08 xtgmf]k; 37ltok c]t [= ]y = dy ko 08/05/2026 ທີມງານພະແນກບໍາລຸງຮັກສາ-ສ້ອມແປງໂຮງງານ ຢູ່ໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄຳ ີໍຸັູຸ້່ົຸ້່ໍູ ແລະ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ຮັບ "ການຈັດອັນດັບດີເດັ່ນລະດັບ ຸ ດົ້ ນຸ ງ່ ງໍ າິ ນ້ າ້ ວ້ ຮັບັ ດັ ນັ ບີ ເັ່ ນັ ບ 5 ດາວ ຈາກບໍລິສັດ Chevron ໃນແຂວງໄຊສົມບູນ"..ໍ ລິສັດົ ມູ ນ 5 ດາວ ຈາກບໍລິສັດ Chevron” ສໍາລັບວິທີການປະຕິບັດດ້ານການຫລໍລື່ນທີ່ມີພື້ນຖານຄວາມເຊື່ອຖືໄດ້ (RBL). ໃນໄລຍະເດືອນເມສາ 2026 ຜ່ານມາ, ທີມງານປະເມີນຂອງ Chevron ຈາກ ປະເທດໄທ ໄດ້ລົງກວດ ສອບໂຮງສ້ອມແປງ ແລະ ບໍາລຸງຮັກສາໂຮງງານ ແລະ ສະຖານທີ່ຫລໍລື່ນຕ່າງໆຂອງໂຄງການພູຄໍາ ແລະ ໂຄງ ການບ້ານຫ້ວຍຊາຍ, ຊຶ່ງໃຫ້ຄະແນະນຳວິທີການປະຕິບັດແລະ ມາດຕະຖານດ້ານການຫລໍລື່ນທີ່ມີພື້ນຖານຄວາມ ເຊື່ອຖືໄດ້ ຢູ່ທັງສອງໂຄງການ ທຽບໃສ່ມາດຕະຖານສາກົນ. ນີ້ແມ່ນຄັ້ງທໍາອິດທີ່ທີມງານຂະແໜງຫລໍລື່ນຂອງ ພະແນກສ້ອມແປງ ແລະ ບໍາລຸງຮັກສາໂຮງງານ (FPM) ຢູ່ທັງສອງສະໜາມໄດ້ຄະແນນດີເດັ່ນ 100% ເຕັມ. ບໍລິສັດ ພູເບ້ຍ ມາຍນິງ ໄດ້ດໍາເນີນການກວດສອບການຫລໍລື່ນຂອງ Chevron ນັບຕັ້ງແຕ່ປີ 2015. ໃນປີ2019,ໂຄງການພູຄໍາແລະໂຄງການບ້ານຫ້ວຍຊາຍທັງສອງບັນລຸລະດັບ5ດາວໂດຍໄດ້ຄະແນນ95ສ່ວນຮ້ອຍແລະ 97,6ສ່ວນຮ້ອຍຕາມລໍາດັບ,ຊຶ່ງເປັນມາດຕະຖານໜຶ່ງທີ່ໄດ້ປັບປຸງປີຕໍປີ,ບໍລວມໄລຍະປີທີ່ມີການລະບາດຂອງພະຍາດໂຄວິດ-19. ໂດຍເປັນສ່ວນໜຶ່ງຂອງການຮັບປະກັນຄຸນນະທໍາຂອງລູກຄ້າ (CVG) ຂອງ Chevron, ຄວາມມຸ້ງໝັ້ນ, ບໍລິສັດ ພູເບ້ຍ ມາຍນິງ ໄດ້ຜ່ານການປະເມີນໃນແຕ່ລະປີ ເພື່ອຮັບປະກັນການປະຕິບັດຕາມວິທີປະຕິບັດດ້ານ ການຫລໍລື່ນ, ມີການລະບຸ ແລະ ປະຕິບັດຕໍໂອກາດໃໝ່ໃນການປັບປຸງໃຫ້ດີຂຶ້ນ. ວິທີການປະຕິບັດດ້ານການ ຄວບຄຸມສານປົນເປື້ອນ ແລະ ການຫລໍລື່ນທີ່ພົ້ນເດັ່ນ ແມ່ນໜຶ່ງໃນຫລັກການບໍາລຸງຮັກສາທີ່ສໍາຄັນ ຊຶ່ງຖືກນໍາໃຊ້ ເພື່ອບັນລຸສະຖິຕິຄວາມພ້ອມໃນການແລ່ນເຄື່ອງຢູ່ໂຮງງານປຸງແຕ່ງຢ່າງໂດດເດັ່ນເປັນທີ່ ໜ້າພໍໃຈຂອງ ບໍລິສັດ ພູເບ້ຍ ມາຍນິງ ຢູ່ທັງເຂດພາກສະໜາມພູຄໍາ ແລະ ບ້ານຫ້ວຍຊາຍ. ຜົນຄະແນນ ທີ່ສົມບູນແບບນີ້ສະແດງເຖິງຂີດໝາຍສໍາຄັນທີ່ບໍລິສັດສືບຕໍປະຕິບັດໄດ້ຢ່າງດີເລີດພ້ອມກັບການສຸມໃສ່ການຕໍອາຍຸ ໃຫ້ພາຫະນະອຸປະກອນ, ຫລຸດຄ່າໃຊ້ຈ່າຍໃນການດໍາເນີນງານແລະຫລຸດຜ່ອນຜົນກະທົບ ຂອງການດໍາເນີນງານ ຕໍສິ່ງແວດລ້ອມອ້ອມຂ້າງ. ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີທີ່ຈະປະກາດ ໃຫ້ຊາບວ່າ: ໂຄງການຂຸດຄົ້ນ-ປຸງແຕ່ງທອງ-ຄໍາ ພູ ຄໍາ ແລະ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍ ຊາຍຂອງບໍລິສັດ ໄດ້ຮັບ “ການຈັດອັນດັບດີເດັ່ນລະດັບ ບໍລິສັດ ພູເບ້ຍ ມາຍນິງ ຮັກສາມາດຕະຖານດ້ານການຫລໍລື່ນດີເດັ່ນ ຈາກບໍລິສັດ Chevron ເປັນປີທີ 5 ຕິດຕໍກັນ ຍົກລະດັບທັກສະແຮງງານລາວ ຮອງຮັບອຸດສາຫະກຳຍານພາຫະນະໄຟຟ້າ (EV) ໃນລາວ ໃນລະຫວ່າງວັນທີ 5-6 ພຶດສະພາ 2026 ນີ້, ຄະນະວິຊາຄະນະວິສະວະ ກຳສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຊຸດຝຶກອົບຮົມພາກປະຕິບັດຕົວ ຈິງ ໃນຫົວຂໍ້ “ການບຳລຸງຮັກສາຍານ ພາຫະນະໄຟຟ້າແບັດເຕີຣີຂະໜາດນ້ອຍ (BEV) ແລະ ການພັດທະນາສີມື ສຳລັບຊ່າງເຕັກນິກ ເພື່ອຮອງຮັບອຸດ ສາຫະກຳຍານພາຫະນະໄຟຟ້າ” ທີ່ມີ ການເຕີບໃຫຍ່ຂະຫຍາຍຕົວໃນປະຈຸ ບັນ ໂດຍມີຜູ້ເຂົ້າຮ່ວມ ຫລາຍກວ່າ 50 ຄົນ ເຊິ່ງສ່ວນໃຫຍ່ມາຈາກຂະແໜງພະ ລັງງານ ແລະ ຂະແໜງອຸດສາຫະກຳ. ຊຸດຝຶກອົບຮົມ ໃນຄັ້ງນີ້, ພາຍໃຕ້ການ ນຳພາຂອງ ຜູ້ຊ່ວຍສາດສະດາຈານ ປ.ອ. ອະນຸຊາ ພົມວັງຂວາ ຈາກຄະນະ ວິສະວະກຳສາດ ມະຫາວິທະຍາໄລ ຊຽງໃໝ່, ເຊິ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ທັງ ພາກທິດສະດີໃນຫ້ອງຮຽນ ແລະ ພາກ ປະຕິບັດຕົວຈິງ ໃນຫລາຍຫົວຂໍ້ສຳຄັນ ເປັນຕົ້ນ “ໂຄງສ້າງພື້ນຖານ ແລະ ອົງປະກອບຂອງ EV”, ບັນດາຊ່າງ ເຕັກນິກໄດ້ເຈາະເລິກເຂົ້າເຖິງອົງປະ ກອບຕ່າງໆ ທີ່ຊ່າງກົນຈັກແບບດັ້ງເດີມ ບໍ່ຄ່ອຍໄດ້ພົບເຫັນ ເຊັ່ນ: ຊຸດແບັດເຕີຣີລີ ທຽມ-ໄອອອນ, ລະບົບຄວບຄຸມ ແລະ ລະບົບເບຣກແບບຜະລິດພະລັງງານ ກັບຄືນ. ໄດ້ຮຽນຮູ້ “ການກວດວິເຄາະ ອາການຂັດຂ້ອງຕົວຈິງ”, ພາຍໃຕ້ການ ແນະນຳຂອງ ທ່ານ ວີລະສັກ ແປ້ນພວງ ຈາກບໍລິສັດ WPEV ຈຳກັດ ເຊິ່ງຜູ້ ເຂົ້າຮ່ວມໄດ້ລົງມືປະຕິບັດຕົວຈິງ. ພວກ ເຂົາໄດ້ຖອດປະກອບລະບົບຂັບເຄື່ອນ ໄຟຟ້າ ແລະ ຮຽນຮູ້ວິທີການແກ້ໄຂບັນ ຫາດ້ວຍຊອບແວທີ່ຊັບຊ້ອນ ເຊິ່ງເຮັດ ໜ້າທີ່ເປັນຄືກັບ “ສະໝອງກົນ” ຂອງ ຍານພາຫະນະໄຟຟ້າແບັດເຕີຣີຂະໜາດ ນ້ອຍ (BEV) ທີ່ທັນສະໄໝ. ໂອກາດດັ່ງກ່າວ, ທ່ານ ຮ.ສ. ປ.ອ. ຄຳປະເສີດ ເທບວົງສາ ຫົວໜ້າຄະນະ ວິຊາຄະນະວິສະວະກຳສາດ ມະຫາວິ ທະຍາໄລແຫ່ງຊາດ ກ່າວວ່າ: ນີ້ແມ່ນ ຄັ້ງທຳອິດທີ່ພວກເຮົາໄດ້ຈັດການຝຶກ ອົບຮົມສະເພາະດ້ານກ່ຽວກັບ EV ໃນ ຂະນະທີ່ລັດຖະບານສົ່ງເສີມການນຳ ໃຊ້ EV, ຄວາມຮູ້ດັ່ງກ່າວນີ້ຈຶ່ງບໍ່ແມ່ນ ທາງເລືອກອີກຕໍ່ໄປ ຫາກແຕ່ເປັນສິ່ງ ທີ່ຈຳເປັນ. EV ແມ່ນເສັ້ນທາງເພື່ອ ກ້າວໄປສູ່ການບັນລຸປະສິດທິພາບດ້ານ ພະລັງງານຢ່າງແທ້ຈິງ. ທ່ານສ.ຈ.ປ.ອ.ອະພິຊາດໂສພາແດງ ຫົວໜ້າຄະນະວິຊາ ວິທະຍາໄລການ ສຶກສາພະຫຸວິທະຍາການ ແລະ ສະຫະ ວິທະຍາການ ມະຫາວິທະຍາໄລຊຽງ ໃໝ່, ໄດ້ໃຫ້ຂໍ້ສັງເກດວ່າ: ເມື່ອຈຳນວນ ລົດ EV ເພີ່ມຂຶ້ນ, ຄວາມຕ້ອງການຜູ້ ຊ່ຽວຊານດ້ານການກວດວິເຄາະອາ ການຂັດຂ້ອງ ກໍເພີ່ມຂຶ້ນເຊັ່ນດຽວກັນ. ແຕ່ໂອກາດດັ່ງກ່າວ ຍັງຂະຫຍາຍ ກວ້າງໄປກວ່າການເຮັດວຽກໃນຮ້ານ ສ້ອມແປງ. ບັນດາຊ່ຽວຊານທີ່ເຂົ້າຮ່ວມ ກອງປະຊຸມ ໄດ້ຍົກໃຫ້ເຫັນເຖິງ “ສ່ອງ ທາງທີສອງ” ສຳລັບອົງປະກອບຕ່າງໆ ຂອງ EV ຕົວຢ່າງເຊັ່ນ: ແບັດເຕີຣີ ເກົ່າທີ່ບໍ່ເໝາະສົມສຳລັບນຳໃຊ້ໃນລົດ ອີກຕໍ່ໄປ ແມ່ນສາມາດນຳມາໃຊ້ໃໝ່ (recycled) ເປັນແຫລ່ງກັກເກັບ ກຳພະລັງງານ ສຳລັບລະບົບພະລັງ ງານແສງຕາເວັນ ເຊິ່ງຖືເປັນແຫລ່ງ ສ້າງລາຍຮັບທີ່ສຳຄັນ ສຳລັບຜູ້ປະ ກອບການທ້ອງຖິ່ນທີ່ມີຄວາມສະດຸ້ງໄວ ທີ່ຕ້ອງການກ້າວເຂົ້າສູ່ລະບົບເສດ ຖະກິດໝູນວຽນ. ທ່ານສ.ຈ.ປ.ອ.ອະພິຊາດໂສພາແດງ ໃຫ້ຂໍ້ສັງເກດວ່າ: ເຖິງແມ່ນວ່າ ສປປ ລາວ ຈະສາມາດຜະລິດພະລັງງານໄດ້ ຢ່າງຫລວງຫລາຍ, ແຕ່ລະບົບຕາໜ່າງ ໄຟຟ້າແຫ່ງຊາດ ຍັງຕ້ອງການການ ຍົກລະດັບຄັ້ງໃຫຍ່ ເພື່ອຕອບສະໜອງ ຄວາມຕ້ອງການໃນການສາກໄຟ ຂອງ ຈຳນວນລົດ EV ທີ່ເພີ່ມຂຶ້ນເປັນ 30%. ນອກຈາກນັ້ນ, ຄວາມຊັບຊ້ອນຂອງລົດ ເຫລົ່ານີ້ ຍັງຮຽກຮ້ອງໃຫ້ມີທັກສະໃນ ການກວດວິເຄາະອາການໃນລະດັບສູງ ເຊິ່ງຈຳເປັນຕ້ອງມີການຝຶກອົບຮົມຊ່າງ ເຕັກນິກອີກເປັນຈຳນວນຫລາຍ. ໂຄງການດັ່ງກ່າວພາຍໃຕ້ຊື່ “ທ່າ ແຮງຂອງລະບົບຕ່ອງໂສ້ການສະໜອງ ສຳລັບຍານພາຫະນະໄຟຟ້າແບັດເຕີຣີ ຂະໜາດນ້ອຍ (BEV) ໃນພາກພື້ນ ແມ່ນໍ້າຂອງ-ລ້ານຊ້າງ”, ໄດ້ຮັບຮູ້ວ່າ: ເພື່ອໃຫ້ອຸດສາຫະກຳນີ້ຢູ່ລອດໄດ້, ແຮງ ງານທີ່ມີສີມື ແມ່ນເງື່ອນໄຂທີ່ຂາດບໍ່ໄດ້. ໂດຍຜ່ານການລົງທຶນໃສ່ມະນຸດ, ຂໍ້ລິ ເລີ່ມດັ່ງກ່າວນີ້ໄດ້ຮັບປະກັນວ່າ ການ ຫັນປ່ຽນໄປສູ່ພະລັງງານສີຂຽວ ຈະ ສ້າງວຽກເຮັດງານທຳໃໝ່ທີ່ມີລາຍຮັບ ສູງ ແທນທີ່ຈະປ່ອຍຖິ້ມແຮງງານແບບ ດັ້ງເດີມໄວ້ຂ້າງຫລັງ. ໃນໂລກທີ່ລາຄາ ນໍ້າມັນບໍ່ສາມາດຄາດເດົາໄດ້ ແລະ ຂໍ້ ກຳນົດບັງຄັບດ້ານດິນຟ້າອາກາດພວມ ທະວີຄວາມເຂັ້ມງວດຂຶ້ນ, ສປປ ລາວ ພວມພິສູດໃຫ້ເຫັນວ່າ ຕົນບໍ່ພຽງແຕ່ ຕ້ອງການຂັບຂີ່ລົດແຫ່ງອະນາຄົດເທົ່າ ນັ້ນ ແຕ່ຍັງຕ້ອງການເປັນຜູ້ທີ່ຮູ້ວິທີໃນ ການສ້າງ,ການບຳລຸງຮັກສາແລະການ ສະໜອງພະລັງງານໃຫ້ແກ່ລົດເຫລົ່າ ນັ້ນອີກດ້ວຍ. ຊຸດຝຶກອົບຮົມໃນຄັ້ງນີ້, ໄດ້ຮັບການ ສະໜັບສະໜູນຈາກກອງທຶນພິເສດການ ຮ່ວມມືແມ່ນໍ້າຂອງ-ລ້ານຊ້າງ ແລະ ຈັດຕັ້ງປະຕິບັດໂດຍໜ່ວຍງານຄົ້ນຄວ້າ ການຄຸ້ມຄອງລະບົບຕ່ອງໂສ້ການສະ ໜອງ ແລະ ວິສະວະກຳ ຄະນະວິສະ ວະກຳສາດມະຫາວິທະຍາໄລຊຽງໃໝ່ເ ຮັດຮ່ວມກັບພາກວິຊາວິສະວະກຳກົນ ຈັກ ຄະນະວິສະວະກຳສາດ ມະຫາວິທະ ຍາໄລແຫ່ງຊາດ. ພັນທະກິດຂອງໂຄງ ການນີ້ ແມ່ນເພື່ອອອກແບບລະບົບຕ່ອງ ໂສ້ການສະໜອງ EV ທີ່ເຂັ້ມແຂງ ແລະ ຍົກລະດັບທັກສະໃຫ້ແກ່ຊ່າງເຕັກນິກ ໃນພາກພື້ນ ເພື່ອຮອງຮັບເສດຖະກິດ ສີຂຽວ. ຕາມທ້ອງຖະໜົນໃນນະຄອນຫຼວງ ວຽງຈັນ, ສຽງທີ່ມິດງຽບຂອງຍານ ພາຫະນະໄຟຟ້າ (EV) ພວມເຂົ້າມາ ແທນທີ່ສຽງດັງຂອງເຄື່ອງຈັກເຜົາໄໝ້ ພາຍໃນຢ່າງໄວວາ ໂດຍໄດ້ຮັບແຮງຊຸກ ຍູ້ຈາກຕົ້ນທຶນນໍ້າມັນເຊື້ອໄຟທີ່ເພີ່ມຂຶ້ນ ສູງ ແລະ ການສົ່ງເສີມຂອງລັດຖະບານ ເພື່ອອະນາຄົດທີ່ເປັນມິດກັບສິ່ງແວດ ລ້ອມ, ສປປ ລາວ ພວມມີການເຕີບໂຕ ຂອງການຊົມໃຊ້ລົດ EV ຢ່າງກ້າວ ກະໂດດທີ່ບໍ່ເຄີຍມີມາກ່ອນ. ແຕ່ໃນຂະ ນະທີ່ມີລົດໃໝ່ຫລາຍພັນຄັນອອກແລ່ນ ຕາມທ້ອງຖະໜົນ, ມັນກໍໄດ້ມີຄຳຖາມ ສຳຄັນເກີດຂຶ້ນຄື: ໃຜຈະເປັນຜູ້ສ້ອມ ແປງລົດເຫລົ່ານີ້? ເຖິງແມ່ນວ່າຕົວແທນຈຳໜ່າຍລົດ ໄຟຟ້າ(EV) ບາງແຫ່ງ ຈະມີສູນບໍລິ ການເປັນຂອງຕົນເອງ, ແຕ່ພວກເຂົາກໍ ອາດຈະກຳລັງປະເຊີນກັບຄວາມຫຍຸ້ງ ຍາກ ໃນການຕອບສະໜອງໃຫ້ທັນ ກັບຄວາມຕ້ອງການທີ່ເພີ່ມຂຶ້ນຢ່າງໄວ ວາ. ເຊັ່ນດຽວກັບລົດນໍ້າມັນແບບດັ້ງ ເດີມ, ໃນທີ່ສຸດແລ້ວ EV ຈະຕ້ອງການ ເຄືອຂ່າຍຮ້ານສ້ອມແປງເອກະລາດທີ່ ກວ້າງຂວາງ ເພື່ອໃຫ້ສາມາດສືບຕໍ່ນຳ ໃຊ້ງານໄດ້. ແນວໃດກໍຕາມ, ປັດຈຸບັນ ຊ່າງສ້ອມແປງທົ່ວໄປສ່ວນໃຫຍ່ ຍັງ ຂາດຄວາມຊ່ຽວຊານສະເພາະດ້ານ ໃນການຈັດການກັບລະບົບໄຟຟ້າທີ່ ຊັບຊ້ອນ. ເພື່ອແກ້ໄຂຊ່ອງຫວ່າງທາງ ດ້ານເຕັກໂນໂລຊີຂັ້ນສູງນີ້, ກອງປະຊຸມ ຝຶກອົບຮົມພາກປະຕິບັດຕົວຈິງໃນຫົວຂໍ້ “ການບຳລຸງຮັກສາຍານພາຫະນະໄຟ ຟ້າແບັດເຕີຣີຂະໜາດນ້ອຍ (BEV) ແລະ ການພັດທະນາສີມືສຳລັບຊ່າງ ເຕັກນິກ ເພື່ອຮອງຮັບອຸດສາຫະກຳ ຍານພາຫະນະຟຟ້າ” ຈຶ່ງໄດ້ຖືກຈັດຂຶ້ນ ທີ່ນະຄອນຫລວງວຽງຈັນ ເຊິ່ງເປັນ ຂີດໝາຍຈຸດປ່ຽນອັນສຳຄັນ ສຳລັບ ອຸດສາຫະກຳຍານຍົນຂອງຊາດ, ເຊິ່ງ ເປັນການຫັນປ່ຽນຊ່າງກົນຈັກແບບ ດັ້ງເດີມ ໄປສູ່ການເປັນຊ່າງເຕັກນິກ ຍຸກດິຈິຕອນ. ອີງຕາມການນຳສະເໜີໃນກອງ ປະຊຸມ, ລັດຖະບານໄດ້ເປີດທາງໃຫ້ ແກ່ການຍອມຮັບນຳໃຊ້ EV ດ້ວຍ ນະໂຍບາຍສົ່ງເສີມທີ່ດຶງດູດໃຈ ເຊັ່ນ: ອາກອນຂາເຂົ້າ 0 ເປີເຊັນ, ອາກອນ ຊົມໃຊ້ພຽງ 3 ເປີເຊັນ ແລະ ບໍ່ມີຂໍ້ຈຳ ກັດດ້ານໂຄຕາ. ເປົ້າໝາຍດັ່ງກ່າວ ແມ່ນມີຄວາມທະເຍີທະຍານສູງ ເຊິ່ງ ກຳນົດໃຫ້ຍານພາຫະນະໄຟຟ້າກວມ ເອົາ 1% ຂອງຈຳນວນຍານພາຫະນະ ທັງໝົດພາຍໃນປີ 2025 ແລະ ເພີ່ມຂຶ້ນ ເປັນ 30% ພາຍໃນປີ 2030.
RkJQdWJsaXNoZXIy MTc3MTYxMQ==