5591

]k;{9u o g-a o[q f[a omb d7;k,g0Q k.9 dkoIj ;,,n lkdq ofh kog8a doy ddtly de mtok7kodtly dvowm gxu f37'dko KBank -j ;ps]5 fzj vork]t7j k7v'-u [ .[0a [0uj lyj '9egxa omuj z6 h 0a [0u j xtgrf]q f9a d 8h v',u /b dvq [Iq ,dkoxt8y [a f lk]t[koly o7h k]t[q [ gvdtrk[ vk-Poxu 2022 3 vq 'dko9a f8A ',tsk-q o 4;m 9a f0t[;o c0j '0a ody ]k c]t 8ts]kfoa f;k'ltcf'zt]y f8tra o ,v[{Ia [37'dkod+ lh k'3I'IPo ,a fmtpq ,lb dlklq ,[6 ogrp;a f ,v[{Ia [rtva f4y mkff6 dvq 'rtpvfcdh ; ,tsk'vo feiq '[5 o ,tskg4itg9Q k ]tfq ,7;k,7y f grnj v7Extda o 7;k,pn opq '0v'c,j oE0v'  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 7  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 03.04.2023 ປີທີ 22 ສະບັບທີ 5.592 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 68 xu 1j k'l5 f.9  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 *ທ່ານນາງ ສຸດາມາດ ສຸຕັງຄານຸ ຜູ້ອຳນວຍການໃຫຍ່ ທະນາຄານກະ ສິກອນໄທ ຈຳກັດຜູ້ດຽວ ກ່າວວ່າ: ທ່ານນາງ ສຸດາມາດ ສຸຕັງຄານຸ ໃນມື້ຂຶ້ນປີໃໝ່ລາວ ພສ 2565 ທີ່ ຈະມາເຖິງນີ້ ທະນາຄານກະສິກອນ ໄທ ໄດ້ຈັດໂຄງການ “KBank ຊ່ວຍແບ່ງເບົາ”ເພື່ອຊ່ວຍຫລຸດພາ ລະຄ່າໃຊ້ຈ່າຍທີ່ສຳຄັນໃນຊີວິດປະ ຈຳວັນ ເຊັ່ນ: ຄ່າໄຟຟ້າ, ຄ່ານ້ຳປະ ປາ, ຄ່ານ້ຳມັນ, ຄ່າແກ໊ສ ແລະ ສິນ ຄ້າອຸປະໂພກ, ບໍລິໂພກຕ່າງໆເຊິ່ງ ໂຄງການນີ້ມີໄລຍະເວລາ 3 ເດືອນ (ເມສາ-ມີຖຸນາ) ໂດຍຈະເລີ່ມຕົ້ນ ທີ່ນະຄອນຫລວງວຽງຈັນ ແລະ ຈະ ຂະຫຍາຍໄປແຂວງຕ່າງໆໃນລຳ ດັບຕໍ່ໄປ. ທະນາຄານຕັ້ງເປົ້າໝາຍ ຜູ້ຮັບສິດໃນໂຄງການຈຳນວນທັງ ຂປລ. ໃນວັນທີ 31 ມີນາ 2023 ທີ່ສະຖານີໂທລະພາບແຫ່ງ ຊາດລາວ, 3 ອົງການຈັດຕັ້ງມະຫາ ຂປລ. ພິທີລົງນາມບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການຮ່ວມ ມືສາກົນ ທາງດ້ານເຕັກນິກກະສິກຳ ຂປລ.ກົມພາສີກະຊວງການເງິນ ຈັດກອງປະຊຸມເຜີຍແຜ່ ແລະ ຝຶກອົບ ຮົມ ເພື່ອການຈັດຕັ້ງປະຕິບັດສາ ລະບານສິນຄ້າລະບົບເອກະພາບອາ ຊຽນປີ 2022 (AHTN 2022) ໃຫ້ຂະແໜງການທີ່ກ່ຽວຂ້ອງ ແລະ ພາກທຸລະກິດ ໃນລະຫວ່າງວັນທີ 30-31 ມີນາ 2023 ຜ່ານມາ, ທີ່ນະ ຄອນຫລວງວຽງຈັນ,ໂດຍການເປັນ ປະທານຂອງ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີ ກະຊວງການເງິນ, ມີທ່ານພຸດທະ ນິກອນ ເຄນນະວົງ ຫົວໜ້າພະແນກ ຮ່ວມມືພາສີສາກົນ ກົມພາສີ, ມີຫົວ ໜ້າ-ຮອງຫົວໜ້າພະແນກການ ຂປລ. ປັດຈຸບັນຍັງພົບເຫັນເດັກ ອາຍຸບໍ່ທັນເຖິງກະສຽນ ໂດຍສະ ເພາະນັກຮຽນມັດທະຍົມ ຫລື ເວົ້າ ຂປລ. ພິທີມອບ-ຮັບ ໂຄງການ ກໍ່ສ້າງໂຮງຮຽນມັດທະຍົມສຶກສາ ສົມບູນເພຍວັດ ຈັດຂຶ້ນໃນວັນທີ 30 ມີນາ ຜ່ານມາ ໂດຍການເປັນກຽດ ເຂົ້າຮ່ວມເປັນສັກຂີພິຍານຂອງ ສະຫາຍ ສະເຫລີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ສະຫາຍ ຫວັງໜີງ ເລຂາ ພັກແຂວງຢຸນນານ ແຫ່ງ ສປ ຈີນ, ມີບັນດາລັດຖະມົນຕີ, ເຈົ້າຄອງນະ ອີກຢ່າງໜຶ່ງວ່າ ນັກຂັບຂີ່ໜ້າໃໝ່ ຈໍານວນຫລາຍສົມຄວນ ບໍ່ມີໃບອະ ນຸຍາດຂັບຂີ່ລົດຖືກຕ້ອງຕາມກົດ ໝາຍ ແລະ ບໍ່ຖືກຕ້ອງຕາມປະເພດ ລົດທີ່ຕົນເອງຂັບ, ຮ້າຍແຮງໄປ ກວ່ານີ້ ແມ່ນດື່ມສິ່ງມຶນເມົາແລ້ວຂັບ ຂີ່ລົດໄວເກີນກໍານົດ, ລ່ວງປ້າຍ ຫ້າມ, ລ່ວງໄຟອໍານາດ, ລ້ຽວບໍ່ຮັບ ປະກັນ, ຂັບຂີ່ລົດສວນທິດທາງຈະ ລາຈອນ ເຊິ່ງພຶດຕິກໍາດັ່ງກ່າວລ້ວນ ແຕ່ແມ່ນພຶດຕິກໍາທີ່ເປັນການລະ ເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ ເປັນພຶດຕິກໍາ ທີ່ມີຄວາມອັນຕະລາຍ, ທ່ານ ພັນເອກ ກົງສີ ສຸວັນນະຕຸ້ມ ລະຫວ່າງ ກົມປູກຝັງ ກະຊວງກະສິ ກຳ ແລະ ປ່າໄມ້, ບໍລິສັດ ຢາງກວ້າງ ເຈ່ຍລັນ (ລາວ) ພັດທະນາກະສິກຳ ຈຳກັດ ແລະ ສະຖາບັນວິທະຍາ ສາດກະສິກໍາເຂດຮ້ອນ ຂອງສູນຄົ້ນ ຄວ້າການປູກພືດເຂດຮ້ອນອາຊີໃຕ້ ສປ ຈີນ ຈັດຂຶ້ນໃນວັນທີ 31 ມີນາ ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍການຮ່ວມລົງນາມຂອງທ່ານ ວັນທ່ຽງ ພົມມະສຸລິນ ຮອງຫົວໜ້າ ກົມປູກຝັງ, ທ່ານ ເຊ້ເຟີຍ(XieFei) ຜູ້ອໍານວຍການບໍລິສັດຢາງກວ້າງ ເຈ່ຍລັນ ແລະ ທ່ານ ຕູ້ ລິ້ຊິງ (Du liqing) ຜູ້ອໍານວຍການສະຖາບັນວິ ທະຍາສາດກະສິກໍາເຂດຮ້ອນຂອງ ສູນຄົ້ນຄວ້າການປູກພືດເຂດຮ້ອນ ອາຊີໃຕ້ສປຈີນ(ລົງນາມຜ່ານທາງ ຊົນ, ກະຊວງຖະແລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ (ຖວທ) ຂປລ. ກະຊວງປ້ອງກັນຄວາມ ສະຫງົບ ຈັດຂະບວນການແຂ່ງຂັນ ກິລາຍິງປືນ ຊີງຂັນທ່ານນາຍົກ ລັດຖະມົນຕີແຫ່ງ ສປປ ລາວ, ເນື່ອງ ໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະ ເຫລີມສະຫລອງວັນສ້າງຕັ້ງກຳລັງ ປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ ໃນວັນທີ 1 ເມສາ 2023, ທີ່ສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ, ພາຍໃຕ້ການເປັນປະທານ ຈັດການແຂ່ງຂັນ ໂດຍທ່ານສອນໄຊ ສີພັນດອນ ກຳມະການກົມການ ເມືອງສູນກາງພັກ ນາຍົກລັດຖະມົນ ຕີ, ມີພົອ ວິໄລຫລ້າ ຄຳຟອງ ກຳມະ ການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີລັດຖະມົນ c0j '0a ody ]kpy 'xn o -u '0a ookpq d]a f4t,q o8u .o3vdkf;a olh k'8A 'de]a 'xh v'da o7;k,lts'[q ທ່ານ ສອນໄຊ ສີພັນດອນ (ຊ້າຍ) ຂປລ. ສູນກາງອົງການພຸດທະ ສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ) ໄດ້ແບ່ງພະອັດຖິທາດ ດູກອົງພະຍອດແກ້ວມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າ ອະດີດ ປະທານສູນກາງອົງການພຸດທະສາ ຂປລ. ຄະນະກຳມາທິການແມ່ ນ້ຳຂອງສາກົນ (MRC) ຈັດກອງ ປະຊຸມວິຊາການລະດັບສາກົນຄັ້ງ ທີ 4 ພາຍໃຕ້ຫົວຂໍ້: ນະວັດຕະກໍາ ແລະ ການຮ່ວມມື ເພື່ອຄໍ້າປະກັນ ຄວາມຍືນຍົງຂອງແມ່ນໍ້າຂອງໃນ ລະຫວ່າງວັນທີ 2-3 ເມສາ 2023 ໂດຍມີບັນດາຜູ້ ແທນຈາກປະເທດ ສະມາຊິກ MRC ພ້ອມດ້ວຍນັກຄົ້ນ ຄວ້າ, ຊ່ຽວຊານຈາກພາກພື້ນ ແລະ ສາກົນ ເຂົ້າຮ່ວມ. ທັງນີ້ກໍເພື່ອໃຫ້ທຸກ ພາກສ່ວນຈາກທົ່ວໂລກມີໂອກາດ ປຶກສາຫາລືແລະລະດົມແນວຄວາມ ຄິດ ເພື່ອການພັດທະນາແບບຍືນ ຍົງ, ເພື່ອການຄຸ້ມຄອງແມ່ນໍ້າຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ສະໜາສຳພັນແຫ່ງສປປລາວອົງທີ 5 ໃຫ້ແກ່ຄະນະສົງ, ພຸດທະບໍລິສັດ,

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 03/04/2023 xtgmf]k; ມອບ-ຮັບ ພະອັດຖິ... ລະດົມ... 3 ອົງການຈັດຕັ້ງ... ຝຶກອົບຮົມການປະຕິບັດ... ມອບ-ຮັບໂຄງການ ພຸດທະສາສະນິກະຊົນ ລາຊະອານາ ຈັກໄທ ເພື່ອນໍາເອົາໄປປະດິດສະ ຖານໄວ້ ເປັນທີ່ກາບໄຫວ້ສັກກາລະ ບູຊາ ທີ່ພະມະຫາທາດເຈດີພະທາດ ພະນົມ ຈຳລອງສະຖານປະຕິບັດທັມ ວັດຫຸບເຂົາສະຫວັນເມືອງສັດຕະຫີບ ແຂວງຊົນບູລີ ລາຊະອານາຈັກໄທ. ພິທີ ມອບ-ຮັບ ພະອັດຖິທາດດູກ ດັ່ງກ່າວ, ຈັດຂຶ້ນ ໃນວັນທີ30 ເມສາ 2023 ຜ່ານມານີ້, ຢູ່ ວັດປ່າພິລາວົງ ບຸດກັດສະກາຣາມ,ບ້ານຈຳປາແລະ ບ້ານປັກແຮດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍມີຍາ ທ່ານໃຫຍ່ ມະຫາເຫວດ ມະເສໄນ ຮອງປະທານສູນກາງອົງການພຸດ ທະສາສະໜາສຳພັນ ແຫ່ງ ສປປ ລາວ, ຍາທ່ານເຈົ້າຄຸນພຣະໂສພົນ ຄະນາພອນ ເຈົ້າຄະນະແຂວງຊົນ ບູລີ ລາຊະອານາຈັກໄທ, ພ້ອມດ້ວຍ ພະສົງເຖຣານຸເຖຣະ, ຊາວພຸດຖະສາ ສະນິກະຊົນ ແລະ ບັນດາການນຳ ພັກ, ລັດ ທັງໃນ ສປປ ລາວ ແລະ ລາຊະອານາຈັກໄທ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ພະອາຈານ ດໍາຣົງ ພິມມະຈັກ ຫົວໜ້າກຳມາ ທິການການຕ່າງປະເທດສູນກາງ ອພສ ທັງເປັນເຈົ້າອາທິການວັດປ່າ ພິລາວົງ ບຸດກັດສະກາຣາມ ໄດ້ຂຶ້ນ ກ່າວມອບອັດທິດັ່ງກ່າວວ່າ: ເພື່ອ ສະໜອງຄວາມເຫລື່ອມໃສສັດທາ, ຄວາມເຄົາລົບເປັນຢ່າງສູງຂອງ ຄະນະສົງ, ພຸດທະບໍລິສັດແຫ່ງລາ ຊະອານາຈັກໄທ ໂດຍສະເພາະສະ ຖານປະຕິບັດທັມຫຸບເຂົາສະຫວັນ ເມືອງສັດຕະຫີບ ແຂວງຊົນບູລີ ທີ່ມີໃນອົງພະຍອດແກ້ວມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ, ສູນກາງ ອພສ ຈຶ່ງໄດ້ແບ່ງພະອັດຖິທາດດູກ ອົງພະຍອດແກ້ວມະຫາງອນ ດຳ ຣົງບຸນ ເພື່ອເປັນທີ່ກາບໄຫ້ວສັກກາ ລະບູຊາ ເນື່ອງຈາກວ່າ ໃນເມື່ອກ່ອນ ໃນວັນທີ 8 ຕຸລາ 2017 ອົງພະ ຍອດແກ້ວ ເຄີຍໄດ້ໄປເປັນປະທານ ພິທີຍົກສັດ ຂຶ້ນສູ່ຍອດພະມະຫາ ເຈດີ ພ້ອມທັງໄດ້ມອບຫລາບເງິນ ຫລາບຄຳ ບັນຈຸໄວ້ໃນສະຖານທີ່ດັ່ງ ກ່າວ. ພ້ອມກັນນີ້, ກໍເພື່ອສືບສານ ສາຍໄຍຄວາມສຳພັນມິດຕະພາບ ອັນດີງາມ ທີ່ມີມາຍາວນານລະ ຫວ່າງພຸດທະສາສະນິກະຊົນ ລາວໄທ, ໄທ-ລາວ ໃນທາງດ້ານພະພຸດ ທະສາສະໜາ, ຮີດຄອງປະເພນີວັດ ທະນະທຳໃຫ້ມີຄວາມໝັ້ນຄົງ,ແໜ້ນ ແກ່ນຍິ່ງໆຂຶ້ນໄປ ແລະ ເພື່ອໃຫ້ພຸດ ທະບໍລິສັດ ພຸດທະສາສະນິກະຊົນ ຊາວໄທ ແລະ ພຸດທະບໍລິສັດພຸດທະ ສາສະນິກະຊົນລາວ ບັນດາເຜົ່າທີ່ ອາໄສຢູ່ລາຊະອານາຈັກໄທໄດ້ກາບ ໄຫວ້ສັກກາລະບູຊານ້ອມລະນຶກ ເຖິງຄຸນພະສັງຄະເຈົ້າ, ລະນຶກເຖິງ ຄຸນທຳ, ຄຸນຄວາມດີ ຂອງອົງພະ ຍອດແກ້ວມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າອົງພະປະມຸກສົງ ລາວ ອົງທີ 5 ດ້ວຍຄວາມເຫລື່ອມ ໃສສັດທາ, ເຄົາຣົບບູຊາສືບໄປໃນບໍ ວອນພະພຸດທະສາສະໜາຕະຫລອດ ຫ້າພັນພະວັດສາ. ໂອກາດດຽວກັນ, ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງ ແນວລາວສ້າງຊາດ ຜູ້ຊີ້ນຳວຽກ ງານສາສະໜາ ກໍໄດ້ໃຫ້ຮູ້ວ່າ: ພະ ອາຈານໃຫຍ່ມະຫາງອນດຳຣົງບຸນ ເປັນພະມະຫາເຖຣະເຈົ້າອົງໜຶ່ງທີ່ ມີຜົນງານ-ຄຸນງາມຄວາມດີຢ່າງ ຫລວງຫລາຍຕໍ່ອົງການພຸດທະສາ ສະໜາສໍາພັນລາວກໍຄືການປະກອບ ສ່ວນຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ພະອາຈານໃຫຍ່ເປັນພະສົງ ທີ່ມີຄວາມສັດຊື່ບໍລິສຸດ ຕໍ່ຫລັກສິນ ທຳທາງພຸດທະສາສະໜາ, ມີຄວາມ ເມຕາ-ກະລຸນາສູງ, ມີຄວາມເສຍສະ ລະສູງ ເພື່ອພຸດທະສາສະໜາ, ຖືຜົນ ປະໂຫຍດຂອງພຸດທະສາສະໜາ ແລະ ປະເທດຊາດສູງກວ່າຜົນປະ ໂຫຍດສ່ວນຕົວ ມີທັດສະນະຫລັກ ໝັ້ນສູງ, ມີທັດສະນະມະຫາຊົນ ແລະ ຫ້າວຫັນໃນການປະຕິບັດໜ້າທີ່ສາ ສະນະກິດ ແລະ ປະກອບສ່ວນໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ພະອາ ຈານໃຫຍ່ ຍັງໄດ້ອຸທິດຕົນເຄື່ອນ ໄຫວຄຽງບ່າຄຽງໄຫລ່ກັບບັນດາ ເພື່ອນສະຫະທຳມິກ ກໍຄື ພະສົງສາມະເນນ ໂດຍນຳໃຊ້ສະຕິປັນຍາ, ເຫື່ອແຮງຢ່າງຕັ້ງໜ້າເຂົ້າໃນການ ຊີ້ນຳ-ນຳພາປັບປຸງທຳມະນູນສົງ ເຊິ່ງເປັນນິຕິກຳທີ່ສຳຄັນໃຫ້ແກ່ ການເຄື່ອນໄຫວຂອງສົງ. ນອກ ຈາກນີ້, ພະອາຈານຍັງໄດ້ເປັນແບບ ຢ່າງເຄື່ອນໄຫວປະກອບສ່ວນວຽກ ງານກໍ່ສ້າງສາສະນະວັດຖຸ ເປັນ ຕົ້ນ ສ້າງຖະໜົນຫົນທາງ, ສ້າງນໍ້າ ບາດານ, ນໍ້າປະປາເຂົ້າບ້ານ, ສ້າງ ໂຮງຮຽນສົງ, ບູລະນະວັດ, ສ້າງພັດ ທະສິມມາ, ການຫລໍ່ພະພຸດທະຮູບ ສິລະປະລ້ານຊ້າງ ເພື່ອປະດິດສະ ຖານໄວ້ກົມມະລຽນຂອງພະທາດ ອິງຮັງ, ຜົນງານລ່າສຸດແມ່ນສ້າງ ພະເຈົ້າອົງຕື້ຈໍາລອງ ແລະ ພະເຈົ້າ ອົງແສນ 15 ອົງ ເຊິ່ງໄດ້ກາຍເປັນ ສັນຍະລັກແຫ່ງຄວາມສັດທາ ແລະ ຄວາມສາມັກຄີຂອງສາສະນິກະ ຊົນລາວບັນດາເຜົ່າ ໂດຍສະເພາະ ປະຊາຊົນລາວບັນດາເຜົ່າແຂວງ ສະຫວັນນະເຂດ. ສະນັ້ນ, ພະອາ ຈານໃຫຍ່ ຈຶ່ງໄດ້ຮັບຄວາມເຄົາລົບ- ນັບຖື, ຮັກແພງຈາກພະສົງ-ສາມະ ເນນ ແລະ ສາສະນິກກະຊົນບັນດາ ເຜົ່າຢ່າງກວ້າງຂວາງ ທັງພາຍໃນ ແລະ ຕ່າງປະເທດ. ພະອາຈານໃຫຍ່ ມີຜົນງານຢ່າງ ຫລວງຫລາຍ ໂດຍສະເພາະແມ່ນ ການເຄື່ອນໄຫວວຽກງານສຶກສາ ສົງ, ການສະແດງທໍາມະເທດສະໜາ ໃນສະຖານທີ່ຕ່າງໆ ທັງພາຍໃນ ແລະຕ່າງປະເທດແລະສິ່ງທີ່ພົ້ນເດັ່ນ ພະອາຈານໃຫຍ່ ໄດ້ເອົາໃຈໃສ່ວຽກ ງານການທູດປະຊາຊົນ ກໍຄືວຽກ ງານສະມະນະທູດ ໂດຍໄດ້ຊຸກຍູ້, ສົ່ງເສີມໃຫ້ສົງຂອງລາວ ໄດ້ມີໂອ ກາດໄດ້ໄປສຶກສາທຳ, ໄປທັດສະນະ ການແລກປ່ຽນບົດຮຽນ, ເຂົ້າຮ່ວມ ກອງປະຊຸມສົງສາກົນ. ພ້ອມກັນ ນັ້ນ, ພາຍໃຕ້ການຊີ້ນໍາຂອງພະອາ ຈານໃຫຍ່ ອົງການພຸດທະສາສະ ໜາສຳພັນລາວ ໄດ້ມີຜົນສຳເລັດ ຢ່າງຈົບງາມໃນການເປັນເຈົ້າພາບ ຈັດກອງປະຊຸມປະທານອົງການ ພຸດທະສາສະໜາ 3 ຊາດ ກຳປູເຈຍລາວ-ຫວຽດນາມ ຄັ້ງທີ I ແລະ ຈັດ ພິທີສະເຫລີມສະຫລອງວັນວິສາ ຄະບູຊາສາກົນແລະກິດຈະກໍາອື່ນໆ. ຂ່າວ-ພາບ: ທະນູທອງ ອ້ອມຂ້າງກົມ, ເຈົ້າໜ້າທີ່ພາສີ, ຜູ້ປະ ກອບການ ແລະ ຂະແໜງການກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີ ໄດ້ໃຫ້ຮູ້ວ່າ: ຊຸດຝຶກອົບຮົມຄັ້ງນີ້, ເພື່ອເປັນການ ເຜີຍແຜ່ສາລະບານສິນຄ້າລະບົບ ເອກະພາບອາຊຽນ ສະບັບປີ 2022 (AHTN 2022) ຂອງສປປ ລາວ ທີ່ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ໂດຍລັດຖະບານຕາມຂໍ້ຕົກລົງສະ ບັບເລກທີ 91/ນຍ, ລົງວັນທີ 16 ມັງກອນ 2023 ຊຶ່ງໄດ້ປ່ຽນແທນ ສາລະບານສິນຄ້າລະບົບເອກະພາບ ອາຊຽນ ສະບັບປີ 2017 (AHTN 2017). ສາລະບານສິນຄ້າລະບົບເອກະ ພາບອາຊຽນ ສະບັບປີ 2022 (AHTN2022)ແມ່ນມີ 8 ຕົວເລກ ຊຶ່ງໄດ້ຖືກນຳໃຊ້ ແລະ ປັບປຸງຢ່າງ ເປັນເອກະພາບໂດຍ 10 ປະເທດ ອາຊຽນໃນທຸກໆ 5 ປີ, ໂດຍອີງ ຕາມສາລະບານລະບົບເອກະພາບ (HS) ຂອງອົງການພາສີໂລກ (WCO). HS ຂອງອົງການພາສີ ໂລກແມ່ນມີ 6 ຕົວເລກທີ່ຖືກປັບປຸງ ທຸກໆ 5 ປີ ເພື່ອສະທ້ອນເຖິງການ ປ່ຽນແປງທາງດ້ານເຕັກໂນໂລຊີ ແລະ ການຄ້າດ້ານຜະລິດຕະພັນ ໃນແຕ່ລະໄລຍະ ແລະ ເລີ່ມມີຜົນບັງ ຄັບໃຊ້ໃນວັນທີ 1 ມັງກອນ 2022 (ແທນທີ່ HS 2017) ສາລະບານ ສິນຄ້າລະບົບເອກະພາບໃນພາສາ ອັງກິດແມ່ນ Harmonized_ Commodity Description and Coding System ຫລີ ເອີ້ນຫຍໍ້ ວ່າ HS ທີ່ຖືກອອກແບບມາ ເພື່ອ ກຳນົດໃຫ້ປະເພດສິນຄ້າທັງໝົດທີ່ ເຄື່ອນຍ້າຍຂ້າມຊາຍ ແດນມີຕົວເລກ ລະຫັດໃນລັກສະນະເປັນເອກະພາບ ໃນທົ່ວໂລກ. ສຳລັບສປປລາວເປັນສະມາຊິກ ຂອງອົງການພາສີໂລກ ແລະ ອາ ຊຽນ, ຈຶ່ງມີພັນທະທີ່ຕ້ອງຈັດຕັ້ງປະ ຕິບັດສາລະບານ AHTN 2022, ບໍ່ພຽງແຕ່ຂະແໜງການພາສີ, ແຕ່ພາກສ່ວນທີ່ກ່ຽວຂ້ອງຂອງລັດ ຖະບານ ແລະ ເອກະຊົນ, ຕ້ອງເອົາ ໃຈໃສ່ຕໍ່ການນໍາໃຊ້ AHTN 2022 ໃຫ້ມີປະສິດທິພາບ. ສະນັ້ນ, ຊຸດຝຶກ ອົບຮົມໃນຄັ້ງນີ້ ເພື່ອໃຫ້ຂະແໜງ ການທີ່ກ່ຽວຂ້ອງເປັນຕົ້ນ ກົມອາ ຫານ ແລະ ຢາ, ກົມປູກຝັງ, ກົມລ້ຽງ ສັດ ແລະ ການປະມົງ, ກົມນໍາເຂົ້າສົ່ງອອກ, ກົມນະໂຍບາຍການຕ່າງ ປະເທດ,ທະນາຄານໂລກ, ສະພາອຸດ ສາຫະກຳ ແລະ ການຄ້າ, ສູນສະ ຖິຕິແຫ່ງຊາດ, ກົມອາຊຽນ, ສະມາ ຄົມ LIFA ແລະ ພາກທຸລະກິດ, ບັນດາບໍລິສັດ, ຜູ້ປະກອບການນໍາ ເຂົ້າ-ສົ່ງອອກທີ່ຕິດພັນເຂົ້າຮ່ວມ ຝຶກອົບຮົມຄັ້ງນີ້ທັງໝົດ 23 ບໍລິ ສັດ, ໂດຍສະເພາະຜູ້ນໍາເຂົ້າ ແລະ ສົົ່ງອອກໃຫ້ເຂົ້າໃຈຢ່າງເລິກເຊິ່ງຕໍໍ່ AHTN 2022 ເພື່ອຮັບປະກັນຈັດ ລະຫັດ HSທີີ່ຖືກຕ້ອງເພື່ອເປັນການ ອໍານວຍຄວາມສະດວກໃນການດໍາ ເນີນຂັັ້ນຕອນການແຈ້ງພາສີ, ປະ ເມີນຄວາມຈໍາເປັນວ່າມີລະຫັດໃໝ່ ແລະ ດໍາເນີນການຂໍການຮັບຮອງ ລ່ວງໜ້າຂອງລະຫັດ HS ເພື່ອຮັບ ປະກັນການຈັດປະເພດທີ່ເໝາະສົມ ກ່ອນສິນຄ້າມາຮອດອີກດ້ວຍ. ຂ່າວ-ພາບ: ກະຊວງການເງິນ ຄອນຫລວງວຽງຈັນ, ພະແນກສຶກ ສາທິການ ແລະ ກິລາ, ເອກອັກຄະ ລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ, ຄະນະຜູ້ແທນສອງ ຝ່າຍ ລາວ-ຈີນ, ບັນດາຄູອາຈານ, ນ້ອງນັກຮຽນເຂົ້າຮ່ວມ ເຊິ່ງໂຄງ ການດັ່ງກ່າວ, ຖືເປັນສັນຍະລັກອັນ ພົ້ນເດັ່ນຂອງໝາກຜົນການຮ່ວມ ມືດ້ານການສຶກສາ ລະຫວ່າງສອງ ຊາດລາວ ແລະ ຈີນ. ໃນພິທີ ທ່ານ ເສິນ ຊູຈຸນ(Chen Zujun), ປະທານກຸ່ມບໍລິສັດກໍ່ສ້າງ ລົງທຶນແຂວງຢຸນນານ ຜູ້ຮັບເໝົາກໍ່ ສ້າງໂຄງການດັ່ງກ່າວ ໄດ້ລາຍງານ ປະຫວັດຄວາມເປັນມາ, ຄວາມຄືບ ໜ້າ ແລະ ຜົນສຳເລັດຂອງການກໍ່ ສ້າງໂຮງຮຽນມັດທະຍົມສົມບູນ ເພຍວັດ ໂດຍສັງເຂບ. ຈາກນັ້ນ, ສະ ຫາຍ ຈຽງ ຈ່າຍຕຸງ ເອກອັກຄະລັດ ຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ສະຫາຍ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫລວງ ວຽງຈັນ ກໍໄດ້ຜັດປ່ຽນກັນຂຶ້ນມີຄຳ ເຫັນຕໍ່ຜົນສຳເລັດຂອງໂຄງການ ກໍ່ສ້າງອາຄານດັ່ງກ່າວ, ໂຄງການກໍ່ ສ້າງນີ້ ຈັດຢູ່ໃນໂຄງການໂຮງຮຽນ 10 ແຫ່ງ ທີ່ການນຳຂັ້ນສູງສຸດຂອງ ສອງປະເທດລາວ ແລະ ຈີນ ໄດ້ຕົກ ລົງເປັນເອກະພາບກັນໃນປີ 2016, ເຊິ່ງເປັນໂຄງການບູລິມະສິດທີ່ສໍາ ຄັນໜຶ່ງ ໃນການພັດທະນາຊັບພະ ຍາກອນມະນຸດຂອງ ສປປ ລາວ ກໍຄື ການຮ່ວມມື ລະຫວ່າງສອງປະເທດ ລາວ-ຈີນ, ເປັນທຶນຊ່ວຍເຫລືອລ້າ ຈາກລັດຖະບານ ແຫ່ງ ສປ ຈີນ, ໂດຍໄດ້ມີການລົງນາມ ສັນຍາການ ຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອ ໃນວັນທີ 24 ສິງຫາ 2020, ມູນ ຄ່າກໍ່ສ້າງທັງໝົດ 97.400.000 ຢວນ, ມີເນື້ອທີ່ 9.022 ຕາແມັດ, ເນື້ອທີ່ກໍ່ສ້າງ 7.866 ຕາແມັດ, ເຊິ່ງໄດ້ເລີ່ມການກໍ່ສ້າງມາແຕ່ວັນ ທີ 21 ພຶດສະພາ 2021 ແລະ ສຳ ເລັດໃນປີ 2023, ອາຄານຮຽນ ດັ່ງກ່າວສາມາດຮອງຮັບນັກຮຽນ ໄດ້ປະມານ 1.400 ກວ່າຄົນ ເຊິ່ງ ປະກອບມີ: ຫ້ອງຮຽນ 50 ຫ້ອງ, ຫ້ອງເຄມີ, ຫ້ອງຟີຊິກ, ຫ້ອງຊິວະ ສາດ, ຫ້ອງທົດລອງວິທະຍາສາດ ທໍາມະຊາດ, ຫ້ອງຄອມພິວເຕີ 1 ຫ້ອງ, ຫ້ອງສອນພາສາຈີນ 1 ຫ້ອງ, ຫ້ອງອ່ານຫ້ອງສະໝຸດ 2 ຫ້ອງ, ຫ້ອງການຄູ-ອາຈານ, ຫ້ອງອໍາ ນວຍການ, ຫ້ອງປະຊຸມ ແລະອື່ນໆ. ສະຫາຍ ອາດສະພັງທອງ ສີພັນດອນ ກໍໄດ້ຕາງໜ້າໃຫ້ລັດຖະ ບານ ແຫ່ງ ສປປ ລາວ ສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນມາ ຍັງພັກ-ລັດຖະບານ ແລະ ປະຊາຊົນ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອ ສປປ ລາວ ຕະຫລອດ ໄລຍະຜ່ານມາ, ພ້ອມນີ້, ກໍສະແດງ ຄວາມຂອ ບໃຈມາຍັງທຸກພາກສ່ວນ ລາວ ແລະ ຈີນ ທີ່ໄດ້ປະກອບສ່ວນ ສຸມທຸກເຫື່ອແຮງເຂົ້າໃນການຈັດ ຕັ້ງປະຕິບັດໂຄງການດັ່ງກ່າວ ຈົນມີ ຜົນສຳເລັດຢ່າງຈົບງາມ. ໃນຕອນຄ່ຳຂອງວັນດຽວກັນ, ສະຫາຍ ສະເຫລີມໄຊ ກົມມະສິດ ກໍໄດ້ພົບປະເຮັດວຽກກັບສະຫາຍ ຫວັງ ໜິງ ເລຂາພັກແຂວງຢຸນນານ ພ້ອມດ້ວຍຄະນະ ເຊິ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ ແລະ ການ ພົວພັນຄູ່ຮ່ວມຍຸດທະສາດຮອບ ດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ໄດ້ຮັບການ ເພີ່ມພູນຄູນສ້າງຂຶ້ນເລື້ອຍໆພ້ອມນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ກັນຊຸກຍູ້ການພົວພັນຮ່ວມມືໃນດ້ານ ຕ່າງໆໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອ ມີຜົນສຳເລັດອັນໃໝ່ໃຫຍ່ຫລວງ ກວ່າເກົ່າ. ໃນນັ້ນ, ສອງຝ່າຍໄດ້ປຶກ ສາຫາລືກັນໃນບາງດ້ານທີ່ຄວນ ເອົາໃຈໃສ່ໃນຕໍ່ໜ້າເຊັ່ນ: ດ້ານການ ກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງ ດ່ວນຈາກ ລາວໄປຈີນ ໃນສ່ວນທີ່ຢູ່ ໃນແຜນການໃຫ້ມີຄວາມຄືບໜ້າ ໄວ, ດ້ານການທ່ອງທ່ຽວການເປີດ ເສັ້ນທາງລົດໄຟສາກົນ ລາວ-ຈີນ, ວຽງຈັນ-ຄຸນມິງ,ດ້ານການອຳນວຍ ຄວາມສະດວກໃນການຜ່ານດ່ານ ແລະ ການຂົນສົ່ງທາງລົດໄຟໃຫ້ ມີຜົນປະໂຫຍດຕໍ່ສອງຝ່າຍຫລາຍ ຂຶ້ນ, ດ້ານກະສິກຳ ເພື່ອຮ່ວມມືກັນ ຜະລິດສິນຄ້າສົ່ງໄປຕະຫລາດຈີນ, ການຮ່ວມມືໃນຂະແໜງບໍ່ແຮ່, ການ ປຸງແຕ່ງແຮ່ທາດ ແລະ ການຜະລິດ ສິນຄ້າ, ການລົງທຶນຂອງວິສາຫະ ກິດ ຈີນຢູ່ລາວ, ການສຶກສາ,ພະລັງ ງານ, ການແລກປ່ຽນຄະນະຜູຸ້ແທນ ນຳກັນ ແລະ ອື່ນໆ ທີ່ສອງຝ່າຍມີ ທ່າແຮງ. ພິເສດ, ສອງຝ່າຍໄດ້ເຫັນ ດີນຳກັນຕໍ່ການກະກຽມເປີດຖ້ຽວ ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມ ມະເລີກໃນວັນທີ13ເມສາ2023ນີ້, ເຊິ່ງຈະມີພິທີຮັບຕ້ອນນັກທ່ອງທ່ຽວ ຈີນ ຊຸດທຳອິດຢູ່ເບື້ອງດິນລາວ. ສະຫາຍ ຫວັງ ໜິງ ກໍສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ ແລະ ສະແດງຄວາມຍິນດີ ຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງ ຂອງສອງຝ່າຍປຶກສາຫາລື ແລະ ເຮັດວຽກຮ່ວມກັນໃຫ້ຫລາຍຂຶ້ນ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ຕ່າງໆທີ່ການນຳຂັ້ນສູງຂອງສອງ ປະເທດເຫັນດີເປັນເອກະພາບກັນ ໃຫ້ມີປະສິດທິພາບ ແລະ ປະສິດທິ ຜົນສູງສຸດ, ນຳເອົາຜົນປະໂຫຍດ ສູງສຸດມາສູ່ປະຊາຊົນສອງຊາດ, ນຳຄວາມເອົາຮຸ່ງເຮືອງສີວິໄລມາສູ່ ສອງປະເທດສປຈີນແລະສປປລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນເປັນມູນເຊື້ອນີ້ໃຫ້ ໝັ້ນຄົງຂະນົງແກ່ນຕະຫລອດກາ ລະນານ. ແລະ ໃນປີນີ້, ຄະນະກໍາມາທິການ ແມ່ນໍ້າຂອງສາກົນ ໄດ້ສຸມໃສ່ຫົວຂໍ້ ດັ່ງກ່າວ ແນໃສ່ການສ້າງນະວັດຕະ ກໍາແລະການຮ່ວມມືດ້ານຄວາມໝັ້ນ ຄົງທາງນໍ້າ ແລະ ຄວາມຍືນຍົງໃນ ອ່າງແມ່ນໍ້າຂອງ ຮ່ວມກັນ. ທ່ານ ນາງ ບຸນຄໍາ ວໍລະຈິດ ລັດ ຖະມົນຕີກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ໄດ້ໃຫ້ ຮູ້ວ່າ: ກອງປະຊຸມຄັ້ງນີ້, ຈະເປັນໂອ ກາດສໍາຄັນໃນການທົບທວນບັນດາ ວິທີການ, ການພັດທະນາບັນດາສິ່ງ ທ້າທາຍ ແລະ ກາລະໂອກາດ ເພື່ອ ການຄຸ້ມຄອງອ່າງແມ່ນໍ້າຂອງແບບ ມີຄວາມຮັບຜິດຊອບຮ່ວມກັນ ແລະ ໃຫ້ມີຄວາມຍືນຍົງ ເພື່ອກ້າວໄປ ເຖິງວາລະ ແລະ ວິໄສທັດຂອງອ່າງ ແມ່ນ້ຳຂອງ “ເສດຖະກິດຈະເລີນ ຮຸ່ງເຮືອງ ສັງຄົມມີຄວາມຍຸຕິທໍາ ແລະສິ່ງແລດລ້ອມມີຄວາມອຸດົມສົມ ບູນໃນອ່າງແມ່ນໍ້າຂອງ” ແລະ ວາ ລະສາກົນປີ2030 “ເປົ້າໝາຍການ ພັດທະນາແບບຍືນຍົງ”, ການສ້າງ ນະໂຍບາຍເຕັກໂນໂລຊີ ແລະ ເສັ້ນ ທາງຂອງການຮ່ວມມືຢ່າງມີນະວັດ ຕະກໍາເປັນສິ່ງທີ່ສຳຄັນ ເພື່ອສ້າງ ຂະບວນການໃຫ້ມີປະສິດທິຜົນໃນ ການແລກປ່ຽນຄວາມຮູ້ແລະຂໍ້ມູນຂ່າວສານ ແລະ ການຮ່ວມມືດ້ານ ການຄຸ້ມຄອງຊັບພະຍາກອນນໍ້າ ໃນອ່າງແມ່ນ້ຳຂອງ ໂດຍສະເພາະ ສປປ ລາວ ມີຄວາມມຸ່ງໝັ້ນຢ່າງ ເຕັມທີ່ຕໍ່ການພັດທະນາທີ່ບໍ່ພຽງ ແຕ່ໃຫ້ຍືນຍົງ ແຕ່ຕ້ອງໄປຄຽງຄູ່ກັບ ຄວາມຮັບຜິດຊອບ, ລັດຖະບານ ລາວ ໄດ້ໃຫ້ຄວາມສໍາຄັນສູງໃນ ການສະໜັບສະໜູນການຈັດຕັ້ງປະ ຕິບັດແລະການຮ່ວມມືກັບບັນດາປະ ເທດແມ່ນ້ຳຂອງ ໂດຍອີງຕາມສັນ ຍາແມ່ນ້ຳຂອງປີ 1995 ເຊິ່ງສັນ ຍາສະບັບດັ່ງກ່າວ, ໄດ້ສ້າງພື້ນຖານ ໃຫ້ແກ່ພວກເຮົາ ເພື່ອສົ່ງເສີມອຸດົມ ການແຫ່ງການຮ່ວມມື ແລະ ການ ພັດທະນາແບບຍືນຍົງ ແລະ ເທົ່າ ທຽມກັນໃນອ່າງແມ່ນ້ຳຂອງ, ກົນ ໄກການຮ່ວມມືທີ່ມີນະວັດຕະກໍາ ເຫລົ່ານີ້ ຈະຊ່ວຍໃຫ້ພວກເຮົາບັນ ລຸເປົ້າໝາຍ ແລະ ຈຸດປະສົງຮ່ວມກັນ ໃນການຄຸ້ມຄອງ ແລະ ພັດທະນາ ອ່າງແມ່ນໍ້າຂອງແບບຍືນຍົງກໍຄື ການຫລີກລ່ຽງ ແລະ ຫລຸດຜ່ອນ ຜົນກະທົບທີ່ອາດເກີດຂຶ້ນ ໂດຍສະ ເພາະເຂດຊຸມຊົນທີ່ມີຄວາມສ່ຽງ ໃນລະດັບພາກພື້ນ, ທ່ານ ນາງ ບຸນຄໍາ ວໍລະຈິດ ຍັງ ໄດ້ສະແດງຄວາມຫວັງວ່າ: ການ ປຶກສາຫາລືໃນຄັ້ງນີ້, ຈະເຕັມໄປ ດ້ວຍລັກສະນະແບບສ້າງສັນ ແລະ ມີໝາກຜົນຈາກບັນດາຜູ້ເຂົ້າຮ່ວມ ພ້ອມທັງໄດ້ຮັບຄໍາຄິດຄໍາເຫັນທີ່ມີ ຄຸນຄ່າ ແລະ ເປັນປະໂຫຍດ ເພື່ອສືບ ຕໍ່ນໍາໄປປຶກສາຫາລື ແລະ ດຳເນີນ ການຈັດຕັ້ງຮ່ວມກັນກັບເພື່ອນຮ່ວມ ງານ ແລະ ບັນດາຜູ້ມີສ່ວນຮ່ວມທີ່ ກ່ຽວຂ້ອງ ເພື່ອສ້າງຄວາມໝັ້ນຄົງ ທາງດ້ານນ້ຳ ແລະ ຄວາມຍືນຍົງ ໃນອ່າງແມ່ນ້ຳຂອງ. ຈັດຂະບວນແຂ່ງຂັນກິລາ ແລະ ຕະຫລາດນັດວາງສະແດງຜະລິດ ຕະພັນໃນຂົງເຂດ ຖວທ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ພ້ອມ ດ້ວຍບັນດາຮອງລັດຖະມົນຕີ, ຫົວ ໜ້າກົມ, ຮອງກົມ ແລະ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນອ້ອມຂ້າງ ກະຊວງ ຖວທ ເຂົ້າຮ່ວມ. ທ່ານ ບົວໄລ ພານຸວົງ ເລຂາ ຄະນະບໍລິຫານງານກະຊວງ ຖວທ, ຫົວໜ້າຫ້ອງການກະຊວງ ໄດ້ ກ່າວວ່າ: ຈຸດປະສົງການຈັດງານໃນ ຄັ້ງນີ້, ເພື່ອສະເຫລີມສະຫລອງ, ຂໍ່ານັບຮັບຕ້ອນວັນສໍາຄັນຂອງພັກ ເປັນຕົ້ນ ແມ່ນວັນສ້າງຕັ້ງພັກປະ ຊາຊົນປະຕິວັດລາວ ວັນທີ 22 ມີນາ ຄົບຮອບ 68 ປີ ແລະ ວັນສ້າງຕັ້ງອົງ ການຈັດຕັ້ງມະຫາຊົນໃຫ້ເປັນຂະ ບວນຟົດຟື້ນ ໂດຍສະເພາະເພື່ອ ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກະຊວງຖວທ,ມະຕິກອງປະຊຸມໃຫຍ່ ຂອງສາມອົງການຈັດຕັ້ງມະຫາ ຊົນກະຊວງ, ບັນດາແຜນດຳເນີນ ງານຂອງສາມອົງການຈັດຕັ້ງມະ ຫາຊົນໃນແຕ່ລະໄລຍະ, ແຜນພັດ ທະນາວຽກງານ ຖວທ ໃຫ້ປາກົດ ຜົນເປັນຈິງ. ນອກຈາກນີ້, ຍັງເປັນ ການເຕົ້າໂຮມຄວາມສາມັກຄີເປັນ ປຶກແຜ່ນພາຍໃນອົງການຈັດຕັ້ງມະ ຫາຊົນໃຫ້ກາຍເປັນກຳລັງແຮງສັງ ລວມອັນສຳຄັນຂອງພັກ-ລັດ ໃນ ການປະກອບສ່ວນເຂົ້າໃນພາລະ ກິດປົກປັກຮັກສາ ແລະ ພັດທະນາ ວຽກງານຖວທໃຫ້ບັນລຸຜົນຕາມລະ ດັບຄາດໝາຍທີ່ວາງໄວ້, ເປັນການ ປູກຈິດສຳນຶກໃຫ້ສະມາຊິກຂອງ ສາມອົງການຈັດຕັ້ງມະຫາຊົນສາ ມາດກໍາໄດ້ ແລະ ເປັນການລະລຶກ ເຖິງວັນສຳຄັນຂອງພັກ, ຂອງອົງ ການຈັດຕັ້ງມະຫາຊົນ, ເປັນການຝຶກ ຝົນຫລໍ່ຫລອມສະມາຊິກຂອງສາມ ອົງການຈັດຕັ້ງມະຫາຊົນຕາມທິດ ພັດທະນາຕົນເອງ 5 ຕ້ານທີ່ກະຊວງ ສຶກສາວາງອອກ ຄື: ຄຸນສົມບັດ ສຶກສາ, ປັນຍາສຶກສາ, ສິລະປະສຶກ ສາ, ກຳມະສຶກສາ (ກິລາ) ແລະ ອອກແຮງງານສຶກສາ, ທັງເປັນການ ຊຸກຍູ້ສົ່ງເສີມຜະລິດຕະພັນຂົງເຂດ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ເຕີບໃຫຍ່ຂະຫຍາຍ ຕົວ ແລະ ມີການພັດທະນາກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ. ໂອກາດນີ້, ທ່ານນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຊົມເຊີຍຕໍ່ການຈັດງານໃນຄັ້ງນີ້ ເຊິ່ງ ຈະປະກອບສ່ວນສໍາຄັນໃນການ ສ້າງຈິດສຳນຶກໃຫ້ສະມາຊິກຂອງ ສາມອົງການຈັດຕັ້ງມະຫາຊົນກະ ຊວງ ຖວທ ສາມາດກຳໄດ້ ແລະ ເປັນການລະລຶກເຖິງວັນສຳຄັນ ຂອງພັກ, ຂອງສາມອົງການຈັດຕັ້ງ ມະຫາຊົນ, ທັງເຮັດໃຫ້ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ໄດ້ພົບປະ ແລກປ່ຽນບົດຮຽນ ແລະ ຜະລິດ ຕະພັນຮ່ວມກັນ ແລະ ຈະເປັນຈຸດ ລິເລີ່ມຫົວຄິດປະດິດສ້າງໃນການ ສ້າງເສດຖະກິດ ກໍຄື ວິທີຫາລາຍ ໄດ້ສ້າງຄັ້ງຂອງ 3 ອົງການຈັດຕັ້ງ ມະຫາຊົນ ແລະ ອື່ນໆ. ສໍາລັບຂະບວນການແຂ່ງຂັນ ກິລາ ແລະ ຕະຫລາດນັດວາງສະ ແດງຜະລິດຕະພັນໃນຂົງເຂດ ຖວທ ມີແຂ່ງຂັນກິລາ 2 ປະເພດ ຄື: ກິລາ ເປຕັງ ແລະ ກິລາເຕະບານ, ໃນນີ້ ກິລາເປຕັງ ມີນັກກິລາເຂົ້າຮ່ວມແຂ່ງ ຂັນ 27 ທີມ ແລະ ບານເຕະ ມີ 2 ທີມຄື: ທີມນັກກິລາຂອງ 3 ອົງການ ຈັດຕັ້ງມະຫາຊົນກະຊວງ ຖວທ ແລະ ທີມນັກກິລາບານເຕະຂອງ 3 ອົງການຈັດຕັ້ງສູນກາງຊາວໜຸ່ມ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ. ສ່ວນງານຕະຫລາດນັດວາງສະ ແດງຜະລິດຕະພັນ ມີບັນດາກົມ, ສະ ຖາບັນ, ໂຮງຮຽນ, ກອງວິຊາການ ແລະ ລັດວິສາຫະກິດ ເຂົ້າຮ່ວມວາງ ສະແດງ ທັງໝົດ 24 ພາກສ່ວນ, ລວມມີ 28 ຫ້ອງວາງສະແດງ. ໃນ ນັ້ນ, ພິເສດພາກທຸລະກິດ ກໍຄື ກາເຟ ພູເບຍ ເຂົ້າຮ່ວມ. ນອກຈາກນີ້, ຍັງມີ ຂະບວນການສະແດງສິລະປະ, ມີ ການສະແດງບົດຟ້ອນ, ບົດລຳ, ລະ ຄອນ ແລະ ກິດຈະກໍາເທິງເວທີຕະ ຫລອດວັນ. ຂ່າວ: ສົມຫວັງ,ພາຍ: ອ່າຍຄຳ

xtgmf]k; 3 03/04/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ພົຈ ວ ສີວອນ ໄຊຍະວົງ ວໜ້າກອງບັນຊາກການ ˜ກສ ¨Œວງອຸດົມໄຊ ບົດສະເໜີ xdl v5 fq ,w- gvq k.9.lj cdh w0xtdq fdkosp= h m= h .o37'dko]q fw2]k;{9u o 0tc|' pm0 gxa oxkpcs], .odkora fmtokxtgmf-kf ໃນ ແລະ ພາກພື້ນ ບົນພື້ນຖານຫລັກ ການ, ມີຈຸດສຸມ ແລະ ວ່ອງໄວ, ຂະ ຫຍາຍພື້ນຖານໂຄງລ່າງທີ່ຈຳເປັນ ເຊື່ອມຈອດເຂົ້າສູ່ແລວທາງເສດຖະ ກິດບົນຫລັກການສ້າງລະບົບຂົນ ສົ່ງຫລາຍຮູບແບບ (Multimodal Transport), ເລັ່ງຈັດຕັ້ງປະຕິ ບັດບັນດາໂຄງການທີ່ລັດຖະບານ ໄດ້ຮັບຮອງ, ອະນຸມັດເຂົ້າສູ່ເຂດ ການຜະລິດກະສິກຳ, ເຂດອຸດສາ ຫະກຳ ແລະ ເຂດທີ່ມີໂຄງລ່າງພື້ນ ຖານສຳຄັນແລ້ວເຊັ່ນ: ການຄົມມະ ນາຄົມທາງບົກ, ທາງນ້ຳ, ທາງລົດ ໄຟ ແລະ ທາງອາກາດ. ສ້າງເງື່ອນ ໄຂ ເພື່ອອຳນວຍຄວາມສະດວກ ເພື່ອດຶງດູດການລົງທຶນ ແລະ ຊຸກຍູ້ ການພັດທະນາໂຄງການເຂດອຸດສາ ຫະກຳ, ເຂດຕົວເມືອງSmart city, ເຂດໂລຈີສຕິກ ແລະ ເຂດທ່າບົກ, ເຂດບໍລິການຄ້າປອດພາສີ ທີ່ມີ ຄວາມສາມາດຈັດຕັ້ງປະຕິບັດ ໃນ 2 ປີຕໍ່ໜ້າ (2023-2024) ຢູ່ຕາມ ແລວທາງເສດຖະກິດລາວ-ຈີນ ແລະ ເຂດການຄ້າຊາຍແດນໃຫ້ໄດ້ ໄວ.ເລັ່ງພັດທະນາຜູ້ປະກອບການ ດ້ານການຂົນສົ່ງພາຍໃນໃຫ້ເຂັ້ມ ແຂງ, ສ້າງເງື່ອນໄຂແລະນະໂຍບາຍ ສົ່ງເສີມໃຫ້ຂະແໜງການບໍລິການ ຂົນສົ່ງຍົກປະສິດທິພາບສູງຂຶ້ນ, ຫລຸດຕົ້ນທຶນ ແລະ ຂອດຂັ້ນທີ່ເປັນອຸ ປະສັກໃຫ້ແກ່ການບໍລິການຂົນສົ່ງ ເປັນຕົ້ນ: ການປັບປຸງມາດຕະຖານ ເຕັກນິກ, ການນຳໃຊ້ວັດສະດຸພາຍ ໃນເຂົ້າໃນການກໍ່ສ້າງ ເພື່ອຫລຸດ ຕົ້ນທຶນແລະຫລຸດຜ່ອນການນຳເຂົ້າ ແລະ ອື່ນໆ. ໄປຄ່ຽງຄູ່ກັບການຍົກ ລະດັບເສັ້ນທາງຄົມມະນາຄົມທາງ ບົກຢ່າງມີຈຸດສຸມຕາມບັນດາແລວ ທາງເສດຖະກິດ, ໄປພ້ອມກັບການ ພັດທະນາເສັ້ນທາງເຊື່ອມຈອດ ພາຍໃນຕິດພັນກັບການພັດທະນາ ຕົວເມືອງ, ສືບຕໍ່ໂຄງການກໍ່ສ້າງ ຂົວຂ້າມນໍ້າຂອງ3ແຫ່ງ, ໂຄງການ ປັບປຸງ ແລະ ສ້ອມແປງທາງ 13 ເໜືອສີເກີດ-ໂພນໂຮງ, ໂຄງການ ປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ແຕ່ ກມ 71 ຫາ 346 ລວມທັງ ໜົດ 4 ສັນຍາໃຫ້ສໍາເລັດຕາມ ແຜນການທີ່ວາງໄວ້, ປະສານສົບ ທົບກັບຍທຂແຂວງ,ນະຄອນຫລວງ ແລະ ຫ້ອງການ ຍທຂ ເມືອງ ຈັດ ຕັ້ງປະຕິບັດວຽກງານບູລະນະທາງ ຫລວງແຫ່ງຊາດ ສົກປີ 20222024 ຈຳນວນ 18 ໂຄງການ, 109 ສັນຍາ ໃຫ້ສຳເລັດຕາມແຜນ ການທີ່ວາງໄວ້, ຮັບປະກັນໃຫ້ເສັ້ນ ທາງທຽວ ໄດ້ສະດວກຕະຫລອດ ປີ, ສູ້ຊົນຍາດແຍ່ງການລົງທຶນແບບ BOT ເພື່ອກໍ່ສ້າງທາງດ່ວນທີ່ໄດ້ ກໍານົດໄວ້ ໃນແຜນການຂອງກະ ຊວງ. ພັດທະ ນາການບໍລິການຜ່ານ ແລະ ຂົນສົ່ງຂ້າມແດນ, ສ້າງລະ ບົບຂົນສົ່ງສິນຄ້າໂລຈີສຕິກ ແລະ ຂົນສົ່ງໂດຍສານທີ່ທັນສະໄໝ, ໂດຍ ປັບປຸງຍົກລະດັບການບໍລິການໃຫ້ ມີຄວາມປອດໄພສູງ, ສະດວກ ແລະ ທັນສະໄໝ ກໍານົດເງື່ອນໄຂ ແລະ ມາດຕະຖານຂອງພາຫະນະຂົນສົ່ງ ໂດຍສານ ເອື້ອອໍານວຍການຂົນ ສົ່ງໂດຍສານ ໃຫ້ມີຄວາມສະດວກ ແລະ ຕິດຕາມການສະເໜີປັບປຸງ ໂຮມ 2 ຄະນະ ຂົນສົ່ງແຫ່ງຊາດ ເຂົ້າກັບຄະນະອໍານວຍຄວາມສະ ດວກທາງການຄ້າ. ຕິດຕາມການ ບໍລິການທ່າບົກທີ່ມີຢູ່ແລ້ວໃຫ້ເຂົ້າ ສູ່ລະບົບ, ຖືກຕ້ອງຕາມລະບຽບ ການ, ສ້າງສະມາຄົມຂົນສົ່ງແຫ່ງ ຊາດລາວໃຫ້ມີຄວາມເຂັ້ມແຂງ. ພ້ອມທັງພັດທະນາເສັ້ນທາງ ລົດໄຟ ເພື່ອເຊື່ອມຈອດກັບບັນດາ ປະເທດໃກ້ຄຽງ, ພາກພື້ນ ແລະ ສາ ກົນແລະຊີ້ນໍາແກ້ໄຂຂໍ້ຄົງຄ້າງຈາກ ການກໍ່ສ້າງໂຄງການລົດໄຟລາວຈີນ ການບໍລິການແລ່ນລົດໄຟຮ່ວມ ກັບການລົດໄຟໄທໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ຕິດຕາມການຈັດຕັ້ງ ຜັນຂະຫຍາຍໂຄງການຮ່ວມມືພັດ ທະນາເສັ້ນທາງລົດໄຟລາວ-ຫວຽດ ນາມ ທີ່ບໍລິສັດຝ່າຍ ລາວ ແລະ ຫວຽດນາມ ໄດ້ເຊັນຮ່ວມນໍາກັນ ຜ່ານມາ. ພັດທະນາທ່າເຮືອ, ປັບປຸງ ຄອງເດີນເຮືອຕາມລຳແມ່ນໍ້າຂອງ, ປັບປຸງລະບົບການຂົນສົ່ງທາງນໍ້າ ໃຫ້ມີຄວາມປອດໄພ ໄດ້ມາດຕະ ຖານສາກົນ, ຄຸ້ມຄອງ ແລະ ຊຸກຍູ້ ນຳໃຊ້ການຄົມມະນາຄົມ-ຂົນສົ່ງ ທາງນ້ຳຕາມລຳແມ່ນ້ຳຂອງ ແລະ ແມ່ນ້ຳສາຂາຕິດພັນກັບການທ່ອງ ທ່ຽວ ແລະ ການຂົນສົ່ງສິນຄ້າ ຕິດ * ອຸດົມໄຊ ແມ່ນແຂວງໃຈກາງ ຫລື ແຂວງທາງຜ່ານຂອງບັນດາ ແຂວງພາກເໜືອຂອງລາວແລະແມ່ນ ແຂວງທີ່ມີໄລຍະເສັ້ນທາງລົດໄຟ ລາວ-ຈີນ ຜ່ານຍາວກວ່າໝູ່ໃນຈໍາ ນວນ 5 ແຂວງຂອງ ສປປ ລາວ ທີ່ມີ ລົດໄຟດັ່ງກ່າວຜ່ານ ເຊີ່ງມີຄວາມ ຍາວທັງໝົດ 120 ກວ່າກິໂລ ແມັດ, ປະກອບມີ 9 ສະຖານີ, ແຕ່ໃນໄລຍະ ທໍາອິດແມ່ນກໍ່ສ້າງ ພຽງ 3 ສະຖາ ນີ ຄື: ສະຖານີເມືອງໄຊ, ສະຖານີເມືອງ ນາໝໍ້, ແລະ ສະຖານີເມືອງງາ, ມີ 30 ກວ່າອຸມົງ. ນັບຕັ້ງແຕ່ມື້ເລີ່ມຕົ້ນລົງມືກໍ່ສ້າງ ຫລື ເລີ່ມຈັດຕັ້ງປະຕິບັດໂຄງການລົດ ໄຟລາວ-ຈີນ ເປັນຕົ້ນມາ, ໂດຍຈັດ ຕັ້ງປະຕິບັດຕາມທິດຊີ້ນໍາຂອງພັກ ແລະ ລັດຖະບານ ກໍ່ຄື ກະຊວງປ້ອງ ກັນຄວາມສະຫງົບ, ກໍາລັງປ້ອງກັນ ຄວາມສະຫງົບ (ປກສ) ແຂວງ ອຸດົມໄຊ ໄດ້ຮ່ວມກັບກໍາລັງປ້ອງ ກັນຊາດ ແລະ ທຸກພາກສ່ວນທີ່ກ່ຽວ ຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກ ງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມ ເສັ້ນທາງລົດໄຟດັ່ງກ່າວທີ່ມີໄລຍະ ເສັ້ນ ທາງຜ່ານແຂວງຂອງຕົນຢ່າງ ເຂັ້ມງວດ ເພື່ອໃຫ້ການຈັດຕັ້ງປະ ຕິບັດໂຄງການສາມາດດໍາເນີນໄປ ໄດ້ຢ່າງສະດວກສະບາຍ ດ້ວຍການ ສົ່ງກໍາລັງໄປປະຈໍາຢູ່ບັນດາສະຖາ ນີ, ບັນດາອຸມົງ ແລະ ແຕ່ລະຈຸດສໍາ ຕາມຊຸກຍູ້ການໂອນຮຸ້ນໄດ້ສໍາເລັດ ພັດທະນາທ່າເຮືອຫວຸ້ງອ່າງເພື່ອ ໃຫ້ການຂົນສົ່ງທາງທະເລມີປະສິດ ທິພາບ ສືບຕໍ່ປະຕິບັດບັນດາໂຄງ ການກໍ່ສ້າງປ້ອງກັນຕາຝັ່ງຕາມແມ່ ນໍ້າຂອງ ແລະ ແມ່ນໍ້າສາຂາ, ເກັບ ກຳຂໍ້ມູນການອະນຸຍາດຂຸດຄົ້ນຫີນ ແຮ່-ຊາຍ-ດິນດໍາ ແລະ ຈັດຕັ້ງປະຕິ ບັດໂຄງການຄຸ້ມຄອງຄວາມສ່ຽງ ໄພພິບັດນໍ້າຖ້ວມ. ການສ້າງແຜນຍຸດ ທະສາດ, ແຜນພັດທະນາ ແລະ ນະ ໂຍບາຍຂົນສົ່ງທາງອາກາດຂອງ ຂະແໜງການບິນພົນລະເຮືອນ ເພື່ອ ເຮັດໃຫ້ການຄຸ້ມຄອງ ແລະ ການ ຈັດຕັ້ງປະຕິບັດ ໃຫ້ກາຍເປັນຮູບ ປະທຳ ຢ່າງມີປະສິດທິຜົນກໍຄືການ ອໍານວຍຄວາມສະດວກ ໃຫ້ແກ່ ການຂົນສົ່ງຜ່ານນ່ານຟ້າ ແລະ ຂົນ ສົ່ງ ເຂົ້າ-ອອກ ສປປ ລາວ ໃຫ້ມີ ຄວາມປອດໄພ ຕາມມາດຕະຖານ ສາກົນ, ຕິດຕາມ ແລະ ຊຸກຍູ້ແກ້ໄຂ ຂໍ້ຄົງຄ້າງ ຈາກການກວດກາ ຂອງ ອົງການການບິນພົນລະເຮືອນສາ ກົນທີ່ຕິດພັນກັບກົມ, ກອງວິຊາການ ແລະ ບໍລິສັດ ສາຍການບິນ ໃຫ້ສໍາ ເລັດຕາມແຜນການ, ສືບຕໍ່ປັບປຸງ ຂໍ້ ກໍານົດ, ລະບຽບການແລະຄູ່ມືກ່ຽວ ກັບການຄຸ້ມຄອງມາດຕະຖານ, ການປ້ອງກັນຄວາມປອດໄພການ ບິນ ແລະ ຄວາມປອດໄພການບິນ, ການຄຸ້ມຄອງສະໜາມບິນ, ການ ຄຸ້ມຄອງຈາລະຈອນທາງອາກາດ, ສາຍການບິນ ແລະ ຜູ້ປະກອບການ. ປະຕິບັດໂຄງການກໍ່ສ້າງ ແລະ ປັບ ປຸງສະໜາມບິນໃຫ້ສຳເລັດຕາມ ແຜນການ. ພັດທະນາຕົວເມືອງຕາມ ທິດໜ້າຢູ່, ສີຂຽວຍືນຍົງ ກໍານົດທິດ ທາງສ້າງຕົວເມືອງທັນສະໄໝ, ຕົວ ເມືອງຕາມແລວເສດຖະກິດ ນໍາພາ ຄົ້ນຄວ້າສ້າງຍຸດທະສາດການພັດ ທະນາເຄຫາສະຖານແລະຕົວເມືອງ ຮອດປີ 2035 ແລະ ໂຄງການພັດ ທະນາຕົວເມືອງຕາມແລວ ເສດຖະ ກິດເໜືອ-ໃຕ້ (MS4 ຢູ່ຕົວເມືອງ ປາກຊັນ ແລະ ຕົວເມືອງທ່າແຂກ ໃຫ້ສໍາເລັດຕາມແຜນການທີ່ວາງ ໄວ້. ປະຕິບັດນະໂຍບາຍສະໜອງ ນໍ້າປະປາໃຫ້ປະຊາຊົນທຸກຂົງເຂດ ໃຫ້ໄດ້ນໍາໃຊ້ນໍ້າປະປາຢ່າງກວ້າງ ຂວາງ ແລະ ທົ່ວເຖິງ, ພ້ອມທັງສືບ ຕໍ່ນໍາພາ-ຊີ້ນຳປະຕິບັດນະໂຍບາຍ ຂະຫຍາຍ ແລະ ປັບປຸງລະບົບນໍ້າ ປະປາ ໃນບັນດາເທສະບານແຂວງ ແລະ ເມືອງ, ຊຸມຊົນ ແລະ ກຸ່ມບ້ານ ຊົນນະບົດ ທີ່ຍັງບໍ່ທັນມີລະບົບນໍ້າ ປະປາ ສືບຕໍ່ ນໍາພາ-ຊີ້ນໍາ ການຈັດ ຕັ້ງປະຕິບັດໂຄງການກໍ່ສ້າງນໍ້າປະ ປາຕ່າງໆ ຢ່າງເປັນປົກກະຕິ ແລະ ໃຫ້ສໍາເລັດຕາມແຜນການ. * ຂະແໜງໂນທາທິການ ແລະ ຂົນສົ່ງ (ຍທຂ) ເປັນຂະແໜງສຳ ຄັນທີ່ປະກອບສ່ວນເຂົ້າໃນການພັດ ທະນາສ້າງສາປະເທດຊາດ ໃຫ້ຈະ ເລີນຮຸ່ງເຮືອງ ຊຶ່ງຕະຫລອດ ໄລຍະ 68 ປີ ພາຍໃຕ້ການນຳພາຂອງພັກ ນັ້ນ ວຽກງານໃນໜ້າທີ່ຄວາມຮັບ ຜິດຊອບຂອງ ຍທຂ ແມ່ນມີຜົນສຳ ເລັດເປັນກ້າວໆ.ສະເພາະໃນປີ2023 ນີ້, ກະຊວງໂຍທາທິການ ແລະ ຂົນ ສົ່ງ ຈະສືບຕໍ່ຈັດຕັ້ງເສີມຂະຫຍາຍ ທ່າໄດ້ປຽບດ້ານທີ່ຕັ້ງຂອງປະເທດ ໃນການພັດທະນາພື້ນຖານໂຄງລ່າງ ທີ່ສາມາດຮອງຮັບການເຊື່ອມ ຈອດ-ເຊື່ອມໂຍງຕາມທິດ “ພັດທະ ນາໂຍທາທິການ ແລະ ຂົນສົ່ງ ໃຫ້ ເປັນປາຍແຫລມ, ມີຈຸດສຸມ, ປະສິດ ທິຜົນສູງ, ທັນສະໄໝ, ປອດໄພ, ມີ ຄວາມທົນທານຕໍ່ການປ່ຽນແປງ ດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມ ຈອດ ແລະ ຍືນຍົງ”. ໃນການຈັດຕັ້ງຜັນຂະຫຍາຍ ມາດຕະການໃນວຽກງານພັດທະ ນາພື້ນຖານໂຄງລ່າງເຊື່ອມຈອດ ເຂົ້າສູ່ແລວທາງເຖດຖະກິດ ແລະ ເຂດການຜະລິດ, ພ້ອມທັງພັດທະ ນາລະບົບການຂົນສົ່ງ, ເຂດໂລຈີສ ຕິກ ແລະ ເຂດທ່າບົກທີ່ທັນສະໄໝ ເພື່ອສົ່ງເສີມການຜະລິດ ແລະ ບໍລິ ການຕາມແລວທາງເສດຖະກິດພາຍ ພາບປະກອບ ຄັນຕ່າງໆ ຕະຫລອດເສັ້ນທາງຢ່າງ ເຂັ້ມງວດ, ພ້ອມກັນນີ້ ໄດ້ຈັດຕັ້ງ ໜ່ວຍລາດຕະເວນ ແລະ ໜ່ວຍເຄື່ອນ ໄຫວໂຄສະນາເພື່ອໃຫ້ປະຊາຊົນຢູ່ ບັນດາບ້ານທີ່ຢູ່ຕາມແລວທາງລົດໄຟ ພາຍໃນແຂວງຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຄວາມສໍາຄັນ ແລະ ຜົນປະ ໂຫຍດຂອງໂຄງການດັ່ງກ່າວ, ພ້ອມ ທັງໃຫ້ການຮ່ວມມືຄຸ້ມຄອງ ແລະ ປົກ ປັກຮັກສາເສັ້ນເສັ້ນທາງລົດໄຟຮ່ວມ ກັນຢ່າງຕໍ່ເນື່ອງ. ນອກຈາກນີ້ໄດ້ ຮ່ວມ ກັບພາກສ່ວນກ່ຽວຂ້ອງເຄື່ອນ ໄຫວກວດກາ ແລະ ສັ່ງຍຸບຮ້ານເກັບ ຊື້ເຫລັກເສດທີ່ເຄື່ອນໄຫວບໍ່ຖືກຕ້ອງ ຈໍານວນໜຶ່ງ, ພ້ອມທັງໄດ້ເຮັດບົດບັນ ທຶກກັບເຈົ້າຂອງຮ້ານເກັບຊື້ເຫລັກ ເສດທີ່ມີພາຍໃນແຂວງປັດຈຸບັນ 10 ກວ່າຮ້ານບໍ່ໃຫ້ເກັບຊື້ເຫລັກເສດທີ່ບໍ່ ຖືກຕ້ອງຈາກກຸ່ມຄົນບໍ່ດີທີ່ລັກລອບ ມາຂາຍໃຫ້ ແລະ ອື່ນໆ. ພົນຈັດຕະວາ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການປກສແຂວງ ອຸດົມໄຊ ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ຜ່ານການເຄື່ອນ ໄຫວປະຕິບັດວຽກງານປ້ອງກັນ ຄວາມສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍຕາມເສັ້ນທາງລົດໄຟ ລາວ-ຈີນ ຢູ່ແຂວງອຸດົມໄຊ ໃນໄລຍະ ຜ່ານມາ ພົບເຫັນປະກົດການຫຍໍ້ທໍ້ ເກີດຂຶ້ນຈໍານວນໜຶ່ງທີ່ເກີດຂຶ້ນກ່ຽວ ກັບໂຄງການລົດໄຟລາວ-ຈີນຢູ່ແຂວງ ອຸດົມໄຊ ໂດຍສະເພາະໃນໄລຍະເລີ່ມ ຕົ້ນຈັດຕັ້ງປະຕິບັດໂຄງການ ຍ້ອນມີ ກຸ່ມຄົນບໍ່ດີຈໍານວນໜຶ່ງມາລັກສາຍ ໄຟ ແລະ ຫລັກຮົ້້ວຂອງໂຄງການ ເຊີ່ງເຈົ້າໜ້າທີ່ຈັບໄດ້ ແລະ ດໍາເນີນ ການຈາມລະບຽບກົດໝາຍ. ແຕ່ ພາຍຫລັງເປີດນໍາໃຊ້ໂຄງການດັ່ງ ກ່າວຈົນມາຮອດປັດຈຸບັນປະກົດ ການດັ່ງກ່າວ ຫລື ປະກົດການຫຍໍ້ທໍ້ ອື່ນໆ ແມ່ນບໍ່ປະກົດເຫັນອີກ ແລ້ວ. ພ້ອມນີ້, ທ່ານໄດ້ຕີລາຄາວ່າ: ຜ່ານການປະຕິບັດໜ້າທີ່ຂອງ ກໍາ ລັງ ປກສ ແຂວງອຸດົມໄຊ ໃນໂຄງການ ລົດໄຟລາວ-ຈີນ ມາຮອດປັດຈຸບັນ ເຖີງວ່າວຽກງານນີ້ເປັນວຽກ ງານ ໃໝ່ ແຕ່ຍ້ອນການຊີ້ນໍາຢ່າງໃກ້ ຊິດຂອງຂັ້ນເທີງ ກໍຄື ກະຊວງປ້ອງ ກັນຄວາມສະຫງົບ ທີ່ໄດ້ຈັດສັນງົບ ປະມານ, ພາຫະນະ ແລະ ອຸປະກອນ ທີ່ຈໍາເປັນພຽງພໍໂດຍພື້ນຖານ, ບວກ ມີບັນດານິຕິກໍາທີ່ກ່ຽວຂ້ອງເປັນ ເຄື່ອງມື ແລະ ບ່ອນອີງສໍາຄັນໃນ ການຈັດຕັ້ງປະຕິບັດວຽກງານຕົວ ຈິງ, ລວມເຖີງທຸກພາກສ່ວນທີ່ກ່ຽວ ຂ້ອງ ແລະ ປະຊາຊົນພາຍໃນແຂວງ ໂດຍສະເພາະປະຊາຊົນທີ່ອາໃສຢູ່ ຕາມລຽບເສັ້ນທາງລົດໄຟລາວຈີນ ໃຫ້ການຮ່ວມມືຈັດຕັ້ງປະຕິບັດ ຕາມລະບຽບການທີ່ໂຄງການວາງ ອອກ ກໍຄື ຂັ້ນເທີງວາງອອກຈຶ່ງເຮັດ ໃຫ້ການ ຈັດຕັ້ງປະຕິບັດວຽກງານ ທຸກວຽກງານທີ່ຢູ່ໃນຄວາມຮັບຜິດ ຊອບຂອງ ປກສ ແຂວງ ໄດ້ຮັບຜົນ ສໍາເລັດດ້ວຍດີຕະຫລອດມາ ແລະ ປະກອບສ່ວນສໍາຄັນເຮັດໃຫ້ການບໍລິ ການລົດໄຟລາວ-ຈີນ ຢູ່ແຂວງອຸດົມ ໄຊ ໃນປັດຈຸບັນນີ້ ມີຄວາມສະຫງົບ ປອດໄພ ແລະ ເປັນລະບຽບຮຽບ ຮ້ອຍດີ. ພົນຈັດຕະວາ ສີວອນ ໄຊຍະວົງ ໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການບໍລິ ການລົດໄຟ ລາວ-ຈີນ ຢູ່ແຂວງອຸດົມ ໄຊ ນັບມື້ໄດ້ຮັບຜົນສໍາເລັດ, ທັງຮັບ ປະກັນບໍ່ໃຫ້ມີປະກົດການຫຍໍ້ທໍ້ດ້ານ ຕ່າງໆ ເກີດຂຶ້ນ, ກໍາລັງ ປກສ ແຂວງ ຈະສືບຕໍ່ຈັດຕັ້ງປະຕິບັດຕາມການ ຊີ້ນໍາຂອງຂັ້ນເທີງ ກໍຄື ບັນດາໜ້າ ທີ່ຈຸດສຸມທີ່ກໍານົດໄວ້ກ່ຽວກັບລົດ ໄຟລາວ-ຈີນ ຢ່າງເຂັ້ມງວດແລະ ໄດ້ຮັບຜົນສໍາເລັດຕາມທີ່ຄາດໝາຍ ໄວ້. ຢ່າງໃດກໍຕາມ, ບັນດາໜ້າວຽກ ທັງໝົດຈະໄດ້ຮັບຜົນສໍາເລັດໄດ້ ມັນ ຮຽກຮ້ອງໃຫ້ທຸກພາກສ່ວນພາຍໃນ ແຂວງມີສ່ວນຮ່ວມ ແລະ ເປັນເຈົ້າ ການຮ່ວມກັນ ໂດຍສະເພາະບັນດາ ປະຊາຊົນທີ່ອາໃສຢູ່ລຽບຕາມແລວ ທາງລົດໄຟລາວ-ຈີນ ພາຍໃນແຂວງ ຕ້ອງເປັນເຈົ້າການສຶກສາອົບຮົມ ລູກຫລານຂອງຕົນ ບໍ່ໃຫ້ໄປລັກອຸປະ ກອນຕ່າງໆ ຂອງໂຄງການລົດໄຟ, ລວມເຖິງບໍ່ເອົາສັດປະເພດຕ່າງໆ ເຂົ້າໄປລ້ຽງໃນເຂດແລວເສັ້ນທາງ ລົດໄຟລາວ- ຈີນ. ພ້ອມນີ້ບັນດາຜູ້ປະ ກອບການຮັບຊື້ເຫລັກເສດຕ້ອງປະຕິ ບັດຕາມລະບຽບການຢ່າງເຂັ້ມງວດ ດ້ວຍການບໍ່ຊື້ເຫລັກເສດຈາກກຸ່ມ ຄົນບໍ່ດີນໍາໄປຂາຍໃຫ້ຢ່າງເດັດຂາດ. ສໍາລັບໂຄງການທາງລົດໄຟ ລາວ-ຈີນ ແມ່ນໂຄງການຮ່ວມມືຍຸດ ທະສາດລະຫວ່າງສອງປະເທດ ລາວ-ຈີນ ແລະແມ່ນສ່ວນໜຶ່ງໃນ ການຈັດຕັ້ງ ແລະ ຜັນຂະຫຍາຍແຜນ ຍຸດທະສາດການເຊື່ອມໂຍງ-ເຊື່ອມ ຈອດພາກພື້ນຂອງລາວ ກໍຄື ການຫັນ “ປະເທດທີ່ບໍ່ມີທາງອອກສູ່ທະເລ ເປັນປະເທດ ເຊື່ອມໂຍງເຊື່ອມຈອດ ກັບພາກພື້ນ”ແລະ ຂໍ້ລິເລີ່ມ “ໜຶ່ງ ແລວ ໜຶ່ງເສັ້ນທາງ ”ຂອງຈີນ ທີ່ມີ ຄວາມສອດຄ່ອງກັບແຜນແມ່ບົດວ່າ ດ້ວຍການເຊື່ອມຈອດພາກພື້ນຂອງ ອາຊຽນໃນປີ 2025. ໃນຖານະເປັນ ໂຄງການທີ່ເປັນສັນຍະລັກມິດຕະ ພາບ ຈີນ-ລາວທັງຢູ່ໃນຂອບຮ່ວມ ກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ທາງລົດໄຟຈີນ-ລາວ ໄດ້ກາຍເປັນ ການຮັບປະກັນອັນເຂັ້ມແຂງໃຫ້ແກ່ ການສ້າງແລວເສດຖະກິດຈີນ-ລາວ ແລະການສ້າງຄູ່ຮ່ວມຊາຕາກຳ ຈີນລາວໃຫ້ສຳເລັດໄວຂຶ້ນກວ່າເກົ່າ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==