7271

08/05/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d [= ]y la fg[p]k; 9a fdy f9tde;a ol5 0trk[ c]t 7;k,xvfwr3]d 2026 rkp.8h sq ;0= 7;k,xvfwrmk'4t|q o grnj v0a [g7nj vo;a fmtotme7;k,xvfwrrkp.o c]t ovdvq 'dvo h “ ” ຂປລ. ວັນສຸຂະພາບ ແລະ ຄວາມປອດໄພໂລກ ໄດ້ຖືກກຳນົດ ໃຫ້ຈັດຂຶ້ນໃນວັນທີ 28 ເມສາ ຂອງ ທຸກປີ ໂດຍອົງກອນແຮງງານສາກົນ (ILO) ນັບຕັ້ງແຕ່ປີ 2003. ໃນປີ 2026 ນີ້ ແມ່ນຄົບຮອບ 23 ປີ ຂອງ ການສ້າງຈິດສຳນຶກດ້ານຄວາມ ປອດໄພໃນລະດັບໂລກ. ສຳລັບກຸ່ມບໍລິສັດຄາລສ໌ເບີກ ແລະ ບໍລິສັດເບຍລາວ ຈຳກັດ ໄດ້ໃຫ້ ຄວາມສຳຄັນຢ່າງຍິ່ງຕໍ່ວັນສຳຄັນ ດັ່ງກ່າວ ໂດຍມຸ່ງເນັ້ນໃນການສ້າງ ຈິດສຳນຶກ ແລະ ປັບປ່ຽນພຶດຕິກຳ ເພື່ອຫລຸດຜ່ອນອຸບັດເຫດ, ການ ບາດເຈັບ ແລະ ການເສຍຊີວິດທັງ ໃນສະຖານທີ່ເຮັດວຽກ ແລະ ຕາມ ທ້ອງຖະໜົນ. ໃນປີນີ້ ບໍລິສັດເບຍລາວ ຈຳກັດ ໄດ້ຈັດກິດຈະກຳວັນສຸຂະພາບ ແລະ ຄວາມປອດໄພໂລກ ໃນວັນທີ 29 ເມສາ ພ້ອມກັນທີ່ໂຮງງານ ເບຍລາວວຽງຈັນ ແລະ ໂຮງງານ ເບຍລາວ ແຂວງຈຳປາສັກ, ໂດຍ ການເປັນປະທານເປີດງານຂອງ ທ່ານ ເຮັນຣິກ ຈູເອລ ແອນເດີເຊັນ ອຳນວຍການໃຫຍ່ ພ້ອມດ້ວຍຄະ ນະອຳນວຍການບໍລິສັດເບຍລາວ ຈຳກັດ, ຫ້ອງການຕໍາຫລວດ ປກສ ນະຄອນຫລວງວຽງຈັນ ຕາງໜ້າ ໂດຍທ່ານ ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫລວດຈະລາ ຈອນ, ພ້ອມດ້ວຍຄູ່ຮ່ວມທຸລະກິດທີ່ ປິ່ນອ້ອມ, ພະນັກງານ ແລະ ສື່ມວນ ຊົນເຂົ້າຮ່ວມຢ່າງຄຶກຄື້ນ. ພາຍໃນງານໄດ້ມີການນຳສະ ເໜີນະໂຍບາຍ ແລະ ຍຸດທະສາດ ດ້ານສຸຂະພາບ ແລະ ຄວາມປອດ ໄພຂອງບໍລິສັດເບຍລາວ, ການນຳ ສະເໜີລະບົບ Telematics ແລະ GPS ເພື່ອຊ່ວຍຍົກລະດັບການ ຕິດຕາມ ແລະ ມາດຕະຖານການ ຂັບຂີ່, ການໃຫ້ຄວາມຮູ້ກົດລະບຽບ ແລະ ການຂັບຂີ່ປອດໄພໂດຍເຈົ້າ ໜ້າທີ່ຕຳຫລວດຈະລາຈອນລວມ ເຖິງການສົນທະນາແລກປ່ຽນກໍລະ ນີອຸບັດເຫດທີ່ເກີດຂຶ້ນຈິງ ແລະ ບົດຮຽນທີ່ຄວນນຳໄປປັບໃຊ້, ພ້ອມ ດ້ວຍກິດຈະກຳຖາມ-ຕອບ ເພື່ອ ສ້າງການມີສ່ວນຮ່ວມ. ທ່ານ ສິດທິໄຊ ເກດຕະວົງ ຄະນະອຳນວຍການ ແລະ ຊີ້ນຳ ວຽກກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດເບຍ ລາວ ຈຳກັດ ໄດ້ກ່າວວ່າ: ຊັບສິນສາ ມາດສ້າງຂຶ້ນໃໝ່ໄດ້ແຕ່ຊີວິດຄົນ ຫາກສູນເສຍໄປແລ້ວບໍ່ສາມາດນຳ ກັບຄືນມາໄດ້, ດັ່ງນັ້ນທາງບໍລິສັດ ເບຍລາວ ຈຶ່ງໃຫ້ຄວາມສຳຄັນຢ່າງ ສູງຕໍ່ສຸຂະພາບ ແລະ ຄວາມປອດ ໄພຂອງພະນັກງານ; ສຳລັບປີນີ້ ບໍລິສັດໄດ້ມີການຮ່ວມກັບເຈົ້າໜ້າທີ່ ຕຳຫລວດຈະລາຈອນ ເພື່ອໃຫ້ ຄວາມຮູ້ເຜີຍແຜ່ກົດລະບຽບ ແລະ ສ້າງຄວາມເຂົ້າໃຈໃຫ້ພະນັກງານ ສາມາດປະຕິບັດກົດລະບຽບຈະ ລາຈອນຢ່າງເຂັ້ມງວດ ເພື່ອຫລີກ ລ່ຽງອຸບັດເຫດ. ທ່ານ ແກ່ນແກ້ວ ແກ້ວວິໄລ, ຜູ້ຈັດການຝ່າຍສຸຂະພາບ ແລະ ຄວາມປອດໄພບໍລິສັດເບຍລາວ ຈຳກັດ ກ່າວວ່າ: ກິດຈະກຳຄັ້ງນີ້ຈັດ ຂຶ້ນເພື່ອສ້າງຄວາມຮູ້ໃຫ້ພະນັກງານ ບໍລິສັດເບຍລາວ, ພະນັກງານບໍລິສັດ ທີ່ເປັນຜູ້ສະໜອງ ແລະ ຜູ້ມີສ່ວນ ກ່ຽວຂ້ອງໃຫ້ມີຄວາມເຂົ້າໃຈດ້ານ ຄວາມປອດໄພຫລາຍຂຶ້ນ; ປີນີ້ ບໍລິສັດເລືອກຫົວຂໍ້ການຂັບຂີ່ປອດ ໄພ ເນື່ອງຈາກອຸບັດເຫດຈຳນວນ ຫລາຍມັກເກີດຂຶ້ນຕາມທ້ອງຖະ ໜົນ, ການໄດ້ຮັບກຽດຈາກຫົວໜ້າ ພະແນກຕຳຫລວດຈະລາຈອນນະ ຄອນຫລວງມາໃຫ້ຄວາມຮູ້ຈະຊ່ວຍ ໃຫ້ພະນັກງານໄດ້ແລກປ່ຽນຮຽນຮູ້ ລະບຽບການໃຊ້ລົດໃຊ້ຖະໜົນ ແລະ ນຳໄປປັບໃຊ້ເພື່ອປົກປ້ອງຊີວິດ ແລະ ຊັບສິນ. ການຈັດກິດຈະກຳຄັ້ງນີ້ ສະ ທ້ອນເຖິງຄວາມມຸ່ງໝັ້ນຂອງບໍລິ ສັດເບຍລາວ ໃນການຂັບເຄື່ອນ ວັດທະນະທຳຄວາມປອດໄພທັງ ພາຍໃນອົງກອນ ແລະ ສັງຄົມ ໂດຍ ມີຂໍ້ຄວາມສຳຄັນວ່າ: “ການກັບ ບ້ານໄປຫາຄອບຄົວຢ່າງປອດໄພ ແມ່ນສິ່ງທີ່ສຳຄັນທີ່ສຸດ”.

RkJQdWJsaXNoZXIy MTc3MTYxMQ==