5591

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 03/04/2023 xtgmf]k; 4 3]d c]t gsfdko ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ m6 f]k;xt9e ll s;Pfok, g7nj vows;;Pd'ko16j 3 c0;'rkddk' ທະນາຄານ... ຂປລ. ໃນລະຫວ່າງບໍ່ດົນມານີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສປປລາວປະຈຳສສຫວຽດນາມ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາ 3 ແຂວງພາກ ກາງ ຂອງ ສສ ຫວຽດນາມຄື: ແຂວງ ຢາລາຍ, ດັກລັກ ແລະ ແຄັງຮວາ. ສະເພາະວັນທີ 20-21 ມີນາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ພົບ ປະ ແລະ ເຮັດວຽກ ກັບ ສະຫາຍ ເຈືອງ ຫ້າຍ ລັອງ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນ ແຂວງ ຢາລາຍ (ເຈົ້າແຂວງ) ແລະ ໄດ້ລາຍງານກ່ຽວກັບຄວາມເປັນມາ ຂອງແຂວງ ລວມທັງແຈ້ງໂດຍຫຍໍ້ ກ່ຽວກັບສະພາບລວມຂອງແຂວງ ລວມເຖິງການພົວພັນມິດຕະພາບທີ່ ເປັນມູນເຊື້ອລະຫວ່າງ ແຂວງຢາລາຍ ແລະ ບັນດາແຂວງພາກໃຕ້ຂອງລາວ ໂດຍສະເພາະແຂວງຢາລາຍ ກັບແຂວງ ຈໍາປາສັກ ທີ່ໄດ້ລົງນາມໃນບົດບັນທຶກ ຊ່ວຍຈໍາແລ້ວ 2 ຄັ້ງ ໄລຍະ20162022 ແລະ 2021-2025, ໃນອະນາ ຄົດຕໍ່ໜ້າແຂວງຢາລາຍ ຈະມີການພັດ ທະນາການພົວພັນກັບບັນດາແຂວງ ຂອງລາວ ຕື່ມອີກ. ໂອກາດນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຕີລາຄາສູງຕໍ່ບັນດາ ໝາກຜົນທີ່ແຂວງຍາດມາໄດ້ໃນໄລຍະ ຜ່ານມາພາຍໃຕ້ການຊີ້ນຳ-ນຳພາຂອງ ອົງຄະນະພັກ, ອຳນາດກາປົກຄອງ ແລະ ຄວາມເປັນຈິດໜຶ່ງໃຈດຽວຂອງ ປະຊາຊົນເຮັດໃຫ້ແຂວງມີໂສມໜ້າໃໝ່, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ແຂວງຢາລາຍ ໃນນາມເປັນແຂວງທີ່ ນອນຢູ່ໃນໂຄງການສາມຫລ່ຽມພັດ ທະນາລາວ-ຫວຽດນາມ-ກຳປູເຈຍ ຈະສືບຕໍ່ເປັນກຳລັງແຮງເພື່ອສ້າງເຂດ ສາມຫລຽມພັດທະນາ ກາຍເປັນຕົວ ຢ່າງການພົວພັນຮ່ວມມືລະຫວ່າງສາມ ປະເທດ. ນອກຈາກນີ້, ສະຫາຍເອກອັກ ຄະລັດຖະທູດພ້ອມຄະນະຍັງໄດ້ເດີນ ທາງໄປຢ້ຽມຊົມສະຖານທີ່ການຜະລິດ ທາງດ້ານກະສິກໍາຂອງແຂວງ ແລະ ຢ້ຽມຢາມພົບປະຄູອາຈານແລະນັກສຶກ ສາລາວ ທີ່ມະຫາວິທະຍາໄລກະສິກໍາ ແລະ ປ່າໄມ້ນະຄອນໂຮ່ຈີ່ມິງ ສາຂາ ແຂວງຢາລາຍ, ພ້ອມທັງໄດ້ໂອ້ລົມແນະ ນໍາໃຫ້ນັກສຶກສາລາວ ເພີ່ມທະວີຄວາມ ເອົາໃຈໃສ່ໃນການຝຶກຝົນຫລໍ່ຫລອມ ຕົນເອງ, ຕັ້ງໃຈຮໍ່າຮຽນ ເພື່ອຍາດເອົາ ຄວາມຮູ້ຄວາມສາມາດກັບຄືນປະເທດ. ຈາກນັ້ນ, ໃນວັນທີ 22-23 ມີນາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ເດີນທາງໄປພົບປະ ແລະ ເຮັດ ວຽກກັບ ສະຫາຍ ນາງ ເຮີ ຢິມ ເຄິດໍ ຮອງປະທານຄະນະກໍາມະການປະຊາ ຊົນ ແຂວງດັກລັກ (ຮອງເຈົ້າແຂວງ) ໂດຍສະຫາຍ ນາງ ເຮີ ຢິມ ເຄິ ດໍ ກໍໄດ້ ສະແດງຄວາມຍິນດີຕ້ອນຮັບ, ຕີລາ ຄາສູງທີ່ສະຫາຍ ແສງເພັດຮຸ່ງບຸນຍວງ ໄດ້ຮັບການແຕ່ງຕັ້ງ ມາດຳລົງຕຳ ແໜ່ງເປັນເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ, ຕີລາຄາສູງຕໍ່ ການເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ບັນດາແຂວງທ້ອງຖິ່ນຂອງ ຫວຽດນາມ. ພ້ອມນີ້, ກໍສະແດງຄວາມ ເຊື່ອໝັ້ນວ່າໃນຖານະອັນສູງສົ່ງຂອງ ສະຫາຍຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນ, ປົກປັກຮັກສາ, ຊຸກຍູ້ ແລະ ເສີມຂະຫາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງ ສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ ໂດຍສະເພາະແມ່ນການ ພົວພັນຮ່ວມມືລະຫວ່າງບັນດາແຂວງ ທ້ອງຖິ່ນຂອງຫວຽດນາມ ກັບບັນດາ ແຂວງທ້ອງຖິ່ນຂອງລາວໃຫ້ນັບມື້ແຕກ ດອກອອກຜົນຍິ່ງໆຂຶ້ນ ແລະ ຢືນຢັນວ່າ ແຂວງດັກລັກຈະຊຸກຍູ້ໃຫ້ບັນດານັກລົງ ທຶນ ເຂົ້າໄປລົງທຶນຢູ່ບັນດາແຂວງພາກ ໃຕ້ຂອງລາວ ພ້ອມທັງສ້າງເງື່ອນໄຂ ເພື່ອຊອກຫາກາລະໂອກາດໃນການ ຮ່ວມມືກັບບັນດາທ້ອງຖິ່ນຂອງລາວ ໃນຂົງເຂດເສດຖະກິດ ແລະ ການສຶກ ສາ ເພື່ອຮັດແໜ້ນຄວາມສາມັກຄີ, ການພົວພັນມິດຕະພາບ ແລະ ພັດທະນາ ການຮ່ວມມືເຊິ່ງກັນ ແລະກັນ. ນອກ ຈາກນີ້, ຍັງໄດ້ຮັບຟັງການລາຍງານສະ ພາບການພັດທະນາເສດຖະກິດ-ສັງ ຄົມຂອງແຂວງໂດຍຫຍໍ້, ການພົວພັນ ຮ່ວມມືກັບບັນດາແຂວງແຮກສ່ຽວ ຂອງລາວ ກໍຄື ການຊ່ວຍເຫລືອເຊິ່ງ ກັນ ແລະ ກັນໃນທຸກຂະແໜງການ.ໂອ ກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຕີລາຄາສູງຕໍ່ການພັດທະນາເສດ ຖະກິດ-ສັງຄົມຂອງແຂວງໃນໄລຍະ ຜ່ານມາ ແລະ ສະແດງຄວາມເພິ່ງພໍໃຈ ແລະ ຕີລາຄາສູງຕໍ່ໝາກຜົນການພົວ ພັນຮ່ວມມືລະຫວ່າງແຂວງດັກລັກ ແລະ 4 ແຂວງພາກໃຕ້ຂອງລາວ, ແລະ ໃນຕໍ່ໜ້າຫວັງວ່າແຂວງດັກລັກ ຈະສືບ ຕໍ່ກັບບັນດາແຂວງຂອງລາວ ໃນການ ເພີ່ມທະວີການພົວພັນຮ່ວມມືທາງດ້ານ ເສດຖະກິດ, ການຄ້າ, ການລົງທຶນໃຫ້ ຫລາຍຂຶ້ນ ເພື່ອຈະເປັນການປະກອບ ສ່ວນສຳຄັນເຂົ້າໃນການເພີ່ມມູນຄ່າ ການຄ້າສອງປະເທດ. ພ້ອມນັ້ນ, ສະ ຫາຍເອກອັກຄະລັດຖະທູດພ້ອມຄະນະ ຍັງໄດ້ເດີນທາງໄປຢ້ຽມຊົມຫໍພິພິທະພັນ ໂລກແຫ່ງກາເຟຂອງບໍລິສັດ ຫຸ້ນສ່ວນ ຈຸງຫງວຽນ, ຢ້ຽມຢາມເຂດການຜະ ລິດກະສິກໍາທີ່ພົ້ນເດັ່ນຂອງແຂວງ ແລະ ຢ້ຽມຢາມ ພົບປະຄູອາຈານ ແລະ ນັກ ສຶກສາລາວ ທີ່ມະຫາວິທະຍາໄລເຕີຍ ຫງວຽນ. ໃນວັນທີ 24-25 ມີນາ 2023, ສະຫາຍແສງເພັດຮຸ່ງບຸນຍວງກໍໄດ້ເດີນ ທາງໄປພົບປະ ແລະ ເຮັດວຽກກັບສະ ຫາຍ ດິງ ວັນ ທ້ຽວ ຮອງປະທານຄະນະ ກໍາມະການປະຊາຊົນ ແຂວງແຄັງ ຮວ່າ ແລະ ໄດ້ຮັບຟັງລາຍງານກ່ຽວກັບ ຄວາມເປັນມາຂອງແຂວງ ລວມທັງ ແຈ້ງໂດຍຫຍໍ້ກ່ຽວກັບສະພາບເສດຖະ ກິດ-ສັງຄົມ ແລະ ໄດ້ຕີລາຄາໂດຍລວມ ກ່ຽວກັບບັນດາຈຸດພິເສດ, ທ່າແຮງໂດຍ ສະເພາະທາງດ້ານການທ່ອງທ່ຽວ ການພົວພັນມິດຕະພາບທີ່ເປັນມູນ ເຊື້ອລະຫວ່າງ ແຂວງ ແຄັງຮວາ ແລະ ບັນດາແຂວງພາກໃຕ້ຂອງລາວ ນັບມື້ ນັບໄດ້ຮັບການເປີດກວ້າງໃນຫລາຍ ຂົງເຂດ, ມີການພົບປະແລກປ່ຽນເປັນ ປະຈໍາດ້ວຍຮູບການທີ່ເໝາະສົມ ແລະ ລາຍງານກ່ຽວກັບບັນຫາສຳຄັນອື່ນໆ. ນອກຈາກນີ້, ສະຫາຍເອກອັກຄະລັດຖະ ທູດພ້ອມຄະນະຍັງໄດ້ເດີນທາງໄປຢ້ຽມ ຊົມສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ຂອງແຂວງ ແລະ ຢ້ຽມຢາມພົບປະຄູ ອາຈານ ແລະ ນັກສຶກສາລາວ ທີ່ມະຫາ ວິທະຍາໄລແຄັງຮວາ. ໂອກາດການຢ້ຽມຢາມສາມແຂວງ ພາກກາງຄັ້ງນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ແຈ້ງໃຫ້ບັນດາແຂວງ ໄດ້ຮັບຊາບກ່ຽວກັບສະພາບການທີ່ ພົ້ນເດັ່ນໂດຍຫຍໍ້ຂອງສປປລາວ ໃນຊຸມ ປີທີ່ຜ່ານມາ. ພິເສດໃນໂອກາດໄປຢ້ຽມ ຢາມ ແລະ ເຮັດວຽກຢູ່ບັນດາສະຖາບັນ ການສຶກສາຢູ່ 3 ແຂວງດັ່ງກ່າວ, ສະ ຫາຍເອກອັກຄະລັດຖະທູດ ກໍໄດ້ນຳເອົາ ເນື້ອໃນຈິດໃຈ, ຄວາມເປັນຫວ່ງເປັນໃຍ ຂອງການນໍາຂັ້ນສູງຂອງສອງພັກ, ສອງລັດທີ່ຍາມໃດກໍເນັ້ນໜັກບັນຫາຄຸນ ນະພາບການສຶກສາຂອງນັກສຶກສາ ລາວ ຢູ່ ສສ ຫວຽດນາມ, ສະຫາຍໄດ້ ຮຽກຮ້ອງໃຫ້ຄູ-ອາຈານ ເພີ່ມທະວີ ຄວາມຮັບຜິດຊອບໃນການຄຸ້ມຄອງ ແລະ ກໍ່ສ້າງນັກສຶກສາລາວ ຄືກັບການ ກໍ່ສ້າງນັກສຶກສາຫວຽດນາມທົ່ວໄປ ໂດຍສະເພາະເນັ້ນບໍ່ໃຫ້ມີຄະແນນນະໂຍ ບາຍ ເພາະຈະເຮັດໃຫ້ຊື່ສຽງຂອງໂຮງ ຮຽນຖືກຜົນກະທົບ. ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ. ໝົດ 20.000 ສິດ ພາຍໃຕ້ງົບປະ ມານກວ່າ 5 ຕື້ກີບ ໂດຍໂຄງການ ດັ່ງກ່າວຖືເປັນຂອງຂວັນປີໃໝ່ໃນ ເດືອນເມສານີ້. ສຳລັບຜູ້ຮັບສິດຂອງເດືອນ ເມສາຕ້ອງເປີດແອັບພິເຄຊັນ ເພື່ອຖ້າ ຮັບເງິນຜ່ານແອັບກະເປົÐ າເງິນທີ່ຊື່ວ່າ 2R KBank ຂອງທະນາຄານກະ ສິກອນໄທ ພ້ອມສົ່ງຮູບຖ່າຍໃບແຈ້ງ ຄ່າໄຟຟ້າ-ຄ່ານ້ຳປະປາຂອງເດືອນ ເມສານີ້ມາທີ່ L i ne ID: ! KBankLaos ໂດຍຈະເລີ່ມເປີດຮັບ ຮູບຖ່າຍຕັ້ງແຕ່ວັນທີ 11-30 ເມສາ 2023 ໃຫ້ສິດສຳລັບຜູ້ທີ່ສົ່ງຮູບ ຖ່າຍເຂົ້າມາຕາມລຳດັບ ແລະ ກົງ ກັບເງື່ອນໄຂສາມາດເບິ່ງລາຍລະ ອຽດເງື່ອນໄຂ ແລະ ຂໍ້ມູນເພີ່ມຕື່ມ ໄດ້ທີ່ FaceCook ຂອງທະນາ ຄານຊື່ KBankLaos ຫລື Line ID: !KBankLaos ຫລື ໂທຕິດ ຕໍ່ສອບຖາມໄດ້ທີ່ເບີ 021 253 341 ຕັ້ງແຕ່ມື້ນີ້ຈົນເຖິງ 30 ເມສາ 2023. ລາວ-ຈີນເຊັນບົດບັນທຶກ... ໃບຂັບຂີ່... ກາຍເປັນສາເຫດຫລັກທີ່ເຮັດໃຫ້ ເກີດອຸບັດເຫດຕາມຫ້ອງຖະໜົນ, ທັງກາຍເປັນບັນຫາສັງຄົມ ແລະ ສິ່ງທ້າທາຍຫລາຍສົມຄວນ ທີ່ພາກ ສ່ວນກ່ຽວຂ້ອງ ຈະຕ້ອງສືບຕໍ່ເພີ່ມ ທະວີໃນການເເກ້ໄຂບັນຫານີ້ ໃຫ້ ນັບມື້ຫລຸດລົງ. ທ່ານ ພັນເອກ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫລວດຈະລາຈອນ, ກະຊວງປ້ອງກັນຄວາມສະຫງົບ ໃຫ້ສໍາພາດວ່າ: ເພື່ອເຮັດໃຫ້ຈໍານວນ ອຸບັດເຫດຫລຸດລົງ ຄະນະພັກ-ຄະ ນໍາກົມຕໍາຫລວດຈະລາຈອນກະ ຊວງປ້ອງກັນຄວາມສະຫງົບຈະສົມ ທົບພາກສ່ວນກ່ຽວຂ້ອງປະຕິບັດ ຕາມທິດທາງແຜນການລວມຂອງ ກົມໃຫຍ່ຕຳຫລວດ ກະຊວງປ້ອງ ກັນຄວາມສະຫງົບວາງອອກ, ເພີ່ມ ທະວີເຮັດວຽກງານການເມືອງອອນລາຍ)ໂດຍມີທ່ານນາງຄຳຈັນ ວົງແສງບູນ ຮອງລັດຖະມົນຕີກະ ຊວງແຜນການ ແລະ ການລົງທຶນ ທ່ານ ຢາງຊິງຜິງ (:ang Xingping) ຮອງເຈົ້າແຂວງເສສວນ, ທ່ານ ໄຊຊະ ນະ ສິດທິພອນ ຮອງປະ ທານຄະນະກຳມະທິການຮ່ວມມື ລາວ-ຈີນ,ທ່ານບຸນຈັນກົມບຸນຍະສິດ ຫົວໜ້າກົມປູກຝັງ, ທ່ານ ຈ້າວ ເວິນ ແນວຄິດ ໃຫ້ພະນັກງານກໍາລັງຕໍາ ຫລວດຈະລາຈອນໃນທົ່ວປະເທດ ເຊື່ອມຊຶມ ແລະ ກໍາແໜ້ນກົດໝາຍ, ຫລັກການວິຊາສະເພາະ ໂດຍສຸມ ໃສ່ວຽກງານກວດກາ ແລະ ປັບປຸງ ກຳລັງຕຳຫລວດຈະລາຈອນໃຫ້ມີ ລະບຽບແບບແຜນເຂັ້ມແຂງທາງ ດ້ານການຈັດຕັ້ງ, ມີຄຸນສົມບັດ, ຈັນ ຍາບັນ, ຈັນຍາທໍາ ເພື່ອເຮັດໜ້າທີ່ບໍ ລິການສັງຄົມ ນໍາເອົາຄວາມຮູ້ດ້ານ ວຽກງານວິຊາສະເພາະລົງໄປເຜີຍ ເເຜ່ໃຫ້ນັກຂັບຂີ່ໜ້າໃໝ່ໄດ້ຮັບຮູ້ເຂົ້າ ໃຈກ່ຽວກັບກົດລະບຽບຈະລາຈອນ ໂດຍສະເພາະຢູ່ຕາມສະຖາບັນການ ສຶກສາໃຫ້ນັບມື້ຫລາຍຂື້ນ ເພື່ອຫລຸດ ຜ່ອນການເກີດອຸບັດເຫດ ເນື່ອງຈາກ ເຂົາເຈົ້າເຫລົ່ານັ້ນລ້ວນແລ້ວເເຕ່ ເປັນກໍາລັງເເຮງຂອງຊາດ. ທ່ານ ພັນເອກ ກົງສີ ສຸວັນນະຕຸ້ມ ຍັງໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັນນີ້, ຈະຈັດ ຕັ້ງຜັນຂະຫຍາຍແຜນຍຸດທະສາດ, ໂຄງການປ້ອງກັນ, ສະກັດກັ້ນອຸບັດ ເຫດຢ່າງມີຈຸດສຸມ ນັບເເຕ່ສູນກາງ ລົງຮອດທ້ອງຖິ່ນ, ຍົກສູງຄຸນນະ ພາບໃນການເຮັດໜ້າທີ່ໂຄສະນາ ຢ່າງກວ້າງຂວາງ ໃຫ້ທົ່ວປວງຊົນ ໃນສັງຄົມມີສ່ວນຮ່ວມ ໃນການປະ ຕິບັດກົດຈະລາຈອນ ຢ່າງເຂັ້ມງວດ, ຈັດຕັ້ງກໍາລັງລົງເຮັດໜ້າທີ່ລະບາຍ ການສັນຈອນໃນເວລາຮີບດ່ວນ ທາງເຂົ້າອອກເມືອງ ແລະ ເສັ້ນ ທາງຮ່ອມທາງຊອຍ, ສາມແຍກ, ສີ່ແຍກ, ແກ້ໄຂຄະດີອຸບັດເຫດທີ່ເກີດ ຂຶ້ນໃຫ້ວ່ອງໄວ ແລະ ເປັນທຳ, ຈັດ ສັນຄວາມເປັນລະບຽບຮຽບຮ້ອຍ ໃນການສັນຈອນຕາມເສັ້ນທາງ, ເຂດຊຸມຊົນ, ຕະຫລາດ, ຄິວລົດ, ເຂດໂຮງຮຽນ ຕິດແຄມທາງ ແລະ ສະຖານທີ່ສໍານັກງານຕ່າງໆ, ຈັດຕັ້ງ ກໍາລັງປະຈຳການ, ຄອຍເຫດສຸກ ເສີນ ແລະ ຊຸກຍູ້ແນະນໍາທ້ອງຖິ່ນ ວ່ອງໄວ ລົງສະຖານທີ່ເກີດອຸບັດ ເຫດ, ປະສານສົມທົບກັບຂະແໜງ ການທີ່ກ່ຽວຂ້ອງແກ້ໄຂບັນຫານັກ ຂັບຂີ່ລະເມີດໄຟອໍານາດ, ບໍ່ໃສ່ໝວກ ກັນກະທົບ, ດື່ມສິ່ງມຶນເມົາແລ້ວຂັບ ລົດ, ເພີ່ມທະວີການກວດກາລົດຕິດ ປ້າຍບໍ່ຖືກຈຸດກໍານົດ, ລົດທີ່ບໍ່ມີປ້າຍ ທະບຽນ, ລົດດັດແປງເຕັກນິກ, ລົດ ຕິດໄຟເສີມ, ລົດບໍ່ມີເອກະສານ, ເອກະສານບໍ່ຖືກຕ້ອງ ແລະ ອື່ນໆທີ່ ບໍ່ສອດຄ່ອງກັບລະບຽບກົດໝາຍ ພ້ອມທັງສຸມໃສ່ໂຄສະນາເຖິງຜົນດີ ຂອງການມີໃບຂັບຂີ່ທີ່ຖືກຕ້ອງຕາມ ລະບຽບກົດໝາຍໃນຂອບເຂດທົ່ວ ປະເທດ. ຢູ (Zhao Wenyu)ທີ່ປຶກສາ ເສດຖະກິດ ແລະ ການຄ້າສະຖານ ທູດ ສປ ຈີນ ປະຈໍາ ສປປ ລາວ ທ່ານ ຫວງລິ້ (Huang Li)ປະທານ ສະພາສົ່ງເສີມການຄ້າສາກົນແຂວງ ເສສວນ ແລະ ພາກສ່ວນກ່ຽວຂ້ອງ ສອງຝ່າຍລາວ ແລະ ຈີນ ຮ່ວມເປັນ ສັກຂີພິຍານ. ໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືສາກົນຄັ້ງນີ້, ທຸກຝ່າຍຈະຕັ້ງໜ້າຕອບສະໜອງ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງລັດຖະບານຈີນ ແລະ ດໍາເນີນ ການຮ່ວມມືຢ່າງເລິກເຊິ່ງໃນຂົງ ເຂດເຕັກໂນໂລຊີດ້ານກະສິກຳທີ່ ຕ່າງຝ່າຍຕ່າງມີຄວາມສົນໃຈບົນ ພື້ນຖານການຮ່ວມມືໄມຕີຈິດທີ່ ຜ່ານມາ ເພື່ອຫັນປ່ຽນ ແລະ ນຳໃຊ້ ການຄົ້ນຄວ້າການຜະລິດໃນລະ ບົບຕ່ອງໂສ້ອຸດສາຫະກຳທັງໝົດ ໃຫ້ສຳເລັດ ແລະ ການສ້າງຮູບ ແບບໃໝ່ຂອງການຮ່ວມມືດ້ານກະ ສິກຳສາກົນ ລະຫວ່າງສອງປະເທດ ໃຫ້ໄດ້ຮັບການເລັ່ງລັດ. ພ້ອມກັນ ນັ້ນ, ທຸກຝ່າຍຍັງຈະອີງໃສ່ໂຄງການ ອຸດສາຫະກຳກະສິກຳນິເວດຢາງ ກວ້າງເຈ່ຍລັນ (ລາວ) ເພື່ອຊຸກຍູ້ “ໂຄງການກໍ່ສ້າງພື້ນຖານການກະ ເສດແຫ່ງຊາດການສ້າງທະນາຄານ ຊັບພະຍາກອນເຊື້ອພືດເຂດຮ້ອນ, ສ້າງຕັ້ງການຄົ້ນຄວ້າວິທະຍາສາດ ກະສິກຳເຂດຮ້ອນ ແລະ ໂຄງການ ທົດລອງ ແລະ ສ້າງຕັ້ງສູນຝຶກອົບ ຮົມກະສິກຳຢູ່ລາວ, ສ້າງມາດຕະ ຖານ ແລະ ມາດຕະຖານການປູກຝັງ ກະສິກຳທີ່ກ່ຽວຂ້ອງ ແລະ ແຜນ ການເປົ້າໝາຍຫລາຍຂົງເຂດອື່ນໆ, ລົງເລິກການຮ່ວມມື ແລະ ກວດ ສອບໝາກຜົນ, ສືບຕໍ່ຊຸກຍູ້ການປ່ຽນ ແປງໃໝ່ ແລະ ການພັດທະນາສີ ຂຽວຂອງສອງປະເທດໃນຂົງເຂດ ເຕັກໂນໂລຊີກະສິກໍາ, ການລົງທຶນ ກະສິກໍາ, ການຄ້າກະສິກຳອຸດສາຫະ ກຳກະສິກຳ, ຍູ້ແຮງຂະບວນການ ຫັນເປັນກະສິກຳທັນສະໄໝຂອງ ສອງປະເທດ, ປະຕິບັດໜ້າທີ່ເປັນ ຢ່າງດີໃນບັນດາວຽກງານຕົ້ນຕໍ ຄື: ການຄົ້ນຄວ້າເຕັກໂນໂລຊີກະສິກຳ ບຳລຸງສ້າງບຸກຄະລາກອນ ແລະ ຜັນຂະຫຍາຍຜົນສຳເລັດ ຊ່ວຍໃຫ້ ສອງປະເທດມີຄວາມສາມາດບົ່ມ ຊ້ອນດ້ານການຄົ້ນຄວ້າ ແລະ ພັດທະ ນາສ້າງປະຊາຄົມຮ່ວມຊາຕາກຳ ເຕັກໂນໂລຊີການພັດທະນາກະສິກໍາ ທີ່ທັນສະໄໝ ເຂດພູສູງທີ່ມີທ່າແຮງ, ເຂດເນີນສູງອຸດສາຫະກໍາ ແລະ ເຂດສູງເສດຖະກິດການຄ້າ, ນໍາໃຊ້ ພູມປັນຍາຈີນ ເພື່ອສ້າງຄວາມເຂັ້ມ ແຂງໃຫ້ແກ່ການພັດທະນາກະສິກໍາ ຂອງສອງປະເທດ ແລະ ຊຸກຍູ້ການ ປະສານງານແລະ ສາມັກຄີກັນຂອງ ເສດຖະກິດພາກພື້ນ ແລະ ການປົກ ປ້ອງສິ່ງແວດລ້ອມທາງນິເວດ. ການປະຕິບັດບົດບັນທຶກຄວາມ ເຂົ້າໃຈກ່ຽວກັບການຮ່ວມມືສາກົນ ຄັ້ງນີ້ ເປັນຂໍກະແຈສໍາຄັນໃນການ ສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນ ສໍາລັບມະນຸດ ແລະ ໃນຕໍ່ໜ້າທຸກ ຝ່າຍຍັງຈະຕັ້ງໜ້າຊຸກຍູ້ການແລກ ປ່ຽນຊັບພະຍາກອນ ແລະ ເຕັກໂນ ໂລຊີຮ່ວມກັນຢ່າງຕັ້ງໜ້າຕັ້ງໜ້າ ຊຸກຍູ້ການພັດທະນາຢ່າງເລິກເຊິ່ງ ກວ້າງຂວາງຂອງການພົວພັນຮ່ວມ ມືຊ່ຽວຊານຈາກທຸກພາກສ່ວນສາ ມາດຮ່ວມມື ແລະ ສື່ສານເຊິ່ງກັນ ແລະ ກັນ ປະກອບສ່ວນເຂົ້າໃນການ ພັດທະນາກະສິກຳ ນອກນີ້ການນຳ ຂອງສອງປະເທດຍັງສາມາດກ້າວ ໄປໜ້າຢ່າງວ່ອງໄວໃນຂະບວນ ການຮ່ວມມືແບບກາງຮັບຮູ້ການ ເຕີບໂຕຢ່າງບໍ່ຢຸດຢັ້ງຂອງຜົນປະ ໂຫຍດດ້ານນິເວດຜົນປະໂຫຍດ ດ້ານເສດຖະກິດ ແລະ ຜົນປະໂຫຍດ ຂອງສັງຄົມ ປະກອບສ່ວນເຂົ້າໃນ ການແລກປ່ຽນມິດຕະພາບລະ ຫວ່າງ ສອງປະເທດ ລາວ-ຈີນ ອີກດ້ວຍ. ຂ່າວ: ສະບາໄພ

RkJQdWJsaXNoZXIy MTc3MTYxMQ==