ຊີວະປະຫວັດຫຍໍ້ ຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ

ເກີດທີ່ບ້ານ: ສາມແຈ, ເມືອງ: ໜອງແຮດ, ແຂວງ: ຊຽງຂວາງ.

ຊົນເຜົ່າ: ມົ້ງ

ທີ່ຢູ່ປະຈຸບັນ, ບ້ານ: ໜອງບົວທອງເໜືອ, ເມືອງ: ສີໂຄດຕະບອງ

ນະຄອນຫລວງວຽງຈັນ.

ຊັ້ນຕຳແໜ່ງ ແລະ ໜ້າທີ່ຮັບຜິດຊອບ: ກຳມະການກົມການເມືອງສູນ

ກາງພັກ, ປະທານສະພາແຫ່ງຊາດ.

ລະດັບການສຶກສາສາມັນ: ຈົບມັດທະຍົມຕອນປາຍ, ລະດັບວິຊາສະເພາະ:

ປະລິນຍາຕີ ການທະນາຄານ (ການຄ້າຕ່າງປະເທດ).

ລະດັບທິດສະດີການເມືອງ: ຊັ້ນສູງ

ວັນ, ເດືອນ, ປີ ເຂົ້າລັດຖະກອນ: 19.5.1976

ວັນ, ເດືອນ, ປີ ເຂົ້າພັກສົມບູນ: 19.10.1979


ການເຄື່ອນໄຫວໂດຍຫຍໍ້ໃນແຕ່ລະໄລຍະ:

1959-1963 ຮຽນຈົບຊັ້ນປະຖົມ ຢູ່ ສສ ຫວຽດນາມ.

1964-1969 ຮຽນຈົບຊັ້ນມັດທະຍົມຢູ່ ສສ ຫວຽດນາມ.

1971-1975 ຮຽນຈົບວິຊາສະເພາະຢູ່ ສສ ຫວຽດນາມ.

1976-1977 ເປັນຮອງພະແນກງົບປະມານ, ຢູ່ທະນາຄານພິເສດ, ນະຄອນຫລວງວຽງຈັນ.

1977-1978 ເປັນຫົວໜ້າສູນເຝິກອົບຮົມວິຊາການທະນາຄານແຫ່ງລັດ.

1978-1979 ເປັນຮອງຫົວໜ້າກົມເງິນຕາ, ທະນາຄານ ແຫ່ງ ສປປ ລາວ.

1980-1982 ເປັນຫົວໜ້າກົມເງິນຕາ, ທະນາຄານ ແຫ່ງ ສປປ ລາວ.

1983-1986 ເປັນຫົວໜ້າກົມລົງທຶນກໍ່ສ້າງພື້ນຖານ, ທະນາຄານ ແຫ່ງ ສປປ ລາວ.

1987-1992 ເປັນກຳມະການສຳຮອງສູນກາງພັກ, ຮອງຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ.

1993-1997 ເປັນກຳມະການສູນກາງພັກ, ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ.

1997-2001 ເປັນກຳມະການສູນກາງພັກ, ສະມາຊິກສະພາແຫ່ງຊາດ ຊຸດທີ IV, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການບັນດາເຜົ່າ.

2002-2006 ເປັນກຳມະການສູນກາງພັກ, ສະມາຊິກສະພາແຫ່ງຊາດ ຊຸດທີ V, ຮອງປະທານສະພາແຫ່ງຊາດ, ຜູ້ປະຈຳການຄະນະປະຈຳສະພາແຫ່ງຊາດ.

2007-2010 ເປັນກຳມະການກົມການເມືອງສູນກາງພັກ, ສະມາຊິກ ສະພາແຫ່ງຊາດ ຊຸດທີ VI, ຮອງປະທານສະພາແຫ່ງຊາດ.

12/2010 ເຖິງປະຈຸບັນ ເປັນກຳມະການກົມການເມືອງສູນກາງພັກ, ສະມາຊິກສະພາແຫ່ງຊາດ ຊຸດທີ VII, ສະມາຊິກສະພາແຫ່ງຊາດ ຊຸດທີ VIII, ປະທານສະພາແຫ່ງຊາດ.



Top