7271

gsfdko{dkora fmtok a xtgmf]k; ( 08/05/2026 s];'rt[k' lb dlkvq [Iq ,oa d0a [0u j mu j ]tg,u f]t[P[ dq f9t]k9vo c]t fa fcx'ltrk[g8a doy d]q f9a d g,n v'-eg|n v xtdkflh k'8A ' 6 8kcl' ຂປລ. ແຫລ່ງຂ່າວຈາກແຂວງ ຫົວພັນ ໃຫ້ຮູ້ວ່າ: ພິທີປະກາດກົົງ ຈັກການຈັດຕັ້ງ 6 ຕາແສງ ຂອງ ເມືອງຊຳເໜືອ ແຂວງຫົວພັນ ຈັດ ຂຶ້ນໃນວັນທີ 5 ພຶດສະພາ 2026 ໂດຍມີ ທ່ານ ຄອນປະພັນ ເລືອງ ສີຈັນທອງ ຮອງເລຂາພັກແຂວງ, ທ່ານ ຫົງທອງ ຈັນທາຈິດ ເລຂາພັກ ເມືອງຊໍາເໜືອ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ອົງການທຽບເທົ່າ, ຄະນະພັກອໍາ ນາດການປົກຄອງບ້ານອ້ອມຂ້າງ ເມືອງ ແລະ ພະນັກງານລັດຖະກອນ ເມືອງຊຳເໜືອເຂົ້າຮ່ວມ. ການປະກາດສ້າງຕັ້ງ 6 ຕາ ແສງ ຢູ່ເມືອງຊຳເໜືອຄັ້ງນີ້ ປະກອບ ມີ: ຕາແສງໜອງຄ້າງ, ຕາແສງ ຫົວຊຽງ, ຕາແສງລ້ອງຮາມ, ຕາ ແສງຜາຖີ່, ຕາແສງສະເຫລີ້ຍ ແລະ ຕາແສງລ້ອງແວ່ນ ໃນນີ້, ຕາແສງ ໜອງຄ້າງ ມີທີ່ຕັ້ງສຳນັກງານ ຢູ່ ບ້ານໜອງຄ້າງ ກວມເອົາ 13 ບ້ານຄື: ບ້ານໜອງຄ້າງ, ບ້ານຂົວ ດິນ, ບ້ານລ້ອງເມົ່າ, ບ້ານສະແນນ, ບ້ານນາເອົ່າ, ບ້ານໜອງແດງ, ບ້ານ ບວຍ, ບ້ານລ້ອງເອື້ອດ, ບ້ານປ່າ ຈ່າ, ບ້ານໂພນສະຫວ່າງ, ບ້ານອໍ້, ບ້ານນາເຊັງ ແລະ ບ້ານນ້ຳອີ້ ມີ 797 ຄອບຄົວ, ມີ 1.279 ຫລັງຄາ ເຮືອນ, ພົນລະເມືອງ 8.896 ຄົນ, ຍິງ 3.615 ຄົນ, ມີ 4 ເຜົ່າ ຄື: ເຜົ່າ ລາວ, ເຜົ່າໄຕ, ເຜົ່າມົ້ງ ແລະ ເຜົ່າ ກຶມມຸ; ຕາແສງ ຫົວຊຽງ ມີທີ່ຕັ້ງ ສຳນັກງານ ຢູ່ບ້ານຖ້ຳ ກວມເອົາ 13 ບ້ານຄື: ບ້ານຫົວຊຽງ, ບ້ານ ກາງ, ບ້ານຄັງທີ, ບ້ານຫ້ວຍຖຸມ, ບ້ານຖ້ຳ, ບ້ານອົ້ງ, ບ້ານສີວິໄລ, ບ້ານກ້ານ, ບ້ານລູ້, ບ້ານຫ້ວຍໄຄ້, ບ້ານງີ້ວ, ບ້ານມ່ວນ ແລະ ບ້ານ ຫ້ວຍຫ້ອມ, ມີ 1.334 ຄອບຄົວ, ມີ 1.032 ຫລັງຄາເຮືອນ, ມີ ພົນລະເມືອງ 7.242 ຄົນ, ຍິງ 3.001 ຄົນ, ມີ 4 ເຜົ່າ ຄື: ເຜົ່າລາວ, ເຜົ່າມົ້ງ, ເຜົ່າໄຕ ແລະ ເຜົ່າກຶມມຸ; ຕາ ແສງລ້ອງຮາມ ມີທີ່ຕັ້ງສຳນັກງານ ຢູ່ບ້ານຮາມໃຕ້ ກວມເອົາ 15 ບ້ານ ຄື: ບ້ານຮາມໃຕ້, ບ້ານນາເມືອງ, ບ້ານຫ້ວຍຊ້ອນ, ບ້ານຢາດ, ບ້ານ ນາຈອງ, ບ້ານຮາມເໜືອ, ບ້ານບັນ, ບ້ານຫ້ວຍສານ, ບ້ານຫ້ວຍແປກ, ບ້ານຫລັກ 12, ບ້ານຫລັກ 20, ບ້ານຊາງຄຳ, ບ້ານນາຄາ+ພູປຽດ, ບ້ານນາພຽງ ແລະ ບ້ານແກ່ວກ້ວາງ ລວມມີ 1.145 ຄອບຄົວ, ມີ 860 ຫລັງຄາເຮືອນ, ມີພົນລະເມືອງ 5.867 ຄົນ, ຍິງ 2.787 ຄົນ, ມີ 4 ເຜົ່າຄື: ເຜົ່າລາວ, ເຜົ່າໄຕ, ເຜົ່າກຶມມຸ ແລະ ເຜົ່າມົ້ງ; ຕາແສງຜາຖີ່ ກວມ ເອົາ 4 ບ້ານ ຄື: ບ້ານຫ້ວຍມ້າ, ບ້ານ ກໍໄຮ, ບ້ານເມືອງຍືດ ແລະ ບ້ານສົບ ກ່າ ລວມມີ 797 ຄອບຄົວ, ມີ 632 ຫລັງຄາເຮືອນ, ມີພົນລະເມືອງ 5.371 ຄົນ, ຍິງ 2.210 ຄົນ, ມີ 4 ເຜົ່າ ຄື: ເຜົ່າລາວ, ເຜົ່າໄຕ, ເຜົ່າ ມົ້ງ ແລະ ເຜົ່າກຶມມຸ; ຕາແສງສະ ເຫລີ້ຍ ມີທີ່ຕັ້ງສຳນັກງານ ຢູ່ບ້ານສະ ເຫລີ້ຍ ກວມເອົາ 15 ບ້ານ ຄື: ບ້ານ ສະເຫລີ້ຍ, ບ້ານໂພນໄຊ, ບ້ານນາ ສະລາ, ບ້ານນາໜອງ, ບ້ານນາສະ ມອງ, ບ້ານກາງນ້ຳ, ບ້ານສົບຊາຍ, ບ້ານຄົດ, ບ້ານແປ້ນ, ບ້ານຫ້ວຍ ຍອງ, ບ້ານຫ້ວຍສາດ, ບ້ານດອນ, ບ້ານຫ້ວຍຄົງ, ບ້ານເມືອງຢອງ ແລະ ບ້ານຕະບົງ ລວມມີ 1.531 ຄອບຄົວ, ມີ 1.202 ຫລັງຄາ ເຮືອນ, ມີພົນລະເມືອງ 7.666 ຄົນ, ຍິງ 3.475 ຄົນ, ມີ 6 ເຜົ່າຄື: ເຜົ່າລາວ, ເຜົ່າມົ້ງ, ເຜົ່າກຶມມຸ, ເຜົ່າ ໄຕ, ເຜົ່າມ້ອຍ ແລະ ເຜົ່າຟ້ອງ; ຕາ ແສງລ້ອງແວ່ນ ມີທີ່ຕັ້ງສຳນັກງານ ຢູ່ບ້ານເມືອງແວ່ນ ກວມເອົາ 23 ບ້ານຄື: ບ້ານເມືອງແວ່ນ, ບ້ານ ນາຫ້ວຍ, ບ້ານນາກາວ, ບ້ານນາ ຄູນ, ບ້ານພຽງດີ, ບ້ານຫົວພູ, ບ້ານ ຮັງຮອນ, ບ້ານປ່າຍຸງ, ບ້ານພຽງ ຄັງ, ບ້ານນາຄ້າ, ບ້ານນາລືມ, ບ້ານເຮົ້າໃຕ້, ບ້ານເຮົ້າເໜືອ, ບ້ານ ຫ້ວຍເບືອນ+ຫ້ວຍຍາບ ແລະ ບ້ານ ທັບເຜີ້ງ, ບ້ານຫີ້ມ, ບ້ານນາຕ້າງ, ບ້ານພຽງ, ບ້ານນາດວງ, ບ້ານ ໂຄ້ງ, ບ້ານເຕື້ອມ, ບ້ານຫ້ວຍຫານ ແລະ ບ້ານຫ້ວຍຕັງ ລວມມີ 1.549 ຄອບຄົວ, ມີ 1.279 ຫລັງຄາ ເຮືອນ, ມີພົນລະເມືອງ 7.654 ຄົນ, ຍິງ 3.746 ຄົນ, ມີ 5 ເຜົ່າຄື: ເຜົ່າ ລາວ, ເຜົ່າມົ້ງ, ເຜົ່າກຶມມຸ, ເຜົ່າໄຕ ແລະ ເຜົ່າພ້ອງ. ການປະກາດ 6 ຕາແສງຂອງ ເມືອງຊຳເໜືອ ຍັງໄດ້ແຕ່ງຕັ້ງ ປະທານ, ຮອງປະທານ ພ້ອມດ້ວຍ ຫົວໜ້າໜ່ວຍງານປະຈໍາແຕ່ລະ ຕາແສງຕື່ມອີກ. ການສ້າງຕັ້ງຕາ ແສງແມ່ນແນໃສ່ສ້າງຄວາມເຂັ້ມ ແຂງໃຫ້ແກ່ລະບົບການປົກຄອງ ຂັ້ນທ້ອງຖິ່ນ, ຂັ້ນຮາກຖານ ໃຫ້ມີ ຄວາມເຂັ້ມແຂງ ໃນການຄຸ້ມຄອງ ບໍລິຫານ ແລະ ເຮັດໃຫ້ການປະສານ ງານດີກວ່າເກົ່າ ທັງຮັບປະກັນໃຫ້ມີ ຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາເສດຖະກິດ ຂອງເມືອງ ກໍຄືການພັດທະນາ ເສດຖະກິດຂອງແຂວງ, ແກ້ໄຂ ຄວາມທຸກຍາກຂອງປະຊາຊົນພາຍ ໃນເມືອງ ໃຫ້ຫລຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ. ຂ່າວ-ພາບ: ສີອຳພອນ g]0kra dc0;'7e,j ;o 8h voIa [ dq 'l5 o.spj wm xt9ec0;'lts;a ootg0f ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ ກອງວິຊາສະເພາະຕໍາຫລວດຈະ ລາຈອນ ກອງບັນຊາການປ້ອງກັນ ຄວາມສະຫງົບ ນະຄອນຫລວງ ພະບາງ ໄດ້ສຶກສາອົບຮົມບັນດາ ກຸ່ມແກ້ງ ຂັບຂີ່ທີ່ລະເມີດລະບຽບ ກົດຈະລາຈອນ ແລະ ດັດແປງສະ ພາບເຕັກນິກລົດຈັກ ໃນວັນທີ 5 ພຶດສະພາ 2026 ໂດຍການເປັນ ປະທານຂອງ ທ່ານ ພັນໂທ ໄວຍະ ສັກ ຄຳພິຈິດ ຮອງຫົວໜ້າກອງ ບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫລວງພະບາງ, ມີຄະນະ ພະແນກການ, ນັກຂັບຂີ່ທີ່ລະເມີດ ລະບຽບ ແລະ ຜູ້ປົກຄອງເຂົ້າຮ່ວມ. ທ່ານ ພັນໂທ ອານົງ ມິ່ງຄຳ ຮອງຫົວໜ້າພະແນກຕຳຫລວດ ຜູ້ ຊີ້ນຳກອງຈະລາຈອນ ກອງບັນ ຊາການປ້ອງກັນຄວາມສະຫງົບ ນະຄອນ ໄດ້ໃຫ້ຮູ້ວ່າ: ເພື່ອປະຕິບັດ xtdkfc8j '8A ' ;j kdkosq ;|h klj ;plkvkdvo c0;'g-dv' z6 h .\j ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ພິທີປະກາດແຕ່ງ ຕັ້ງພະນັກງານນໍາພາ-ຄຸ້ມຄອງ ຂອງສ່ວຍສາອາກອນປະຈໍາ ແຂວງເຊກອງ ຈັດຂຶ້ນໃນວັນທີ 6 ພຶດສະພາ 2026 ໂດຍເປັນປະທານ ຂອງ ທ່ານ ວົງເດືອນ ຈັນທະບຸດ ຊຽງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງເຊກອງ, ມີ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າ ກົມສ່ວຍສາອາກອນ ກະຊວງການ ເງິນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ, ທ່ານ ພູວັນ ໄຊຍະວົງ ຮອງຫົວໜ້າກົມຈັດຕັ້ງ ກະຊວງ ການເງິນ ໄດ້ຜ່ານຂໍ້ຕົກລົງ ເລກທີ 1405/ກງ, ລົງວັນທີ 22 ເມສາ 2026 ວ່າດ້ວຍການແຕ່ງຕັ້ງພະ ນັກງານຮັບໜ້າທີ່ໃໝ່ ໂດຍໄດ້ ແຕ່ງຕັ້ງ ທ່ານ ສົມບູນ ພັນຈັນ ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄໍາ ມ່ວນ ຕ້ອນຮັບການມາຢ້ຽມຢາມ ຂອງ ທ່ານ ປັດ ປັດທະນະຈິດ ກົງ ສຸນໃຫຍ່ແຫ່ງລາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ ພ້ອມ ດ້ວຍຄະນະ ໃນວັນທີ 6 ພຶດສະພາ 2026 ທີ່ຫ້ອງວ່າການແຂວງຄຳ ມ່ວນ. ທ່ານ ໄຊຊະນະ ໂຄດພູທອນ ໄດ້ ກ່າວສະແດງຄວາມຕ້ອນຮັບ ອັນ ອົບອຸ່ນດ້ວຍໄມຕີຈິດມິດຕະພາບ ຖານບ້ານໃກ້ເຮືອນຄຽງ ແລະ ໄດ້ ຕີລາຄາສູງຕໍ່ການມາຢ້ຽມຢາມ ຂອງກົງສຸນໃຫຍ່ຄັ້ງນີ້, ພ້ອມທັງ ລາຍງານສະພາບການພົວພັນ ຮ່ວມມື ໃນໄລຍະຜ່ານມາ ລະຫວ່າງ ສອງ ແຂວງຄໍາມ່ວນ ແລະ ນະຄອນ ພະນົມ ທີ່ມີການພົວພັນຮ່ວມມື ເຊິ່ງ ກັນ ແລະ ກັນດ້ວຍດີຕະຫລອດ ມາ ເປັນຕົ້ນ ການເຄື່ອນໄຫວແລກ ປ່ຽນຄະນະຜູ້ແທນຂັ້ນສູງ, ການ ຈັດບັນດາກິດຈະກຳກິລາຕ່າງໆ ຮ່ວມກັນ ແລະ ການຮ່ວມມືຮັກສາ ຄວາມສະຫງົບຕາມຊາຍແດນ. ພ້ອມນັ້ນ, ຍັງສະເໜີຜ່ານກົງສຸນ ໃຫຍ່ໃຫ້ພາກສ່ວນຜູ້ປະກອບການ ໃນຂະແໜງທ່ອງທ່ຽວ ແລະ ການ ບໍລິການ ໄດ້ຊຸກຍູ້ສົ່ງເສີມການ ພັດທະນາການທ່ອງທ່ຽວ ແບບ ເຊື່ອມໂຍງເຊື່ອມຈອດ ລະຫວ່າງ ນະຄອນພະນົມ-ຄໍາມ່ວນ ເພື່ອ ກະຕຸ້ນເສດຖະກິດ ດ້ານບໍລິການ ທ່ອງທ່ຽວໃຫ້ນັບມື້ຫລາຍຂຶ້ນ. ໃນໂອກາດນີ້, ທ່ານ ປັດ ປັດທະ ນະຈິດ ກໍໄດ້ສະແດງຄວາມຂອບໃຈ ເປັນຢ່າງຍິ່ງ ຕໍ່ການຕ້ອນຮັບອັນ ອົບອຸ່ນ ຂອງ ທ່ານ ເລຂາພັກແຂວງ ແລະ ມີຄວາມປິຕິຍິນດີຕໍ່ການມາ ຮັບໜ້າທີ່ໃໜ່ ເປັນເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາ ມ່ວນ ຂອງ ທ່ານ ໄຊຊະນະ ໂຄດພູ ທອນ ໂດຍເຊື່ອໝັ້ນວ່າພາຍໃຕ້ການ ນໍາພາຂອງທ່ານ ຈະນໍາເອົາຜົນງານ ການເຄື່ອນໄຫວອັນໃຫຍ່ຫລວງ ເຂົ້າໃນການປະກອບສ່ວນພັດທະນາ ເສດຖະກິດ-ສັງຄົມ ແຂວງຄໍາມ່ວນ ໃຫ້ນັບມື້້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໃນນາມ ກົງສຸນໃຫຍ່ລາຊະອາ ນາຈັກໄທ ກໍຈະເປັນສ່ວນໜຶ່ງ ເພື່ອ ສົ່ງເສີມເປັນຂົວຕໍ່ພົວພັນປະສານ ງານ ກັບພາກສ່ວນຜູ້ປະກອບການ ຂອງໄທ ໃຫ້ໄດ້ມີໂອກາດ ມາທັດສະ ນະທ່ອງທ່ຽວ ແລະ ສຶກສາຂໍ້ມູນ ດ້ານການລົງທຶນຢູ່ແຂວງຄໍາມ່ວນ ເພື່ອສືບຕໍ່ສົ່ງເສີມການພົວພັນຮ່ວມມື ໂດຍສະເພາະ ລະຫວ່າງ ຄໍາມ່ວນນະຄອນພະນົມ ມີຄວາມສໍາພັນ ແໜ້ນແຟ້ນຍິ່ງຂຶ້ນ. ຂ່າວ: ມະນີວັນ ຮອງຫົວໜ້າສ່ວຍສາອາກອນປະ ຈໍາແຂວງເຊກອງ, ເປັນວ່າການ ແທນຫົວໜ້າສ່ວຍສາອາກອນປະ ຈໍາແຂວງເຊກອງ ແລະ ແຕ່ງຕັ້ງ ທ່ານ ໄກອໍາພອນ ພົມມະຈັນ ຫົວໜ້າ ຂະແໜງຄຸ້ມຄອງລາຍຮັບ ແລະ ບໍລິການຜູ້ເສຍອາກອນ ເປັນຮອງ ຫົວໜ້າສ່ວຍສາອາກອນປະຈໍາ ແຂວງເຊກອງ. ພ້ອມນີ້, ໄດ້ຜ່ານຂໍ້ຕົກລົງ ເລກທີ 1481/ກງ, ລົງວັນທີ 29 ເມສາ 2026ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າຂະແໜງ ຄື: ທ່ານ ໄພວັນ ສີວິໄລ ເປັນຫົວໜ້າຂະແໜງ ຄຸ້ມຄອງລາຍຮັບ ແລະ ບໍລິການຜູ້ ເສຍອາກອນ ແລະ ທ່ານ ໂຊດາ ຄິວ ລະວົງ ເປັນຮອງຫົວໜ້າຂະແໜງ ຄຸ້ມຄອງລາຍຮັບ ແລະ ບໍລິການຜູ້ ເສຍອາກອນ ຂອງສ່ວຍສາອາກອນ ປະຈໍາແຂວງເຊກອງ. ຂ່າວ: ສັນຍາ ຕາມທິດຊີ້ນຳຂອງຄະນະກອງ ບັນຊາການ ນະຄອນຫລວງພະ ບາງ ແລະ ບັນດາຫາງສຽງຂອງ ສັງຄົມ ກ່ຽວກັບກຸ່ມແກ້ງດັດແປງ ສະພາບເຕັກນິກລົດ ເປັນຕົ້ນ ທໍ່ຄວັນ ດັງເກີນກຳນົດ, ຈັດຕັ້ງເປັນກຸ່ມແກ້ງ ແຂ່ງລົດ ຢູ່ບັນດາເສັ້ນທາງຫລວງ ພາຍໃນເທສະບານ ສ້າງຄວາມບໍ່ ສະຫງົບ ແລະ ຄວາມບໍ່ເປັນລະບຽບ ຮຽບຮ້ອຍໃຫ້ແກ່ການສັນຈອນ ຊຶ່ງ ຈະເປັນສາຍເຫດ ທີ່ຈະພາໃຫ້ເກີດ ອຸບັດເຫດຕາມທ້ອງຖະໜົນຫລວງ ນຳຄວາມເສຍຫາຍໃຫ້ແກ່ຊັບສິນ ຂອງລັດ, ບຸກຄົນ ແລະ ຊີວິດຂອງ ຄອບຄົວ ເປັນການກົດໜ່ວງຖ່ວງ ດຶງ ໃຫ້ແກ່ການສ້າງສາພັດທະນາ ເສດຖະກິດ-ສັງຄົມ. ເຈົ້າໜ້າທີ່ກອງວິຊາສະເພາະ ຕໍາ ຫລວດຈະລາຈອນ ຈຶ່ງໄດ້ສ້າງແຜນ ຈັດວາງກໍາລັງອອກເຄື່ອນໄຫວ ສະ ກັດກັ້ນກຸ່ມແກ້ງທີ່ຜິດລະບຽບ ດ້ວຍ ການຕັ້ງຈຸດກວດກາ ແລະ ອອກ ເຄື່ອນໄຫວຕິດຕາມບັນດາເປົ້າໝາຍ ຊຶ່ງແບ່ງເປັນ 2 ໄລຍະຄື: ກ່ອນບຸນ ສົງການປີໃໝ່ລາວ ໃຊ້ເວລາ 4 ຄັ້ງ (4 ວັນ) ມີ 84 ແຮງງານສາມາດ ສະກັດຈັບລົດຈັກໄດ້ 15 ຄັນ ແລະ ໄລຍະບຸນປີໃໝ່ ສາມາດກັກລົດໄດ້ 5 ຄັນ ລວມທັງໝົດ 20 ຄັນ ໃນ ນັ້ນ, ມີລົດລະເມີດດັດແປງໃສ່ທໍ່ ສຽງດັງ, ລົດລະເມີດດັດແປງໃສ່ ຢາງນ້ອຍໜ້າ-ຫລັງ, ລົດລະເມີດ ດັດແປງປາດເບາະ, ລົດລະເມີດ ບໍ່ ໃສ່ແວ່ນສ່ອງຂ້າງ ຫລື ແວ່ນສ່ອງ ຫລັງ ແລະ ລົດບໍ່ມີເອກະສານ. ຜ່ານການສຶກສາອົບຮົມຕໍ່ກັບພວກ ກ່ຽວຄັ້ງນີ້ ໄດ້ຍອມຮັບສາລະພາບຕໍ່ ຄວາມຜິດຂອງຕົນ ແລະ ຈະຂໍຍອມ ປ່ຽນແປງ ບໍ່ມີການກະທຳຜິດໃດໆ ຕໍ່ກັບລະບຽບກົດໝາຍຕື່ມອີກ ໂດຍ ສະເພາະ ການຂັບຂີ່ລົດໃຫ້ຖືກຕ້ອງ ທຸກຮູບການ. ໂອກາດນີ້, ທ່ານ ພັນໂທ ໄວ ຍະສັກ ຄຳພິຈິດ ໄດ້ຮຽກຮ້ອງໃຫ້ ບັນດາກຸ່ມແກ້ງ ທີ່ລະເມີດລະບຽບ ກົດຈະລາຈອນ ຈົ່ງປະຕິບັດຕາມລະ ບຽບກົດໝາຍ ໃຫ້ເຂັ້ມງວດ, ຂັບຂີ່ ລົດຕາມທ້ອງຖະໜົນໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ ແລະ ບໍ່ໃຫ້ ມີການດັດແປງສະພາບເຕັກນິກ ລົດ, ຖ້າຫາກພົບຄັ້ງໜ້າ ຈະໄດ້ ປະຕິບັດຕາມລະບຽບກົດໝາຍຢ່າງ ເຂັ້ມງວດ ຕາມສະຖານຄວາມຜິດ ໜັກ ຫລື ເບົາ, ພ້ອມທັງຮຽກຮ້ອງ ໃຫ້ພໍ່ແມ່-ຜູ້ປົກຄອງ ຊ່ວຍສຶກສາ ອົບຮົມລູກຫລານ ບໍ່ໃຫ້ມີການ ລະເມີດລະບຽບ ໂດຍສະເພາະ ການ ດັດແປງສະພາບເຕັກນິກລົດ ແລະ ອື່ນໆ. ຂ່າວ-ພາບ: ຮທ ບຸນໃຫຍ່ ສີຄຳເດືອນ

RkJQdWJsaXNoZXIy MTc3MTYxMQ==