ
ຄຳສັ່ງເລກທີ 01/ຄຕຟງ
ດຳລັດເລກທີ 127/ລບ
ຄຳແນະນຳເລກທີ 08/ຄຕຟງ
ຄຳແນະນຳເລກທີ 06/ຄຕຟງ
ເຊື່ອມຕໍ່ເວບໄຊອ່ືນ
ຕິດຕໍ່ພວກເຮົາ
ລະບົບການເມືອງ
ໂຄງປະກອບລະບົບການເມືອງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລວມມີພັກປະຊາຊົນ ປະຕິວັດລາວ, ລັດ ສປປ ລາວ ແລະ ບັນດາອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍບັນດາກົນໄກ ແລະ ລະບອບລະບຽບ ໄປຄຽງຄູ່ກັນ. ພັກປະຊາຊົນປະຕິວັດລາວ ສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ຊຶ່ງເປັນພັກທີ່ໄດ້ນຳພາປະຊາຊົນບັນດາເຜົ່າ ຕ້ານຈັກກະພັດ ຜູ້ຮຸກຮານ ແລະ ໄດ້ຮັບໄຊຊະນະ ໃນວັນທີ 2 ທັນວາ 1975 ແລະ ສືບຕໍ່ພາລະກຳປະຫວັດສາດ ປົກປັກຮັກສາ-ສ້າງສາປະເທດຊາດ ແລະ ບູລະນະລະ ບອບ ປະຊາທິປະໄຕປະຊາຊົນກ້າວສູ່ສັງຄົມນິຍົມ ເທື່ອລະກ້າວແນ່ໃສ ບັນລຸອຸດົມການ " ປະຊາຊົນ ຮັ່ງມີຜາສຸກ ປະເທດຊາດມັ່ງຄັ່ງເຂັ້ມແຂງ ສັງຄົມສາມັກຄີ ປອງດອງ ປະຊາທິປະໄຕ ຍຸດຕິທໍາ ແລະ ສີວິໄລ ". ພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນກອງປະຊຸມໃຫຍ່ແລ້ວ 10 ຄັ້ງ, ແຕ່ລະຄັ້ງໄດ້ມີບົດລາຍງານ ການເມືອງ ວາງແຜນແນວທາງຍຸດທະສາດ ແຕ່ລະສະໄຫມ ແລະ ເລືອກ ຜູ້ນຳຍຸດທະສາດ ແຕ່ລະຄັ້ງ ແລະ ຮັບຮອງເອົາກົດລະບຽບຂອງພັກ. ປະທານ ໄກສອນ ພົມວິຫານ ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ແລະ ປະທານ ຄະນະບໍລິຫານ ງານສູນກາງພັກ ແຕ່ຄັ້ງທີ 1-5, ຈາກນັ້ນໄດ້ເລືອກຕັ້ງ ທ່ານ ຄຳໄຕ ສີພັນດອນ ເປັນປະທານພັກແຕ່ຄັ້ງທີ 6-7, ທ່ານ ຈູມມາລີ ໄຊຍະສອນ ເປັນເລຂາທິການໃຫ່ຍ ແຕ່ຄັ້ງທີ 8-9. ຈາກນັ້ນ ໃນວັນທີ 22 ມັງກອນ 2016,
ໄດ້ເລືອກຕັ້ງ
ທ່ານ ບຸນຍັງ ວໍລະຈິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ຄັ້ງທີ 10, ການຈັດຕັ້ງຂອງພັກມີ 4 ຂັ້ນຄື: ຂັ້ນສູນກາງ, ແຂວງ, ເມືອງ ແລະ ຮາກຖານ ເຊິ່ງເປັນແກນ ນຳໃຫ້ແກ່ ຂະບວນການການຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ແລະ ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປະຈຸບັນ.
ລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນລັດປະຊາທິປະໄຕ ປະຊາຊົນ. ອຳນາດທັງຫມົດເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງ ປະຊາຊົນບັນດາເຜົ່າ ຊຶ່ງປະກອບດ້ວຍບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນກຳມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນ ເປັນຫລັກແຫລ່ງ. ໂດຍມີປະທານປະເທດ ເປັນ ປະມຸກລັດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນຜູ້ຕາງຫນ້າໃຫ້ປະຊາຊົນລາວ ບັນດາເຜົ່າ ທັງຢູ່ພາຍໃນ ແລະ ຕໍ່ຕ່າງປະເທດ ຊຶ່ງແມ່ນສະພາແຫ່ງຊາດ ເປັນຜູ້ເລືອກຕັ້ງ ໂດຍໄດ້ຮັບຄະແນນສຽງຢ່າງຫນ້ອຍ 2/3 ຂອງຈຳນວນ ສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ. ປະທານປະເທດມີອາຍຸການ 5 ປີ. ປະຈຸບັນແມ່ນ ທ່ານ ຈູມມາລີ ໄຊຍະສອນ ເປັນປະທານ. ລັດປະຊາທິປະໄຕ ປະຊາຊົນ ປະກອບດ້ວຍ 3 ອຳນາດຄື: ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດ ຂອງປະຊາຊົນ ບັນດາເຜົ່າ, ເປັນອົງການອຳນາດແຫ່ງລັດ ແລະ ທັງເປັນອົງການນິຕິບັນຍັດທີ່ມີສິດຕົກລົງ ບັນຫາພື້ນຖານຂອງປະເທດຊາດ, ຕິດຕາມ ກວດກາ ການເຄື່ອນໄຫວ ຂອງອົງການບໍລິຫານ, ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ. ການກໍ່ສ້າງ ແລະ ປັບປຸງກົດຫມາຍມາ ຮອດປັດຈຸບັນມີທັງຫມົດ ກວ່າ 100 ສະບັບ. ສະພາແຫ່ງຊາດ ແຕ່ລະຊຸດ ມີອາຍຸການ 5 ປີ. ປັດຈຸບັນ ແມ່ນສະແຫ່ງຊາດຊຸດທີ VIII ໂດຍແມ່ນທ່ານ ນາງ ປານີ ຢາທໍ່ຕູ້ ເປັນປະທານສະພາແຫ່ງຊາດ. ລັດຖະບານແມ່ນອົງການບໍລິຫານແຫ່ງລັດ. ລັດຖະບານຄຸ້ມຄອງຢ່າງເປັນເອກະພາບ ການປະຕິບັດຫນ້າທີ່ ຂອງລັດໃນທຸກດ້ານ: ການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ການຕ່າງປະເທດ. ລັດຖະບານປະກອບດ້ວຍ ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຫົວຫນ້າອົງການທຽບເທົ່າ ກະຊວງ. ມີອາຍຸການເທົ່າກັບອາຍຸການ ຂອງສະພາແຫ່ງຊາດ. ປະຈຸບັນ ແມ່ນ ທ່ານ ທອງລຸນ ສີສຸລິດ ເປັນນາຍົກລັດຖະມົນຕີ ໂດຍໄດ້ຮັບການແຕ່ງຕັ້ງຈາກ ປະທານປະເທດ ພາຍຫລັງສະພາແຫ່ງຊາດ ຮັບຮອງເອົາແລ້ວ.
ພາສາລາວ
English
Français
ໜ້າທຳອິດ
ກ່ຽວກັບຂ່າວສານ
ປະຫວັດຄວາມເປັນມາ
ໂຄງຮ່າງການຈັດຕັ້ງ
ຂ່າວ
ການເມືອງ
ເສດຖະກິດ
ວັດທະນະທຳ-ສັງຄົມ
ສຶກສາ-ກິລາ
ສາທາລະນະສຸກ
ທ່ອງທ່ຽວ
ຂ່າວຕ່າງປະເທດ
ອາຊຽນ ASEAN
ປີສາມັກຄີມິດຕະພາບລາວ-ຫວຽດນາມ2022
ວາລະສານ-ຂ່າວພາບ
ບົດ-ສາລະຄະດີ
ຮູບພາບ
ວີດີໂອ
ໜັງສືພິມ
ຂ່າວລາຍວັນ
ຂ່າວຄືນຫລັງ
ນິຕິກຳຕ້ານການຟອກເງິນ
ດຳລັດເລກທີ350/ນຍ
ຂໍ້ຕົກລົງເລກທີ 02/ຄຕຟງ
ລັດຖະດຳລັດເລກທີ 012/ປປທ
ຄຳສັ່ງເລກທີ 01/ຄຕຟງ
ດຳລັດເລກທີ 127/ລບ
ຄຳແນະນຳເລກທີ 08/ຄຕຟງ
ຄຳແນະນຳເລກທີ 06/ຄຕຟງ
ເຊື່ອມຕໍ່ເວບໄຊອ່ືນ
ຕິດຕໍ່ພວກເຮົາ
Top