ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ຄະນະບໍລິຫານ ງານຊາວໜຸ່ມປະຊາຊົນປະຕິວັດ ລາວ ແຂວງເຊກອງ ຈັດຂະບວນ ຄາລາວານ ແລະ ເປີດປ້າຍຮູບພາບ ປະທານ ໄກສອນ ພົມວິຫານຜູ້ນໍາ ທີ່ແສນເຄົາລົບຮັກຂອງປວງຊົນ ລາວທັງຊາດໃນວັນທີ 28 ມີນາ 2023 ທີ່ເມືອງກະລຶມ ໂດຍມີ ທ່ານ ແສງໂນພາ ມິກດາວົງຮອງ ເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງ,ທ່ານນາງອິນຄໍາໄຊຍະງານ ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະ ຫາຊົນຂັ້ນເມືອງ, ມີຄະນະບໍລິຫານ ງານຊາວໜຸ່ມແຂວງ, ພ້ອມດ້ວຍ ສະມາຊິກຊາວໜຸ່ມ ແລະ ນ້ອງນ້ອຍ ເຍົາວະຊົນ-ທັນວາ ເຂົ້າຮ່ວມ. ທ່ານ ແສງໂນພາ ມິກດາວົງ ໄດ້ໃຫ້ຮູ້ວ່າ: ການຈັດຂະບວນຄາ ລາວານ ແລະ ເປີດປ້າຍຮູບພາບປະ ທານ ໄກສອນ ພົມວິຫານ ໃນຄັ້ງນີ້, ເປັນການສະເຫລີມສະຫລອງ ວັນ ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22 ມີນາ 195522ມີນາ 2023)ແລະ ຂໍ່ານັບຕ້ອນ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະ ຕິວັດລາວຄົບຮອບ68ປີ(14 ເມສາ 1955-14 ເມສາ2023). ພ້ອມນີ້, ຍັງເປັນການປູກຈິດສໍານຶກໃຫ້ຊາວ ໜຸ່ມ-ໄວໜຸ່ມ ແລະ ສະມາຊິກຊາວ ໜຸ່ມ-ນ້ອງນ້ອຍເຍົາວະຊົນທັນວາ ກໍຄື ຄົນຮຸ່ນຫລັງໄດ້ຮັບຮູ້, ເຂົ້າໃຈ ເຖິງປະຫວັດການກໍາເນີດ ແລະ ການເຄື່ອນໄຫວປະຕິວັດຂອງປະ ທານ ໄກສອນ ພົມວິຫານ ຊຶ່ງເພິ່ນ ແມ່ນຜູ້ຮັກຊາດ, ນັກປະຕິວັດທີ່ຍິ່ງ ໃຫຍ່ຂອງຊາດລາວ, ວິລະບູລຸດຜູ້ ນໍາຂອງພັກ-ລັດ ທີ່ປີຊາສາມາດ ສະຫລາດສ່ອງໃສໃນການຊີ້ນໍານໍາພາ ວາງແນວທາງຖືກຕ້ອງທີ່ ສຸດ, ຜົນງານ ແລະ ຄຸນງາມຄວາມ ດີຂອງ ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນແວ່ນແຍງອັນໃສແຈ້ງ ໃຫ້ພະນັກງານ-ສະມາຊິກພັກ ແລະ ພົນລະເມືອງລາວທຸກຄົນ. ໂອກາດນນີ້, ທ່ານຮອງເລຂາ ຄະນະບໍລິຫານງານຊາວໜຸ່ມແຂວງ ຍັງໄດ້ຮຽກຮ້ອງໃຫ້ຄະນະບໍລິຫານ ງານຊາວໜຸ່ມແຕ່ລະຂັ້ນ ແລະ ສະ ມາຊິກຊາວໜຸ່ມ-ໄວໜຸ່ມ ແລະ ນ້ອງ ນ້ອຍເຍົາວະຊົນ-ທັນວາ ຈົ່ງເຊີດຊູ ຍົກສູງຮຽນຮູ້ເອົາແນວຄວາມຄິດ ແລະ ເປັນເຈົ້າການຄົ້ນຄວ້າ, ສຶກສາ ຮໍ່າຮຽນເອົາແບບຢ່າງຄຸນສົມບັດ, ສິນທໍາປະຕິວັດຂອງ ປະທານ ໄກ ສອນ ພົມວິຫານ ນໍາໃຊ້ເຂົ້າໃນຊີວິດ ຕົວຈິງຕະຫລອດໄປ. xtgmf]k; 7 03/04/2023 gsfdko{dkora fmtok -k;|5j , g-dv' gxu fxh kpI6 [ xtmko wdlvo rq ,;y sko fkd9b ' 9a f[5 o-j ;'gIn vcr c]t [5 oxtgrou 4 gzqj kxt9exu 2023 ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ເມືອງດາກຈຶງຈັດ ບຸນຊ່ວງເຮືອແພປະເພນີ ແລະ ບຸນ ປະເພນີ 4 ເຜົ່າປະຈໍາປີ 2023 ໃນ ວັນທີ 29 ມີນາ 2023 ທີ່ອ່າງໂຕ່ງ ຫ້ວຍປຣີງ ໂດຍມີ ທ່ານ ຄຳສອນ ກອນເຢີ ຮອງເຈົ້າແຂວງເຊກອງ, ຜູ້ຊີ້ນຳວຽກງານວັດທະນາທຳສັງຄົມຂັ້ນແຂວງ, ທ່ານ ໄລສວນ ມິດສຸວັນ ເຈົ້າເມືອງໆດາກຈຶງ ພ້ອມ ດ້ວຍພໍ່ແມ່ປະຊາຊົນບັນດາເຜົ່າ ຊາວເມືອງດາກຈຶງ, ນັກທ່ອງທ່ຽວ ພາຍໃນແລະ ຕ່າງປະເທດເຂົ້າຮ່ວມ ຊົມ ຢ່າງຫລວງຫລາຍ. ທ່ານ ໄລສວນ ມິດສຸວັນ ໄດ້ໃຫ້ ຮູ້ວ່າ: ການຈັດບຸນຊ່ວງເຮືອແພ ແລະ ບຸນປະເພນີ 4 ເຜົ່າໃນຄັ້ງນີ້ ເປັນການອານຸລັກຮັກສາ ແລະ ສົ່ງ ເສີມວັດທະນາທຳຮີດຄອງປະເພນີ ອັນດີງາມຂອງຊາດ ກໍຄືຂອງເຜົ່າ ຕິດພັນກັບການໂຄສະນາສົ່ງເສີມ ການທ່ອງທ່ຽວໃຫ້ກ້ວາງຂວາງ ສາມາດສ້າງແຫລ່ງລາຍຮັບທີ່ດີ ໃຫ້ແກ່ເມືອງ ກໍຄືປະຊາຊົນບັນດາ ເຜົ່າ, ທັງເປັນການປະກອບສ່ວນ ທາງດ້ານເສດຖະກິດຂອງຊາດ, ຂອງທ້ອງຖິ່ນ ທີ່ໄດ້ນຳເອົາຜົນປະ ໂຫຍດ ໂດຍກົງແກ່ພໍ່ແມ່ປະຊາຊົນ ແລະ ສັງຄົມໃຫ້ດີຂຶ້ນເທື່ອລະກ້າວ. ພາຍໃນງານ ຍັງມີກິດຈະກໍາແຂ່ງ ຂັນສິລະປະວັນນະຄະດີ ແລະ ຊ່ວງ ເຮືອປະເພດເຮືອແພ ແລະ ເຮືອກາບ ຍິງ-ຊາຍ ຂອງແຕ່ລະບ້ານ, ເຊິ່ງມີ ເຮືອເຂົ້າຮ່ວມທັງໝົດ 18 ທີມ. ໃນ ນັ້ນ, ປະເພດເຮືອແພປະເພນີ 7 ສີ ພາຍຊາຍມີ 5 ທີມ, ປະເພດເຮືອ ແພປະເພນີ 7 ສີພາຍ (ຍິງ 5 ຊາຍ 2) ມີ 5 ທີມ, ປະເພດເຮືອກາບສະ ໝັກຫລິ້ນ 7 ສີພາຍຊາຍ ມີ 5 ທີມ, ປະເພດເຮືອກາບສະໝັກຫລິ້ນ 12 ສີພາຍຊາຍ ມີ 3 ທີມ. ໂອກາດນີ້, ທ່ານເຈົ້າເມືອງດາກ ຈຶງ ໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາ ຊົນບັນດາເຜົ່າພາຍໃນເມືອງດາກ ຈຶງ ຈົ່ງພ້ອມກັນເປັນເຈົ້າພາບທີ່ດີ ຕ້ອນຮັບເອົາແຂກທີ່ມາຈາກພາຍ ໃນ ແລະ ຕ່າງປະເທດຢ່າງອົບອຸ່ນ ແລະ ຄວາມປອດໄພທຸກປະການ. ຂປລ. ແຫລ່ງຂ່າວຄຳມ່ວນ ໃຫ້ ຮູ້ວ່າ: ຄະນະຮາກຖານຊາວໜຸ່ມ ດ່ານສາກົນນາເພົ້າ ແຂວງຄໍາມ່ວນ ໄດ້ປະກາດແຕ່ງຕັ້ງ ຄະນະຮາກ ຖານຄືນໃໝ່ທ້າຍອາທິດຜ່ານມາ ໂດຍການເປັນປະທານຂອງ ສະ ຫາຍພັທພົມມະນີ ໄຊຍະລາດ ເລຂາ ຄະນະພັກຮາກຖານ ຫົວໜ້າຄຸ້ມ ຄອງດ່ານສາກົນນາເພົ້າ, ມີບັນດາ ສະຫາຍ ເລຂາ-ຮອງເລຂາຮາກ ຖານ ພ້ອມດ້ວຍສະມາຊິກຊາວໜຸ່ມ ເຂົ້າຮ່ວມ. ສະຫາຍຮອວິລະຢຸດຈັນທະຂິນ ເລຂາຮາກຖານຊາວໜຸ່ມດ່ານສາ ກົນນາເພົ້າ ໄດ້ຜ່ານບົດລາຍງານ ການເຄື່ອນໄຫວ ໃນການນໍາພາ-ຊີ້ ນໍາ ໄລຍະຜ່ານມາ, ຜ່ານຂໍ້ຕົກລົງ ຂອງຄະນະບໍລິຫານງານຊາວໜຸ່ມ ແຂວງຄໍາມ່ວນ ສະບັບເລກທີ 48/ ລຂ ລົງວັນທີ 20 ມີນາ 2023 ວ່າ ດ້ວຍການບົ່ງຕົວ, ແຕ່ງຕັ້ງຄະນະ ຮາກຖານຊາວໜຸ່ມດ່ານສາກົນນາ ເພົ້າ ແຂວງຄໍາມ່ວນ ຈໍານວນ 2 ສະ ຫາຍ ເພື່ອປ່ຽນແທນຜູ້ທີ່ຍົກຍ້າຍ ໄປຮັບໜ້າທີ່ໃໝ່ ເຊິ່ງໄດ້ບົ່ງຕົວ, ແຕ່ງຕັ້ງເອົາ ສະຫາຍ ພັຕ ສິນໄຊ ແສງດາວັນ ເປັນຮອງເລຂາ, ທັງ ເປັນປະທານກວດກາ ແລະ ສະຫາຍ ນຸດລັນດອນ ດາລາວົງ ເປັນຄະນະ ຮາກຖານ. ໂອກາດນີ້, ສະຫາຍພັທພົມມະນີ ໄຊຍະລາດ ໄດ້ເນັ້ນໃຫ້ຄະນະຮາກ ຖານຊາວໜຸ່ມ ພ້ອມດ້ວຍສະມາຊິກ ຊາວໜຸ່ມ ຈົ່ງເພີ່ມທະວີສ້າງຄວາມ ເຂັ້ມແຂງ ໃຫ້ແກ່ຮາກຖານຊາວ ໜຸ່ມ, ເຕົ້າໂຮມຄວາມສາມັກຄີ, ເອົາ ໃຈໃສ່ວຽກງານສຶກສາອົບຮົມການ ເມືອງ-ແນວຄິດເປັນຫລັກ ໃຫ້ແກ່ ບັນດາສະຫາຍສະມາຊິກຊາວໜຸ່ມ, ສ້າງຂະບວນ ການອອກແຮງງານ, ຂະບວນການກິລາ ແລະ ອື່ນໆ ໃຫ້ ມີບັນຍາກາດຟົດຟື້ນ. Ikd4ko-k;|5 j ,fj kolkdq ookgrQ k xtdkf[qj '8q ; c8j '8A '7totIkd4ko7n o.\j ແຂ່ງຂັນກິລາ.. ຕີກະຊວງ ປກສ, ມີບັນດາການນຳ ຂັ້ນສູງພັກ-ລັດ,ລັດຖະມົນຕີ, ຮອງ ລັດຖະມົນຕີ, ການນຳບັນດາກະ ຊວງ, ອົງການ, ກົມກອງອ້ອມຂ້າງ ສູນກາງ, ພະນັກງານປະຕິວັດອາວຸ ໂສບຳນານ, ຄະນະນຳກະຊວງ, ນາຍ ແລະ ພົນຕຳຫລວດ, ແຂກ ຮັບເຊີນ ແລະ ຄະນະຮັບຜິດຊອບ ຈັດການ ແຂ່ງຂັນກິລາ ເຂົ້າຮ່ວມ. ໃນພິທີ, ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງລັດຖະ ມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ ທັງເປັນປະທານສະຫະພັນກິ ລາຍິງປືນແຫ່ງຊາດລາວ ມີຄໍາເຫັນ ກ່າວເປີດການແຂ່ງຂັນກິລາຍິງປືນ ຊີງຂັນທ່ານນາຍົກລັດຖະມົນຕີໃນ ຄັ້ງນີ້ວ່າ: ການຈັດຕັ້ງຂະບວນການ ແຂ່ງຂັນກິລາຍິງປືນໃນຄັ້ງນີ້ ແມ່ນ ມີຄວາມໝາຍສຳຄັນຢ່າງຍິ່ງ ເຊິ່ງ ນອກຈາກເປັນການສ້າງຂະບວນ ການຂ່ຳນັບຮັບຕ້ອນວັນສ້າງຕັ້ງ ກຳລັງປ້ອງກັນຄວາມສະຫງົບປະ ຊາຊົນ ຄົບຮອບ 62 ປີ ແລະ ວັນສຳ ຄັນຕ່າງໆຂອງພັກ, ຂອງຊາດແລ້ວ ຍັງເປັນການເສີມສ້າງສຸຂະພາບ ຮ່າງກາຍຂອງພະນັກງານໃຫ້ແຂງ ແຮງ, ເປັນການຝຶກຝົນເຕັກນິກທັກ ສະຄວາມສາມາດໃຫ້ມີຄວາມຊຳ ນິຊຳນານ, ທັງເປັນການຮັດແໜ້ນ ຄວາມສາມັກຄີພາຍໃນ ແລະ ຮັດ ແໜ້ນຄວາມສາມັກຄີລະຫວ່າງກຳ ລັງປ້ອງກັນຄວາມສະຫງົບກັບບັນ ດາອົງການຈັດຕັ້ງພັກ, ລັດຖະບານ, ບັນດາກະຊວງ, ອົງການ, ກົມກອງ ອ້ອມຂ້າງສູນກາງ ກໍຄືພາກທຸລະກິດ ຕໍ່ຈາກໜ້າ ທີ່ກ່ຽວຂ້ອງໃຫ້ນັບມື້ມີຄວາມແໜ້ນ ແຟ້ນຍິ່ງຂຶ້ນ. ສຳລັບຜົນການແຂ່ງຂັນກິລາກິ ລາຍິງປືນຊີງຂັນ ທ່ານນາຍົກລັດ ຖະມົນຕີແຫ່ງ ສປປ ລາວ ໃນຄັ້ງນີ້ ຊະເລີດສາຍ VI1 ໄດ້ແກ່ທ່ານ ພອນ ໄຊລາວມົວຊົງ, ອັນດັບ2ທ່ານລາວ ປາວຊົງ ນະວົງໄຊ ແລະ ອັນດັບທີ 3 ທ່ານ ຕອຍ ພົມທິລາດ, ສາຍນາຍ ພົນ ຄະນະພັກກະຊວງຊະເລີດໄດ້ ແກ່ທ່ານ ພົຈວ ຄຳສາຍ ຈັນທະວົງ, ອັນດັບ 2 ທ່ານ ພົຈວ ສຸລິນະ ແກ້ວ ປະເສີດ ແລະ ອັນດັບທີ3 ທ່ານ ພົຈວ ພອນໄຊ ຍົດສົມບັດ, ສາຍພະນັກ ງານບຳນານຊະເລີດໄດ້ແກ່ທ່ານພັອ ບຸນພາ ນັນທະວົງ, ອັນດັບ 2 ທ່ານ ພັອ ລຳພຽງ ພົມມະກອງ, ອັນດັບ 3 ທ່ານ ພົຈວພິມພາ ສີໂພໄຊ, ສາຍ ຄະນະກົມ ແລະ ຕາງໜ້າກົມຊະເລີດ ໄດ້ແກ່ທ່ານພັທສີສະໝຸດຈັນດາວົງ, ອັນດັບ 2 ທ່ານ ພັອ ທົງສະຫວັດ ຫລວງຈັນດາລາ, ອັນ ດັບ 3 ທ່ານ ພັອ ໃຄສີ ມິດາພອນ, ສາຍເພດຍິງ ທົ່ວໄປຊະເລີດໄດ້ແກ່ທ່ານ ຮທ ນາງ ວຽງສະຫວັນ ພົມມະກອງ, ອັນດັບ2 ພັຕ ນາງ ສຸກສາຄອນ ລາດສະວົງ, ອັນດັບ 3 ຮອ ນາງ ບຸນທະວີ ສີປະ ເສີດ, ສາຍເພດ ຊາຍທົ່ວໄປຊະເລີດ ເລີດໄດ້ ແກ່ທ່ານ ພັທ ສີສະມຸດ ຈັນ ດາວົງ, ອັນດັບ 2 ພັທ ພັດທະນາຜາ ລີຈັນ ແລະ ອັນດັບ 3 ພັຕ ສຸລິຈັນ ແກ້ວຄຳພົນ ເຊິ່ງແຕ່ລະທ່ານແມ່ນ ໄດ້ຮັບ ຂັນລາງວັນ 1 ໜ່ວຍ ແລະ ເງິນລາງ ວັນຂອງການແຂ່ງຂັນແຕ່ ລະປະເພດ ເປັນກຽດຜັດປ່ຽນ ກັນມອບລາງວັນແຕ່ລະປະເພດ ໂດຍແມ່ນບັນດາສະຫາຍໃນຄະນະ ລັດຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ. ໃນພິທີ, ຍັງໄດ້ມີການມອບຂັນ ທີ່ລະນຶກຈາກສະຫະພັນກິລາຍິງປືນ ແຫ່ງຊາດລາວໃຫ້ແກ່ທ່ານ ສອນໄຊ ສີພັນດອນ ມອບຂັນທີ່ລະນຶກຈາກ ບໍລິສັດສະໜາມຝຶກຊ້ອມກິລາຍິງ ປືນ 5 ເມສາ ໃຫ້ແກ່ທ່ານ ພົອ ວິໄລ ຫລ້າຄຳຟອງ. ນອກນີ້, ກະຊວງປ້ອງກັນຄວາມ ສະຫງົບ ຍັງໄດ້ມອບຫລຽນກາ ປກສ ໃຫ້ແກ່ທ່ານ ປີຊາໄຊ ແກ້ວ ໄຊຍະຈັກ ປະທານບໍລິສັດສະໜາມ ຝຶກຊ້ອມກິລາຍິງປືນ 5 ເມສາ ທີ່ ໃຫ້ການສະໜັບສະໜູນຫລັກເຂົ້າ ໃນຂະບວນການແຂ່ງຂັນໃນຄັ້ງນີ້ ຈຳນວນ 2 ຕື້ກວ່າກີບ ປະດັບ ຫລຽນໂດຍທ່ານ ພົອ ວິໄລ ຫລ້າ ຄຳຟອງ.
RkJQdWJsaXNoZXIy MTc3MTYxMQ==