7271

@ 0j k; c]t gsfdko j 08/05/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ນາຍົກລັດຖະມົນຕີ ຊີ້ນຳ...ົັົີີ້ ນາຍົກລັດຖະມົນຕີ ນຳພາ...ົັົີ ຮອງນາຍົກ...ົ ຄັ້ງທີ XII ຂອງພັກ ກໍຄື ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X ຕິດພັນກັບການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກະຊວງ ຍທຂ ກໍຄື ແຜນພັດທະນາ 5 ປີ 2026-2030 ຂອງຂະແໜງ ຍທຂ. ໃຫ້ນໍາເອົາເນື້ອໃນທີ່ໄດ້ປຶກ ສາຫາລືກັນ ໄປກວດກາຄືນ ແລະ ນໍາພາເຮັດໃຫ້ແທດເຖິງຕົວຈິງ ໂດຍສະເພາະການຍົກລະດັບ ແລະ ພັດທະນາພື້ນຖານໂຄງລ່າງຄົມມະ ນາຄົມ-ຂົນສົ່ງ ຢ່າງເປັນລະບົບຄົບ ຊຸດ ເພື່ອເຊື່ອມຈອດພາຍໃນ, ພາກ ພື້ນ ແລະ ສາກົນ ໂດຍເຮັດຢ່າງມີ ຈຸດສຸມ, ເນັ້ນໃສ່ບັນດາເສັ້ນທາງ ສາຍຫລັກ ທີ່ເປັນສາຍເລືອດຂອງ ເສດຖະກິດ 13 ເໜືອ-ໃຕ້ ແລະ ເສັ້ນທາງອື່ນໆ ທີ່ໄດ້ກໍານົດໄວ້ໃນ ມະຕິ 05/ລບ ລົງວັນທີ 30 ມີນາ 2026, ມະຕິ 165/ສພຊ ແລະ ມະຕິ 10/ລບ ວ່າດ້ວຍນະໂຍບາຍ ຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ໃນໄລຍະໃໝ່ ຫລື ໂຄງການ OPBRC ແລະ PRTC; ໃຫ້ເປັນເຈົ້າການຄຸ້ມຄອງ ລົດບັນທຸກນໍ້າໜັກເກີນ ເພື່ອຮັກສາ ເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຍາວ ນານ; ເອົາໃຈໃສ່ພັດທະນາຕົວ ເມືອງ ຕິດພັນກັບປົກປັກຮັກສາ ສິ່ງແວດລ້ອມ ແລະ ຄວາມສະອາດ ງາມຕາໃນຕົວເມືອງ ເປັນຕົ້ນ ການ ແກ້ໄຂບັນຫານໍ້າຖ້ວມຂັງ, ການ ຄຸ້ມຄອງ ແລະ ຈັດການຂີ້ເຫຍື້ອ, ການກໍ່ສ້າງທີ່ຕິດພັນກັບການຮັກ ສາເຂດນໍ້າແດນດິນ ແລະ ອະທິປະ ໄຕຂອງຊາດ; ຄົ້ນຄວ້າແກ້ໄຂບັນ ຫາຂາດແຄນນໍ້າປະປາໃນບັນດາ ຕົວເມືອງໃຫຍ່ໃຫ້ຂາດຕົວ; ພັດທະ ນາ-ຄຸ້ມຄອງການບິນພົນລະເຮືອນ ໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ໄດ້ມາດຕະຖານສາກົນ; ສຸມ ໃສ່ແກ້ໄຂຂໍ້ຄົງຄ້າງ ແລະ ເລັ່ງລັດ ປະຕິຮູບລັດວິສາຫະກິດການບິນ ລາວ ໃຫ້ສຳເລັດໂດຍໄວ; ຄຸ້ມຄອງ ພາຫະນະ-ການຂັບຂີ່ ແລະ ການ ຂົນສົ່ງໂດຍສານໃນຂອບເຂດທົ່ວ ປະເທດ ໃຫ້ມີຄວາມປອດໄພແທ້; ພັດທະນາທາງລົດໄຟ ແລະ ບັນດາ ກິດຈະການປິ່ນອ້ອມ ເພື່ອນໍາຜົນ ປະໂຫຍດສູງສຸດໃຫ້ປະເທດຊາດ ແລະ ປະຊາຊົນ; ຄົ້ນຄວ້ານໍາໃຊ້ ລະບົບທີ່ທັນສະໄໝ-ປັນຍາປະດິດ ມາຊ່ວຍພັດທະນາ ແລະ ຄຸ້ມຄອງບໍລິຫານລະບົບພື້ນຖານໂຄງລ່າງ ເພື່ອໃຫ້ວ່ອງໄວ ແລະ ໂປ່ງໃສ; ເພີ່ມທະວີການພົວພັນຮ່ວມມື, ຍາດແຍ່ງເອົາການຊ່ວຍເຫລືອ, ຮ່ວມມື ແລະ ລົງທຶນຈາກບັນດາ ຄູ່ຮ່ວມພັດທະນາ, ປະເທດເພື່ອນ ມິດ, ອົງການຈັດຕັ້ງຕ່າງໆ, ພາກ ທຸລະກິດ ທັງພາຍໃນ ແລະ ຕ່າງ ປະເທດ ໃຫ້ນັບມື້ເພີ່ມຂຶ້ນ; ເພີ່ມ ທະວີການຄຸ້ມຄອງ-ນໍາໃຊ້ທຶນກູ້ ຢືມເຂົ້າໃນການພັດທະນາພື້ນຖານ ໂຄງລ່າງໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ຍົກສູງຂອດການ ປະສານງານ ລະຫວ່າງ ສູນກາງ ກັບທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ, ສາມາດແກ້ໄຂບັນຫາທີ່ເກີດຂຶ້ນ ຢ່າງທັນການ; ເຊີດຊູຄວາມເປັນ ເຈົ້າການ ແລະ ຄວາມຮັບຜິດຊອບ ການເມືອງໃຫ້ສູງຂຶ້ນ ເພື່ອເຮັດ ສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ. ໃນໂອກາດນີ້, ທ່ານ ເຫລັກ ໄຫລ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ລາຍ ງານໃຫ້ຊາບ ກ່ຽວກັບຜົນກອງ ປະຊຸມຄັ້ງນີ້ ແມ່ນໄດ້ດໍາເນີນໄປ ດ້ວຍຄວາມຮັບຜິດຊອບສູງ, ເນື້ອ ໃນຫລາກຫລາຍ ແລະ ເລິກເຊິ່ງ ໂດຍໄດ້ພ້ອມກັນຕີລາຄາຜົນສໍາ ເລັດ, ຂໍ້ຄົງຄ້າງ ແລະ ໄດ້ຄົ້ນຄວ້າ ກໍານົດມາດຕະການ-ວິທີການແກ້ ໄຂ, ພ້ອມທັງກໍານົດທິດທາງແຜນ ການໃນຕໍ່ໜ້າ; ທີ່ສໍາຄັນແມ່ນໄດ້ ລົງເລິກຄົ້ນຄວ້າ, ປຶກສາຫາລືຕໍ່ ວຽກງານສຳຄັນ ຄື: ການຊຸກຍູ້ໂຄງ ການກໍ່ສ້າງ ແລະ ສ້ອມແປງເສັ້ນ ທາງໃນໄລຍະໃໝ່ ໃນຮູບແບບ (OPBRC ແລະ PRTC), ການ ຈັດຕັ້ງປະຕິບັດກອງທຶນທາງ, ກອງ ສ້ອມແປງທາງ, ການຫັນເປັນທັນ ສະໄໝຂອງຂະແໜງ ຍທຂ, ຜ່ານ ຮ່າງຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງ ຍທຂ ຂັ້ນຕາ ແສງ, ການຄຸ້ມຄອງການຂົນສົ່ງ ສິນຄ້າ-ໂດຍສານ, ການຄຸ້ມຄອງ ລົດບັນທຸກນໍ້າໜັກ, ມາດຕະການ ຕໍ່ການບັນທຸກນໍ້າໜັກເກີນກຳນົດ, ການແກ້ໄຂບັນຫາການລະເມີດ ລະບຽບຈະລາຈອນ ໃນຕົວເມືອງ ກໍຄື ມາດຕະການຫລຸດຜ່ອນອຸບັດ ເຫດຕາມທ້ອງຖະໜົນ, ການຄຸ້ມ ຄອງການເດີນເຮືອ, ຄວາມປອດ ໄພ ຂອງເຮືອທ່ອງທ່ຽວ, ເຮືອຂົນ ສົ່ງສິນຄ້າ, ໂດຍສານ ແລະ ການ ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ, ການ ຄຸ້ມຄອງການດູດຫີນ-ຊາຍ ຮັບໃຊ້ ການກໍ່ສ້າງ ເພື່ອບໍ່ໃຫ້ສວຍໂອກາດ ຂຸດຄົ້ນຄໍາຕົກຂ້ອນ, ການແກ້ໄຂ ບັນຫານໍ້າປະປາບໍ່ພຽງພໍໃນຕົວ ເມືອງ, ການແກ້ໄຂບັນຫານໍ້າສູນ ເສຍ, ການປັບປຸງລັດວິສາຫະກິດ ນໍ້າປະປາ, ການແກ້ໄຂຂໍ້ຄົງຄ້າງ ຕາມການແນະນໍາຂອງອົງການ ການບິນພົນລະເຮືອນສາກົນ ແລະ ວຽກງານທີ່ຕິດພັນຈຳນວນໜຶ່ງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ອາຊຽນ, ບັນດາຮອງເລຂາທິການ ໃຫຍ່ອາຊຽນ ແລະ ຄະນະກໍາມະ ການຜູ້ຕາງໜ້າຖາວອນປະຈໍາອາ ຊຽນ (CPR). ໃນໂອກາດດັ່ງກ່າວ, ທ່ານຮອງ ນາຍົກ ທອງສະຫວັນ ພົມວິຫານ ໄດ້ພົບປະ ແລະ ແລກປ່ຽນຄຳຄິດ ຄຳເຫັນກັບ ທ່ານເລຂາທິການໃຫຍ່ ອາຊຽນ ແລະ ຄະນະກໍາມະການ ຜູ້ຕາງໜ້າຖາວອນປະຈໍາອາຊຽນ ກ່ຽວກັບການເສີມສ້າງປະຊາຄົມ ອາຊຽນໃຫ້ເຂັ້ມແຂງ, ສະພາບການ ພາກພື້ນ ແລະ ສາກົນ ທີ່ສົ່ງຜົນກະ ທົບຕໍ່ປະຊາຄົມອາຊຽນກໍຄືປະເທດ ສະມາຊິກອາຊຽນ. ໃນນີ້,ທ່ານຮອງ ນາຍົກ ໄດ້ສະແດງຄວາມຊົມເຊີຍ ຕໍ່ບົດບາດຂອງຄະນະກໍາມະການຜູ້ ຕາງໜ້າຖາວອນປະຈໍາອາຊຽນ ແລະ ກອງເລຂາອາຊຽນ ທີ່ໄດ້ປະ ກອບສ່ວນຢ່າງຕັ້ງໜ້າໃນຂະບວນ ການສ້າງປະຊາຄົມອາຊຽນ ກໍຄື ການຈັດຕັ້ງປະຕິບັດວິໄສທັດປະ ຊາຄົມອາຊຽນ 2045 ໃຫ້ປະກົດ ຜົນເປັນຈິງ ດ້ວຍການຮັດແໜ້ນ ຄວາມສາມັກຄີ ແລະ ຍົກສູງຄວາມ ເປັນແກນກາງຂອງອາຊຽນ ທ່າມ ກາງສະພາບການຂອງພາກພື້ນ ແລະ ສາກົນ ທີ່ມີການຜັນແປຢ່າງ ສະຫລັບສັບຊ້ອນ ແລະ ຄາດຄະເນ ໄດ້ຍາກ. ພ້ອມກັນນີ້, ທ່ານເລຂາ ທິການໃຫຍ່ອາຊຽນ ແລະ ບັນດາ ຜູ້ຕາງໜ້າຖາວອນປະຈໍາອາຊຽນ ກໍໄດ້ຕີລາຄາສູງຕໍ່ບົດບາດຂອງ ສປປ ລາວ ທີ່ໄດ້ປະກອບສ່ວນ ຢ່າງຫ້າວຫັນຕໍ່ອາຊຽນ, ລວມທັງ ຜົນສໍາເລັດການເປັນປະທານອາ ຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ: ເພີີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ ຊຶ່ງມີຄວາມສອດຄ່ອງກັບ ຄວາມພະຍາຍາມຂອງອາຊຽນ ໃນການເພີ່ມທະວີການເຊື່ອມຈອດ ແລະ ເຊື່ອມໂຍງພາກພື້ນໃຫ້ນັບມື້ ມີຄວາມເຂັ້ມແຂງຂຶ້ນ. ອັນສຳຄັນ, ທ່ານຮອງນາຍົກ ໄດ້ເນັ້ນຢ້ຳຄວາມ ສຳຄັນຂອງອາຊຽນ ໃນປີ 2027 ຊຶ່ງເປັນປີຄົບຮອບ 60 ປີ ແຫ່ງການ ສ້າງຕັ້ງອາຊຽນ ແລະ ຄົບຮອບ 30 ປີທີ່ ສປປ ລາວ ເຂົ້າເປັນສະມາຊິກ ອາຊຽນ. ຫລັງຈາກນັ້ນ, ທ່ານຮອງນາ ຍົກ ທອງສະຫວັນ ພົມວິຫານ ໄດ້ ພົບປະສອງຝ່າຍກັບ ທ່ານເລຂາທິ ການໃຫຍ່ອາຊຽນ ໂດຍສອງຝ່າຍ ໄດ້ປຶກສາຫາລືບັນດາບຸລິມະສິດ ຫລັກຂອງອາຊຽນ ແລະ ຢໍ້າຄືນ ຄວາມໝາຍໝັ້ນ ເພື່ອສືບຕໍ່ສ້າງ ປະຊາຄົມອາຊຽນໃຫ້ມີຄວາມເຂັ້ມ ແຂງ, ພ້ອມທັງແລກປ່ຽນຄໍາຄິດ ຄໍາເຫັນຕໍ່ບັນດາສິ່ງທ້າທາຍໃນ ປັດຈຸບັນ ໂດຍສະເພາະສິ່ງທ້າທາຍ ທາງດ້ານພະລັງງານແລະອາຫານ. ພ້ອມກັນນີ້, ທ່ານຮອງນາຍົກລັດ ຖະມົນຕີ ໄດ້ຕີລາຄາສູງ ແລະ ສະ ແດງຄວາມຂອບໃຈຕໍ່ທ່ານເລຂາ ທິການໃຫຍ່ອາຊຽນກໍຄືກອງເລຂາ ອາຊຽນ ທີ່ໄດ້ໃຫ້ການສະໜັບສະ ໜູນ, ຊ່ວຍເຫລືອ ແລະ ໃຫ້ການ ຮ່ວມມືແກ່ ສປປ ລາວ ໃນໄລຍະ ຜ່ານມາ ໂດຍສະເພາະໃນການເປັນ ປະທານອາຊຽນ ແລະ ສະເໜີໃຫ້ ທ່ານເລຂາທິການໃຫຍ່ອາຊຽນ ກໍຄື ກອງເລຂາອາຊຽນ ສືບຕໍ່ໃຫ້ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໂດຍສະເພາະໃນວຽກ ງານການສ້າງຂີດຄວາມສາມາດ ໃຫ້ແກ່ພະນັກງານຂອງປະເທດ ສະມາຊິກອາຊຽນ, ລວມທັງ ສປປ ລາວ. ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ ມອບເຄື່ອງທີ່ລະນຶກທີ່ເປັນສັນຍະ ລັກວັດທະນະທຳຂອງ ສປປ ລາວ ໃຫ້ແກ່ທ່ານເລຂາທິການໃຫຍ່ອາ ຊຽນ ເພື່ອວາງສະແດງໄວ້ຢູ່ຫ້ອງ ວາງສະແດງຂອງກອງເລຂາອາ ຊຽນ. ຮອງລັດຖະມົນຕີ...ັົີ ຄະນະ ເພື່ອປຶກສາຫາລືກ່ຽວກັບ ວຽກງານການຮ່ວມມືສອງຝ່າຍ ໂດຍສະເພາະວຽກງານສື່ມວນຊົນ ລະຫວ່າງ ສປປ ລາວ ແລະ ອົດ ສະຕຣາລີ. ໃນໂອກາດດັ່ງກ່າວ, ທ່ານ ຄຳພັນ ເຜີຍຍະວົງ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາຄາ ສູງຕໍ່ທ່ານທູດອົດສະຕຣາລີ ປະຈຳ ລາວ ທີ່ໄດ້ນຳພາຄະນະ ມາສະແດງ ຄວາມຊົມເຊີຍຕໍ່ການຮັບໜ້າທີ່ເປັນ ກຳມະການກົມການເມືອງສູນກາງ ພັກ, ພ້ອມທັງລາຍງານໃຫ້ທ່ານທູດ ຮັບຊາບກ່ຽວກັບພາລະບົດບາດ ແລະ ໜ້າທີ່ ຂອງຄະນະໂຄສະນາ ອົບຮົມສູນກາງພັກ ພາຍຫລັງມີ ການປັບປຸງກົງຈັກການຈັດຕັ້ງຄືນ ໃໝ່. ພ້ອມນີ້, ສອງຝ່າຍ ຍັງໄດ້ທົບ ທວນໂດຍສັງເຂບກ່ຽວກັບການ ຮ່ວມມື ລະຫວ່າງ ລາວ-ອົດສະ ຕຣາລີ ໃນໄລຍະຜ່ານມາ ໂດຍໄດ້ ເນັ້ນໜັກກ່ຽວກັບສາຍພົວພັນມິດ ຕະພາບ ແລະ ການຮ່ວມມື ທີ່ມີມາ ແຕ່ດົນນານລະຫວ່າງ ສປປ ລາວອົດສະຕຣາລີ ໂດຍສະເພາະການ ຮ່ວມມື ໃນຂະແໜງສື່ມວນຊົນ ຂອງສອງປະເທດ ລາວ-ອົດສະ ຕຣາລີ ທີ່ມີມາແລ້ວນັ້ນ ໃຫ້ນັບມື້ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມ ນີ້, ສອງຝ່າຍຍັງໄດ້ສົນທະນາ ແລະ ປຶກສາຫາລືກ່ຽວກັບການສືບຕໍ່ເພີ່ມ ທະວີທິດທາງແຜນການຮ່ວມມື ສອງຝ່າຍ ລະຫວ່າງ ລາວ-ອົດສະ ຕຣາລີ ໃນຕໍ່ໜ້າຕື່ມອີກ. ທ່ານ ນາງ ເມແກັນ ຈອນສ ກໍ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ທ່ານຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ທີ່ຖືກແຕ່ງຕັ້ງ ໃຫ້ເປັນກຳມະການກົມການເມືອງ ສູນກາງພັກ ແລະ ສະແດງຄວາມ ຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ ໃຫ້ການຮ່ວມມືທີ່ດີ ແລະ ໃຫ້ການ ສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໂດຍສະເພາະໃນຂົງເຂດ ວຽກງານສື່ມວນຊົນ ຂອງສອງ ປະເທດໃຫ້ນັບມື້ແຕກດອກອອກ ຜົນຍິ່ງໆຂຶ້ນ. ຂໍ້ມູນ-ພາບ: ຄະນະໂຄສະນາອົບຮົມ ສູນກາງພັກ ລາວ-ອົດສະຕຣາລີ...ົີ ກອງປະຊຸມຮ່ວມລະຫວ່າງ ເຈົ້າ ໜ້າທີ່ອາວຸໂສອາຊຽນ ແລະ ເຈົ້າ ໜ້າທີ່ອາວຸໂສເສດຖະກິດອາຊຽນ ໂດຍມີບັນດາຫົວໜ້າເຈົ້າໜ້າທີ່ ອາວຸໂສອາຊຽນ, ເຈົ້າໜ້າທີ່ອາວຸ ໂສເສດຖະກິດອາຊຽນ ແລະ ຮອງ ເລຂາທິການໃຫຍ່ອາຊຽນ ພ້ອມ ດ້ວຍຄະນະ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ ໄດ້ປຶກສາຫາລືເພື່ອກະ ກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48 ທີ່ຈະຈັດຂຶ້ນ ໃນວັນທີ 8 ພຶດສະພາ 2026 ທີ່ ເຊບູ, ຟີລິບປິນ. ພ້ອມນີ້, ກອງປະ ຊຸມໄດ້ຮັບຊາບຄວາມຄືບໜ້າການ ສ້າງປະຊາຄົມອາຊຽນ ຊຶ່ງໂດຍ ລວມມີຄວາມຄືບໜ້າ ໂດຍສະເພາະ ປີ 2026 ນີ້ ເປັນປີທຳອິດໃນການ ເລີ່ມຈັດຕັ້ງປະຕິບັດ ວິໄສທັດປະ ຊາຄົມອາຊຽນ 2045 ແລະ ບັນ ດາແຜນຍຸດທະສາດ ເພື່ອຈັດຕັ້ງ ປະຕິບັດວິໄສທັດດັ່ງກ່າວ. ກອງປະ ຊຸມຍັງໄດ້ປຶກສາຫາລືກ່ຽວກັບ ບັນ ດາບຸລິມະສິດທີ່ອາຊຽນ ຈະໄດ້ດໍາ ເນີນພາຍຫລັງທີ່ ຕີມໍແລັດສະເຕ ເຂົ້າເປັນສະມາຊິກສົມບູນຂອງອາ ຊຽນ. ນອກນັ້ນ, ກໍໄດ້ປຶກສາຫາລື ກ່ຽວກັບການກະກຽມສະເຫລີມ ສະຫລອງ ຄົບຮອບ 50 ປີ ຂອງ ສົນທິສັນຍາໄມຕີຈິດ ແລະ ການ ຮ່ວມມືໃນອາຊີຕາເວັນອອກສຽງ ໃຕ້, ຄວາມຄືບໜ້າການຮ່ວມມື ລະ ຫວ່າງ ອາຊຽນ ແລະ ຄູ່ເຈລະຈາ ເປັນຕົ້ນ ການເຈລະຈາຮ່າງແຜນ ປະຕິບັດງານສະບັບໃໝ່ແລະບັນດາ ຮ່າງຖະແຫລງການຮ່ວມທີ່ກ່ຽວ ຂ້ອງ, ການກະກຽມໃຫ້ແກ່ກອງ ປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຄູ່ເຈລະຈາ ແລະ ກອງປະຊຸມເຈົ້າ ໜ້າທີ່ອາວຸໂສອາຊຽນ ໃນຂອບ ກອງປະຊຸມສຸດຍອດອາຊີຕາເວັນ ອອກ(EASSOM)ແລະອາຊຽນ ບວກສາມ (APT SOM), ການ ກະກຽມໃຫ້ແກ່ກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ-ຄູ່ເຈ ລະຈາ ທີ່ຈະຈັດຂຶ້ນໃນເດືອນກໍລະ ກົດ 2026, ການກະກຽມໃຫ້ແກ່ ກອງປະຊຸມສຸດຍອດສະເຫລີມສະ ຫລອງການພົວພັນອາຊຽນ-ຣັດ ເຊຍ ຄົບຮອບ 35 ປີ ທີ່ຈະຈັດຂຶ້ນ ໃນວັນທີ 18 ມິຖຸນາ 2026 ທີ່ກາ ຊານ ປະເທດຣັດເຊຍ ແລະ ກອງ ປະຊຸມສຸດຍອດອາຊີຕາເວັນອອກ ທີ່ຈະຈັດຂຶ້ນໃນເດືອນພະຈິກ 2026 ທີ່ ຟີລິບປິນ. ກອງປະຊຸມຮ່ວມລະຫວ່າງ ເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ເຈົ້າໜ້າທີ່ອາວຸໂສເສດຖະກິດອາ ຊຽນ ໄດ້ປຶກສາຫາລືກ່ຽວກັບການ ຍົກລະດັບກົນໄກປະສານງານລະ ຫວ່າງເສົາຄໍ້າຂອງອາຊຽນ ໂດຍ ເນັ້ນໃສ່ການເສີມສ້າງຄວາມສອດ ຄ່ອງດ້ານນະໂຍບາຍ ລະຫວ່າງ ເສົາຄໍ້າການເມືອງ-ຄວາມໝັ້ນຄົງ ອາຊຽນ ແລະ ເສດຖະກິດອາຊຽນ ເພື່ອຮອງຮັບການພັດທະນາແບບ ຍືນຍົງ. ພ້ອມນີ້, ກອງປະຊຸມໄດ້ປຶກ ສາຫາລືກ່ຽວກັບຜົນກະທົບທີ່ເກີດ ຂຶ້ນຈາກສະພາບການໃນຕາເວັນ ອອກກາງ ໂດຍສະເພາະຄວາມ ສ່ຽງຈາກການເໜັງຕີງຂອງລາຄາ ນໍ້າມັນ ແລະ ພະລັງງານ, ຄ່າຂົນສົ່ງ ທີ່ເພີ່ມຂຶ້ນ ແລະ ການຢຸດຊະງັກ ຂອງຕ່ອງໂສ້ການສະໜອງ ຊຶ່ງ ສົ່ງຜົນກະທົບໂດຍກົງຕໍ່ຄວາມໝັ້ນ ຄົງທາງເສດຖະກິດ, ຄວາມໝັ້ນ ຄົງດ້ານພະລັງງານ ແລະ ສະບຽງ ອາຫານ ກໍຄື ຜົນກະທົບຕໍ່ການ ດຳລົງຊີວິດຂອງປະຊາຊົນໃນອາ (Elizabeth T. Te) ເອກອັກຄະ ລັດຖະທູດ ແຫ່ງ ສາທາລະນະລັດ ຟີລິບປິນ ປະຈຳ ສປປ ລາວ ແລະ ຜູ້ ຕາງໜ້າຈາກພາກສ່ວນກ່ຽວຂ້ອງ. ຂ່າວ- ພາບ: ກົມປະຊາສຳພັນ ຫສນຍ. ຊຽນ. ພ້ອມນັ້ນ, ກອງປະຊຸມຍັງໄດ້ ທົບທວນຄືນຄວາມຄືບໜ້າໃນການ ຈັດຕັ້ງປະຕິບັດວຽກງານພາຍໃຕ້ ບັນດາແຜນວຽກງານອາຊຽນ, ພ້ອມທັງພິຈາລະນາແນວທາງໃນ ຕໍ່ໜ້າ ເພື່ອເສີມສ້າງຄວາມຢືດຢຸ່ນ ຂອງຕ່ອງໂສ້ການສະໜອງ ຄຽງຄູ່ ກັບການຟື້ນຟູເສດຖະກິດຢ່າງຮອບ ດ້ານ ແລະ ເປັນຮູບປະທຳ ເພື່ອນຳ ສະເໜີຕໍ່ຜູ້ນຳອາຊຽນ ພິຈາລະນາ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48.

RkJQdWJsaXNoZXIy MTc3MTYxMQ==