03/04/2023 xtgmf]k; 37ltok c]t [=]ydko 08 23/03/2023 xtgmf]k; 37ltok c]t [=]ydko 08 ລາວໂທລະຄົມ ຮ່ວມມືກັບ ສະມາຄົມ ໄທໂປຼແກຼມເມີທາງດ້ານວິຊາການ ລາວ ໂທລະຄົມ ເຄືອຂ່າຍອັນດັບ 1 ຂອງລາວ ຮ່ວມມືກັບ ສະມາຄົມ ໄທໂປຼແກຼມເມີ (Thai Programmer) ຮ່ວມມືກັນທາງດ້ານວິຊາການ ໃນການພັດທະນາບຸກຄະລາກອນ ໃນວັນທີ 28 ມີນາ 2023 ທີ່ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເຄືອຂ່າຍອັນດັບ 1 ຂອງລາວ ໄດ້ຈັດພິທີລົງນາມເຊັນບົດບັນທຶກ ຄວາມເຂົາໃຈວ່າດ້ວຍການຮ່ວມມືທາງດ້ານ ວິຊາການ ລະຫວ່າງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ສະມາຄົມ ໄທໂປຼແກຼມ ເມີ (Thai Programmer) ໂດຍການເຂົາຮ່ວມເປັນປະ ທານຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການ ໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ທ່ານ ໄພບູນພະນັດບໍດີ ປະທານສະມາຄົມ ໄທໂປຼແກຼມ ເມີ (Thai Programmer) ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ວິຊາການທີ່ກ່ຽວຂ້ອງເຂົາຮ່ວມທັງສອງຝ່າຍໃຫ້ ກຽດລົງນາມໂດຍ ທ່ານ ອາລຸນນະເດດ ບານຈິດ ຮອງ ຜູ້ອຳນວຍການໃຫຍ່ ລາວໂທລະຄົມ ແລະ ທ່ານ ໄພ ບູນພະນັດບໍດີ ປະທານສະມາຄົມ ໄທໂປຼແກຼມເມີ (Thai Programmer) ຮ່ວມລົງນາມໃນຄັງນີ້ຈຸດປະສົງຂອງ ການເຊັນສັນຍາໃນຄັງນີ້ ຫຼັກໆກໍເພື່ອມາເປັນທີ່ປຶກ ສາໃຫ້ກັບ ລາວ ໂທລະຄົມ ໃນດ້ານ Software, ພັດທະ ນາທັກສະສ່ວນບຸກຄົນ ໃນການຈັດການດ້ານ Soft ware, ການວິໄຈ ແລະ ນະວັດຕະກໍາໃໝ່ໆເປັຕົນ, ການ ຮ່ວມມືກັນເພື່ອເປີດກວ້າງ ການຮ່ວມມືທາງດ້ານວິຊາ ການ, ການແລກປ່ຽນບົດຮຽນ, ການພັດທະນາບຸກຄະ ລາກອນ, ການຈັດກິດຈະກຳ, ການມາເປັນວິທະຍາ ກອນ ແລະ ການສ້າງບັນດາໂຄງການຕ່າງໆ ຮ່ວມກັນ, ພ້ອມທັງເປັນສ່ວນໜຶ່ງໃນການຊ່ວຍພັດທະນາອົງ ກອນ ໃຫ້ທັນກັບສະພາບການປ່ຽນແປງຂອງໂລກໃນ ຍຸກປະຈຸບັນ.
RkJQdWJsaXNoZXIy MTc3MTYxMQ==