Iv'okpq d]a f4t,q o8u rh v,7tot1h P,1k,dv'g]0kvk-Po F ອ່ານຕໍ່ໜ້າ 4່ າໍ່ ໜ້າ 8A '|h kza o0tspkp,t8y dv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d .sh dkpgxa o9y 'K okpq d]a f4t,q o8u oerk7totgfu omk'g0Q kIj ;,dv'xt-5 , l5 fpvfvk-Po 7A 'mu 48 c]t [a ofkdv'xt-5 ,l5 fpvfmu j dj P;0h v' 81 xu ;a ow--totlq '7k,xq dxh v' xy 85 r6 ,0v'ltstrk[3-;Pf c]t w--tot0v'mqj ;3]d8h ko]a fmy 2kf-y f ສະຫາຍ ນາງ ແອນນາ ເອສເທີ ວຽນຕ໌ ວາລເດສ okpq d]a f4t,q o8u -U oe;Pd'ko 0tc|'3pmkmy dko c]t 0q olqj ' F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ສອນໄຊ ສີພັນດອນ (ຊ້າຍ) F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ທອງສະຫວັນ ພົມວິຫານ ພ້ອມຄະນະ (ຊ້າຍ) ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົ ນີ ້າົ ງ່ ືອັ ນwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 08.05.2026 ປີທີ 25 ສະບັບທີ 6.431ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j leg]a f37'dko75 h ,7v'xj kw,h c[[r6 ,u ma f c]t lq j 'glu ,-u ;y fdkogxa o16 j 0v'xt-k-q o 16 j 3 c0;'rkdg|n v ]k;{vq flt8ik]u gru j ,mt;u dkoIj ;,,n fh ko;Pd'koln j ,;o-q o pq d]tfa [7;k,I6 h ;Pdd;fdk 8h kodkol= h ]kf[a 's];' c]t 7Q o7;h k7eIh v' 7eltg|u xt9exu 2026 ທ່ານ ສອນໄຊ ສີພັນດອນ gxu f0t[;odko d;flkory f 8q d7h k'.orn fza d c]t \kdw,h xk4tdt4k ;a olh k'8A ' ra ddv,,6 oy fd6 [k 7q [Iv[ 65 xu Iv']a f4t,q o8u dt-;'dko8j k'xtgmf g0Q kIj ;, dv'xt-5 ,g9Q k|h kmuj vk;5 3lvk-Po c]t dv'xt-5 ,dj P;0h v' F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ໃນຕອນບ່າຍວັນທີ 4 ພຶດ ສະພາ 2026 ທີ່ສໍານັກງານກອງ ເລຂາອາຊຽນ, ຈາກາຕາ ສ ອິນ ໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຢ້ຽມຢາມກອງເລຂາຊຽນຢ່າງ ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ)ທົ່ວປະເທດ ປີ 2025-2026 ແລະ ຜັນຂະຫຍາຍ ແຜນພັດທະນາຂະແໜງ ຍທຂ ໄລຍະ 5 ປີ (2026-2030) ໃນ ຕອນບ່າຍວັນທີ 6 ພິຶດສະພາ 2026 ທີ່ຫໍປະຊຸມແຫ່ງຊາດ, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ ໂອ້ລົມໃຫ້ທິດຊີ້ນຳ ຕໍ່ກອງປະຊຸມ ດັ່ງກ່າວ ໂດຍເນັ້ນໜັກໃຫ້ສືບຕໍ່ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ຂປລ. ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ (EDL-Gen) ຈັດຊຸດ ຝຶກອົບຮົມຍົກລະດັບຄວາມຮູ້ວຽກ ງານກວດກາພັກ-ກວດກາລັດ, ຕ້ານການສໍ້ລາດບັງຫລວງ ແລະ ຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ປະ ຈຳປີ 2026 ໃນວັນທີ 6-8 ພຶດສະ ພາ 2026 ໂດຍການເປັນປະທານ ຂອງ ທ່ານ ພຸດທະວັນ ນັນທະວົງ ຫົວໜ້າກົມກວດກາ, ກະຊວງ ອຸດ ສາຫະກຳ ແລະ ການຄ້າ ແລະ ທ່ານ ສຸກສະຫວາດ ໂສສຸພັນ ເລຂາ ຄະນະພັກຮາກຖານ ອໍານວຍການ ບໍລິສັດຜະລິດໄຟຟ້າລາວ ມະຫາ ຊົນ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນ ຂອງທ່ານ ເຟີດິນານ ມາຄອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດຟິລິບປິນ, ໃນຕອນເຊົ້າວັນທີ 7 ພຶດສະພາ 2026 ທ່ານ ສອນໄຊ ສີພັນດອນ, ຂປລ. ກອງປະຊຸມສະຫລຸບປິດ ໂຄງການຈັດຕັ້ງປະຕິບັດການຄຸ້ມ ຄອງປ່າໄມ້ແບບພູມີທັດ ແລະ ສົ່ງ ເສີມຊີວິດການເປັນຢູ່ຂອງປະຊາ ຊົນ (I-GFLL) ຢູ່ແຂວງຫົວພັນ, ແຂວງຫລວງພະບາງ ແລະ ແຂວງ ໄຊຍະບູລີ ຈັດຂຶ້ນ ໃນວັນທີ 7 ພຶດສະພາ 2026 ຢູ່ນະຄອນຫລວງ ວຽງຈັນ ໂດຍມີ ທ່ານ ກິແກ້ວ ສິງ ນາວົງ ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຮັນສ ອຸນຣິກ ຊຸດແບ໋ກ ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ຂປລ. ຄະນະໂຄສະນາອົບຮົມສູນ ກາງພັກ ແລະ ສະຖານທູດ ສ ກູບາ ປະຈຳລາວ ຮ່ວມກັບ ຄະນະພົວພັນ ຂປລ. ກົມປູກຝັງ, ກະຊວງກະ ສິກໍາ ແລະ ສິ່ງແວດລ້ອມ ຮ່ວມກັບ ພະແນກກະສິກໍາ ແລະ ສິ່ງແວດ ລ້ອມ ນະຄອນຫລວງວຽງຈັນ ເປີດ ຂະບວນການທົດສອບປະລິມານ ສານພິດຕົກຄ້າງຈາກຢາປາບສັດຕູ ຂປລ. ໃນວັນທີ 6 ພຶດສະພາ 2026 ນີ້, ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາຍົກລັດຖະມົນຕີ ໄດ້ນໍາພາຄະນະ ຜູ້ແທນ ສປປ ລາວ ເດີນທາງໄປ ສາທາລະນະລັດຟີລິບປິນ ເພື່ອ ເຂົ້າຮ່ວມກອງປະຊຸມສຸດຍອດອາ ຊຽນ ຄັ້ງທີ 48 ແລະ ບັນດາກອງ ປະຊຸມທີ່ກ່ຽວຂ້ອງ ພາຍໃຕ້ຄໍາ ຂວັນ: “ການນໍາທາງອະນາຄົດ ຂອງອາຊຽນຮ່ວມກັນ” ຊຶ່ງກອງ ປະຊຸມຈະດໍາເນີນໃນລະຫວ່າງ ວັນທີ 7-8 ພຶດສະພາ 2026. ເຂົ້າຮ່ວມພິທີສົ່ງທ່ານນາຍົກລັດ ຖະມົນຕີ ແລະ ຄະນະຜູ້ແທນ ສປປ ລາວ ທີ່ສະໜາມບິນສາກົນວັດໄຕ ໃນຄັ້ງນີ້ມີ ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ທ່ານ ນາງ ເອລິຊາເບັດ ທີ ເຕ ເສີມຂະຫຍາຍການນໍາພາ ດ້ວຍ ຄວາມເປັນແບບຢ່າງທີ່ດີ, ມີຄວາມ ຫ້າວຫັນ, ເຮັດແທ້ທໍາຈິງ, ຄວາມ ກະຕືລືລົ້ນຕໍ່ໜ້າທີ່ວຽກງານ; ພ້ອມ ກັນເສີມຂະຫຍາຍມູນເຊື້ອຄວາມ ສາມັກຄີ ແລະ ຄວາມຮັບຜິດຊອບ ໃຫ້ສູງກວ່າເກົ່າ; ສືບຕໍ່ຕັ້ງໜ້າສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນ ເອງ, ສາມາດເຊື່ອມໂຍງວຽກງານ ຕ່າງໆກັບພາກພື້ນ ແລະ ສາກົນ, ນໍາພາປະເທດຊາດ ຫລຸດພົ້ນອອກ ຈາກຄວາມດ້ອຍພັດທະນາຢ່າງ ໂລ່ງລ່ຽນ ແລະ ຍືນຍົງ ຕາມທິດຊີ້ ນໍາຂອງພັກ. ພ້ອມນີ້, ກໍຕ້ອງເປັນເຈົ້າການ ລົງເລິກນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມໃຫຍ່ ເປັນທາງການ ໂດຍໄດ້ຮັບການ ຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ ແຫ່ງສະຫະພັນ ເຢຍລະມັນ ປະຈຳ ລາວ, ມີປະທານຄະນະກຳມະການ ປົກຄອງແຂວງຫົວພັນ, ແຂວງໄຊ ຍະບູລີ, ບັນດາປະທານ-ຮອງປະ ທານປົກຄອງເມືອງ ທັງ 15 ເມືອງ ເປົ້າໝາຍຂອງໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ກິແກ້ວ ສິງນາວົງ ໃຫ້ ຮູ້ວ່າ: ໂຄງການຈັດຕັ້ງປະຕິບັດ ການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL) ຈັດຕັ້ງປະຕິບັດຢູ່ 3 ນາງ ເມແກັນ ຈອນສ (Megan Jones) ເອກອັກຄະລັດຖະທູດອົດ ສະຕຣາລີ ປະຈຳລາວ ພ້ອມດ້ວຍ ຕ່າງປະເທດສູນກາງພັກ, ຫ້ອງວ່າ ການສູນກາງພັກ ໄດ້ຈັດພິທີປາຖະ ກະຖາວັນສ້າງຕັ້ງພັກກອມມູນິດ ກູບາ ຄົບຮອບ 65 ປີ ໃນວັນທີ 7 ພຶດສະພາ 2026 ໂດຍມີ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະ ການກົມການເມືອງສູນກາງພັກ, ຜູ້ ປະຈໍາການຄະນະເລຂາທິການສູນ ກາງພັກ, ສະຫາຍ ຄຳພັນ ເຜີຍຍະ ວົງ ກໍາມະການກົມການເມືອງສູນ ກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ສະຫາຍ ນາງ ແອນນາ ເອສເທີ ວຽນຕ໌ ວາລເດສ F ອ່ານຕໍ່ໜ້າ 3່ າໍ່ ໜ້າ ພືດ ໃນພືດຜັກ ແລະ ໝາກໄມ້ ເພື່ອ ສ້າງຄວາມເຊື່ອໝັ້ນ ແລະ ປົກປ້ອງ ຜູ້ບໍລິໂພກ ໃຫ້ມີຄວາມປອດໄພຕໍ່ ສຸຂະພາບ ຢູ່ຕະຫລາດ ລາວ-ອົດຊີ ໃນວັນທີ 6 ພຶດສະພາ 2026 ໂດຍ ຂປລ. ໃນວັນທີ 6 ພຶດສະພາ 2026 ທີ່ ເຊບູ, ປະເທດ ຟີລິບປິນ, ທ່ານ ພົງສະຫວັນ ສີສຸລາດ ຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາ ຊຽນຂອງ ສປປ ລາວ ໄດ້ນໍາ ພາຄະນະ ເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນ ແລະ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ
@ 0j k; c]t gsfdko j 08/05/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ນາຍົກລັດຖະມົນຕີ ຊີ້ນຳ...ົັົີີ້ ນາຍົກລັດຖະມົນຕີ ນຳພາ...ົັົີ ຮອງນາຍົກ...ົ ຄັ້ງທີ XII ຂອງພັກ ກໍຄື ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X ຕິດພັນກັບການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກະຊວງ ຍທຂ ກໍຄື ແຜນພັດທະນາ 5 ປີ 2026-2030 ຂອງຂະແໜງ ຍທຂ. ໃຫ້ນໍາເອົາເນື້ອໃນທີ່ໄດ້ປຶກ ສາຫາລືກັນ ໄປກວດກາຄືນ ແລະ ນໍາພາເຮັດໃຫ້ແທດເຖິງຕົວຈິງ ໂດຍສະເພາະການຍົກລະດັບ ແລະ ພັດທະນາພື້ນຖານໂຄງລ່າງຄົມມະ ນາຄົມ-ຂົນສົ່ງ ຢ່າງເປັນລະບົບຄົບ ຊຸດ ເພື່ອເຊື່ອມຈອດພາຍໃນ, ພາກ ພື້ນ ແລະ ສາກົນ ໂດຍເຮັດຢ່າງມີ ຈຸດສຸມ, ເນັ້ນໃສ່ບັນດາເສັ້ນທາງ ສາຍຫລັກ ທີ່ເປັນສາຍເລືອດຂອງ ເສດຖະກິດ 13 ເໜືອ-ໃຕ້ ແລະ ເສັ້ນທາງອື່ນໆ ທີ່ໄດ້ກໍານົດໄວ້ໃນ ມະຕິ 05/ລບ ລົງວັນທີ 30 ມີນາ 2026, ມະຕິ 165/ສພຊ ແລະ ມະຕິ 10/ລບ ວ່າດ້ວຍນະໂຍບາຍ ຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ໃນໄລຍະໃໝ່ ຫລື ໂຄງການ OPBRC ແລະ PRTC; ໃຫ້ເປັນເຈົ້າການຄຸ້ມຄອງ ລົດບັນທຸກນໍ້າໜັກເກີນ ເພື່ອຮັກສາ ເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຍາວ ນານ; ເອົາໃຈໃສ່ພັດທະນາຕົວ ເມືອງ ຕິດພັນກັບປົກປັກຮັກສາ ສິ່ງແວດລ້ອມ ແລະ ຄວາມສະອາດ ງາມຕາໃນຕົວເມືອງ ເປັນຕົ້ນ ການ ແກ້ໄຂບັນຫານໍ້າຖ້ວມຂັງ, ການ ຄຸ້ມຄອງ ແລະ ຈັດການຂີ້ເຫຍື້ອ, ການກໍ່ສ້າງທີ່ຕິດພັນກັບການຮັກ ສາເຂດນໍ້າແດນດິນ ແລະ ອະທິປະ ໄຕຂອງຊາດ; ຄົ້ນຄວ້າແກ້ໄຂບັນ ຫາຂາດແຄນນໍ້າປະປາໃນບັນດາ ຕົວເມືອງໃຫຍ່ໃຫ້ຂາດຕົວ; ພັດທະ ນາ-ຄຸ້ມຄອງການບິນພົນລະເຮືອນ ໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ໄດ້ມາດຕະຖານສາກົນ; ສຸມ ໃສ່ແກ້ໄຂຂໍ້ຄົງຄ້າງ ແລະ ເລັ່ງລັດ ປະຕິຮູບລັດວິສາຫະກິດການບິນ ລາວ ໃຫ້ສຳເລັດໂດຍໄວ; ຄຸ້ມຄອງ ພາຫະນະ-ການຂັບຂີ່ ແລະ ການ ຂົນສົ່ງໂດຍສານໃນຂອບເຂດທົ່ວ ປະເທດ ໃຫ້ມີຄວາມປອດໄພແທ້; ພັດທະນາທາງລົດໄຟ ແລະ ບັນດາ ກິດຈະການປິ່ນອ້ອມ ເພື່ອນໍາຜົນ ປະໂຫຍດສູງສຸດໃຫ້ປະເທດຊາດ ແລະ ປະຊາຊົນ; ຄົ້ນຄວ້ານໍາໃຊ້ ລະບົບທີ່ທັນສະໄໝ-ປັນຍາປະດິດ ມາຊ່ວຍພັດທະນາ ແລະ ຄຸ້ມຄອງບໍລິຫານລະບົບພື້ນຖານໂຄງລ່າງ ເພື່ອໃຫ້ວ່ອງໄວ ແລະ ໂປ່ງໃສ; ເພີ່ມທະວີການພົວພັນຮ່ວມມື, ຍາດແຍ່ງເອົາການຊ່ວຍເຫລືອ, ຮ່ວມມື ແລະ ລົງທຶນຈາກບັນດາ ຄູ່ຮ່ວມພັດທະນາ, ປະເທດເພື່ອນ ມິດ, ອົງການຈັດຕັ້ງຕ່າງໆ, ພາກ ທຸລະກິດ ທັງພາຍໃນ ແລະ ຕ່າງ ປະເທດ ໃຫ້ນັບມື້ເພີ່ມຂຶ້ນ; ເພີ່ມ ທະວີການຄຸ້ມຄອງ-ນໍາໃຊ້ທຶນກູ້ ຢືມເຂົ້າໃນການພັດທະນາພື້ນຖານ ໂຄງລ່າງໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ຍົກສູງຂອດການ ປະສານງານ ລະຫວ່າງ ສູນກາງ ກັບທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ, ສາມາດແກ້ໄຂບັນຫາທີ່ເກີດຂຶ້ນ ຢ່າງທັນການ; ເຊີດຊູຄວາມເປັນ ເຈົ້າການ ແລະ ຄວາມຮັບຜິດຊອບ ການເມືອງໃຫ້ສູງຂຶ້ນ ເພື່ອເຮັດ ສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ. ໃນໂອກາດນີ້, ທ່ານ ເຫລັກ ໄຫລ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ລາຍ ງານໃຫ້ຊາບ ກ່ຽວກັບຜົນກອງ ປະຊຸມຄັ້ງນີ້ ແມ່ນໄດ້ດໍາເນີນໄປ ດ້ວຍຄວາມຮັບຜິດຊອບສູງ, ເນື້ອ ໃນຫລາກຫລາຍ ແລະ ເລິກເຊິ່ງ ໂດຍໄດ້ພ້ອມກັນຕີລາຄາຜົນສໍາ ເລັດ, ຂໍ້ຄົງຄ້າງ ແລະ ໄດ້ຄົ້ນຄວ້າ ກໍານົດມາດຕະການ-ວິທີການແກ້ ໄຂ, ພ້ອມທັງກໍານົດທິດທາງແຜນ ການໃນຕໍ່ໜ້າ; ທີ່ສໍາຄັນແມ່ນໄດ້ ລົງເລິກຄົ້ນຄວ້າ, ປຶກສາຫາລືຕໍ່ ວຽກງານສຳຄັນ ຄື: ການຊຸກຍູ້ໂຄງ ການກໍ່ສ້າງ ແລະ ສ້ອມແປງເສັ້ນ ທາງໃນໄລຍະໃໝ່ ໃນຮູບແບບ (OPBRC ແລະ PRTC), ການ ຈັດຕັ້ງປະຕິບັດກອງທຶນທາງ, ກອງ ສ້ອມແປງທາງ, ການຫັນເປັນທັນ ສະໄໝຂອງຂະແໜງ ຍທຂ, ຜ່ານ ຮ່າງຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງ ຍທຂ ຂັ້ນຕາ ແສງ, ການຄຸ້ມຄອງການຂົນສົ່ງ ສິນຄ້າ-ໂດຍສານ, ການຄຸ້ມຄອງ ລົດບັນທຸກນໍ້າໜັກ, ມາດຕະການ ຕໍ່ການບັນທຸກນໍ້າໜັກເກີນກຳນົດ, ການແກ້ໄຂບັນຫາການລະເມີດ ລະບຽບຈະລາຈອນ ໃນຕົວເມືອງ ກໍຄື ມາດຕະການຫລຸດຜ່ອນອຸບັດ ເຫດຕາມທ້ອງຖະໜົນ, ການຄຸ້ມ ຄອງການເດີນເຮືອ, ຄວາມປອດ ໄພ ຂອງເຮືອທ່ອງທ່ຽວ, ເຮືອຂົນ ສົ່ງສິນຄ້າ, ໂດຍສານ ແລະ ການ ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ, ການ ຄຸ້ມຄອງການດູດຫີນ-ຊາຍ ຮັບໃຊ້ ການກໍ່ສ້າງ ເພື່ອບໍ່ໃຫ້ສວຍໂອກາດ ຂຸດຄົ້ນຄໍາຕົກຂ້ອນ, ການແກ້ໄຂ ບັນຫານໍ້າປະປາບໍ່ພຽງພໍໃນຕົວ ເມືອງ, ການແກ້ໄຂບັນຫານໍ້າສູນ ເສຍ, ການປັບປຸງລັດວິສາຫະກິດ ນໍ້າປະປາ, ການແກ້ໄຂຂໍ້ຄົງຄ້າງ ຕາມການແນະນໍາຂອງອົງການ ການບິນພົນລະເຮືອນສາກົນ ແລະ ວຽກງານທີ່ຕິດພັນຈຳນວນໜຶ່ງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ອາຊຽນ, ບັນດາຮອງເລຂາທິການ ໃຫຍ່ອາຊຽນ ແລະ ຄະນະກໍາມະ ການຜູ້ຕາງໜ້າຖາວອນປະຈໍາອາ ຊຽນ (CPR). ໃນໂອກາດດັ່ງກ່າວ, ທ່ານຮອງ ນາຍົກ ທອງສະຫວັນ ພົມວິຫານ ໄດ້ພົບປະ ແລະ ແລກປ່ຽນຄຳຄິດ ຄຳເຫັນກັບ ທ່ານເລຂາທິການໃຫຍ່ ອາຊຽນ ແລະ ຄະນະກໍາມະການ ຜູ້ຕາງໜ້າຖາວອນປະຈໍາອາຊຽນ ກ່ຽວກັບການເສີມສ້າງປະຊາຄົມ ອາຊຽນໃຫ້ເຂັ້ມແຂງ, ສະພາບການ ພາກພື້ນ ແລະ ສາກົນ ທີ່ສົ່ງຜົນກະ ທົບຕໍ່ປະຊາຄົມອາຊຽນກໍຄືປະເທດ ສະມາຊິກອາຊຽນ. ໃນນີ້,ທ່ານຮອງ ນາຍົກ ໄດ້ສະແດງຄວາມຊົມເຊີຍ ຕໍ່ບົດບາດຂອງຄະນະກໍາມະການຜູ້ ຕາງໜ້າຖາວອນປະຈໍາອາຊຽນ ແລະ ກອງເລຂາອາຊຽນ ທີ່ໄດ້ປະ ກອບສ່ວນຢ່າງຕັ້ງໜ້າໃນຂະບວນ ການສ້າງປະຊາຄົມອາຊຽນ ກໍຄື ການຈັດຕັ້ງປະຕິບັດວິໄສທັດປະ ຊາຄົມອາຊຽນ 2045 ໃຫ້ປະກົດ ຜົນເປັນຈິງ ດ້ວຍການຮັດແໜ້ນ ຄວາມສາມັກຄີ ແລະ ຍົກສູງຄວາມ ເປັນແກນກາງຂອງອາຊຽນ ທ່າມ ກາງສະພາບການຂອງພາກພື້ນ ແລະ ສາກົນ ທີ່ມີການຜັນແປຢ່າງ ສະຫລັບສັບຊ້ອນ ແລະ ຄາດຄະເນ ໄດ້ຍາກ. ພ້ອມກັນນີ້, ທ່ານເລຂາ ທິການໃຫຍ່ອາຊຽນ ແລະ ບັນດາ ຜູ້ຕາງໜ້າຖາວອນປະຈໍາອາຊຽນ ກໍໄດ້ຕີລາຄາສູງຕໍ່ບົດບາດຂອງ ສປປ ລາວ ທີ່ໄດ້ປະກອບສ່ວນ ຢ່າງຫ້າວຫັນຕໍ່ອາຊຽນ, ລວມທັງ ຜົນສໍາເລັດການເປັນປະທານອາ ຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ: ເພີີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ ຊຶ່ງມີຄວາມສອດຄ່ອງກັບ ຄວາມພະຍາຍາມຂອງອາຊຽນ ໃນການເພີ່ມທະວີການເຊື່ອມຈອດ ແລະ ເຊື່ອມໂຍງພາກພື້ນໃຫ້ນັບມື້ ມີຄວາມເຂັ້ມແຂງຂຶ້ນ. ອັນສຳຄັນ, ທ່ານຮອງນາຍົກ ໄດ້ເນັ້ນຢ້ຳຄວາມ ສຳຄັນຂອງອາຊຽນ ໃນປີ 2027 ຊຶ່ງເປັນປີຄົບຮອບ 60 ປີ ແຫ່ງການ ສ້າງຕັ້ງອາຊຽນ ແລະ ຄົບຮອບ 30 ປີທີ່ ສປປ ລາວ ເຂົ້າເປັນສະມາຊິກ ອາຊຽນ. ຫລັງຈາກນັ້ນ, ທ່ານຮອງນາ ຍົກ ທອງສະຫວັນ ພົມວິຫານ ໄດ້ ພົບປະສອງຝ່າຍກັບ ທ່ານເລຂາທິ ການໃຫຍ່ອາຊຽນ ໂດຍສອງຝ່າຍ ໄດ້ປຶກສາຫາລືບັນດາບຸລິມະສິດ ຫລັກຂອງອາຊຽນ ແລະ ຢໍ້າຄືນ ຄວາມໝາຍໝັ້ນ ເພື່ອສືບຕໍ່ສ້າງ ປະຊາຄົມອາຊຽນໃຫ້ມີຄວາມເຂັ້ມ ແຂງ, ພ້ອມທັງແລກປ່ຽນຄໍາຄິດ ຄໍາເຫັນຕໍ່ບັນດາສິ່ງທ້າທາຍໃນ ປັດຈຸບັນ ໂດຍສະເພາະສິ່ງທ້າທາຍ ທາງດ້ານພະລັງງານແລະອາຫານ. ພ້ອມກັນນີ້, ທ່ານຮອງນາຍົກລັດ ຖະມົນຕີ ໄດ້ຕີລາຄາສູງ ແລະ ສະ ແດງຄວາມຂອບໃຈຕໍ່ທ່ານເລຂາ ທິການໃຫຍ່ອາຊຽນກໍຄືກອງເລຂາ ອາຊຽນ ທີ່ໄດ້ໃຫ້ການສະໜັບສະ ໜູນ, ຊ່ວຍເຫລືອ ແລະ ໃຫ້ການ ຮ່ວມມືແກ່ ສປປ ລາວ ໃນໄລຍະ ຜ່ານມາ ໂດຍສະເພາະໃນການເປັນ ປະທານອາຊຽນ ແລະ ສະເໜີໃຫ້ ທ່ານເລຂາທິການໃຫຍ່ອາຊຽນ ກໍຄື ກອງເລຂາອາຊຽນ ສືບຕໍ່ໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໂດຍສະເພາະໃນວຽກ ງານການສ້າງຂີດຄວາມສາມາດ ໃຫ້ແກ່ພະນັກງານຂອງປະເທດ ສະມາຊິກອາຊຽນ, ລວມທັງ ສປປ ລາວ. ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ ມອບເຄື່ອງທີ່ລະນຶກທີ່ເປັນສັນຍະ ລັກວັດທະນະທຳຂອງ ສປປ ລາວ ໃຫ້ແກ່ທ່ານເລຂາທິການໃຫຍ່ອາ ຊຽນ ເພື່ອວາງສະແດງໄວ້ຢູ່ຫ້ອງ ວາງສະແດງຂອງກອງເລຂາອາ ຊຽນ. ຮອງລັດຖະມົນຕີ...ັົີ ຄະນະ ເພື່ອປຶກສາຫາລືກ່ຽວກັບ ວຽກງານການຮ່ວມມືສອງຝ່າຍ ໂດຍສະເພາະວຽກງານສື່ມວນຊົນ ລະຫວ່າງ ສປປ ລາວ ແລະ ອົດ ສະຕຣາລີ. ໃນໂອກາດດັ່ງກ່າວ, ທ່ານ ຄຳພັນ ເຜີຍຍະວົງ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາຄາ ສູງຕໍ່ທ່ານທູດອົດສະຕຣາລີ ປະຈຳ ລາວ ທີ່ໄດ້ນຳພາຄະນະ ມາສະແດງ ຄວາມຊົມເຊີຍຕໍ່ການຮັບໜ້າທີ່ເປັນ ກຳມະການກົມການເມືອງສູນກາງ ພັກ, ພ້ອມທັງລາຍງານໃຫ້ທ່ານທູດ ຮັບຊາບກ່ຽວກັບພາລະບົດບາດ ແລະ ໜ້າທີ່ ຂອງຄະນະໂຄສະນາ ອົບຮົມສູນກາງພັກ ພາຍຫລັງມີ ການປັບປຸງກົງຈັກການຈັດຕັ້ງຄືນ ໃໝ່. ພ້ອມນີ້, ສອງຝ່າຍ ຍັງໄດ້ທົບ ທວນໂດຍສັງເຂບກ່ຽວກັບການ ຮ່ວມມື ລະຫວ່າງ ລາວ-ອົດສະ ຕຣາລີ ໃນໄລຍະຜ່ານມາ ໂດຍໄດ້ ເນັ້ນໜັກກ່ຽວກັບສາຍພົວພັນມິດ ຕະພາບ ແລະ ການຮ່ວມມື ທີ່ມີມາ ແຕ່ດົນນານລະຫວ່າງ ສປປ ລາວອົດສະຕຣາລີ ໂດຍສະເພາະການ ຮ່ວມມື ໃນຂະແໜງສື່ມວນຊົນ ຂອງສອງປະເທດ ລາວ-ອົດສະ ຕຣາລີ ທີ່ມີມາແລ້ວນັ້ນ ໃຫ້ນັບມື້ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມ ນີ້, ສອງຝ່າຍຍັງໄດ້ສົນທະນາ ແລະ ປຶກສາຫາລືກ່ຽວກັບການສືບຕໍ່ເພີ່ມ ທະວີທິດທາງແຜນການຮ່ວມມື ສອງຝ່າຍ ລະຫວ່າງ ລາວ-ອົດສະ ຕຣາລີ ໃນຕໍ່ໜ້າຕື່ມອີກ. ທ່ານ ນາງ ເມແກັນ ຈອນສ ກໍ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ທ່ານຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ທີ່ຖືກແຕ່ງຕັ້ງ ໃຫ້ເປັນກຳມະການກົມການເມືອງ ສູນກາງພັກ ແລະ ສະແດງຄວາມ ຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ ໃຫ້ການຮ່ວມມືທີ່ດີ ແລະ ໃຫ້ການ ສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໂດຍສະເພາະໃນຂົງເຂດ ວຽກງານສື່ມວນຊົນ ຂອງສອງ ປະເທດໃຫ້ນັບມື້ແຕກດອກອອກ ຜົນຍິ່ງໆຂຶ້ນ. ຂໍ້ມູນ-ພາບ: ຄະນະໂຄສະນາອົບຮົມ ສູນກາງພັກ ລາວ-ອົດສະຕຣາລີ...ົີ ກອງປະຊຸມຮ່ວມລະຫວ່າງ ເຈົ້າ ໜ້າທີ່ອາວຸໂສອາຊຽນ ແລະ ເຈົ້າ ໜ້າທີ່ອາວຸໂສເສດຖະກິດອາຊຽນ ໂດຍມີບັນດາຫົວໜ້າເຈົ້າໜ້າທີ່ ອາວຸໂສອາຊຽນ, ເຈົ້າໜ້າທີ່ອາວຸ ໂສເສດຖະກິດອາຊຽນ ແລະ ຮອງ ເລຂາທິການໃຫຍ່ອາຊຽນ ພ້ອມ ດ້ວຍຄະນະ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ໄດ້ປຶກສາຫາລືເພື່ອກະ ກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48 ທີ່ຈະຈັດຂຶ້ນ ໃນວັນທີ 8 ພຶດສະພາ 2026 ທີ່ ເຊບູ, ຟີລິບປິນ. ພ້ອມນີ້, ກອງປະ ຊຸມໄດ້ຮັບຊາບຄວາມຄືບໜ້າການ ສ້າງປະຊາຄົມອາຊຽນ ຊຶ່ງໂດຍ ລວມມີຄວາມຄືບໜ້າ ໂດຍສະເພາະ ປີ 2026 ນີ້ ເປັນປີທຳອິດໃນການ ເລີ່ມຈັດຕັ້ງປະຕິບັດ ວິໄສທັດປະ ຊາຄົມອາຊຽນ 2045 ແລະ ບັນ ດາແຜນຍຸດທະສາດ ເພື່ອຈັດຕັ້ງ ປະຕິບັດວິໄສທັດດັ່ງກ່າວ. ກອງປະ ຊຸມຍັງໄດ້ປຶກສາຫາລືກ່ຽວກັບ ບັນ ດາບຸລິມະສິດທີ່ອາຊຽນ ຈະໄດ້ດໍາ ເນີນພາຍຫລັງທີ່ ຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາ ຊຽນ. ນອກນັ້ນ, ກໍໄດ້ປຶກສາຫາລື ກ່ຽວກັບການກະກຽມສະເຫລີມ ສະຫລອງ ຄົບຮອບ 50 ປີ ຂອງ ສົນທິສັນຍາໄມຕີຈິດ ແລະ ການ ຮ່ວມມືໃນອາຊີຕາເວັນອອກສຽງ ໃຕ້, ຄວາມຄືບໜ້າການຮ່ວມມື ລະ ຫວ່າງ ອາຊຽນ ແລະ ຄູ່ເຈລະຈາ ເປັນຕົ້ນ ການເຈລະຈາຮ່າງແຜນ ປະຕິບັດງານສະບັບໃໝ່ແລະບັນດາ ຮ່າງຖະແຫລງການຮ່ວມທີ່ກ່ຽວ ຂ້ອງ, ການກະກຽມໃຫ້ແກ່ກອງ ປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຄູ່ເຈລະຈາ ແລະ ກອງປະຊຸມເຈົ້າ ໜ້າທີ່ອາວຸໂສອາຊຽນ ໃນຂອບ ກອງປະຊຸມສຸດຍອດອາຊີຕາເວັນ ອອກ(EASSOM)ແລະອາຊຽນ ບວກສາມ (APT SOM), ການ ກະກຽມໃຫ້ແກ່ກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ-ຄູ່ເຈ ລະຈາ ທີ່ຈະຈັດຂຶ້ນໃນເດືອນກໍລະ ກົດ 2026, ການກະກຽມໃຫ້ແກ່ ກອງປະຊຸມສຸດຍອດສະເຫລີມສະ ຫລອງການພົວພັນອາຊຽນ-ຣັດ ເຊຍ ຄົບຮອບ 35 ປີ ທີ່ຈະຈັດຂຶ້ນ ໃນວັນທີ 18 ມິຖຸນາ 2026 ທີ່ກາ ຊານ ປະເທດຣັດເຊຍ ແລະ ກອງ ປະຊຸມສຸດຍອດອາຊີຕາເວັນອອກ ທີ່ຈະຈັດຂຶ້ນໃນເດືອນພະຈິກ 2026 ທີ່ ຟີລິບປິນ. ກອງປະຊຸມຮ່ວມລະຫວ່າງ ເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ເຈົ້າໜ້າທີ່ອາວຸໂສເສດຖະກິດອາ ຊຽນ ໄດ້ປຶກສາຫາລືກ່ຽວກັບການ ຍົກລະດັບກົນໄກປະສານງານລະ ຫວ່າງເສົາຄໍ້າຂອງອາຊຽນ ໂດຍ ເນັ້ນໃສ່ການເສີມສ້າງຄວາມສອດ ຄ່ອງດ້ານນະໂຍບາຍ ລະຫວ່າງ ເສົາຄໍ້າການເມືອງ-ຄວາມໝັ້ນຄົງ ອາຊຽນ ແລະ ເສດຖະກິດອາຊຽນ ເພື່ອຮອງຮັບການພັດທະນາແບບ ຍືນຍົງ. ພ້ອມນີ້, ກອງປະຊຸມໄດ້ປຶກ ສາຫາລືກ່ຽວກັບຜົນກະທົບທີ່ເກີດ ຂຶ້ນຈາກສະພາບການໃນຕາເວັນ ອອກກາງ ໂດຍສະເພາະຄວາມ ສ່ຽງຈາກການເໜັງຕີງຂອງລາຄາ ນໍ້າມັນ ແລະ ພະລັງງານ, ຄ່າຂົນສົ່ງ ທີ່ເພີ່ມຂຶ້ນ ແລະ ການຢຸດຊະງັກ ຂອງຕ່ອງໂສ້ການສະໜອງ ຊຶ່ງ ສົ່ງຜົນກະທົບໂດຍກົງຕໍ່ຄວາມໝັ້ນ ຄົງທາງເສດຖະກິດ, ຄວາມໝັ້ນ ຄົງດ້ານພະລັງງານ ແລະ ສະບຽງ ອາຫານ ກໍຄື ຜົນກະທົບຕໍ່ການ ດຳລົງຊີວິດຂອງປະຊາຊົນໃນອາ (Elizabeth T. Te) ເອກອັກຄະ ລັດຖະທູດ ແຫ່ງ ສາທາລະນະລັດ ຟີລິບປິນ ປະຈຳ ສປປ ລາວ ແລະ ຜູ້ ຕາງໜ້າຈາກພາກສ່ວນກ່ຽວຂ້ອງ. ຂ່າວ- ພາບ: ກົມປະຊາສຳພັນ ຫສນຍ. ຊຽນ. ພ້ອມນັ້ນ, ກອງປະຊຸມຍັງໄດ້ ທົບທວນຄືນຄວາມຄືບໜ້າໃນການ ຈັດຕັ້ງປະຕິບັດວຽກງານພາຍໃຕ້ ບັນດາແຜນວຽກງານອາຊຽນ, ພ້ອມທັງພິຈາລະນາແນວທາງໃນ ຕໍ່ໜ້າ ເພື່ອເສີມສ້າງຄວາມຢືດຢຸ່ນ ຂອງຕ່ອງໂສ້ການສະໜອງ ຄຽງຄູ່ ກັບການຟື້ນຟູເສດຖະກິດຢ່າງຮອບ ດ້ານ ແລະ ເປັນຮູບປະທຳ ເພື່ອນຳ ສະເໜີຕໍ່ຜູ້ນຳອາຊຽນ ພິຈາລະນາ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48.
08/05/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ gsfdkoxts;a flkf0v'[A oIq [fPo[Po26 c,j o0u f\kpva opy j '.spj 0v'p5 dltw\ 81 xu ;a ow--totlq '7k,xq dxh v'xy 85 r6 ,0v'ltstrk[3-;Pf c]t w--tot0v'mq j ;3]d8h ko]a fmy 2kf-y f ຂປລ.ໄຊຊະນະບັ້ນຮົບດຽນ ບຽນຟູ ແມ່ນໄຊຊະນະທີ່ສະຫວ່າງ ສະໄຫວທີ່ສຸດໃນປະຫວັດສາດ ການຕໍ່ສູ້ຕ້ານການຮຸກຮານຈາກ ຈັກກະພັດພາຍນອກຂອງປະຊາຊົນ ຫວຽດນາມທີ່ມີກຽດສະຫງ່າ, ໄດ້ ຖືກບັນທຶກເຂົ້າໃນປະຫວັດສາດ ຂອງຊາດ ແລະ ຂອງໂລກຢູ່ໃນ ສະຕະວັດທີ 20 ທີ່ໄດ້ທັບມ້າງທີ່ ຕັ້ງຂອງລະບົບຫົວເມືອງຂຶ້ນຂອງ ລັດທິຈັກກະພັດໃຫ້ພັງທະລາຍ ແລະ ແມ່ນໄຊຊະນະຂອງສາມຊາດ ອິນດູຈີນ ເປັນເທື່ອທຳອິດທີ່ໄດ້ ເຮັດໃຫ້ລັດທິລ່າເມືອງຂຶ້ນແບບເກົ່າ ຖືກພັງທະລາຍລົງຢູ່ໃນໂລກ, ໄຊ ຊະນະດັ່ງກ່າວ ຍັງເປັນບ່ອນອີງ ທີ່ໜັກແໜ້ນ, ທັງເປັນແວ່ນແຍງທີ່ ໃສແຈ້ງໃຫ້ແກ່ບັນດາປະຊາຊາດ ທີ່ຕົກເປັນຫົວເມືອງຂຶ້ນໄດ້ລຸກຂຶ້ນ ຕໍ່ສູ້ຕ້ານກັບການກົດຂີ່ຂູດຮີດ ແລະ ແອກຄອບຄອງເມືອງຂຶ້ນແບບເກົ່າ ຢູ່ຫລາຍບ່ອນໃນທົ່ວໂລກ. ປີ 1953 ການຕໍ່ສູ້ຂອງປະຊາ ຊົນສາມປະເທດອິນດູຈີນ ຕ້ານພວກ ລ່າເມືອງຂຶ້ນຝຣັ່ງ ໄດ້ກ້າວເຂົ້າສູ່ປີ ທີ 8, ກຳລັງປະຕິວັດຍິ່ງຕໍ່ດີກໍ່ຍິ່ງ ເຂັ້ມແຂງ ແລະ ຍິ່ງຍາດເອົາທ່າເປັນ ເຈົ້າການ, ກຳລັງປະກອບອາວຸດໄດ້ ເຕີບໃຫຍ່ທາງດ້ານຈຳນວນ ແລະ ຄຸນນະພາບ, ຄວາມສາມັກຄີຮ່ວມ ສໍາພັນສູ້ຮົບລະຫວ່າງ 3 ຊາດອິນ ດູຈີນ ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ເຊິ່ງບັນດາໄຊຊະນະອັນຍິ່ງໃຫຍ່ ໃນທົ່ວສະໜາມຮົບໃນສາມປະເທດ ອິນດູຈີນ ລາວ - ຫວຽດນາມ ແລະ ກຳປູເຈຍ ໄດ້ບັງຄັບໃຫ້ພວກສັດຕູ (ເນື່ອງໃນໂອກາດວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 72 ປີ ວັນທີ 7/5/1954-7/5/2026)ື່ັັ້ົູົີັີ ຕົກຢູ່ໃນທ່າຮັບຈົນຕາແຈ ແລະ ນັບ ມື້ນັບອ່ອນເພຍ. ຢູ່ຫວຽດນາມ ແມ່ນໄລຍະທີ່ ປະຊາຊົນຫວຽດນາມ ຕໍ່ສູ້ຕ້ານກັບ ພວກລ່າເມືອງຂຶ້ນແບບເກົ່າດ້ວຍ ຄວາມຕັດສິນໃຈທີ່ວ່າ: “ຍອມເສຍ ສະລະຊີວິດ ເພື່ອປະເທດຊາດ” ບັນດາກຳລັງປະກອບອາວຸດຂອງ ຫວຽດນາມ ຍາດໄດ້ໄຊຊະນະ ຢ່າງຕໍ່ເນື່ອງໃນທຸກສະໜາມຮົບ, ເລີ່ມຈາກບັ້ນຮົບດັບສູນກຳລັງ ຂອງສັດຕູ 2 ໝື່ນຄົນທີ່ບຸກເຂົ້າ ເຂດທີ່ໝັ້ນຫວຽດບັກ (1947) ກ້າວໄປເຖິງໄຊຊະນະບັ້ນຮົບຊາຍ ແດນ (1950), ບັ້ນຮົບຮວ່າ ບິງ (1951), ບັ້ນຮົບໄຕບັກ ( 1952 ) ແລະ ບັ້ນຮົບພາກເໜືອ ລາວ (1953). ໄຊຊະນະດັ່ງກ່າວ ໄດ້ສ້າງທ່າ ແລະ ກຳລັງແຮງອັນ ໃໝ່ໃຫ້ແກ່ການເຕີບໃຫຍ່ຂະຫຍາຍ ຕົວດ້ວຍຈໍານວນ ແລະ ຄຸນນະພາບ ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ເປັນເຈົ້າການໃນການ ບຸກໂຈມຕີສັດຕູຢູ່ທຸກໆສະໜາມຮົບ ເຮັດໃຫ້ສັດຕູຕົກຢູ່ໃນທ່າຮັບ. ໃນໄລຍະດຽວກັນນັ້ນ ພວກ ລ່າເມືອງຂຶ້ນຝຣັ່ງ ຖືກປະລາໄຊ ທາງດ້ານການທະຫານ, ປະສົບ ກັບວິກິດການດ້ານການເມືອງ ແລະ ເສດຖະກິດຢ່າງໜັກໜ່ວງ. ພວກເຂົາໄດ້ທຸ້ມເທກ້ອນທຶນອັນ ມະຫາສານໃຫ້ແກ່ສົງຄາມຮຸກຮານ ເຖິງ 3.000 ຕື້ຝຣັ່ງ, ປ່ຽນຜູ້ສໍາ ເລັດລາຊະການສູງສຸດ 5 ເທື່ອ, ປ່ຽນຜູ້ບັນຊາການທະຫານສູງສຸດຢູ່ ອິນດູຈີນ 7 ເທື່ອ, ປ່ຽນລັດຖະບານ ຝຣັ່ງເຖິງ 19 ຊຸດ ແຕ່ກໍບໍ່ສາມາດ ເຮັດໃຫ້ສະພາບການໃນອິນດູຈີນ ຫັນປ່ຽນໄປໃນທາງທີ່ເປັນຜົນດີ ໃຫ້ພວກເຂົາໄດ້. ສະພາບທະຫານ ຝຣັ່ງ ນັບມື້ນັບສັບສົນ, ຕົກຢູ່ໃນ ທ່າຮັບກ່ຽວກັບການນໍາໃຊ້ກຳລັງ ລະຫວ່າງການເຕົ້າໂຮມ ແລະ ແຈກຢາຍກຳລັງ; ການບຸກໂຈມຕີ ກັບການຈັ່ງທ່າຢູ່ໃນເຂດຄວບຄຸມ ຊົ່ວຄາວຂອງພວກເຂົາ. ຂາດກຳລັງ ເຄື່ອນທີ່ຍຸດທະສາດທີ່ເຂັ້ມແຂງ. ຫລັງຈາກຖືກປະລາໄຊຢ່າງໜັກ ໜ່ວງຢູ່ສົງຄາມເກົາຫລີ (1953) ຈັກກະພັດອາເມລິກາ ຍິ່ງແຊກແຊງ ເລິກເຂົ້າໃນອິນດູຈີນ, ພວກເຂົາຮີບ ຮ້ອນກໍາເອົາອໍານາດການປົກຄອງ ຫຸ່ນ, ກອງທະຫານຫຸ່ນ, ຊອກຫາວິທີ ປັດເຂ່ຍຝຣັ່ງເພື່ອກຳເອົາສິດບັນຊາ ສົງຄາມຮຸກຮານອິນດູຈີນໂດຍກົງ ແລະ ປະຕິບັດລັດທິລ່າເມືອງຂຶ້ນ ແບບໃໝ່ຢູ່ອິນດູຈີນ. ອາເມລິກາ ໄດ້ໃຫ້ການຊ່ວຍເຫລືອຝຣັ່ງທາງ ດ້ານການທະຫານເພີ່ມຂຶ້ນຄື ປີ 1953 ເປັນຂຶ້ນພົບ 3 ເທື່ອທຽບ ໃສ່ປີ 1952, ປີ 1954 ທົບເຄິ່ງ ໜຶ່ງປີ 1953, ກວມອັດຕາສ່ວນ ເພີ່ມຂຶ້ນ ຈາກ 43% ໃນປີ 1953 ເຖິງ 78% ໃນປີ 1954. ເດືອນ 5/1953 ລັດຖະບານຝຣັ່ງ ໄດ້ແຕ່ງ ຕັ້ງນາຍພົນນາວາມາເປັນຜູ້ບັນຊາ ການທະຫານສູງສຸດຂອງຝຣັ່ງຢູ່ ອິນດູຈີນ. ເດືອນ 7/1953 ຝຣັ່ງ ແລະ ອາເມລິກາ ພ້ອມກັນສ້າງແຜນ ການໜ່ຶງຂຶ້ນເອີ້ນວ່າ: “ແຜນການ ນາວາ”. ແຜນການນີ້ ແມ່ນຍຸດ ທະສາດໃຫຍ່ ຊຶ່ງທັງຝຣັ່ງ ແລະ ອາເມລິກາ ລ້ວນແຕ່ເຊື່ອວ່າ ພາຍໃນ 18 ເດືອນຈະສາມາດຍາດເອົາທ່າ ເປັນເຈົ້າການໄດ້ ແລະ ຈະບັນລຸອັນ ທີ່ເອີ້ນວ່າ ສ້າງບັນດາເງື່ອນໄຂດ້ານ ການທະຫານ ເພື່ອເປັນພື້ນຖານໃຫ້ ແກ່ວິທີການແກ້ໄຂທາງການເມືອງ ຢ່າງມີກຽດ. ເດືອນ 9/1953 ກົນການເມືອງ ສູນກາງພັກກອມມູນິດຫວຽດນາມ ໄດ້ເປີດກອງປະຊຸມ ເພື່ອຕີລາຄາ ສະພາບການຢູ່ສະໜາມຮົບອິນດູ ຈີນ, ໄຈ້ແຍກໃຫ້ເຫັນເຖິງກົນອຸບາຍ ຂອງພວກລ່າເມືອງຂຶ້ນຝຣັ່ງ ແລະ ອາເມລິກາ, ຊອກຫາຂໍ້ຂັດແຍ່ງ ແລະ ຈຸດອ່ອນທີ່ບໍ່ສາມາດແກ້ໄຂ ຢູ່ໃນແຜນການຂອງນາຍພົນນາວາ. ກົມການເມືອງສູນກາງພັກ ໄດ້ມີ ມະຕິຕົກລົງເປີດບັ້ນຮົບຍຸດທະສາດ ໃນລະດູບານໃໝ່ປີ 1953-1954. ພ້ອມນັ້ນກໍ່ວາງແຜນນະໂຍບາຍ ເປີດການບຸກໂຈມຕີສັດຕູໃນສະ ຫນາມຮົບການຕ່າງປະເທດ ເພື່ອ ສ້າງເງື່ອນໄຂໃຫ້ແກ່ບັ້ນຮົບດຽນ ບຽນຟູ. ກອງບັນຊາການສູງສຸດ ໄດ້ອອກຄຳສັ່ງໃຫ້ເປີດບັ້ນຮົບບຸກ ໂຈມຕີຢ່າງແຂງແຮງໃນທົ່ວສະ ໜາມຮົບອິນດູຈີນດ້ວຍ 5 ບາດ ຄ້ອນຍຸດທະສາດຄື: ໜຶ່ງ. ວັນທີ 10/12/1953ກອງທັບຫວຽດນາມ ໄດ້ເປີດບັ້ນຮົບບຸກໂຈມຕີເຂົ້າເທສະ ບານຕາແສງລາຍເຈົ້າ, ການສູ້ຮົບ ແກ່ຍາວ 12 ວັນ - ຄືນ ຈຶ່ງປົດປ່ອຍ ລາຍເຈົ້າໄດ້; ສອງ. ໃນທ້າຍເດືອນ 12/1953 ໂດຍສົມທົບກັບທະ ຫານຫວຽດນາມ ກອງທັບລາວ ອິດສະຫລະໄດ້ເປີດບັ້ນຮົບບຸກໂຈມຕີ ເຂົ້າພາກກາງຂອງລາວ; ສາມ. ໃນ ທ້າຍເດືອນ 12 ປີ 1953 ກອງທັບ ລາວອິດສະຫລະສົມທົບກັບກອງ ທະຫານອາສາສະໝັກຫວຽດນາມ ໄດ້ບຸກຕີລົງພາກໃຕ້ຂອງລາວ, ປົດ ປ່ອຍຕົວເມືອງອັດຕະປື, ສ່ວນໜຶ່ງ ຂອງແຂວງສາລະວັນ, ດົງບໍລະ ເວນ, ເວີນໄຊ, ຊຽງປອງ; ສີ່. ກອງ ທັບປະຊາຊົນຫວຽດນາມ ເປີດບັ້ນ ຮົບໄດຫງວຽນ ຊຶ່ງແກ່ຍາວ 12 ວັນ-ຄືນ ຈຶ້ງປົດປ່ອຍເທສະບານ ຕາແສງກອນຕຸມໄດ້; ຫ້າ. ໃນທ້າຍ ເດືອນ 1/1954 ກອງທະຫານ ລາວ-ຫວຽດນາມ ໄດ້ເປີດບັ້ນຮົບ ບຸກໂຈມຕີແນວປ້ອງກັນຂອງສັດຕູ ຢູ່ລ້ອງນໍ້າອູກ້າວສູ່ປະຊິດແຂວງ ຫລວງພະບາງ ແລະ ໂຈມຕີຂຶ້ນພາກ ເໜືອຂອງລາວ, ປົດປ່ອຍແຂວງຜົ້ງ ສາລີ. ການບຸກໂຈນຕີດ້ວຍ 5 ບາດ ຄ້ອນຍຸດທະສາດລ້ວນແຕ່ໄດ້ຮັບ ໄຊຊະນະ ແລະ ເປັນການທັບ ມ້າງກົນອຸບາຍຂອງນາວາ, ສ້າງ ເງື່ອນໄຂໃຫ້ກອງທັບຫວຽດນາມ ເປີດບັ້ນຮົບດຽນບຽນຟູ. ວັນທີ 6/12/1953 ກົມການເມືອງ ສູນກາງພັກຫວຽດນາມ ໄດ້ເປີດ ກອງປະຊຸມ ແລະ ມີມະຕິຕົກລົງເປີດ ບັ້ນຮົບດຽນບຽນຟູໃນລະດູບານໃໝ່ 1953-1954. ກົມການເມືອງໄດ້ ກຳນົດວ່າ: “ດຽນບຽນຟູ ແມ່ນ ກຸ່ມຖານທີ່ໝັ້ນທີ່ເຂັ້ມແຂງແຕ່ມັນ ກໍ່ມີຈຸດບົກຜ່ອງພື້ນຖານຄືມັນຖືກ ໂດດດ່ຽວ” ກົມການເມືອງໄດ້ແຕ່ງ ຕັ້ງໃຫ້ທ່ານ ພົນເອກ ຫວໍ ຫງວຽນ ຢາບ ລັດຖະມົນຕີວ່າການກະຊວງ ປ້ອງກັນຊາດ ເປັນເລຂາຄະນະພັກ ດ້ານຮົບ ແລະ ເປັນຜູ້ບັນຊາການ ທະຫານສູງສຸດ, ລັດຖະບານໄດ້ຕົກ ລົງສ້າງຕັ້ງສະພາສະໜອງເຄື່ອງ ອຸປະໂພກ ແລະ ບໍລິໂພກໃຫ້ແກ່ ແນວໜ້າໂດຍແມ່ນທ່ານ ຟາມ ວັນ ດົງ ເປັນປະທານ. ໂດຍ: ທ່ານ ເຊຣເກ ຊົດສະກີ ່ົີ (Sergey Zhestkii) ເອກອັກຄະັ ລັດຖະທູດ ແຫ່ງ ສ ຣັດເຊຍ ປະຈໍາ ັູ່ັໍ ສປປ ລາວ ຂປລ. ໃນວັນທີ 9 ພຶດສະພາ 2026 ຢູ່ຣັດເຊຍ ຈະມີການສະ ເຫລີມສະຫລອງວັນແຫ່ງໄຊຊະ ນະໃນສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ ແລະ ໄຊຊະນະ ຂອງທົ່ວໂລກຕ້ານລັດທິຟາດຊິດ. ສົງຄາມໂລກຄັ້ງທີສອງ ໄດ້ການ ເປັນການສູນເສຍຄັ້ງຍິ່ງໃຫຍ່ທີ່ສຸດ ໃນປະຫວັດສາດຂອງມວນມະນຸດ. ໃນໄລຍະສົງຄາມ, ສະຫະພາບ ໂຊວຽດ ເປັນສະໜາມຮົບຫລັກ ໃນເອີຣົບ ຄຽງຄູ່ກັບ ຈີນ ໃນພາກ ພື້ນຕາເວັນອອກ. ສະຫະພາບ (ເນື່ອງໃນໂອກາດວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ)ື່ັົົ້ິຸູົີ ໂຊວຽດ ເປັນກໍາລັງຫລັກໃນການ ຕໍ່ສູ້ຕ້ານການຮຸກຮານຂອງຟາດ ຊິດເຢຍລະມັນຮິດເລີ ແລະ ພັນທະ ມິດ, ພ້ອມທັງໄດ້ມີບົດບາດສຳຄັນ ໃນການທຳລາຍລ້າງລັດທິຟາດ ຊິດ ແລະ ລັດທິຂຸນເສິກ. ປະຊາຊົນ ໂຊວຽດ ທີ່ໄດ້ອົດທົນຕໍ່ຄວາມທຸກ ຍາກຈາກການຮຸກຮານ ແລະ ຮັບ ຮູ້ເຖິງຄວາມໜ້າຢ້ານກົວຂອງ ສົງຄາມນັ້ນ ໄດ້ຕໍ່ສູ້ຢ່າງພິລະອາດ ຫານຕ້ານຜູ້ຮຸກຮານ ແລະ ໄດ້ເສຍ ສະລະຢ່າງຫລວງຫລາຍ ເພື່ອຍາດ ມາໄດ້ຊຶ່ງໄຊຊະນະອັນຍິ່ງໃຫຍ່. ເຫດການນີ້ມີຄວາມໝາຍສຳຄັນ ຕໍ່ທົ່ວໂລກການທຳລາຍລ້າງນາ ຊີເຢຍລະມັນ ແລະ ລັດທິຂຸນເສິກ ຍີ່ປຸ່ນ ໄດ້ນໍາໄປສູ່ການລົ້ມສະຫລາຍ ຂອງຜູ້ທີ່ຍຶດໝັ້ນໃນອຸດົມການຕ້ານ ມວນມະນຸດຂອງລັດທິຟາດຊິດ ທີ່ຕ້ອງການຄອບງຳໂລກ ແລະ ຄວາມປາຖະໜາຂອງພວກເຂົາທີ່ ຕ້ອງການເຮັດໃຫ້ປະຊາຊົນທັງໝົດ ຕົກຢູ່ໃນສະພາວະເປັນທາດ. ໃນປັດຈຸບັນ, ສ ຣັດເຊຍ ແລະ ບັນດາປະເທດເພື່ອນມິດ ແລະ ທີ່ ມີຈຸດຢືນດຽວກັນກຳລັງຮ່ວມກັນ ປະຕິບັດພາລະກິດ ໂດຍໝູນໃຊ້ ທຸກອໍານາດທີ່ມີດ້ວຍຄວາມຮັບຜິດ ຊອບ, ຮອບຄອບ ແລະ ມີເຫດຜົນ, ເຮັດທຸກສິ່ງທຸກຢ່າງທີ່ເປັນໄປໄດ້ ເພື່ອຮັກສາຄວາມເປັນຈິງທາງ ປະຫວັດສາດຂອງສົງຄາມໂລກ ຄັ້ງທີສອງ. ປະເທດຂອງພວກເຮົາ ຈະລະນຶກເຖິງວິລະກຳອັນຍິ່ງໃຫຍ່ ຂອງປະຊາຊົນສະຫະພາບໂຊວຽດ, ຈີນ ແລະ ບັນດາປະເທດພັນທະ ມິດອື່ນໆທີ່ໄດ້ຮ່ວມກັນປົກປ້ອງ ສັນຕິພາບໂລກຕະຫລອດມາ. ໃນ ວັນທີ 9 ພຶດສະພາ, ພວກເຮົາສະ ແດງຄວາມລະນຶກເຖິງທະຫານ ໂຊວຽດ 27 ລ້ານຄົນ ລວມທັງ ປະຊາຊົນຜູ້ບໍລິສຸດທີ່ໄດ້ຕໍ່ສູ້ເສຍສະ ລະຊີວິດ ເພື່ອອິດສະລະພາບ ແລະ ຄວາມເປັນເອກະລາດຂອງຄົນຮຸ່ນ ຫລັງ. ພວກເຮົາຂໍສະແດງຄວາມ ເຄົາລົບນັບຖືຢ່າງສຸດຊຶ້ງ ຕໍ່ທະຫານ ທັງໃນແນວໜ້າ ແລະ ແນວຫລັງ, ຜູ້ທີ່ອຸທິດຕົນຕໍ່ສູ້ເສຍສະລະຊີວິດໃນ ໄລຍະສົງຄາມ. ໃນປະເທດຣັດເຊຍ ແມ່ນມີການເອົາໃຈໃສ່ເປັນພິເສດ ຕໍ່ການສຶກສາອົບຮົມຊາວໜຸ່ມໂດຍ ການຍົກເອົາຄົນຮຸ່ນກ່ອນມາເປັນ ຕົວຢ່າງທີ່ສະແດງໃຫ້ເຫັນເຖິງ ການທີ່ມີນໍ້າໃຈຮັກຊາດ, ຮັກປະ ຊາຊົົນ ແລະ ຄວາມພ້ອມທີ່ຈະເສຍ ສະລະເພື່ອອະນາຄົດ ແລະ ຄວາມ ຈະເລີນຮຸ່ງເຮືອງ. ແຕ່ໜ້າເສຍດາຍ, ຕະຫລອດໄລຍະ 8 ທົດສະວັດທີ່ ຜ່ານມາ, ບາງກຸ່ມຄົນໄດ້ລືມບົດ ຮຽນອັນໂຫດຮ້າຍຂອງສົງຄາມ ນັ້ນ ແລະ ໃນມື້ນີ້, ພວກເຮົາຕ້ອງ ປົກປ້ອງຜົນຂອງໄຊຊະນະສົງຄາມ ໂລກຄັ້ງທີສອງຢ່າງເດັດຂາດອີກ ຄັ້ງ, ສະກັດກັ້ນຄວາມພະຍາຍາມ ໃນການບິດເບືອນປະຫວັດສາດ, ການດູໝິ່ນ ຫລື ການບໍ່ຮັບຮູ້ການ ປະກອບສ່ວນທາງປະຫວັດສາດ ຂອງສະຫະພາບໂຊວຽດ ຕໍ່ໄຊ ຊະນະດັ່ງກ່າວ ພ້ອມທັງການທຳ ລາຍຊື່ສຽງຂອງຜູ້ຮັກຫອມເສລີ ພາບ. ພວກເຮົາເຫັນວ່າບາງປະ ເທດໄດ້ມີການຟື້ນຟູແນວຄິດລັດທິ ນາຊີ ແລະ ການຈໍາແນກເຊື້ອຊາດ ຢ່າງເປີດເຜີຍ ແລະ ໄດ້ຍົກຍໍພວກ ນາຊີ ແລະ ພັນທະມິດວ່າເປັນ ວິລະບູລຸດ. ລັດທິນາຊີໃໝ່ ແລະ ລັດຂຸນເສິກກຳລັງກໍາເນີດຂຶ້ນ ຊຶ່ງ ນໍາໄປສູ່ການເພີ່ມຂຶ້ນໃນຫລາຍຮູບ ແບບຕ່າງໆຂອງການຈຳແນກເຊື້ອ ຊາດ, ລັດທິຊາດນິຍົມລວມທັງການ ຈຳແນກທາງສີຜິວ, ການກຽດຊັງ ຄົນຕ່າງດ້າວ ແລະ ການບໍ່ຍອມຮັບ ຄວາມຄິດທີ່ແຕກຕ່າງ. ຕົວຢ່າງທີ່ ສາມາດເຫັນໄດ້ຊັດເຈນຂອງການ ຟືນຄືນຂອງລັດທິນາຊີ ແມ່ນການ ບໍ່ຮັບຮູ້ກ່ຽວກັບສິດໃນການນໍາໃຊ້ ພາສາແມ່ ແລະ ຄວາມເຊື່ອດັ້ງເດີມ ຂອງກຸ່ມຄົນທີ່ເວົ້າພາສາຣັດເຊຍ, ລວມທັງການຈູດປຶ້ມວັນນະກໍາທີ່ ຂຽນໂດຍຄົນຣັດເຊຍ ແລະ ການ ທໍາລາຍບັນດາອະນຸສອນສະຖານທີ່ ລະນຶກແກ່ວິລະຊົນ ແລະ ຜູ້ທີ່ໄດ້ເສຍ ສະລະຊີວິດໃນໄລຍະສົງຄາມໂລກ ຄັ້ງທີ 2 ບົນພື້ນຖານການຫວັງທໍາ ລາຍເອກະລັກຊາດ.
RkJQdWJsaXNoZXIy MTc3MTYxMQ==