08/05/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ gsfdkoxts;a flkf0v'[A oIq [fPo[Po26 c,j o0u f\kpva opy j '.spj 0v'p5 dltw\ 81 xu ;a ow--totlq '7k,xq dxh v'xy 85 r6 ,0v'ltstrk[3-;Pf c]t w--tot0v'mq j ;3]d8h ko]a fmy 2kf-y f ຂປລ.ໄຊຊະນະບັ້ນຮົບດຽນ ບຽນຟູ ແມ່ນໄຊຊະນະທີ່ສະຫວ່າງ ສະໄຫວທີ່ສຸດໃນປະຫວັດສາດ ການຕໍ່ສູ້ຕ້ານການຮຸກຮານຈາກ ຈັກກະພັດພາຍນອກຂອງປະຊາຊົນ ຫວຽດນາມທີ່ມີກຽດສະຫງ່າ, ໄດ້ ຖືກບັນທຶກເຂົ້າໃນປະຫວັດສາດ ຂອງຊາດ ແລະ ຂອງໂລກຢູ່ໃນ ສະຕະວັດທີ 20 ທີ່ໄດ້ທັບມ້າງທີ່ ຕັ້ງຂອງລະບົບຫົວເມືອງຂຶ້ນຂອງ ລັດທິຈັກກະພັດໃຫ້ພັງທະລາຍ ແລະ ແມ່ນໄຊຊະນະຂອງສາມຊາດ ອິນດູຈີນ ເປັນເທື່ອທຳອິດທີ່ໄດ້ ເຮັດໃຫ້ລັດທິລ່າເມືອງຂຶ້ນແບບເກົ່າ ຖືກພັງທະລາຍລົງຢູ່ໃນໂລກ, ໄຊ ຊະນະດັ່ງກ່າວ ຍັງເປັນບ່ອນອີງ ທີ່ໜັກແໜ້ນ, ທັງເປັນແວ່ນແຍງທີ່ ໃສແຈ້ງໃຫ້ແກ່ບັນດາປະຊາຊາດ ທີ່ຕົກເປັນຫົວເມືອງຂຶ້ນໄດ້ລຸກຂຶ້ນ ຕໍ່ສູ້ຕ້ານກັບການກົດຂີ່ຂູດຮີດ ແລະ ແອກຄອບຄອງເມືອງຂຶ້ນແບບເກົ່າ ຢູ່ຫລາຍບ່ອນໃນທົ່ວໂລກ. ປີ 1953 ການຕໍ່ສູ້ຂອງປະຊາ ຊົນສາມປະເທດອິນດູຈີນ ຕ້ານພວກ ລ່າເມືອງຂຶ້ນຝຣັ່ງ ໄດ້ກ້າວເຂົ້າສູ່ປີ ທີ 8, ກຳລັງປະຕິວັດຍິ່ງຕໍ່ດີກໍ່ຍິ່ງ ເຂັ້ມແຂງ ແລະ ຍິ່ງຍາດເອົາທ່າເປັນ ເຈົ້າການ, ກຳລັງປະກອບອາວຸດໄດ້ ເຕີບໃຫຍ່ທາງດ້ານຈຳນວນ ແລະ ຄຸນນະພາບ, ຄວາມສາມັກຄີຮ່ວມ ສໍາພັນສູ້ຮົບລະຫວ່າງ 3 ຊາດອິນ ດູຈີນ ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ເຊິ່ງບັນດາໄຊຊະນະອັນຍິ່ງໃຫຍ່ ໃນທົ່ວສະໜາມຮົບໃນສາມປະເທດ ອິນດູຈີນ ລາວ - ຫວຽດນາມ ແລະ ກຳປູເຈຍ ໄດ້ບັງຄັບໃຫ້ພວກສັດຕູ (ເນື່ອງໃນໂອກາດວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 72 ປີ ວັນທີ 7/5/1954-7/5/2026)ື່ັັ້ົູົີັີ ຕົກຢູ່ໃນທ່າຮັບຈົນຕາແຈ ແລະ ນັບ ມື້ນັບອ່ອນເພຍ. ຢູ່ຫວຽດນາມ ແມ່ນໄລຍະທີ່ ປະຊາຊົນຫວຽດນາມ ຕໍ່ສູ້ຕ້ານກັບ ພວກລ່າເມືອງຂຶ້ນແບບເກົ່າດ້ວຍ ຄວາມຕັດສິນໃຈທີ່ວ່າ: “ຍອມເສຍ ສະລະຊີວິດ ເພື່ອປະເທດຊາດ” ບັນດາກຳລັງປະກອບອາວຸດຂອງ ຫວຽດນາມ ຍາດໄດ້ໄຊຊະນະ ຢ່າງຕໍ່ເນື່ອງໃນທຸກສະໜາມຮົບ, ເລີ່ມຈາກບັ້ນຮົບດັບສູນກຳລັງ ຂອງສັດຕູ 2 ໝື່ນຄົນທີ່ບຸກເຂົ້າ ເຂດທີ່ໝັ້ນຫວຽດບັກ (1947) ກ້າວໄປເຖິງໄຊຊະນະບັ້ນຮົບຊາຍ ແດນ (1950), ບັ້ນຮົບຮວ່າ ບິງ (1951), ບັ້ນຮົບໄຕບັກ ( 1952 ) ແລະ ບັ້ນຮົບພາກເໜືອ ລາວ (1953). ໄຊຊະນະດັ່ງກ່າວ ໄດ້ສ້າງທ່າ ແລະ ກຳລັງແຮງອັນ ໃໝ່ໃຫ້ແກ່ການເຕີບໃຫຍ່ຂະຫຍາຍ ຕົວດ້ວຍຈໍານວນ ແລະ ຄຸນນະພາບ ຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ເປັນເຈົ້າການໃນການ ບຸກໂຈມຕີສັດຕູຢູ່ທຸກໆສະໜາມຮົບ ເຮັດໃຫ້ສັດຕູຕົກຢູ່ໃນທ່າຮັບ. ໃນໄລຍະດຽວກັນນັ້ນ ພວກ ລ່າເມືອງຂຶ້ນຝຣັ່ງ ຖືກປະລາໄຊ ທາງດ້ານການທະຫານ, ປະສົບ ກັບວິກິດການດ້ານການເມືອງ ແລະ ເສດຖະກິດຢ່າງໜັກໜ່ວງ. ພວກເຂົາໄດ້ທຸ້ມເທກ້ອນທຶນອັນ ມະຫາສານໃຫ້ແກ່ສົງຄາມຮຸກຮານ ເຖິງ 3.000 ຕື້ຝຣັ່ງ, ປ່ຽນຜູ້ສໍາ ເລັດລາຊະການສູງສຸດ 5 ເທື່ອ, ປ່ຽນຜູ້ບັນຊາການທະຫານສູງສຸດຢູ່ ອິນດູຈີນ 7 ເທື່ອ, ປ່ຽນລັດຖະບານ ຝຣັ່ງເຖິງ 19 ຊຸດ ແຕ່ກໍບໍ່ສາມາດ ເຮັດໃຫ້ສະພາບການໃນອິນດູຈີນ ຫັນປ່ຽນໄປໃນທາງທີ່ເປັນຜົນດີ ໃຫ້ພວກເຂົາໄດ້. ສະພາບທະຫານ ຝຣັ່ງ ນັບມື້ນັບສັບສົນ, ຕົກຢູ່ໃນ ທ່າຮັບກ່ຽວກັບການນໍາໃຊ້ກຳລັງ ລະຫວ່າງການເຕົ້າໂຮມ ແລະ ແຈກຢາຍກຳລັງ; ການບຸກໂຈມຕີ ກັບການຈັ່ງທ່າຢູ່ໃນເຂດຄວບຄຸມ ຊົ່ວຄາວຂອງພວກເຂົາ. ຂາດກຳລັງ ເຄື່ອນທີ່ຍຸດທະສາດທີ່ເຂັ້ມແຂງ. ຫລັງຈາກຖືກປະລາໄຊຢ່າງໜັກ ໜ່ວງຢູ່ສົງຄາມເກົາຫລີ (1953) ຈັກກະພັດອາເມລິກາ ຍິ່ງແຊກແຊງ ເລິກເຂົ້າໃນອິນດູຈີນ, ພວກເຂົາຮີບ ຮ້ອນກໍາເອົາອໍານາດການປົກຄອງ ຫຸ່ນ, ກອງທະຫານຫຸ່ນ, ຊອກຫາວິທີ ປັດເຂ່ຍຝຣັ່ງເພື່ອກຳເອົາສິດບັນຊາ ສົງຄາມຮຸກຮານອິນດູຈີນໂດຍກົງ ແລະ ປະຕິບັດລັດທິລ່າເມືອງຂຶ້ນ ແບບໃໝ່ຢູ່ອິນດູຈີນ. ອາເມລິກາ ໄດ້ໃຫ້ການຊ່ວຍເຫລືອຝຣັ່ງທາງ ດ້ານການທະຫານເພີ່ມຂຶ້ນຄື ປີ 1953 ເປັນຂຶ້ນພົບ 3 ເທື່ອທຽບ ໃສ່ປີ 1952, ປີ 1954 ທົບເຄິ່ງ ໜຶ່ງປີ 1953, ກວມອັດຕາສ່ວນ ເພີ່ມຂຶ້ນ ຈາກ 43% ໃນປີ 1953 ເຖິງ 78% ໃນປີ 1954. ເດືອນ 5/1953 ລັດຖະບານຝຣັ່ງ ໄດ້ແຕ່ງ ຕັ້ງນາຍພົນນາວາມາເປັນຜູ້ບັນຊາ ການທະຫານສູງສຸດຂອງຝຣັ່ງຢູ່ ອິນດູຈີນ. ເດືອນ 7/1953 ຝຣັ່ງ ແລະ ອາເມລິກາ ພ້ອມກັນສ້າງແຜນ ການໜ່ຶງຂຶ້ນເອີ້ນວ່າ: “ແຜນການ ນາວາ”. ແຜນການນີ້ ແມ່ນຍຸດ ທະສາດໃຫຍ່ ຊຶ່ງທັງຝຣັ່ງ ແລະ ອາເມລິກາ ລ້ວນແຕ່ເຊື່ອວ່າ ພາຍໃນ 18 ເດືອນຈະສາມາດຍາດເອົາທ່າ ເປັນເຈົ້າການໄດ້ ແລະ ຈະບັນລຸອັນ ທີ່ເອີ້ນວ່າ ສ້າງບັນດາເງື່ອນໄຂດ້ານ ການທະຫານ ເພື່ອເປັນພື້ນຖານໃຫ້ ແກ່ວິທີການແກ້ໄຂທາງການເມືອງ ຢ່າງມີກຽດ. ເດືອນ 9/1953 ກົນການເມືອງ ສູນກາງພັກກອມມູນິດຫວຽດນາມ ໄດ້ເປີດກອງປະຊຸມ ເພື່ອຕີລາຄາ ສະພາບການຢູ່ສະໜາມຮົບອິນດູ ຈີນ, ໄຈ້ແຍກໃຫ້ເຫັນເຖິງກົນອຸບາຍ ຂອງພວກລ່າເມືອງຂຶ້ນຝຣັ່ງ ແລະ ອາເມລິກາ, ຊອກຫາຂໍ້ຂັດແຍ່ງ ແລະ ຈຸດອ່ອນທີ່ບໍ່ສາມາດແກ້ໄຂ ຢູ່ໃນແຜນການຂອງນາຍພົນນາວາ. ກົມການເມືອງສູນກາງພັກ ໄດ້ມີ ມະຕິຕົກລົງເປີດບັ້ນຮົບຍຸດທະສາດ ໃນລະດູບານໃໝ່ປີ 1953-1954. ພ້ອມນັ້ນກໍ່ວາງແຜນນະໂຍບາຍ ເປີດການບຸກໂຈມຕີສັດຕູໃນສະ ຫນາມຮົບການຕ່າງປະເທດ ເພື່ອ ສ້າງເງື່ອນໄຂໃຫ້ແກ່ບັ້ນຮົບດຽນ ບຽນຟູ. ກອງບັນຊາການສູງສຸດ ໄດ້ອອກຄຳສັ່ງໃຫ້ເປີດບັ້ນຮົບບຸກ ໂຈມຕີຢ່າງແຂງແຮງໃນທົ່ວສະ ໜາມຮົບອິນດູຈີນດ້ວຍ 5 ບາດ ຄ້ອນຍຸດທະສາດຄື: ໜຶ່ງ. ວັນທີ 10/12/1953ກອງທັບຫວຽດນາມ ໄດ້ເປີດບັ້ນຮົບບຸກໂຈມຕີເຂົ້າເທສະ ບານຕາແສງລາຍເຈົ້າ, ການສູ້ຮົບ ແກ່ຍາວ 12 ວັນ - ຄືນ ຈຶ່ງປົດປ່ອຍ ລາຍເຈົ້າໄດ້; ສອງ. ໃນທ້າຍເດືອນ 12/1953 ໂດຍສົມທົບກັບທະ ຫານຫວຽດນາມ ກອງທັບລາວ ອິດສະຫລະໄດ້ເປີດບັ້ນຮົບບຸກໂຈມຕີ ເຂົ້າພາກກາງຂອງລາວ; ສາມ. ໃນ ທ້າຍເດືອນ 12 ປີ 1953 ກອງທັບ ລາວອິດສະຫລະສົມທົບກັບກອງ ທະຫານອາສາສະໝັກຫວຽດນາມ ໄດ້ບຸກຕີລົງພາກໃຕ້ຂອງລາວ, ປົດ ປ່ອຍຕົວເມືອງອັດຕະປື, ສ່ວນໜຶ່ງ ຂອງແຂວງສາລະວັນ, ດົງບໍລະ ເວນ, ເວີນໄຊ, ຊຽງປອງ; ສີ່. ກອງ ທັບປະຊາຊົນຫວຽດນາມ ເປີດບັ້ນ ຮົບໄດຫງວຽນ ຊຶ່ງແກ່ຍາວ 12 ວັນ-ຄືນ ຈຶ້ງປົດປ່ອຍເທສະບານ ຕາແສງກອນຕຸມໄດ້; ຫ້າ. ໃນທ້າຍ ເດືອນ 1/1954 ກອງທະຫານ ລາວ-ຫວຽດນາມ ໄດ້ເປີດບັ້ນຮົບ ບຸກໂຈມຕີແນວປ້ອງກັນຂອງສັດຕູ ຢູ່ລ້ອງນໍ້າອູກ້າວສູ່ປະຊິດແຂວງ ຫລວງພະບາງ ແລະ ໂຈມຕີຂຶ້ນພາກ ເໜືອຂອງລາວ, ປົດປ່ອຍແຂວງຜົ້ງ ສາລີ. ການບຸກໂຈນຕີດ້ວຍ 5 ບາດ ຄ້ອນຍຸດທະສາດລ້ວນແຕ່ໄດ້ຮັບ ໄຊຊະນະ ແລະ ເປັນການທັບ ມ້າງກົນອຸບາຍຂອງນາວາ, ສ້າງ ເງື່ອນໄຂໃຫ້ກອງທັບຫວຽດນາມ ເປີດບັ້ນຮົບດຽນບຽນຟູ. ວັນທີ 6/12/1953 ກົມການເມືອງ ສູນກາງພັກຫວຽດນາມ ໄດ້ເປີດ ກອງປະຊຸມ ແລະ ມີມະຕິຕົກລົງເປີດ ບັ້ນຮົບດຽນບຽນຟູໃນລະດູບານໃໝ່ 1953-1954. ກົມການເມືອງໄດ້ ກຳນົດວ່າ: “ດຽນບຽນຟູ ແມ່ນ ກຸ່ມຖານທີ່ໝັ້ນທີ່ເຂັ້ມແຂງແຕ່ມັນ ກໍ່ມີຈຸດບົກຜ່ອງພື້ນຖານຄືມັນຖືກ ໂດດດ່ຽວ” ກົມການເມືອງໄດ້ແຕ່ງ ຕັ້ງໃຫ້ທ່ານ ພົນເອກ ຫວໍ ຫງວຽນ ຢາບ ລັດຖະມົນຕີວ່າການກະຊວງ ປ້ອງກັນຊາດ ເປັນເລຂາຄະນະພັກ ດ້ານຮົບ ແລະ ເປັນຜູ້ບັນຊາການ ທະຫານສູງສຸດ, ລັດຖະບານໄດ້ຕົກ ລົງສ້າງຕັ້ງສະພາສະໜອງເຄື່ອງ ອຸປະໂພກ ແລະ ບໍລິໂພກໃຫ້ແກ່ ແນວໜ້າໂດຍແມ່ນທ່ານ ຟາມ ວັນ ດົງ ເປັນປະທານ. ໂດຍ: ທ່ານ ເຊຣເກ ຊົດສະກີ ່ົີ (Sergey Zhestkii) ເອກອັກຄະັ ລັດຖະທູດ ແຫ່ງ ສ ຣັດເຊຍ ປະຈໍາ ັູ່ັໍ ສປປ ລາວ ຂປລ. ໃນວັນທີ 9 ພຶດສະພາ 2026 ຢູ່ຣັດເຊຍ ຈະມີການສະ ເຫລີມສະຫລອງວັນແຫ່ງໄຊຊະ ນະໃນສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ ແລະ ໄຊຊະນະ ຂອງທົ່ວໂລກຕ້ານລັດທິຟາດຊິດ. ສົງຄາມໂລກຄັ້ງທີສອງ ໄດ້ການ ເປັນການສູນເສຍຄັ້ງຍິ່ງໃຫຍ່ທີ່ສຸດ ໃນປະຫວັດສາດຂອງມວນມະນຸດ. ໃນໄລຍະສົງຄາມ, ສະຫະພາບ ໂຊວຽດ ເປັນສະໜາມຮົບຫລັກ ໃນເອີຣົບ ຄຽງຄູ່ກັບ ຈີນ ໃນພາກ ພື້ນຕາເວັນອອກ. ສະຫະພາບ (ເນື່ອງໃນໂອກາດວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ)ື່ັົົ້ິຸູົີ ໂຊວຽດ ເປັນກໍາລັງຫລັກໃນການ ຕໍ່ສູ້ຕ້ານການຮຸກຮານຂອງຟາດ ຊິດເຢຍລະມັນຮິດເລີ ແລະ ພັນທະ ມິດ, ພ້ອມທັງໄດ້ມີບົດບາດສຳຄັນ ໃນການທຳລາຍລ້າງລັດທິຟາດ ຊິດ ແລະ ລັດທິຂຸນເສິກ. ປະຊາຊົນ ໂຊວຽດ ທີ່ໄດ້ອົດທົນຕໍ່ຄວາມທຸກ ຍາກຈາກການຮຸກຮານ ແລະ ຮັບ ຮູ້ເຖິງຄວາມໜ້າຢ້ານກົວຂອງ ສົງຄາມນັ້ນ ໄດ້ຕໍ່ສູ້ຢ່າງພິລະອາດ ຫານຕ້ານຜູ້ຮຸກຮານ ແລະ ໄດ້ເສຍ ສະລະຢ່າງຫລວງຫລາຍ ເພື່ອຍາດ ມາໄດ້ຊຶ່ງໄຊຊະນະອັນຍິ່ງໃຫຍ່. ເຫດການນີ້ມີຄວາມໝາຍສຳຄັນ ຕໍ່ທົ່ວໂລກການທຳລາຍລ້າງນາ ຊີເຢຍລະມັນ ແລະ ລັດທິຂຸນເສິກ ຍີ່ປຸ່ນ ໄດ້ນໍາໄປສູ່ການລົ້ມສະຫລາຍ ຂອງຜູ້ທີ່ຍຶດໝັ້ນໃນອຸດົມການຕ້ານ ມວນມະນຸດຂອງລັດທິຟາດຊິດ ທີ່ຕ້ອງການຄອບງຳໂລກ ແລະ ຄວາມປາຖະໜາຂອງພວກເຂົາທີ່ ຕ້ອງການເຮັດໃຫ້ປະຊາຊົນທັງໝົດ ຕົກຢູ່ໃນສະພາວະເປັນທາດ. ໃນປັດຈຸບັນ, ສ ຣັດເຊຍ ແລະ ບັນດາປະເທດເພື່ອນມິດ ແລະ ທີ່ ມີຈຸດຢືນດຽວກັນກຳລັງຮ່ວມກັນ ປະຕິບັດພາລະກິດ ໂດຍໝູນໃຊ້ ທຸກອໍານາດທີ່ມີດ້ວຍຄວາມຮັບຜິດ ຊອບ, ຮອບຄອບ ແລະ ມີເຫດຜົນ, ເຮັດທຸກສິ່ງທຸກຢ່າງທີ່ເປັນໄປໄດ້ ເພື່ອຮັກສາຄວາມເປັນຈິງທາງ ປະຫວັດສາດຂອງສົງຄາມໂລກ ຄັ້ງທີສອງ. ປະເທດຂອງພວກເຮົາ ຈະລະນຶກເຖິງວິລະກຳອັນຍິ່ງໃຫຍ່ ຂອງປະຊາຊົນສະຫະພາບໂຊວຽດ, ຈີນ ແລະ ບັນດາປະເທດພັນທະ ມິດອື່ນໆທີ່ໄດ້ຮ່ວມກັນປົກປ້ອງ ສັນຕິພາບໂລກຕະຫລອດມາ. ໃນ ວັນທີ 9 ພຶດສະພາ, ພວກເຮົາສະ ແດງຄວາມລະນຶກເຖິງທະຫານ ໂຊວຽດ 27 ລ້ານຄົນ ລວມທັງ ປະຊາຊົນຜູ້ບໍລິສຸດທີ່ໄດ້ຕໍ່ສູ້ເສຍສະ ລະຊີວິດ ເພື່ອອິດສະລະພາບ ແລະ ຄວາມເປັນເອກະລາດຂອງຄົນຮຸ່ນ ຫລັງ. ພວກເຮົາຂໍສະແດງຄວາມ ເຄົາລົບນັບຖືຢ່າງສຸດຊຶ້ງ ຕໍ່ທະຫານ ທັງໃນແນວໜ້າ ແລະ ແນວຫລັງ, ຜູ້ທີ່ອຸທິດຕົນຕໍ່ສູ້ເສຍສະລະຊີວິດໃນ ໄລຍະສົງຄາມ. ໃນປະເທດຣັດເຊຍ ແມ່ນມີການເອົາໃຈໃສ່ເປັນພິເສດ ຕໍ່ການສຶກສາອົບຮົມຊາວໜຸ່ມໂດຍ ການຍົກເອົາຄົນຮຸ່ນກ່ອນມາເປັນ ຕົວຢ່າງທີ່ສະແດງໃຫ້ເຫັນເຖິງ ການທີ່ມີນໍ້າໃຈຮັກຊາດ, ຮັກປະ ຊາຊົົນ ແລະ ຄວາມພ້ອມທີ່ຈະເສຍ ສະລະເພື່ອອະນາຄົດ ແລະ ຄວາມ ຈະເລີນຮຸ່ງເຮືອງ. ແຕ່ໜ້າເສຍດາຍ, ຕະຫລອດໄລຍະ 8 ທົດສະວັດທີ່ ຜ່ານມາ, ບາງກຸ່ມຄົນໄດ້ລືມບົດ ຮຽນອັນໂຫດຮ້າຍຂອງສົງຄາມ ນັ້ນ ແລະ ໃນມື້ນີ້, ພວກເຮົາຕ້ອງ ປົກປ້ອງຜົນຂອງໄຊຊະນະສົງຄາມ ໂລກຄັ້ງທີສອງຢ່າງເດັດຂາດອີກ ຄັ້ງ, ສະກັດກັ້ນຄວາມພະຍາຍາມ ໃນການບິດເບືອນປະຫວັດສາດ, ການດູໝິ່ນ ຫລື ການບໍ່ຮັບຮູ້ການ ປະກອບສ່ວນທາງປະຫວັດສາດ ຂອງສະຫະພາບໂຊວຽດ ຕໍ່ໄຊ ຊະນະດັ່ງກ່າວ ພ້ອມທັງການທຳ ລາຍຊື່ສຽງຂອງຜູ້ຮັກຫອມເສລີ ພາບ. ພວກເຮົາເຫັນວ່າບາງປະ ເທດໄດ້ມີການຟື້ນຟູແນວຄິດລັດທິ ນາຊີ ແລະ ການຈໍາແນກເຊື້ອຊາດ ຢ່າງເປີດເຜີຍ ແລະ ໄດ້ຍົກຍໍພວກ ນາຊີ ແລະ ພັນທະມິດວ່າເປັນ ວິລະບູລຸດ. ລັດທິນາຊີໃໝ່ ແລະ ລັດຂຸນເສິກກຳລັງກໍາເນີດຂຶ້ນ ຊຶ່ງ ນໍາໄປສູ່ການເພີ່ມຂຶ້ນໃນຫລາຍຮູບ ແບບຕ່າງໆຂອງການຈຳແນກເຊື້ອ ຊາດ, ລັດທິຊາດນິຍົມລວມທັງການ ຈຳແນກທາງສີຜິວ, ການກຽດຊັງ ຄົນຕ່າງດ້າວ ແລະ ການບໍ່ຍອມຮັບ ຄວາມຄິດທີ່ແຕກຕ່າງ. ຕົວຢ່າງທີ່ ສາມາດເຫັນໄດ້ຊັດເຈນຂອງການ ຟືນຄືນຂອງລັດທິນາຊີ ແມ່ນການ ບໍ່ຮັບຮູ້ກ່ຽວກັບສິດໃນການນໍາໃຊ້ ພາສາແມ່ ແລະ ຄວາມເຊື່ອດັ້ງເດີມ ຂອງກຸ່ມຄົນທີ່ເວົ້າພາສາຣັດເຊຍ, ລວມທັງການຈູດປຶ້ມວັນນະກໍາທີ່ ຂຽນໂດຍຄົນຣັດເຊຍ ແລະ ການ ທໍາລາຍບັນດາອະນຸສອນສະຖານທີ່ ລະນຶກແກ່ວິລະຊົນ ແລະ ຜູ້ທີ່ໄດ້ເສຍ ສະລະຊີວິດໃນໄລຍະສົງຄາມໂລກ ຄັ້ງທີ 2 ບົນພື້ນຖານການຫວັງທໍາ ລາຍເອກະລັກຊາດ.
RkJQdWJsaXNoZXIy MTc3MTYxMQ==