5591

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 03/04/2023 xtgmf]k; ມອບ-ຮັບ ພະອັດຖິ... ລະດົມ... 3 ອົງການຈັດຕັ້ງ... ຝຶກອົບຮົມການປະຕິບັດ... ມອບ-ຮັບໂຄງການ ພຸດທະສາສະນິກະຊົນ ລາຊະອານາ ຈັກໄທ ເພື່ອນໍາເອົາໄປປະດິດສະ ຖານໄວ້ ເປັນທີ່ກາບໄຫວ້ສັກກາລະ ບູຊາ ທີ່ພະມະຫາທາດເຈດີພະທາດ ພະນົມ ຈຳລອງສະຖານປະຕິບັດທັມ ວັດຫຸບເຂົາສະຫວັນເມືອງສັດຕະຫີບ ແຂວງຊົນບູລີ ລາຊະອານາຈັກໄທ. ພິທີ ມອບ-ຮັບ ພະອັດຖິທາດດູກ ດັ່ງກ່າວ, ຈັດຂຶ້ນ ໃນວັນທີ30 ເມສາ 2023 ຜ່ານມານີ້, ຢູ່ ວັດປ່າພິລາວົງ ບຸດກັດສະກາຣາມ,ບ້ານຈຳປາແລະ ບ້ານປັກແຮດ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍມີຍາ ທ່ານໃຫຍ່ ມະຫາເຫວດ ມະເສໄນ ຮອງປະທານສູນກາງອົງການພຸດ ທະສາສະໜາສຳພັນ ແຫ່ງ ສປປ ລາວ, ຍາທ່ານເຈົ້າຄຸນພຣະໂສພົນ ຄະນາພອນ ເຈົ້າຄະນະແຂວງຊົນ ບູລີ ລາຊະອານາຈັກໄທ, ພ້ອມດ້ວຍ ພະສົງເຖຣານຸເຖຣະ, ຊາວພຸດຖະສາ ສະນິກະຊົນ ແລະ ບັນດາການນຳ ພັກ, ລັດ ທັງໃນ ສປປ ລາວ ແລະ ລາຊະອານາຈັກໄທ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ພະອາຈານ ດໍາຣົງ ພິມມະຈັກ ຫົວໜ້າກຳມາ ທິການການຕ່າງປະເທດສູນກາງ ອພສ ທັງເປັນເຈົ້າອາທິການວັດປ່າ ພິລາວົງ ບຸດກັດສະກາຣາມ ໄດ້ຂຶ້ນ ກ່າວມອບອັດທິດັ່ງກ່າວວ່າ: ເພື່ອ ສະໜອງຄວາມເຫລື່ອມໃສສັດທາ, ຄວາມເຄົາລົບເປັນຢ່າງສູງຂອງ ຄະນະສົງ, ພຸດທະບໍລິສັດແຫ່ງລາ ຊະອານາຈັກໄທ ໂດຍສະເພາະສະ ຖານປະຕິບັດທັມຫຸບເຂົາສະຫວັນ ເມືອງສັດຕະຫີບ ແຂວງຊົນບູລີ ທີ່ມີໃນອົງພະຍອດແກ້ວມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ, ສູນກາງ ອພສ ຈຶ່ງໄດ້ແບ່ງພະອັດຖິທາດດູກ ອົງພະຍອດແກ້ວມະຫາງອນ ດຳ ຣົງບຸນ ເພື່ອເປັນທີ່ກາບໄຫ້ວສັກກາ ລະບູຊາ ເນື່ອງຈາກວ່າ ໃນເມື່ອກ່ອນ ໃນວັນທີ 8 ຕຸລາ 2017 ອົງພະ ຍອດແກ້ວ ເຄີຍໄດ້ໄປເປັນປະທານ ພິທີຍົກສັດ ຂຶ້ນສູ່ຍອດພະມະຫາ ເຈດີ ພ້ອມທັງໄດ້ມອບຫລາບເງິນ ຫລາບຄຳ ບັນຈຸໄວ້ໃນສະຖານທີ່ດັ່ງ ກ່າວ. ພ້ອມກັນນີ້, ກໍເພື່ອສືບສານ ສາຍໄຍຄວາມສຳພັນມິດຕະພາບ ອັນດີງາມ ທີ່ມີມາຍາວນານລະ ຫວ່າງພຸດທະສາສະນິກະຊົນ ລາວໄທ, ໄທ-ລາວ ໃນທາງດ້ານພະພຸດ ທະສາສະໜາ, ຮີດຄອງປະເພນີວັດ ທະນະທຳໃຫ້ມີຄວາມໝັ້ນຄົງ,ແໜ້ນ ແກ່ນຍິ່ງໆຂຶ້ນໄປ ແລະ ເພື່ອໃຫ້ພຸດ ທະບໍລິສັດ ພຸດທະສາສະນິກະຊົນ ຊາວໄທ ແລະ ພຸດທະບໍລິສັດພຸດທະ ສາສະນິກະຊົນລາວ ບັນດາເຜົ່າທີ່ ອາໄສຢູ່ລາຊະອານາຈັກໄທໄດ້ກາບ ໄຫວ້ສັກກາລະບູຊານ້ອມລະນຶກ ເຖິງຄຸນພະສັງຄະເຈົ້າ, ລະນຶກເຖິງ ຄຸນທຳ, ຄຸນຄວາມດີ ຂອງອົງພະ ຍອດແກ້ວມະຫາງອນ ດຳຣົງບຸນ ມະຫາເຖຣະເຈົ້າອົງພະປະມຸກສົງ ລາວ ອົງທີ 5 ດ້ວຍຄວາມເຫລື່ອມ ໃສສັດທາ, ເຄົາຣົບບູຊາສືບໄປໃນບໍ ວອນພະພຸດທະສາສະໜາຕະຫລອດ ຫ້າພັນພະວັດສາ. ໂອກາດດຽວກັນ, ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງ ແນວລາວສ້າງຊາດ ຜູ້ຊີ້ນຳວຽກ ງານສາສະໜາ ກໍໄດ້ໃຫ້ຮູ້ວ່າ: ພະ ອາຈານໃຫຍ່ມະຫາງອນດຳຣົງບຸນ ເປັນພະມະຫາເຖຣະເຈົ້າອົງໜຶ່ງທີ່ ມີຜົນງານ-ຄຸນງາມຄວາມດີຢ່າງ ຫລວງຫລາຍຕໍ່ອົງການພຸດທະສາ ສະໜາສໍາພັນລາວກໍຄືການປະກອບ ສ່ວນຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ພະອາຈານໃຫຍ່ເປັນພະສົງ ທີ່ມີຄວາມສັດຊື່ບໍລິສຸດ ຕໍ່ຫລັກສິນ ທຳທາງພຸດທະສາສະໜາ, ມີຄວາມ ເມຕາ-ກະລຸນາສູງ, ມີຄວາມເສຍສະ ລະສູງ ເພື່ອພຸດທະສາສະໜາ, ຖືຜົນ ປະໂຫຍດຂອງພຸດທະສາສະໜາ ແລະ ປະເທດຊາດສູງກວ່າຜົນປະ ໂຫຍດສ່ວນຕົວ ມີທັດສະນະຫລັກ ໝັ້ນສູງ, ມີທັດສະນະມະຫາຊົນ ແລະ ຫ້າວຫັນໃນການປະຕິບັດໜ້າທີ່ສາ ສະນະກິດ ແລະ ປະກອບສ່ວນໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ພະອາ ຈານໃຫຍ່ ຍັງໄດ້ອຸທິດຕົນເຄື່ອນ ໄຫວຄຽງບ່າຄຽງໄຫລ່ກັບບັນດາ ເພື່ອນສະຫະທຳມິກ ກໍຄື ພະສົງສາມະເນນ ໂດຍນຳໃຊ້ສະຕິປັນຍາ, ເຫື່ອແຮງຢ່າງຕັ້ງໜ້າເຂົ້າໃນການ ຊີ້ນຳ-ນຳພາປັບປຸງທຳມະນູນສົງ ເຊິ່ງເປັນນິຕິກຳທີ່ສຳຄັນໃຫ້ແກ່ ການເຄື່ອນໄຫວຂອງສົງ. ນອກ ຈາກນີ້, ພະອາຈານຍັງໄດ້ເປັນແບບ ຢ່າງເຄື່ອນໄຫວປະກອບສ່ວນວຽກ ງານກໍ່ສ້າງສາສະນະວັດຖຸ ເປັນ ຕົ້ນ ສ້າງຖະໜົນຫົນທາງ, ສ້າງນໍ້າ ບາດານ, ນໍ້າປະປາເຂົ້າບ້ານ, ສ້າງ ໂຮງຮຽນສົງ, ບູລະນະວັດ, ສ້າງພັດ ທະສິມມາ, ການຫລໍ່ພະພຸດທະຮູບ ສິລະປະລ້ານຊ້າງ ເພື່ອປະດິດສະ ຖານໄວ້ກົມມະລຽນຂອງພະທາດ ອິງຮັງ, ຜົນງານລ່າສຸດແມ່ນສ້າງ ພະເຈົ້າອົງຕື້ຈໍາລອງ ແລະ ພະເຈົ້າ ອົງແສນ 15 ອົງ ເຊິ່ງໄດ້ກາຍເປັນ ສັນຍະລັກແຫ່ງຄວາມສັດທາ ແລະ ຄວາມສາມັກຄີຂອງສາສະນິກະ ຊົນລາວບັນດາເຜົ່າ ໂດຍສະເພາະ ປະຊາຊົນລາວບັນດາເຜົ່າແຂວງ ສະຫວັນນະເຂດ. ສະນັ້ນ, ພະອາ ຈານໃຫຍ່ ຈຶ່ງໄດ້ຮັບຄວາມເຄົາລົບ- ນັບຖື, ຮັກແພງຈາກພະສົງ-ສາມະ ເນນ ແລະ ສາສະນິກກະຊົນບັນດາ ເຜົ່າຢ່າງກວ້າງຂວາງ ທັງພາຍໃນ ແລະ ຕ່າງປະເທດ. ພະອາຈານໃຫຍ່ ມີຜົນງານຢ່າງ ຫລວງຫລາຍ ໂດຍສະເພາະແມ່ນ ການເຄື່ອນໄຫວວຽກງານສຶກສາ ສົງ, ການສະແດງທໍາມະເທດສະໜາ ໃນສະຖານທີ່ຕ່າງໆ ທັງພາຍໃນ ແລະຕ່າງປະເທດແລະສິ່ງທີ່ພົ້ນເດັ່ນ ພະອາຈານໃຫຍ່ ໄດ້ເອົາໃຈໃສ່ວຽກ ງານການທູດປະຊາຊົນ ກໍຄືວຽກ ງານສະມະນະທູດ ໂດຍໄດ້ຊຸກຍູ້, ສົ່ງເສີມໃຫ້ສົງຂອງລາວ ໄດ້ມີໂອ ກາດໄດ້ໄປສຶກສາທຳ, ໄປທັດສະນະ ການແລກປ່ຽນບົດຮຽນ, ເຂົ້າຮ່ວມ ກອງປະຊຸມສົງສາກົນ. ພ້ອມກັນ ນັ້ນ, ພາຍໃຕ້ການຊີ້ນໍາຂອງພະອາ ຈານໃຫຍ່ ອົງການພຸດທະສາສະ ໜາສຳພັນລາວ ໄດ້ມີຜົນສຳເລັດ ຢ່າງຈົບງາມໃນການເປັນເຈົ້າພາບ ຈັດກອງປະຊຸມປະທານອົງການ ພຸດທະສາສະໜາ 3 ຊາດ ກຳປູເຈຍລາວ-ຫວຽດນາມ ຄັ້ງທີ I ແລະ ຈັດ ພິທີສະເຫລີມສະຫລອງວັນວິສາ ຄະບູຊາສາກົນແລະກິດຈະກໍາອື່ນໆ. ຂ່າວ-ພາບ: ທະນູທອງ ອ້ອມຂ້າງກົມ, ເຈົ້າໜ້າທີ່ພາສີ, ຜູ້ປະ ກອບການ ແລະ ຂະແໜງການກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີ ໄດ້ໃຫ້ຮູ້ວ່າ: ຊຸດຝຶກອົບຮົມຄັ້ງນີ້, ເພື່ອເປັນການ ເຜີຍແຜ່ສາລະບານສິນຄ້າລະບົບ ເອກະພາບອາຊຽນ ສະບັບປີ 2022 (AHTN 2022) ຂອງສປປ ລາວ ທີ່ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ໂດຍລັດຖະບານຕາມຂໍ້ຕົກລົງສະ ບັບເລກທີ 91/ນຍ, ລົງວັນທີ 16 ມັງກອນ 2023 ຊຶ່ງໄດ້ປ່ຽນແທນ ສາລະບານສິນຄ້າລະບົບເອກະພາບ ອາຊຽນ ສະບັບປີ 2017 (AHTN 2017). ສາລະບານສິນຄ້າລະບົບເອກະ ພາບອາຊຽນ ສະບັບປີ 2022 (AHTN2022)ແມ່ນມີ 8 ຕົວເລກ ຊຶ່ງໄດ້ຖືກນຳໃຊ້ ແລະ ປັບປຸງຢ່າງ ເປັນເອກະພາບໂດຍ 10 ປະເທດ ອາຊຽນໃນທຸກໆ 5 ປີ, ໂດຍອີງ ຕາມສາລະບານລະບົບເອກະພາບ (HS) ຂອງອົງການພາສີໂລກ (WCO). HS ຂອງອົງການພາສີ ໂລກແມ່ນມີ 6 ຕົວເລກທີ່ຖືກປັບປຸງ ທຸກໆ 5 ປີ ເພື່ອສະທ້ອນເຖິງການ ປ່ຽນແປງທາງດ້ານເຕັກໂນໂລຊີ ແລະ ການຄ້າດ້ານຜະລິດຕະພັນ ໃນແຕ່ລະໄລຍະ ແລະ ເລີ່ມມີຜົນບັງ ຄັບໃຊ້ໃນວັນທີ 1 ມັງກອນ 2022 (ແທນທີ່ HS 2017) ສາລະບານ ສິນຄ້າລະບົບເອກະພາບໃນພາສາ ອັງກິດແມ່ນ Harmonized_ Commodity Description and Coding System ຫລີ ເອີ້ນຫຍໍ້ ວ່າ HS ທີ່ຖືກອອກແບບມາ ເພື່ອ ກຳນົດໃຫ້ປະເພດສິນຄ້າທັງໝົດທີ່ ເຄື່ອນຍ້າຍຂ້າມຊາຍ ແດນມີຕົວເລກ ລະຫັດໃນລັກສະນະເປັນເອກະພາບ ໃນທົ່ວໂລກ. ສຳລັບສປປລາວເປັນສະມາຊິກ ຂອງອົງການພາສີໂລກ ແລະ ອາ ຊຽນ, ຈຶ່ງມີພັນທະທີ່ຕ້ອງຈັດຕັ້ງປະ ຕິບັດສາລະບານ AHTN 2022, ບໍ່ພຽງແຕ່ຂະແໜງການພາສີ, ແຕ່ພາກສ່ວນທີ່ກ່ຽວຂ້ອງຂອງລັດ ຖະບານ ແລະ ເອກະຊົນ, ຕ້ອງເອົາ ໃຈໃສ່ຕໍ່ການນໍາໃຊ້ AHTN 2022 ໃຫ້ມີປະສິດທິພາບ. ສະນັ້ນ, ຊຸດຝຶກ ອົບຮົມໃນຄັ້ງນີ້ ເພື່ອໃຫ້ຂະແໜງ ການທີ່ກ່ຽວຂ້ອງເປັນຕົ້ນ ກົມອາ ຫານ ແລະ ຢາ, ກົມປູກຝັງ, ກົມລ້ຽງ ສັດ ແລະ ການປະມົງ, ກົມນໍາເຂົ້າສົ່ງອອກ, ກົມນະໂຍບາຍການຕ່າງ ປະເທດ,ທະນາຄານໂລກ, ສະພາອຸດ ສາຫະກຳ ແລະ ການຄ້າ, ສູນສະ ຖິຕິແຫ່ງຊາດ, ກົມອາຊຽນ, ສະມາ ຄົມ LIFA ແລະ ພາກທຸລະກິດ, ບັນດາບໍລິສັດ, ຜູ້ປະກອບການນໍາ ເຂົ້າ-ສົ່ງອອກທີ່ຕິດພັນເຂົ້າຮ່ວມ ຝຶກອົບຮົມຄັ້ງນີ້ທັງໝົດ 23 ບໍລິ ສັດ, ໂດຍສະເພາະຜູ້ນໍາເຂົ້າ ແລະ ສົົ່ງອອກໃຫ້ເຂົ້າໃຈຢ່າງເລິກເຊິ່ງຕໍໍ່ AHTN 2022 ເພື່ອຮັບປະກັນຈັດ ລະຫັດ HSທີີ່ຖືກຕ້ອງເພື່ອເປັນການ ອໍານວຍຄວາມສະດວກໃນການດໍາ ເນີນຂັັ້ນຕອນການແຈ້ງພາສີ, ປະ ເມີນຄວາມຈໍາເປັນວ່າມີລະຫັດໃໝ່ ແລະ ດໍາເນີນການຂໍການຮັບຮອງ ລ່ວງໜ້າຂອງລະຫັດ HS ເພື່ອຮັບ ປະກັນການຈັດປະເພດທີ່ເໝາະສົມ ກ່ອນສິນຄ້າມາຮອດອີກດ້ວຍ. ຂ່າວ-ພາບ: ກະຊວງການເງິນ ຄອນຫລວງວຽງຈັນ, ພະແນກສຶກ ສາທິການ ແລະ ກິລາ, ເອກອັກຄະ ລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ, ຄະນະຜູ້ແທນສອງ ຝ່າຍ ລາວ-ຈີນ, ບັນດາຄູອາຈານ, ນ້ອງນັກຮຽນເຂົ້າຮ່ວມ ເຊິ່ງໂຄງ ການດັ່ງກ່າວ, ຖືເປັນສັນຍະລັກອັນ ພົ້ນເດັ່ນຂອງໝາກຜົນການຮ່ວມ ມືດ້ານການສຶກສາ ລະຫວ່າງສອງ ຊາດລາວ ແລະ ຈີນ. ໃນພິທີ ທ່ານ ເສິນ ຊູຈຸນ(Chen Zujun), ປະທານກຸ່ມບໍລິສັດກໍ່ສ້າງ ລົງທຶນແຂວງຢຸນນານ ຜູ້ຮັບເໝົາກໍ່ ສ້າງໂຄງການດັ່ງກ່າວ ໄດ້ລາຍງານ ປະຫວັດຄວາມເປັນມາ, ຄວາມຄືບ ໜ້າ ແລະ ຜົນສຳເລັດຂອງການກໍ່ ສ້າງໂຮງຮຽນມັດທະຍົມສົມບູນ ເພຍວັດ ໂດຍສັງເຂບ. ຈາກນັ້ນ, ສະ ຫາຍ ຈຽງ ຈ່າຍຕຸງ ເອກອັກຄະລັດ ຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ສະຫາຍ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫລວງ ວຽງຈັນ ກໍໄດ້ຜັດປ່ຽນກັນຂຶ້ນມີຄຳ ເຫັນຕໍ່ຜົນສຳເລັດຂອງໂຄງການ ກໍ່ສ້າງອາຄານດັ່ງກ່າວ, ໂຄງການກໍ່ ສ້າງນີ້ ຈັດຢູ່ໃນໂຄງການໂຮງຮຽນ 10 ແຫ່ງ ທີ່ການນຳຂັ້ນສູງສຸດຂອງ ສອງປະເທດລາວ ແລະ ຈີນ ໄດ້ຕົກ ລົງເປັນເອກະພາບກັນໃນປີ 2016, ເຊິ່ງເປັນໂຄງການບູລິມະສິດທີ່ສໍາ ຄັນໜຶ່ງ ໃນການພັດທະນາຊັບພະ ຍາກອນມະນຸດຂອງ ສປປ ລາວ ກໍຄື ການຮ່ວມມື ລະຫວ່າງສອງປະເທດ ລາວ-ຈີນ, ເປັນທຶນຊ່ວຍເຫລືອລ້າ ຈາກລັດຖະບານ ແຫ່ງ ສປ ຈີນ, ໂດຍໄດ້ມີການລົງນາມ ສັນຍາການ ຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອ ໃນວັນທີ 24 ສິງຫາ 2020, ມູນ ຄ່າກໍ່ສ້າງທັງໝົດ 97.400.000 ຢວນ, ມີເນື້ອທີ່ 9.022 ຕາແມັດ, ເນື້ອທີ່ກໍ່ສ້າງ 7.866 ຕາແມັດ, ເຊິ່ງໄດ້ເລີ່ມການກໍ່ສ້າງມາແຕ່ວັນ ທີ 21 ພຶດສະພາ 2021 ແລະ ສຳ ເລັດໃນປີ 2023, ອາຄານຮຽນ ດັ່ງກ່າວສາມາດຮອງຮັບນັກຮຽນ ໄດ້ປະມານ 1.400 ກວ່າຄົນ ເຊິ່ງ ປະກອບມີ: ຫ້ອງຮຽນ 50 ຫ້ອງ, ຫ້ອງເຄມີ, ຫ້ອງຟີຊິກ, ຫ້ອງຊິວະ ສາດ, ຫ້ອງທົດລອງວິທະຍາສາດ ທໍາມະຊາດ, ຫ້ອງຄອມພິວເຕີ 1 ຫ້ອງ, ຫ້ອງສອນພາສາຈີນ 1 ຫ້ອງ, ຫ້ອງອ່ານຫ້ອງສະໝຸດ 2 ຫ້ອງ, ຫ້ອງການຄູ-ອາຈານ, ຫ້ອງອໍາ ນວຍການ, ຫ້ອງປະຊຸມ ແລະອື່ນໆ. ສະຫາຍ ອາດສະພັງທອງ ສີພັນດອນ ກໍໄດ້ຕາງໜ້າໃຫ້ລັດຖະ ບານ ແຫ່ງ ສປປ ລາວ ສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນມາ ຍັງພັກ-ລັດຖະບານ ແລະ ປະຊາຊົນ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອ ສປປ ລາວ ຕະຫລອດ ໄລຍະຜ່ານມາ, ພ້ອມນີ້, ກໍສະແດງ ຄວາມຂອ ບໃຈມາຍັງທຸກພາກສ່ວນ ລາວ ແລະ ຈີນ ທີ່ໄດ້ປະກອບສ່ວນ ສຸມທຸກເຫື່ອແຮງເຂົ້າໃນການຈັດ ຕັ້ງປະຕິບັດໂຄງການດັ່ງກ່າວ ຈົນມີ ຜົນສຳເລັດຢ່າງຈົບງາມ. ໃນຕອນຄ່ຳຂອງວັນດຽວກັນ, ສະຫາຍ ສະເຫລີມໄຊ ກົມມະສິດ ກໍໄດ້ພົບປະເຮັດວຽກກັບສະຫາຍ ຫວັງ ໜິງ ເລຂາພັກແຂວງຢຸນນານ ພ້ອມດ້ວຍຄະນະ ເຊິ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ ແລະ ການ ພົວພັນຄູ່ຮ່ວມຍຸດທະສາດຮອບ ດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ໄດ້ຮັບການ ເພີ່ມພູນຄູນສ້າງຂຶ້ນເລື້ອຍໆພ້ອມນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ກັນຊຸກຍູ້ການພົວພັນຮ່ວມມືໃນດ້ານ ຕ່າງໆໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອ ມີຜົນສຳເລັດອັນໃໝ່ໃຫຍ່ຫລວງ ກວ່າເກົ່າ. ໃນນັ້ນ, ສອງຝ່າຍໄດ້ປຶກ ສາຫາລືກັນໃນບາງດ້ານທີ່ຄວນ ເອົາໃຈໃສ່ໃນຕໍ່ໜ້າເຊັ່ນ: ດ້ານການ ກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງ ດ່ວນຈາກ ລາວໄປຈີນ ໃນສ່ວນທີ່ຢູ່ ໃນແຜນການໃຫ້ມີຄວາມຄືບໜ້າ ໄວ, ດ້ານການທ່ອງທ່ຽວການເປີດ ເສັ້ນທາງລົດໄຟສາກົນ ລາວ-ຈີນ, ວຽງຈັນ-ຄຸນມິງ,ດ້ານການອຳນວຍ ຄວາມສະດວກໃນການຜ່ານດ່ານ ແລະ ການຂົນສົ່ງທາງລົດໄຟໃຫ້ ມີຜົນປະໂຫຍດຕໍ່ສອງຝ່າຍຫລາຍ ຂຶ້ນ, ດ້ານກະສິກຳ ເພື່ອຮ່ວມມືກັນ ຜະລິດສິນຄ້າສົ່ງໄປຕະຫລາດຈີນ, ການຮ່ວມມືໃນຂະແໜງບໍ່ແຮ່, ການ ປຸງແຕ່ງແຮ່ທາດ ແລະ ການຜະລິດ ສິນຄ້າ, ການລົງທຶນຂອງວິສາຫະ ກິດ ຈີນຢູ່ລາວ, ການສຶກສາ,ພະລັງ ງານ, ການແລກປ່ຽນຄະນະຜູຸ້ແທນ ນຳກັນ ແລະ ອື່ນໆ ທີ່ສອງຝ່າຍມີ ທ່າແຮງ. ພິເສດ, ສອງຝ່າຍໄດ້ເຫັນ ດີນຳກັນຕໍ່ການກະກຽມເປີດຖ້ຽວ ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມ ມະເລີກໃນວັນທີ13ເມສາ2023ນີ້, ເຊິ່ງຈະມີພິທີຮັບຕ້ອນນັກທ່ອງທ່ຽວ ຈີນ ຊຸດທຳອິດຢູ່ເບື້ອງດິນລາວ. ສະຫາຍ ຫວັງ ໜິງ ກໍສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ ແລະ ສະແດງຄວາມຍິນດີ ຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງ ຂອງສອງຝ່າຍປຶກສາຫາລື ແລະ ເຮັດວຽກຮ່ວມກັນໃຫ້ຫລາຍຂຶ້ນ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ຕ່າງໆທີ່ການນຳຂັ້ນສູງຂອງສອງ ປະເທດເຫັນດີເປັນເອກະພາບກັນ ໃຫ້ມີປະສິດທິພາບ ແລະ ປະສິດທິ ຜົນສູງສຸດ, ນຳເອົາຜົນປະໂຫຍດ ສູງສຸດມາສູ່ປະຊາຊົນສອງຊາດ, ນຳຄວາມເອົາຮຸ່ງເຮືອງສີວິໄລມາສູ່ ສອງປະເທດສປຈີນແລະສປປລາວ ເພື່ອເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນເປັນມູນເຊື້ອນີ້ໃຫ້ ໝັ້ນຄົງຂະນົງແກ່ນຕະຫລອດກາ ລະນານ. ແລະ ໃນປີນີ້, ຄະນະກໍາມາທິການ ແມ່ນໍ້າຂອງສາກົນ ໄດ້ສຸມໃສ່ຫົວຂໍ້ ດັ່ງກ່າວ ແນໃສ່ການສ້າງນະວັດຕະ ກໍາແລະການຮ່ວມມືດ້ານຄວາມໝັ້ນ ຄົງທາງນໍ້າ ແລະ ຄວາມຍືນຍົງໃນ ອ່າງແມ່ນໍ້າຂອງ ຮ່ວມກັນ. ທ່ານ ນາງ ບຸນຄໍາ ວໍລະຈິດ ລັດ ຖະມົນຕີກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ໄດ້ໃຫ້ ຮູ້ວ່າ: ກອງປະຊຸມຄັ້ງນີ້, ຈະເປັນໂອ ກາດສໍາຄັນໃນການທົບທວນບັນດາ ວິທີການ, ການພັດທະນາບັນດາສິ່ງ ທ້າທາຍ ແລະ ກາລະໂອກາດ ເພື່ອ ການຄຸ້ມຄອງອ່າງແມ່ນໍ້າຂອງແບບ ມີຄວາມຮັບຜິດຊອບຮ່ວມກັນ ແລະ ໃຫ້ມີຄວາມຍືນຍົງ ເພື່ອກ້າວໄປ ເຖິງວາລະ ແລະ ວິໄສທັດຂອງອ່າງ ແມ່ນ້ຳຂອງ “ເສດຖະກິດຈະເລີນ ຮຸ່ງເຮືອງ ສັງຄົມມີຄວາມຍຸຕິທໍາ ແລະສິ່ງແລດລ້ອມມີຄວາມອຸດົມສົມ ບູນໃນອ່າງແມ່ນໍ້າຂອງ” ແລະ ວາ ລະສາກົນປີ2030 “ເປົ້າໝາຍການ ພັດທະນາແບບຍືນຍົງ”, ການສ້າງ ນະໂຍບາຍເຕັກໂນໂລຊີ ແລະ ເສັ້ນ ທາງຂອງການຮ່ວມມືຢ່າງມີນະວັດ ຕະກໍາເປັນສິ່ງທີ່ສຳຄັນ ເພື່ອສ້າງ ຂະບວນການໃຫ້ມີປະສິດທິຜົນໃນ ການແລກປ່ຽນຄວາມຮູ້ແລະຂໍ້ມູນຂ່າວສານ ແລະ ການຮ່ວມມືດ້ານ ການຄຸ້ມຄອງຊັບພະຍາກອນນໍ້າ ໃນອ່າງແມ່ນ້ຳຂອງ ໂດຍສະເພາະ ສປປ ລາວ ມີຄວາມມຸ່ງໝັ້ນຢ່າງ ເຕັມທີ່ຕໍ່ການພັດທະນາທີ່ບໍ່ພຽງ ແຕ່ໃຫ້ຍືນຍົງ ແຕ່ຕ້ອງໄປຄຽງຄູ່ກັບ ຄວາມຮັບຜິດຊອບ, ລັດຖະບານ ລາວ ໄດ້ໃຫ້ຄວາມສໍາຄັນສູງໃນ ການສະໜັບສະໜູນການຈັດຕັ້ງປະ ຕິບັດແລະການຮ່ວມມືກັບບັນດາປະ ເທດແມ່ນ້ຳຂອງ ໂດຍອີງຕາມສັນ ຍາແມ່ນ້ຳຂອງປີ 1995 ເຊິ່ງສັນ ຍາສະບັບດັ່ງກ່າວ, ໄດ້ສ້າງພື້ນຖານ ໃຫ້ແກ່ພວກເຮົາ ເພື່ອສົ່ງເສີມອຸດົມ ການແຫ່ງການຮ່ວມມື ແລະ ການ ພັດທະນາແບບຍືນຍົງ ແລະ ເທົ່າ ທຽມກັນໃນອ່າງແມ່ນ້ຳຂອງ, ກົນ ໄກການຮ່ວມມືທີ່ມີນະວັດຕະກໍາ ເຫລົ່ານີ້ ຈະຊ່ວຍໃຫ້ພວກເຮົາບັນ ລຸເປົ້າໝາຍ ແລະ ຈຸດປະສົງຮ່ວມກັນ ໃນການຄຸ້ມຄອງ ແລະ ພັດທະນາ ອ່າງແມ່ນໍ້າຂອງແບບຍືນຍົງກໍຄື ການຫລີກລ່ຽງ ແລະ ຫລຸດຜ່ອນ ຜົນກະທົບທີ່ອາດເກີດຂຶ້ນ ໂດຍສະ ເພາະເຂດຊຸມຊົນທີ່ມີຄວາມສ່ຽງ ໃນລະດັບພາກພື້ນ, ທ່ານ ນາງ ບຸນຄໍາ ວໍລະຈິດ ຍັງ ໄດ້ສະແດງຄວາມຫວັງວ່າ: ການ ປຶກສາຫາລືໃນຄັ້ງນີ້, ຈະເຕັມໄປ ດ້ວຍລັກສະນະແບບສ້າງສັນ ແລະ ມີໝາກຜົນຈາກບັນດາຜູ້ເຂົ້າຮ່ວມ ພ້ອມທັງໄດ້ຮັບຄໍາຄິດຄໍາເຫັນທີ່ມີ ຄຸນຄ່າ ແລະ ເປັນປະໂຫຍດ ເພື່ອສືບ ຕໍ່ນໍາໄປປຶກສາຫາລື ແລະ ດຳເນີນ ການຈັດຕັ້ງຮ່ວມກັນກັບເພື່ອນຮ່ວມ ງານ ແລະ ບັນດາຜູ້ມີສ່ວນຮ່ວມທີ່ ກ່ຽວຂ້ອງ ເພື່ອສ້າງຄວາມໝັ້ນຄົງ ທາງດ້ານນ້ຳ ແລະ ຄວາມຍືນຍົງ ໃນອ່າງແມ່ນ້ຳຂອງ. ຈັດຂະບວນແຂ່ງຂັນກິລາ ແລະ ຕະຫລາດນັດວາງສະແດງຜະລິດ ຕະພັນໃນຂົງເຂດ ຖວທ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ພ້ອມ ດ້ວຍບັນດາຮອງລັດຖະມົນຕີ, ຫົວ ໜ້າກົມ, ຮອງກົມ ແລະ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນອ້ອມຂ້າງ ກະຊວງ ຖວທ ເຂົ້າຮ່ວມ. ທ່ານ ບົວໄລ ພານຸວົງ ເລຂາ ຄະນະບໍລິຫານງານກະຊວງ ຖວທ, ຫົວໜ້າຫ້ອງການກະຊວງ ໄດ້ ກ່າວວ່າ: ຈຸດປະສົງການຈັດງານໃນ ຄັ້ງນີ້, ເພື່ອສະເຫລີມສະຫລອງ, ຂໍ່ານັບຮັບຕ້ອນວັນສໍາຄັນຂອງພັກ ເປັນຕົ້ນ ແມ່ນວັນສ້າງຕັ້ງພັກປະ ຊາຊົນປະຕິວັດລາວ ວັນທີ 22 ມີນາ ຄົບຮອບ 68 ປີ ແລະ ວັນສ້າງຕັ້ງອົງ ການຈັດຕັ້ງມະຫາຊົນໃຫ້ເປັນຂະ ບວນຟົດຟື້ນ ໂດຍສະເພາະເພື່ອ ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກະຊວງຖວທ,ມະຕິກອງປະຊຸມໃຫຍ່ ຂອງສາມອົງການຈັດຕັ້ງມະຫາ ຊົນກະຊວງ, ບັນດາແຜນດຳເນີນ ງານຂອງສາມອົງການຈັດຕັ້ງມະ ຫາຊົນໃນແຕ່ລະໄລຍະ, ແຜນພັດ ທະນາວຽກງານ ຖວທ ໃຫ້ປາກົດ ຜົນເປັນຈິງ. ນອກຈາກນີ້, ຍັງເປັນ ການເຕົ້າໂຮມຄວາມສາມັກຄີເປັນ ປຶກແຜ່ນພາຍໃນອົງການຈັດຕັ້ງມະ ຫາຊົນໃຫ້ກາຍເປັນກຳລັງແຮງສັງ ລວມອັນສຳຄັນຂອງພັກ-ລັດ ໃນ ການປະກອບສ່ວນເຂົ້າໃນພາລະ ກິດປົກປັກຮັກສາ ແລະ ພັດທະນາ ວຽກງານຖວທໃຫ້ບັນລຸຜົນຕາມລະ ດັບຄາດໝາຍທີ່ວາງໄວ້, ເປັນການ ປູກຈິດສຳນຶກໃຫ້ສະມາຊິກຂອງ ສາມອົງການຈັດຕັ້ງມະຫາຊົນສາ ມາດກໍາໄດ້ ແລະ ເປັນການລະລຶກ ເຖິງວັນສຳຄັນຂອງພັກ, ຂອງອົງ ການຈັດຕັ້ງມະຫາຊົນ, ເປັນການຝຶກ ຝົນຫລໍ່ຫລອມສະມາຊິກຂອງສາມ ອົງການຈັດຕັ້ງມະຫາຊົນຕາມທິດ ພັດທະນາຕົນເອງ 5 ຕ້ານທີ່ກະຊວງ ສຶກສາວາງອອກ ຄື: ຄຸນສົມບັດ ສຶກສາ, ປັນຍາສຶກສາ, ສິລະປະສຶກ ສາ, ກຳມະສຶກສາ (ກິລາ) ແລະ ອອກແຮງງານສຶກສາ, ທັງເປັນການ ຊຸກຍູ້ສົ່ງເສີມຜະລິດຕະພັນຂົງເຂດ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ເຕີບໃຫຍ່ຂະຫຍາຍ ຕົວ ແລະ ມີການພັດທະນາກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ. ໂອກາດນີ້, ທ່ານນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຊົມເຊີຍຕໍ່ການຈັດງານໃນຄັ້ງນີ້ ເຊິ່ງ ຈະປະກອບສ່ວນສໍາຄັນໃນການ ສ້າງຈິດສຳນຶກໃຫ້ສະມາຊິກຂອງ ສາມອົງການຈັດຕັ້ງມະຫາຊົນກະ ຊວງ ຖວທ ສາມາດກຳໄດ້ ແລະ ເປັນການລະລຶກເຖິງວັນສຳຄັນ ຂອງພັກ, ຂອງສາມອົງການຈັດຕັ້ງ ມະຫາຊົນ, ທັງເຮັດໃຫ້ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ໄດ້ພົບປະ ແລກປ່ຽນບົດຮຽນ ແລະ ຜະລິດ ຕະພັນຮ່ວມກັນ ແລະ ຈະເປັນຈຸດ ລິເລີ່ມຫົວຄິດປະດິດສ້າງໃນການ ສ້າງເສດຖະກິດ ກໍຄື ວິທີຫາລາຍ ໄດ້ສ້າງຄັ້ງຂອງ 3 ອົງການຈັດຕັ້ງ ມະຫາຊົນ ແລະ ອື່ນໆ. ສໍາລັບຂະບວນການແຂ່ງຂັນ ກິລາ ແລະ ຕະຫລາດນັດວາງສະ ແດງຜະລິດຕະພັນໃນຂົງເຂດ ຖວທ ມີແຂ່ງຂັນກິລາ 2 ປະເພດ ຄື: ກິລາ ເປຕັງ ແລະ ກິລາເຕະບານ, ໃນນີ້ ກິລາເປຕັງ ມີນັກກິລາເຂົ້າຮ່ວມແຂ່ງ ຂັນ 27 ທີມ ແລະ ບານເຕະ ມີ 2 ທີມຄື: ທີມນັກກິລາຂອງ 3 ອົງການ ຈັດຕັ້ງມະຫາຊົນກະຊວງ ຖວທ ແລະ ທີມນັກກິລາບານເຕະຂອງ 3 ອົງການຈັດຕັ້ງສູນກາງຊາວໜຸ່ມ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ. ສ່ວນງານຕະຫລາດນັດວາງສະ ແດງຜະລິດຕະພັນ ມີບັນດາກົມ, ສະ ຖາບັນ, ໂຮງຮຽນ, ກອງວິຊາການ ແລະ ລັດວິສາຫະກິດ ເຂົ້າຮ່ວມວາງ ສະແດງ ທັງໝົດ 24 ພາກສ່ວນ, ລວມມີ 28 ຫ້ອງວາງສະແດງ. ໃນ ນັ້ນ, ພິເສດພາກທຸລະກິດ ກໍຄື ກາເຟ ພູເບຍ ເຂົ້າຮ່ວມ. ນອກຈາກນີ້, ຍັງມີ ຂະບວນການສະແດງສິລະປະ, ມີ ການສະແດງບົດຟ້ອນ, ບົດລຳ, ລະ ຄອນ ແລະ ກິດຈະກໍາເທິງເວທີຕະ ຫລອດວັນ. ຂ່າວ: ສົມຫວັງ,ພາຍ: ອ່າຍຄຳ

RkJQdWJsaXNoZXIy MTc3MTYxMQ==