5591

xtgmf]k; 6 03/04/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ຂຽນ: ມາລີດາ dkolh k'8A 'leoa dry , -u ;y f{;a fmtotme ຮຽບຮຽງໂດຍ: ໄໝຄຳຍ້ອມສິນ zt]y f8tra ofy ogzq k sa f4tde gvdt]a d0v'xt-k-q o[h kop= h ;y mu cdh vkdkomh v'[y f ກົງຈັກການຈັດຕັ້ງ ແລະ ບຸກຄະລາ ກອນ ທີ່ໄດ້ມາດຕະຖານ ສໍານັກ ງານ,ພາຫະນະ,ອຸປະກອນເຕັກນິກ, ທຶນ ເພື່ອຮັບປະກັນໃຫ້ແກ່ການ ເຄື່ອນໄຫວວຽກງານຂອງຕົນ ຜູ້ ອໍານວຍການ ຫລື ຮອງຜູ້ອໍານວຍ ການ, ຫົວໜ້າຄະນະບັນນາທິການ ແລະ ບັນນາທິການ ຕ້ອງມີໃບຢັ້ງ ຢືນການອົບຮົມການຈັດພິມ ຫລື ປະກາສະນີຍະບັດ ກ່ຽວກັບການ ຈັດພິມ. ການຈັດຕັ້ງຂອງສໍານັກພິມ ຕ້ອງປະກອບດ້ວຍ: ເຈົ້າຂອງສໍາ ນັກພິມ ສໍານັກພິມ ສະມາຄົມສໍາ ນັກພິມ. ເຈົ້າຂອງສໍານັກພິມແມ່ນ ອົງການຈັດຕັ້ງຂອງພັກ, ລັດ, ແນວ ລາວສ້າງຊາດ, ອົງການຈັດຕັ້ງມະ ຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ສະມາຄົມ ວິຊາຊີບ ລວມທັງ ບຸກຄົນທີ່ເປັນພົນລະເມືອງລາວ ທີ່ ໄດ້ຮັບອະນຸຍາດ ໃຫ້ສ້າງຕັ້ງສໍາ ນັກພິມ ແລະ ດໍາເນີນກິດຈະການ ຈັດພິມ ຕາມລະ ບຽບກົດໝາຍ. ເຈົ້າຂອງສໍານັກພິມ ມີໜ້າທີ່ ແລະ ສິດ ຕົ້ນຕໍ ດັ່ງນີ້: ກຳນົດທິດ ທາງ, ຈຸດປະສົງ, ເປົ້າໝາຍຮັບໃຊ້, ຂອບເຂດການຈັດພິມປື້ມ, ສິ່ງພິມ ອື່ນ ຈັດຕັ້ງກົງຈັກຊ່ວຍວຽກ, ສ້າງ ບຸກຄະລາກອນ ແລະ ຊັ້ນ, ຄຸ້ມຄອງ, ກວດກາການປະຕິບັດພາລະບົດ ບາດ, ໜ້າທີ່, ສິດ, ທິດທາງ, ແຜນ ການ ແລະ ການເຄື່ອນໄຫວຂອງ ສໍານັກພິມຂອງຕົນ ສ້າງເງື່ອນໄຂ ແລະອໍານວຍຄວາມສະດວກໃຫ້ແກ່ ການເຄື່ອນໄຫວວຽກງານຂອງສໍາ ນັກພິມຂອງຕົນ ສະເໜີສ້າງຕັ້ງ ຫລື ຍຸບເລີກສໍານັກພິມຂອງຕົນ ແຕ່ງຕັ້ງ, ຍົກຍ້າຍ, ປົດຕໍາແໜ່ງຜູ້ ອໍານວຍການ, ຫົວໜ້າຄະນະບັນ ນາທິການ, ບັນນາທິການສໍານັກພິມ ຕາມການເຫັນດີຂອງອົງການຄຸ້ມ ຄອງການພິມຈໍາໜ່າຍທີ່ກ່ຽວຂ້ອງ ຮັບຜິດຊອບຕໍ່ກົດໝາຍຕາມພາລະ ບົດບາດ, ໜ້າທີ່ ແລະ ສິດ ຂອງຕົນ ໃນວຽກງານຂອງສໍານັກພິມ. * ອົງການຈັດຕັ້ງຂອງພັກ, ລັດ, ແນວລາວສ້າງຊາດ, ອົງການ ຈັດຕັ້ງມະຫາຊົນ, ອົງການຈັດຕັ້ງ ສັງຄົມ, ສະມາຄົມວິຊາຊີບ ແລະ ບຸກຄົນ ທີ່ມີຈຸດປະສົງສ້າງຕັ້ງສໍາ ນັກພິມຂອງຕົນຕ້ອງຍື່ນຄໍາຮ້ອງຂໍ ສ້າງຕັ້ງ ຕໍ່ກະຊວງຖະແຫລງຂ່າວ ແລະວັດທະນະທໍາແລະທ່ອງທ່ຽວ. ພ້ອມນີ້ ກະຊວງຖະແຫລງຂ່າວ ແລະ ວັດທະນະທໍາ ແລະ ທ່ອງທ່ຽວ ຕ້ອງພິຈາລະນາພາຍໃນກໍານົດເວ ລາສາມສິບວັນລັດຖະການ ນັບແຕ່ ວັນໄດ້ຮັບຄໍາຮ້ອງຂໍນັ້ນ ເປັນຕົ້ນ ໄປ, ໃນກໍລະນີ ຫາກບໍ່ອະນຸຍາດ ກໍ ຕ້ອງແຈ້ງເຫດຜົນເປັນລາຍລັກອັກ ສອນໃຫ້ຜູ້ຮ້ອງຂໍນັ້ນຊາບ. ການສ້າງຕັ້ງສໍານັກພິມ ຕ້ອງ ມີເງື່ອນໄຂຄົບຖ້ວນ ດັ່ງນີ້: ຊື່, ຈຸດ ປະສົງ, ເປົ້າໝາຍຮັບໃຊ້ຂອງສໍາ ນັກພິມ ແລະ ບົດວິພາກເສດຖະກິດ * ເມື່ອກ້າວເຂົ້າສູ່ລະດູຮ້ອນ ເລື້ອຍໆຄົນຈະມັກເກີດມີພະຍາດ ຖອກທ້ອງ ແລະ ເປັນພະຍາດທ້ອງ ບິດຕາມມາເນື່ອງຈາກອາຫານ ການກິນຕ່າງໆ. ດັ່ງທີ່ຮູ້ນໍາກັນອາການເຈັບທ້ອງ ບິດແມ່ນ ການເຈັບທ້ອງຢ່າງຮຸນ ແຮງໃນລໍາໄສ້ໃຫຍ່, ນ້ອຍ ທີ່ເກີດ ຈາກເຊື້ອແບັດທີເລຍຈາກອາຫານ ການກິນທີ່ບໍ່ສະອາດ, ສຸກໆດິບໆ ກໍຈະເປັນສາເຫດໃຫ້ເກີດພະຍາດ ນີ້ໄດ້. ສະນັ້ນ, ມື້ນີ້ ຄໍລໍາສືກສາຫາ ຄວາມຮູ້ ໜັງສືພິມປະເທດລາວ ຈະ ມາເນະນໍາວິທີຮັກສາໃນເບື້ອງຕົ້ນມີ ດັ່ງລຸ່ມນີ້: 1. ງ່າຍໆພຽງແຕ່ດື່ມນໍ້າ 5 ຈອກແລ້ວຈະງາມ. ຫລັງຈາກຕື່ນ ນອນຕອນເຊົ້າຄວນດື່ມນໍ້າດື່ມທີ່ ບໍ່ໄດ້ແຊ່ເຢັນຈັກ 5 ຈອກ, ການດື່ມ ວ່າມີລົດຊາດແຊບ ຊ່ວຍຫລຸດອາ ການທ້ອງຢຶງ, ທ້ອງບິດ, ເຈັບທ້ອງ ໄດ້. 5. ໝັ່ນດື່ມນໍ້າໝາກໄມ້ ແລະ ນໍ້າສະໝຸນໄພ. ການດື່ມນໍ້າໝາກ ໄມ້ ຫລື ນໍ້າສະໝຸນໄພຄວນດື່ມ ກ່ອນເຂົ້ານອນເພາະຈະຊ່ວຍລະບົບ ຂັບຖ່າຍໃນຕອນເຊົ້າເປັນໄປຢ່າງ ປົກກະຕິ, ຖ້າຈະໃຫ້ດີແມ່ນໃຫ້ ດື່ມ ນໍ້າໝາກໄມ້ ຫລື ນໍ້າສະໝຸນໄພທີ່ ທ່ານຕົ້ມເອງຈະເຮັດໃຫ້ທ່ານສາ ມາດຄວບຄຸມປະລິມານນໍ້າຕານໄດ້. ນໍ້ານອກຈາກຈະຊ່ວຍແກ້ອາການ ເຈັບທ້ອງແລ້ວຍັງຊ່ວຍໃຫ້ລະບົບ ຮ່າງກາຍເຮັດວຽກໄດ້ດີຂຶ້ນ. 2. ຄວນກິນຜັກ ແລະ ໝາກ ໄມ້ສົດ. ການກິນຜັກ ແລະ ໝາກ ໄມ້ສົດຈະເຮັດໃຫ້ສຸຂະພາບດີ ເພາະ ວ່າກາກໄຍໃນຜັກ ແລະ ໝາກໄມ້ ແມ່ນມີສ່ວນເຮັດໃຫ້ຖ່າຍຄ່ອງ ແລະ ອຸດົມໄປດ້ວຍແຮ່ທາດ. 3. ແກ່ນຜັກອີ່ຕູ່ຫລຸດນໍ້າໜັກໄດ້. ແກ່ນຜັກອີ່ຕູ່ມີຄຸນສົມບັດເປັນຢາ ລະບາຍ, ຊ່ວຍໃຫ້ຂັບຖ່າຍສະດວກ, ແຖມຍັງຊ່ວຍຫລຸດໄຂມັນໃນເສັ້ນ ເລືອດໄດ້ ແລະ ຫລຸດຄວາມສ່ຽງ ຕໍ່ການເປັນໂລກຫົວໃຈອີກດ້ວຍ. 4. ນົມສົ້ມແລະໝາກນາວຊ່ວຍ ໃຫ້ຂັບຖ່າຍສະດວກ. ເປັນອີກໜຶ່ງ ທາງເລືອກທີ່ໜ້າທົດລອງເພາະ ພາບ˜ະກອບ ພາບ˜ະກອບ *ເຄື່ອງປັ້ນດິນເຜົາບ້ານຍໍ້ ເມືອງ ແບງ ແຂວງອຸດົມໄຊ ຖືວ່າເປັນຜະ ລິດຕະພັນທີ່ຂຶ້ນຊື່ຂອງປະຊາຊົນ ປັດຈຸບັນໄດ້ຮັບຮອງເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງ ເມືອງ (ໂອດັອບ) ຊຶ່ງພິທີໄດ້ຈັດ ຂຶ້ນໃນວັນທີ 22 ມີນາ ຜ່ານມານີ້ ທີ່ສະໂມສອນບ້ານດັ່ງກ່າວ ໂດຍ ການເຂົ້າຮ່ວມຂອງ ທ່ານ ສອນເພັດ ອິນທະປັນຍາສັກ ຮອງເຈົ້າເມືອງໆ ແບງ, ມີຄະນະກຳມະການຂັ້ນ ເມືອງ, ຫ້ອງການອຸດສາຫະກຳ ແລະ ການຄ້າ, ອົງການປົກຄອງ ບ້ານແລະກຸ່ມປັ້ນດິນເຜົາເຂົ້າຮ່ວມ. ໃນພິທີໄດ້ມີການລາຍງານຜົນ ການຈັດຕັ້ງປະຕິບັດຂອງກຸ່ມປັ້ນ ດິນເຜົາ, ແນະນຳຂໍ້ຕົກລົງຂອງ ກະຊວງອຸດສາຫະກຳແລະການຄ້າ ບາງມາດຕາ ວ່າດ້ວຍສິນຄ້າໜຶ່ງ ເມືອງໜຶ່ງຜະລິດຕະພັນແຫ່ງຊາດ. ຈຸດປະສົງກໍເພື່ອກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄັດເລືອກນຳໃຊ້ ແລະ ຂັ້ນຕອນການອະນຸຍາດນຳໃຊ້ກາ ໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດ ຕະພັນແຫ່ງຊາດ ເພື່ອເປັນບ່ອນອິງ ໃນການຄັດເລືອກປະເພດສິນຄ້າ ແລະ ຮູບແບບການບໍລິການໃນ ເມືອງໃດໜຶ່ງທີ່ໄດ້ຄຸນນະພາບ ແລະ ເປັນເອກະລັກສະເພາະແນໃສ່ ສົ່ງ ເສີມຊຸກຍູ້ຂະບວນການຜະລິດເປັນ ສິນຄ້າຢູ່ຂັ້ນເມືອງ ແລະ ບ້ານໃຫ້ ຫລາຍຂຶ້ນທັງເປັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຜະລິດ ແລະ ຜູ້ຊົມໃຊ້ເພື່ອປະກອບສ່ວນ ແກ່ການພັດທະນາເສດຖະກິດ ຂອງ ຊາດໃຫ້ເຕີບໃຫຍ່ເຂັ້ມແຂງ. ສິນ ຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແຫ່ງຊາດ ຫລື ໂອດັອບ ແມ່ນຜະ ລິດຕະພັນທີ່ນຳໃຊ້ສີມືແຮງງານ ພູມປັນຍາ, ຫົວຄິດປະດິດສ້າງ ແລະ ຊັບພະຍາກອນພາຍໃນ ທັງເປັນ ເອກະລັກຂອງທ້ອງຖິ່ນນັ້ນທີ່ມີມູນ ເຊື້ອ ແລະ ເປັນມໍລະດົກຕົກທອດກັນ ມາ ໂດຍຖືເປັນຊັບສິນທາງປັນຍາ ຂອງຜູ້ປະດິດຄິດແຕ່ງ. ໂອກາດນີ້ ໄດ້ເປີດປ້າຍ ແລະ ມອບໃບອະນຸ ຍາດນຳໃຊ້ກາໝາຍສິນຄ້າໜຶ່ງ ເມືອງໜຶ່ງຜະລິດຕະພັນແຫ່ງຊາດ ໃຫ້ແກ່ກຸ່ມຜະລິດເຄື່ອງປັ້ນດິນເຜົາ ບ້ານຍໍ້ ຢ່າງເປັນທາງການ ໂດຍມີ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ພາບ˜ະກອບ ພາບ˜ະກອບ

RkJQdWJsaXNoZXIy MTc3MTYxMQ==