08/05/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ປາຖະກະຖາ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ກະຊວງການເງິນ ຮ່ວມ ກັບທະນາຄານໂລກ ຈັດເຜີຍແຜ່ບົດ ລາຍງານການປະເມີນຂອບວຽກ ລວມ ຂອງລັດວິສາຫະກິດໃນລາວ ໃນວັນທີ 5 ພຶດສະພາ 2026 ໂດຍ ການເປັນປະທານຮ່ວມຂອງ ທ່ານ ສົມຈິດ ຄໍາມຸງຄຸນ ຫົວໜ້າຫ້ອງ ການ ກະຊວງການເງິນ ແລະ ທ່ານ ໄພເລີດ ພົນບູລົມ ຫົວໜ້າຫ້ອງການ ຄະນະປະຕິຮູບລັດວິສາຫະກິດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ສົມຈິດ ຄໍາມຸງຄຸນ ໄດ້ໃຫ້ ຮູ້ວ່າ: ການເຜີຍແຜ່ໃນຄັ້ງນີ້, ແນ ໃສ່ເພື່ອສ້າງຄວາມເຂົ້າໃຈກ່ຽວກັບ ການປະເມີນຂອບວຽກລວມ ຂອງ ລັດວິສາຫະກິດໃນລາວ ເພື່ອແກ້ໄຂ ບັນຫາແຮງກົດດັນທາງການເງິນທີ່ ເພີ່ມຂຶ້ນ ຊຶ່ງຕິດພັນກັບໜີ້ສິນຂອງ ລັດວິສາຫະກິດ (SOE) ແລະ ສິ່ງ ທ້າທາຍດ້ານການປະຕິບັດງານ. ການປະເມີນດັ່ງກ່າວ ໄດ້ນໍາໃຊ້ iSOEF ຂອງທະນາຄານໂລກ ເພື່ອວິເຄາະຂະແໜງການລັດວິສາ ຫະກິດຂອງລາວ ຢ່າງຮອບດ້ານ ໂດຍສຸມໃສ່ຕົ້ນທຶນ ແລະ ຄວາມ ສ່ຽງທາງການເງິນ, ຊ່ອງວ່າງດ້ານ ການຄຸ້ມຄອງບໍລິຫານ ແລະ ບຸລິມະ ສິດໃນການປະຕິຮູບ. ພ້ອມກັນນີ້, ທ່ານ ໄພເລີດ ພົນບູ ລົມຍັງໄດ້ກ່າວອີກວ່າ:ວຽກງານລັດ ວິສາຫະກິດ ເປັນວຽກໜຶ່ງທີ່ມີຄວາມ ສຳຄັນ, ຕະຫລອດໄລຍະຜ່ານມາ, ລັດຖະບານ ໄດ້ໃຫ້ຄວາມສຳຄັນ ແລະ ຊີ້ນຳຢ່າງໃກ້ຊິດ ໄດ້ເຮັດໃຫ້ ວຽກງານດັ່ງກ່າວ, ໄດ້ຮັບການປັບ ປຸງເປັນແຕ່ລະໄລຍະເຊັ່ນ: ໄລຍະທີ 1 (ກ່ອນຊຸມປີ 2000) ການຫັນ ປ່ຽນສູ່ກົນໄກຕະຫລາດ ແລະ ການ ເລີ່ມຫັນເປັນເອກະຊົນ; ໄລຍະທີ 2 (2001-2016) ການປັບໂຄງ ສ້າງ ແລະ ການສ້າງກອບຄຸ້ມຄອງ; ໄລຍະທີ 3 (2016-2023) ການ ປະຕິຮູບພາຍໃຕ້ວາລະແຫ່ງຊາດ ແລະ ການກະກຽມກົນໄກໃໝ່ ແລະ ໄລຍະທີ 4 (2023-ປັດຈຸບັນ) ການປະຕິຮູບພາຍໃຕ້ການນຳພາ ໂດຍກົງຂອງພັກ. ສະນັ້ນ, ເພື່ອເປັນ ການຜັນຂະຫຍາຍຍຸດທະສາດການ ພັດທະນາ, ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ໄລຍະ 2026-2030, ຄະນະປະຕິຮູບລັດ ວິສາຫະກິດ ພວມຄົ້ນຄວ້າສ້າງຍຸດ ທະສາດຮອດປີ 2035 ແລະ ແຜນ ປະຕິຮູບ ແລະ ພັດທະນາລັດວິສາ ຫະກິດໄລຍະ 2026-2030 ຊຶ່ງໄດ້ ຮັບການຮ່ວມມືແລະສະໜັບສະໜູນ ຈາກທະນາຄານໂລກ ໂດຍໄດ້ກຳ ນົດເປົ້າໝາຍໃຫຍ່ເປັນແຕ່ລະໄລຍະ ພ້ອມດ້ວຍທິດທາງ ແລະ ວຽກງານ ຈຸດສຸມເປັນແຕ່ລະດ້ານ ເພື່ອຍົກ ສູງຄຸນນະພາບຂອງການຄຸ້ມຄອງ ວິສາຫະກິດໃຫ້ສູງຂຶ້ນ ເພື່ອໃຫ້ ສາມາດເປັນໃຈກາງຂອງລະບົບ ເສດຖະກິດແຫ່ງຊາດໄດ້. gzu pczj [q f]kp'kodkoxtg,u o 0v[;Pd];,0v']a f;y lkstdy f.o]k; ແຂວງພາກເໜືອ ລວມທັງໝົດ 15 ເມືອງ, 282 ບ້ານຄື: ແຂວງຫົວພັນ ມີ 7 ເມືອງ, 150 ບ້ານ, ແຂວງ ຫລວງພະບາງ 4 ເມືອງ, 66 ບ້ານ ແລະ ແຂວງ ໄຊຍະບູລີ 4 ເມືອງ, 66 ບ້ານ ເປັນໂຄງການຮ່ວມມື ທາງດ້ານວິຊາການແບບສອງຝ່າຍ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ສາທາລະນະລັດ ສະຫະ ພັນເຢຍລະມັນ ໂດຍມີຈຸດປະສົງ ເພື່ອຊ່ວຍລັດຖະບານລາວ ຈັດຕັ້ງ ປະຕິບັດຍຸດທະສາດແຫ່ງຊາດກ່ຽວ ກັບການອະນຸລັກປ່າໄມ້, ການຫລຸດ ຜ່ອນການປ່ຽນແປງດິນຟ້າອາ ກາດ. ນອກຈາກນັ້ນ, ໂຄງການຍັງ ສະໜັບສະໜູນ ຈຸດປະສົງຂອງຍຸດ ທະສາດປ່າໄມ້ ປີ 2020 (ຢູ່ພາຍ ໃຕ້ການປັບປຸງ) ແລະ ຍຸດທະສາດ ການປ່ຽນແປງດິນຟ້າອາກາດຂອງ ສປປ ລາວ ແລະ ການຈັດຕັ້ງປະຕິ ບັດ ແຜນງານຫລຸດຜ່ອນການປ່ອຍ ອາຍເຮືອນແກ້ວ (ERP) ທີ່ຖືກ ຕອບຮັບ ຈາກກອງທຶນກາກບອນ FCPF ໃນເດືອນ ມິຖຸນາ 2018 ຜ່ານມາ. ໂຄງການດັ່ງກ່າວ, ເລີ່ມຈັດຕັ້ງ ປະຕິບັດນັບແຕ່ ປີ 2020-2024 ແລະ ໄດ້ຂະຫຍາຍ ເວລາອີກ 1 ປີ ຮອດປີ 2025 ໂດຍໄດ້ຮັບທຶນຈາກ ກອງທຶນດິນຟ້າອາກາດສີຂຽວ (GCF) ລວມມູນຄ່າ 16,1 ລ້ານ ເອີໂຣ ຊຶ່ງໄດ້ແບ່ງອອກເປັນ 2 ບ້ວງຄື: ການຈັດຕັ້ງປະຕິບັດ ໂດຍ ກົມປ່າໄມ້, ຫ້ອງການກອງທຶນປົກ ປັກຮັກສາສິ່ງແວດລ້ອມ ແລະ ປ່າ ໄມ້, ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ຈໍານວນ 11.098.938 ເອີໂຣ ແລະ ໂຄງການ GIZ CliPAD 5.401.062 ເອີໂຣ. ນອກຈາກນີ້, ຍັງໄດ້ຮັບທຶນສະໜັບ ສະໜູນ ເພີ່ມເຕີມ ຈາກກະຊວງພັດ ທະນາທາງດ້ານເສດຖະກິດ ແຫ່ງ ສາທາລະນະລັດ ສະຫະພັນເຢຍລະ ມັນ (BMZ) ຈໍານວນ 6,5 ລ້ານ ເອີໂຣ ໂດຍແມ່ນໂຄງການ GIZ CliPAD ເປັນຜູ້ຄຸ້ມຄອງ ແລະ ທຶນ ສົມທົບຈາກລັດຖະບານ ສປປ ລາວ ຈຳນວນ 11.838.361 ເອີໂຣ. ຂ່າວ-ພາບ: ທະນູທອງ ຍົກລະດັບ...ົັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ການຝຶກອົບຮົມໃນຄັ້ງນີ້, ນັກສຳ ມະນາກອນ ຈະໄດ້ລົງເລິກຄົ້ນຄວ້າ 4 ຫົວຂໍ້ຍຸດທະສາດທີ່ສຳຄັນ ຄື: ວຽກງານກວດກາພັກ ແລະ ກວດ ກາລັດ ເພື່ອເປັນບ່ອນອີງໃນການ ຕິດຕາມ ແລະ ກວດກາ ການຈັດຕັ້ງ ປະຕິບັດແນວທາງ, ກົດໝາຍ ແລະ ລະບຽບການຂອງບໍລິສັດໃຫ້ມີ ຄວາມສັກສິດ; ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ຊຶ່ງເປັນວາລະແຫ່ງຊາດ ເພື່ອປົກ ປ້ອງຊັບສິນຂອງລັດ ແລະ ສ້າງ ຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ກໍຄື ຜູ້ຖືຫຸ້ນ; ວຽກງານແຈ້ງຊັບສິນ ເພື່ອ ສ້າງຄວາມໂປ່ງໃສ ແລະ ຄວາມ ບໍລິສຸດຂາວສະອາດ ໃຫ້ແກ່ຖັນ ແຖວພະນັກງານ; ວຽກງານຄົ້ນ ຄວ້າຄຳຮ້ອງ-ຄຳສະເໜີ ເພື່ອຮັບ ຟັງຫາງສຽງຈາກມວນຊົນ ແລະ ແກ້ໄຂຂໍ້ຂັດແຍ່ງຕ່າງໆ ໃຫ້ຖືກຕ້ອງ ຕາມຄວາມເປັນຈິງ ແລະ ຍຸຕິທຳ. ໂອກາດນີ້, ທ່ານ ພຸດທະວັນ ນັນທະວົງ ໄດ້ເນັ້ນໜັກວ່າ: ຈຸດປະ ສົງຫລັກຂອງວຽກງານກວດກາ ບໍ່ແມ່ນເພື່ອຈັບຜິດພຽງຢ່າງດຽວ, ແຕ່ແມ່ນເພື່ອສະກັດກັ້ນ ແລະ ປ້ອງ ກັນບໍ່ໃຫ້ພະນັກງານກະທຳຜິດ, ທັງ ເປັນການປົກປ້ອງພະນັກງານທີ່ ດີ ແລະ ມີຄວາມຮູ້ຄວາມສາມາດ ຊຶ່ງຄວາມຮູ້ທີ່ໄດ້ຮັບຈາກການຝຶກ ອົບຮົມຄັ້ງນີ້, ປຽບເໝືອນອາວຸດ ທາງດ້ານສະຕິປັນຍາ ໃນການ ປົກປ້ອງຜົນປະໂຫຍດຂອງລັດ ກໍຄື ຂອງບໍລິສັດ, ພ້ອມທັງຮຽກຮ້ອງ ໃຫ້ທຸກພາກສ່ວນຖືເອົາວຽກງານ ກວດກາເປັນຄວາມຮັບຜິດຊອບ ຮ່ວມກັນ ແລະ ເປັນວຽກປົກກະຕິ ເພື່ອເຮັດໃຫ້ EDL-Gen ເປັນອົງ ກອນທີ່ຂາວສະອາດ ແລະ ເຂັ້ມ ແຂງຢ່າງຍືນຍົງ. ຂ່າວ-ພາບ: ສູນທອງ ພາວັນ ເອກອັກຄະລັດຖະທູດ ແຫ່ງ ສ ກູບາ ປະຈຳລາວ, ພ້ອມດ້ວຍພະນັກງານ ການນຳ, ພະນັກງານ-ລັດຖະກອນ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ນາງ ແອນ ນາ ເອສເທີ ວຽນຕ໌ ວາລເດສ ໄດ້ ຫວນຄືນເຖິງມູນເຊື້ອແຫ່ງການກໍາ ເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງການປະຕິວັດກູບາ ໂດຍຍົກໃຫ້ ເຫັນເຖິງບົດບາດການນໍາພາອັນ ຖືກຕ້ອງ ແລະ ສະຫລາດສ່ອງໃສ ຂອງ ພັກກອມມູນິດກູບາ ໄດ້ນໍາ ພາປະຊາຊົນກູບາ ຍາດໄດ້ໄຊຊະ ນະ ແລະ ຜົນສໍາເລັດຮອບດ້ານ, ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກູບາ ຊຶ່ງສາມາດປົກປ້ອງໝາກ ຜົນຂອງການປະຕິວັດໄວ້ໄດ້ຢ່າງ ໝັ້ນຄົງ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດແຫ່ງການປົກປັກ ຮັກສາສັນຕິພາບ ແລະ ສະຖຽນລະ ພາບໃນພາກພື້ນ ແລະ ໃນໂລກ, ເຮັດໃຫ້ບົດບາດ ແລະ ອິດທິພົນ ຂອງ ກູບາ ສູງເດັ່ນຂຶ້ນໃນເວທີພາກ ພື້ນ ແລະ ສາກົນ. ມາຮອດປັດຈຸ ບັນ, ກູບາກຳລັງດຳເນີນການຈັດ ຕັ້ງປະຕິບັດໂຄງການຂອງລັດຖະ ບານ ທີ່ໃຫ້ຄວາມສຳຄັນຕໍ່ການປັບ ໂຄງສ້າງ ແລະ ກຳນົດຂອບເຂດ ໃໝ່ ຂອງຂະແໜງການທີ່ນໍາໃຊ້ ງົບປະມານ ເພື່ອເສີມສ້າງຄວາມ ຍືດຍຸນໃນການບໍລິຫານ ແລະ ຂະ ຫຍາຍອຳນາດການຕັດສິນໃຈ ໃຫ້ ແກ່ໜ່ວຍງານຕ່າງໆຢ່າງເໝາະສົມ ໂດຍມີເປົ້າໝາຍໃນການວາງພື້ນ ຖານສຳລັບການປະຕິຮູບຢ່າງຮອບ ດ້ານ ແລະ ຍົກລະດັບປະສິດທິຜົນ ໃນການບໍລິຫານດ້າເສດຖະກິດ ແລະ ສັງຄົມ ພາຍໃນບໍລິບົດສະ ພາບແວດລ້ອມ ທີ່ມີຄວາມກົດດັນ ແລະ ມີການເພີ່ມທະວີຄວາມເຂັ້ມ ງວດຂອງມາດຕະການປິດລ້ອມ. ການຈັດປາຖະກະຖາຄັ້ງນີ້, ເປັນການຕີລາຄາສູງຕໍ່ມູນເຊື້ອ ແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດລາວກູບາ ໃນໄລຍະຕໍ່ສູ້ກູ້ຊາດກໍຄື ໄລຍະ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດໃນປັດຈຸບັນ ຊຶ່ງ ພັກປະຊາຊົນປະຕິວັດລາວແລະພັກ ກອມມູນິດກູບາ ເປັນສອງພັກທີ່ມີ ອຸດົມການດຽວກັນ, ມີມູນເຊື້ອການ ພົວພັນຮ່ວມມືອັນດີງາມມາແຕ່ດົນ ນານຖານອ້າຍນ້ອງ ບົນພື້ນຖານ ແຫ່ງການເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ມີ ສາຍສໍາພັນທີ່ໝັ້ນຄົງ, ແໜ້ນແຟ້ນ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສະ ໜັບສະໜູນເຊິ່ງກັນ ແລະ ກັນ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ສຳເລັດ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ sh v';j kdkol6 odk'ra d 9a f0t[;odko d;fl5 0trk[xt9exu .sh cdj rtoa d'ko ເປີດຂະບວນການ...ີ ດ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ມີ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ, ທ່ານ ບົວຄໍາ ສີສົງຄາມ ຮອງຫົວໜ້າພະແນກ ກະສິກໍາ ແລະ ສິ່ງແວດລ້ອມນະ ຄອນຫລວງວຽງຈັນ, ມີ ຜູ້ອໍານວຍ ການຕະຫລາດ ລາວ-ອົດຊີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ການລົງກວດສານພິດໃນຄັ້ງນີ້, ເປັນການປະຕິບັດແຜນນະໂຍບາຍ, ນິຕິກໍາ ການຊຸກຍູ້ການຜະລິດ ຕິດ ພັນກັບຕະຫລາດ ໃຫ້ມີຄວາມສອດ ຄ່ອງກັບມາດຕະຖານກະສິກໍາສະ ອາດ ໂດຍສະເພາະແມ່ນຄວາມ ປອດໄພຂອງຜູ້ບໍລິໂພກ, ທັງເປັນ ການກວດສອບລະບົບການຜະລິດ ຕິດພັນກັບມາດຕະຖານກະສິກໍາ ສະອາດ. ສໍາລັບ ການກວດກາວິໄຈສານ ຜິດຕົກຄ້າງ ແມ່ນມີຄວາມສໍາຄັນ ແລະ ຕ້ອງໄດ້ມີການຄວບຄຸມ ເຊັ່ນ: ການນໍາເຂົ້າຈາກຕ່າງປະເທດ ຕ້ອງ ໄດ້ຜ່ານການກວດກາວິໄຈຈາກ ດ່ານ ແລະ ການຈໍລະຈອນສິນຄ້າ ກະສິກໍາພາຍໃນ ກໍຕ້ອງໄດ້ມີການ ກວດກາຄືນຢູ່ຕະຫລາດ, ຮ້ານຄ້າ ບ່ອນຈໍາໜ່າຍໃຫ້ເຂັ້ມງວດ. ພ້ອມ ກັນນີ້, ກໍຕ້ອງໄດ້ສົ່ງເສີມຊາວກະ ສິກອນ, ຜູ້ປະກອບການດ້ານກະ ສິກໍາໃຫ້ຫລຸດຜ່ອນການໃຊ້ສານ ເຄມີ, ຢາປາບສັດຕູພືດເຂົ້າໃນການ ຜະລິດ ແລະ ຫັນໄປສູ່ການຜະລິດ ແບບນໍາໃຊ້ມາດຕະຖານກະສິກໍາ ສະອາດເທື່ອລະກ້າວ. ທັງນີ້, ກໍເພື່ອ ຮັບປະກັນໄດ້ຄຸນນະພາບຂອງພືດ ທີ່ຈໍາໜ່າຍໃນນະຄອນຫລວງວຽງ ຈັນໃຫ້ມີຄວາມປອດໄພໃນການບໍລິ ໂພກຜະລິດຕະພັນກະສິກໍາ ຕື່ມອີກ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ຂປລ. ຫ້ອງວ່າການສູນກາງ ພັກ ຈັດຂະບວນການກວດສຸຂະ ພາບປະຈຳປີ ໃຫ້ແກ່ພະນັກງານ ພາຍໃນຫ້ອງວ່າການສູນກາງພັກ ໃນວັນທີ 6 ພຶດສະພາ 2026 ໂດຍ ການເຂົ້າຮ່ວມເປັນປະທານກ່າວ ເປີດພິທີຂອງ ທ່ານ ຜາຄໍາ ອິນແສງ ກໍາມະການສູນກາງພັກ, ຄະນະ ປະຈໍາພັກ, ຮອງຫົວໜ້າຫ້ອງວ່າ ການສູນກາງພັກ, ມີພະນັກງານ ເຂົ້າກວດທັງໝົດ 235 ທ່ານ, ຍິງ 116 ທ່ານ. ຂະບວນການກວດສຸຂະພາບ ຄັ້ງນີ້ ນໍາພາ ທ່ານ ດຣ ຊູຊາດ ວົງ ພະຈັນ ກໍາມະການພັກກະຊວງ ສາທາລະນະສຸກ, ຜູ້ອຳນວຍການ ໂຮງໝໍມະໂຫສົດ, ພ້ອມທັງທີມ ແພດມາຈາກໂຮງໝໍມະໂຫສົດ. ທັງ ນີ້, ກໍເພື່ອເປັນການສ້າງຂະບວນ ການຂໍ່ານັບຮັບຕ້ອນກອງປະຊຸມ ໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ຫ້ອງວ່າການສູນກາງພັກ ທີ່ຈະໄຂ ຂຶ້ນໃນຕໍ່ໜ້ານີ້ ໃຫ້ເປັນຂະບວນຟົດ ຟື້ນ, ທັງເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນງານ, ໂຄງການພັດທະນາຂອງຫ້ອງວ່າ ການສູນກາງພັກ ສະເພາະແມ່ນ ແຜນງານ, ໂຄງການກວດສຸຂະ ພາບປະຈຳປີ ຂອງສະຫະພັນກຳມະ ບານ ຫ້ອງວ່າການສູນກາງພັກ ເພື່ອຕິດຕາມເບິ່ງແຍງສຸຂະພາບ ຂອງພະນັກງານຢ່າງໃກ້ຊິດ; ສ້າງ ຄວາມພ້ອມທາງດ້ານຮ່າງກາຍ ແລະ ຈິດໃຈ ໃນການປະຕິບັດໜ້າທີ່, ທັງເປັນການຍົກສູງສະຫວັດດີການ ແລະ ຄຸນນະພາບຊີວິດທີ່ດີໃຫ້ແກ່ ບຸກຄະລາກອນທຸກຄົນ, ການມີສຸ ຂະພາບທີ່ດີ ແລະ ແຂງແຮງຂອງ ພະນັກງານ ຈະນຳໄປສູ່ການປະຕິ ບັດໜ້າທີ່ວຽກງານຢ່າງມີປະສິດ ທິພາບ ແລະ ປະສິດທິຜົນສູງ.
RkJQdWJsaXNoZXIy MTc3MTYxMQ==